ເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024

ເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024
ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ແກ່ບັນດາພະນັກງານບັນດາແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໃນວັນທີ 12 ທັນວາ ນີ້ທີ່ ແຂວງຈໍາປາສັກ. ໃຫ້ກຽດກ່າວເປີດ ແລະ ເປັນປະທານບັນຍາຍ ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ໂດຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານ ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໂດຍມີພະນັກງານຫຼັກແຫຼ່ງຈາກບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ນັກສຶກສາມະຫາວິທະຍາໄລຈຳປາສັກເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນໃນການເປັນປະທານອາຊຽນ ກໍຄືການຄັດເລືອກເອົາຄຳຂວັນ ແລະ ບຸລິມະສິດພາຍໃຕ້ການເປັນປະທານຂອງ ສປປ ລາວ, ລວມທັງການກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບປະກັນຜົນສໍາເລັດຂອງການເປັນເຈົ້າພາບ ແລະ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງຄຳຂວັນການເປັນປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ບັນດາບຸລິມະສິດປິ່ນອ້ອມການສົ່ງເສີມການເຊື່ອມຈອດ ແລະ ການສົ່ງເສີມຄວາມເຂັ້ມແຂງ ກໍຄືພາຍໃຕ້3 ເສົາຄໍ້າອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ.ພ້ອມນີ້, ທ່ານປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມທີ່ສໍາຄັນໃນລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ກອງປະຊຸມລະດັບຜູ້ນຳ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາຊິກອາຊຽນ ໃນການປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ແລະ ການຮັບຮອງບັນດາເອກະສານສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ຂອບການຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ ເວົ້າລວມ ເວົ້າສະເພາະແມ່ນ ສປປ ລາວ.
ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997. ໃນໄລຍະຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທຳອິດ ໃນປີ 2004-2005 ແລະ ຄັ້ງທີ 2ໃນປີ 2016. ສຳລັບການເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນຄັ້ງນີ້ ແມ່ນຈະເລີ່ມແຕ່ ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາ 2024.ການດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແມ່ນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມລາວທັງພາກລັດ, ພາກເອກະຊົນ ແລະ ປະຊາຊົນ ນັບແຕ່ສູນກາງຮອດທ້ອງຖິ່ນ ພ້ອມກັນເປັນເຈົ້າພາບທີ່ດີ ເພື່ອໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ ວາງໄວ້. 
ໃນໂອກາດການລົງເຄື່ອນໄຫວເຮັດວຽກຢູ່ຈຳປາສັກຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນຖານະເປັນຫົວໜ້າຄະນະກຳມະການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ,ໄດ້ເຮັດວຽກກັບຂະແໜງການກ່ຽວຂ້ອງຈາກສູນກາງ ແລະ ແຂວງຈຳປາສັກ ເພື່ອຊຸກຍູ້ ແລະ ປຶກສາຫາລື ກ່ຽວກັບ ການບໍລິການທ່າບົກດ່ານວັງເຕົ່າ ໃຫ້ມີຄວາມສະດວກ ແລະ ສອດຄ່ອງກັບລະບຽບໃນການອຳນວຍຄວາມສະດວກຂອງທ່າບົກ ແລະ ໄດ້ຢ້ຽມຊົມຈຸດຄ່ຽນຖ່າຍສິນຄ້າກະສິກຳ. ນອກຈາກນີ້, ຍັງໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດຂອງແຂວງຈຳປາສັກ ໂດຍສະເພາະແມ່ນການສົົ່ງເສີມການປູກຝັງ ແລະ ລ້ຽງສັດເປັນສິນຄ້າສົ່ງອອກໄປຕ່າງປະເທດ ເພື່ອປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືຂອງປະເທດຊາດ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.
ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ຮອງຫົວໜ້າ ຄອສພ ຕ້ອນຮັບທູດ ສ ເກົາຫຼີ

ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຈອງຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະ ໃນຕອນແລງວັນທີ 17 ກໍລະກົດນີ້ ທີ່ຫ້ອງຮັບແຂກ ຄອສພ.
ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ທູດໄທ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ທາງທຳມະຊາດໃນລາວ

ໃນວັນທີ 18 ກໍລະກົດ ນີ້, ອົງການກາແດງແຫ່ງຊາດລາວ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 100,000,000 ກີບ ຫຼື (150,000 ບາດ) ຈາກ ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປລາວ
ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ກະຊວງການຕ່າງປະເທດ ລາວ -ເບລາຣຸດຊີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ (H.E. Mr. Maxim Ryzhenkov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ ນໍາໂດຍ ສະຫາຍ ເສີນໂຈ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມພົບປະແລກປ່ຽນບົດຮຽນຮ່ວມກັນໃນວັນທີ 17 ກໍລະກົດນີ້ ທີ່ ຄອສພ. ໃນໂອກາດຄະນະຜູ້ແທນເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-18 ກໍລະກົດ 2025.
ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ຈາກ “ມິດຕະພາບອັນແຂງແກ່ນສູ່ຄູ່ຮ່ວມຊາ​ຕາ​ກຳ”: ການພັດທະນາກ້າວກະໂດດຕະຫຼອດ 64 ປີແຫ່ງສາຍ​ພົວພັນການທູດຈີນ-ລາວ

ການໄປມາຫາສູ່ລະຫວ່າງປະເທດຂຶ້ນຢູ່ກັບຄວາມຜູກພັນຂອງປະຊາຊົນ ແລະ ຄວາມຜູກພັນຂອງປະຊາຊົນກໍຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມເຊື່ອມໂຍງກັນທາງຈິດໃຈ, ຈີນ ແລະ ລາວ ເປັນປະເທດເພື່ອນບ້ານທີ່ມີພູເຂົາແລະ ສາຍນ້ຳ, ມິດຕະພາບອັນດີລະຫວ່າງກັນມີມາຢ່າງຍາວນານຕັ້ງແຕ່ວັນທີ 25 ເມສາ ພ.ສ 1961 ທີ່ຈີນ-ລາວ ໄດ້ລົງນາມໃນຖະແຫຼງການສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ, ຕະຫຼອດ 64 ປີທີ່ຜ່ານມາການ​ພົວ​ພັນຈີນ - ລາວ ໄດ້ພັດທະນາຈາກມິດຕະພາບດັ່ງເດີມສູ່ການ​ສ້າງ​ຄູ່ຮ່ວມຊາ​ຕາ​ກຳ ຊຶ່ງສອດຄ່ອງຢ່າງເລິກເຊິ່ງກັບຍຸດທະສາດ “ປ່ຽນປະເທດທີ່ບໍ່ມີຊາຍ​ແດນ​ຕິດ​ກັບທະເລເປັນປະເທດທີ່ເຊື່ອມໂຍງເຊື່ອມ​ຈອດ​ກັບ​ພາກ​ພື້ນ” ຂອງ ສ​ປ​ປ ລາວ ແລະໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສ​ປ ຈີນ.
ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ການາດາ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງມໍ່ໆມານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານນາງ ອານິຕາ ອານັນ (Anita Anand) ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ການາດາ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ ຜ່ານມາ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລາວ ແລະ ຕວັກກີພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ຫວ່າງບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານຮາກັນຟີດານ(Hakan FIDAN) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ,ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ ປະເທດມາລເຊຍ.
ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ທູດລາວ ຍື່ນສານຕາຕັ້ງເປັນຜູ້ຕາງໜ້າຖາວອນປະຈໍາອົງການ ສປຊ ຄົນໃໝ່

ໃນວັນທີ 11 ກໍລະກົດຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ອົງການ ສປຊ, ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ອົດສະຕຣາລີສະໜັບສະໜູນສື່ມວນຊົນລາວເພື່ອເປັນພື້ນຖານໃນການສ້າງສັງຄົມທີ່ເຂັ້ມແຂງ

ໃນວັນທີ15 ກໍລະກົດນີ້, ທ່ານ ເມແກັນຈອນສເອກອັກຄະລັດຖະທູດອົດສະຕຣາລີ ໄດ້ພົບປະຮ່ວມກັບທ່ານ ຄຳພັນເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ເພື່ອປຶກສາຫາລືການເຕີບໃຫຍ່ຂະຫຍາຍຕົວຂອງການຮ່ວມມືລະຫວ່າງລາວແລະອົດສະຕຣາລີແລະການສະໜັບສະໜູນຂອງອົດສະຕຣາລີຕໍ່ຂະແໜງສື່ມວນຊົນຂອງລາວ. ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີສືບຕໍ່ຮັດການຮ່ວມມືໃນຂະແໜງສື່ມວນເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງປະເທດພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ສະຫຼອງ ສາຍພົວພັນການທູດລາວ-ຟີລິບປິນຄົບຮອບ 70 ປີ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນແລະ ວັນຊາດ ແຫ່ງ ສາທາລະນະລັດຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ.ຟິລິບປິນ ປະຈໍາ ສປປ ລາວ, ພ້ອມທັງມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ເພີ່ມເຕີມ