ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍປ່າສະຫງວນເຂດພາກເໜືອ

ເຜີຍແຜ່ດໍາລັດ ວ່າດ້ວຍປ່າສະຫງວນເຂດພາກເໜືອ

ເຜີຍແຜ່ດໍາລັດ ວ່າດ້ວຍປ່າສະຫງວນເຂດພາກເໜືອ
ກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍປ່າສະຫງວນເຂດພາກເໜືອ ໄດ້ຈັດຂຶ້ນໃນວັນທີ 17 ກັນຍານີ້ ທີ່ ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ພິມມະເສນ ຄູນສີລິວົງ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້

ແຂວງ ອຸດົມໄຊ, ມີແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ 8 ແຂວງ ພາກເໜືອ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ ໄດ້ກ່າວວ່າ: ດໍາລັດປ່າສະຫງວນ ສະບັບໃໝ່ນີ້ ໄດ້ຍົກສູງມາດຕະຖານ, ບຸລິມະສິດ ແລະ ກົງຈັກການຈັດຕັ້ງຂອງປ່າສະຫງວນໃຫ້ສອດຄ່ອງກັບບັນດາເປົ້າໝາຍແຫ່ງຊາດ ແລະ ມາດຕະຖານສາກົນ. ປະຊາຊົນທີ່ອາໄສຢູ່ບັນດາບ້ານອ້ອມຂ້າງປ່າສະຫງວນ ຈະມີສ່ວນຮ່ວມໃນການຄຸ້ມຄອງປ່າສະຫງວນໂດຍຜ່ານຮູບແບບການສົ່ງເສີມ “ບ້ານພັດທະນາທາງດ້ານປ່າໄມ້” ເພື່ອແນໃສ່ດຸ່ນດ່ຽງຜົນປະໂຫຍດລະຫວ່າງຄົນ ແລະ ທຳມະຊາດ. ນອກຈາກນັ້ນ, ດໍາລັດດັ່ງກ່າວ ຍັງໄດ້ອະທິບາຍແຈ່ມແຈ້ງເຖິງປະເພດການນໍາໃຊ້ປ່າສະຫງວນກໍຄື: ການນໍາໃຊ້ເພື່ອສາທາລະນະປະໂຫຍດ, ຄອບຄົວ, ປະເພນີ ແລະ ທຸລະກິດ ລວມເຖິງການກໍານົດສິດ ແລະ ຄວາມຮັບຜິດຊອບຂອງຜູ້ນຳໃຊ້. ດຳລັດສະບັບນີ້, ຍັງໄດ້ພິຈາລະນາຢ່າງຖີ່ຖ້ວນໃນການດຸ່ນດ່ຽງການອະນຸລັກກັບການພັດທະນາ ເພື່ອແນໃສ່ນຳໃຊ້ ລຳດັບມາດຕະການ ການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ໃນການດໍາເນີນທຸລະກິດ ເພື່ອຫຼີກລ່ຽງ ຫຼື ຫຼຸດຜ່ອນຜົນກະທົບທາງລົບຂອງການລົງທຶນຕໍ່ກັບຊີວະນານາພັນ ແລະ ການບໍລິການລະບົບນິເວດ ແນໃສ່ການທົດແທນຊີວະນານາພັນເທົ່າເດີມ ຫຼື ການເພີ່ມຊີວະນານາພັນ. ຄຽງຄູ່ກັນນີ້ ກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ສ້າງ‘ແຜນຄຸ້ມຄອງ ແລະ ສະໜອງທຶນແບບຍືນຍົງໃຫ້ແກ່ ລະບົບປ່າສະຫງວນແຫ່ງຊາດ ຢູ່ໃນ ສປປ ລາວ (NPA Roadmap)’ເພື່ອຮັບປະກັນການຈັດຕັ້ງປະຕິບັດນະໂຍບາຍປ່າສະຫງວນສະບັບໃໝ່ໃຫ້ປະສົບຜົນສຳເລັດ.
ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອຳນວຍການອົງການອະນຸລັກສັດປ່າປະຈຳ ສປປ ລາວກ່າວວ່າ: “ພວກເຮົາພູມໃຈຫຼາຍທີ່ສາມາດປະກອບສ່ວນເຂົ້າໃນໂຄງການ ‘‘ການອະນຸລັກລະບົບນິເວດໂດຍຜ່ານການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (ECILL)’’ ທີ່ໄດ້ຮັບທຶນຈາກ ອົງການຝຣັ່ງເພື່ອການພັດທະນາ (AFD) ແລະ ສະຫະພາບເອີຣົບປະຈຳ ສປປ ລາວ (EU). ພວກເຮົາຫວັງສືບຕໍ່ເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວແລະ ບັນດາພາກສ່ວນກ່ຽວຂ້ອງໃນວຽກງານປ່າສະຫງວນເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ນິຕິກໍາໃຫ້ປະສົບຜົນສຳເລັດ ຕາມລັດທີ່ປົກຄອງດ້ວຍກົດໝາຍ ເພື່ອຜົນປະໂຫຍດຂອງທໍາມະຊາດ ແລະ ປະຊາຊົນ.
(ຂ່າວ: ອົງການອະນຸລັກສັດປ່າປະຈຳ ສປປ ລາວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ