ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ

ເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ
ໃນວັນທີ 8 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງຫ້ອງວ່າການແຂວງວຽງຈັນ ໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ເຊື່ອມຊຶມ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ກັບບັນດາພະແນກ ການອ້ອມຂ້າງແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງວຽງຈັນ, ມີທ່ານ ສຸກັນ ຈັນທະວົງ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍທີມງານ ແລະ ບັນດາພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງວຽງຈັນເຂົ້າຮ່ວມ.
ທ່ານ ສີວຽງໄຊ ອໍລະບູນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ຕົ້ນປີ 2022 ເຫັນວ່າອັດຕາແລກປ່ຽນມີການເໜັງຕີງເພີ່ມຂື້ນຢ່າງຕໍ່ເນື່ອງ ເຮັດໃຫ້ເງິນກີບອ່ອນຄ່າ ເມື່ອທຽບກັບສະກຸນເງິນໂດລາ ແລະ ເງິນບາດ, ຍ້ອນສະພາບປັດໄຈພາຍນອກທີ່ຍັງຜັນປວນ ແລະ ມີຄວາມບໍ່ແນ່ນອນສູງ ເປັນຕົ້ນການແຂງຄ່າຂອງເງິນໂດລາຢູ່ຕະຫຼາດສາກົນຢ່າງຕໍ່ເນື່ອງ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກ, ການເພີ່ມຂຶ້ນຂອງລາຄາຄໍາ ສົມທົບກັບປັດໄຈພາຍໃນປະເທດ ທີ່ຕິດພັນກັບພື້ນຖານໂຄງສ້າງເສດຖະກິດ, ພຶດຕິກໍາຄວາມຊິນເຄີຍຂອງຄົນໃນສັງຄົມລາວໃນການນໍາໃຊ້ສິນຄ້ານໍາເຂົ້າ,ການນໍາໃຊ້ເງິນຕາຕ່າງປະເທດຢູ່ພາຍໃນ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ, ມາຮອດທ້າຍປີ 2022 ສະພາແຫ່ງຊາດຈຶ່ງໄດ້ມີມະຕິຕົກລົງຮັບຮອງເອົາ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ເລກທີ່ 15/ສພຊ, ລົງວັນທີ 07 ກໍລະກົດ 2022 ທັງນີ້ກໍ່ເພື່ອເຮັດໃຫ້ກົດໝາຍມີຄວາມສັກສິດ ແລະ ຮັດກຸມຂຶ້ນ ໃນຫຼາຍໆມາດຕາແມ່ນໄດ້ມີການປັບປຸງເພື່ອໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ.
ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ເລກທີ 15/ສພຊ, ລົງວັນທີ 07 ກໍລະກົດ 2022 ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍສະເພາະການຄອບຄອງ ແລະ ການນໍາໃຊ້ ເງິນຕາຕ່າງປະເທດ, ການຕິດຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ຫຼື ການບໍລິການ, ລາຍຮັບຂອງຜູ້ອອກແຮງງານ, ການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ ສປປ ລາວ, ການລາຍງານກ່ຽວກັບເງິນຝາກຢູ່ຕ່າງປະເທດ ແລະການບໍລິການແລກປ່ຽນເງິນຕາ. ນາຍົກລັດຖະມົນຕີ ອອກຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ທີ່ໄດ້ເນັ້ນໃຫ້ແຕ່ລະພາກສ່ວນພະແນກການຕ້ອງໄດ້ເອົາໃຈໃສ່ຕໍ່ກັບພາລະບົດບາດຂອງຕົນ ທີ່ຕິດພັນກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດຂຶ້ນກວ່າເກົ່າ.
ໃນກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວຽງຈັນ ວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳ ແລະ ອານຸກຳມະການ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດຢູ່ແຂວງວຽງຈັນ. ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເພຶ່ອເປັນການປຶກສາຫາລືແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ ເພຶ່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດຢູ່ແຂວງວຽງຈັນ ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ.
(ພາບ-ຂ່າວ : ບຸນມາ ແກ້ວບຸດດາ.)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ