ເຜີຍແຜ່ກົດໝາຍວ່າດ້ວຍທະນາຄານທຸລະກິດ

ເຜີຍແຜ່ກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ກົດໝາຍວ່າດ້ວຍລະບົບຊຳລະ (ສະບັບປັບປຸງ)

ເຜີຍແຜ່ກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ກົດໝາຍວ່າດ້ວຍລະບົບຊຳລະ (ສະບັບປັບປຸງ)
ໃນວັນທີ 16 ທັນວານີ້, ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງຫຼວງພະບາງໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ກົດໝາຍວ່າດ້ວຍລະບົບຊຳລະ (ສະບັບປັບປຸງ)

ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງຫຼວງພະບາງ, ມີບັນດາພະແນກການ, ທະນາຄານທຸລະກິດ ແລະ ສະຖາບັນການເງິນອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.
ທ່ານ ວາລະສິນ ດາລາພອນ ກ່າວວ່າ: ຈຸດປະສົງຂອງການເຜີຍແຜ່ກົດໝາຍຄັ້ງນີ້, ແນ່ໃສ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມສະດວກໂລ່ງລ່ຽນ ແລະ ມີປະສິດທິຜົນສູງ, ຊຶ່ງເຫດຜົນຂອງການປັບປຸງ ແມ່ນມີບາງມາດຕາບໍ່ທັນສອດຄ່ອງກັບກົດໝາຍຄຸ້ມຄອງເງິນຕາຕ່າງປະເທດສະບັບປັບປຸງ, ບາງເນື້ອໃນບໍ່ທັນແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ ແລະ ມີບາງເນື້ອໃນຍັງບໍ່ທັນລະອຽດ, ຈະແຈ້ງ ແລະ ຄົບຖ້ວນ ຊຶ່ງກົດໝາຍວ່າດ້ວຍທະນາຄານທຸລະກິດສະບັບປັບປຸງມີ 12 ພາກ, 14 ໝວດ, 114 ມາດຕາ. ໃນນັ້ັນ ປັງປຸງ55 ມາດຕາ ແລະ ເພີ່ມໃໝ່ 8 ມາດຕາ, ສຳລັບກົດໝາຍວ່າດ້ວຍລະບົບການຊຳລະສະບັບປັບປຸງມີ 7 ພາກ, 62 ມາດຕາ. ໃນນີ້ ປັບປຸງ 38 ມາດຕາ, ສ້າງໃໝ່ 18 ມາດຕາ ແລະ ຮັກສາເດີມ 6 ມາດຕາ.
ໃນໂອກາດນີ້ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນຄຳເຫັນເພື່ອຄວາມເຂົ້າໃຈເລິກຊຶ່ງ ແລະ ເປັນເອກະພາບກັນໃນທາງຈັດຕັ້ງປະຕິບັດອີກດ້ວຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2

ໃນຕອນເຊົ້າຂອງວັນທີ 5 ມິຖຸນານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາຂຶ້ນພາຍໃຕ້ຫົວຂໍ້: “ການຮັກສາລະບຽບການຂອງໂລກໃນໄລຍະ ແລະ ພາຍຫຼັງສົງຄາມໂລກຄັ້ງທີ 2”. ກອງປະຊຸມສໍາມະນາໃນຄັ້ງນີ້ມີຈຸດປະສົງເພື່ອເປັນການສືບຕໍ່ຜັນຂະຫຍາຍແຜນການຮ່ວມມື
ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ສຳເລັດການປະຕິບັດຍິງລູກປືນແທ້

ກອງພັນໃຫຍ່ 11 ໄດ້ປະຕິບັດການຍິງລູກປືນແທ້ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 27 ພຶດສະພາ ຫາ ວັນທີ 4 ມິຖຸນາ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີສະຫາຍ ພັນເອກ ຄຳສາຍ ມົນດວງສີງ ຫົວໜ້າການເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເຈົ້າແຂວງເຊກອງ ມອບເງິນ 144 ລ້ານກີບ ຊ່ວຍເຫຼືອປະຊາຊົນບ້ານຕະລຸຍ

ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ນໍາເອົາເງິນຈໍານວນ 144 ລ້ານກີບ ທີ່ໄດ້ຈາກການຊ່ວຍເຫຼືອ ຂອງຄະນະພັກ-ອົງການປົກຄອງແຂວງກວາງນາມ ສສ ຫວຽດນາມ ມອບໃຫ້ການນໍາເມືອງກະລຶມ ເພື່ອມອບຕໍ່ໃຫ້ປະຊາຊົນບ້ານຕະລຸຍ ທີ່ປະສົບອັກຄີໄພ (ໄຟໄໝ້ເຮືອນ) ໃນວັນທີ 3 ເມສາ 2025 ຜ່ານມາ, ກ່າວຮັບໂດຍທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງາຍພັກເມືອງກະລຶມ.
ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ປີນີ້, ເມືອງປາກກະດິງຈະປູກໄມ້ໃຫ້ໄດ້ 774,4 ເຮັກຕາ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ຄົບຮອບ 45 ປີ, ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນເມື່ອບໍ່ດົນຜ່ານມາ, ທີ່ວັດປ່າບ້ານທົ່ງນ້ອຍ. ພາຍໄຕ້ການເປັນປະທານຂອງທ່ານ ແກ້ວວົງທອງ ກົມມະແສງ ຮັກສາການເຈົ້າເມືອງປາກກະດິງ.
ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ 5 ເດືອນເກັບລາຍຮັບໄດ້ 772 ຕື້ກີບເພີ່ມຂຶ້ນ 15.75%

ປີ 2025 ດ່ານພາສີສາກົນຂົວມິດຕະພາບ 2 ແລະ ທ່າບົກສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກລາຍຮັບຈາກພາສີປະຈຳແຂວງສະຫວັນນະເຂດຈໍານວນ 1,778 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ເດືອນຕົ້ນປີ 2025 ສາມາດເກັບລາຍໄດ້ທັງໝົດ 772.04 ຕື້ກີບ ເທົ່າກັບ 43.42% ຂອງແຜນການປີ, ທຽບໃສໄລຍະດຽວກັນປີ 2024 ເພີ່ມຂຶ້ນ 15.75% ຄິດເປັນເງິນຈໍານວນ 105.07 ຕື້ກີບ.
ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ

ພິທີມອບ-ຮັບບ້ານແຫ່ງຄວາມຮັກຂອງຂວັນຈາກສະຫະພັນແມ່ຍິງ ແຂວງຝຸເຖາະ ສສ ຫວຽດນາມ ໃຫ້ແກ່ 2 ຄອບຄົວ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາຜ່ານມາ, ຢູ່ທີ່ບ້ານປ່າຄາ ເມືອງລອງ ໂດຍມີທ່ານ ນາງ ບົວວັນ ພົມມະລິດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານ ສາຍທອງ ບຸນວິໄລ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຕາງໜ້າຄະນະຄຸ້ມຄອງຊາວຫວຽດນາມ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.
ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ກອງພັນທີ 2 ສ້າງກິດຈະກຳປູກຕົ້ນໄມ້

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໃນວັນທີ 2 ມິຖຸນາຜ່ານມາ, ກອງພັນທີ 2 ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2,
ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ຫຼວງນໍ້າທາ ຈັດພີທີປູກຕົ້ນໄມ້ ແລະ ສະຫຼອງວັນເດັກນ້ອຍສາກົນ

ໃນວັນທີ 2 ມິຖຸນານີ້ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (ວັນທີ 1 ມີຖຸນາ 1980-ວັນທີ 1 ມີຖຸນາ 2025) ແລະ ວັນເດັກນ້ອຍສາກົນຄົບຮອບ 100 ປີ (ວັນທີ 1 ມີຖຸນາ 1925-ວັນທີ 1 ມີຖຸນາ 2025) ໂດຍການເຂົ້າຮ່ວມຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ, ມີທ່ານ ພິມແກ້ວ ທໍາລະສິນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊຍະບູລີ ສະຫຼອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

ໄຊຍະບູລີ ສະຫຼອງວັນເດັກສາກົນ ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ

ໃນວັນທີ 2 ມິຖຸນານີ້ ຢູ່ທີ່ຫ້ອງການບ້ານພັດທະນາຫຼາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດ ພິທີສະຫຼອງວັນເດັກສາກົນ ຄົບຮອບ 100 ປີ (1 ມິຖຸນາ 1925-01 ມິຖຸນາ 2025) ແລະ ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 36 ປີ ຂຶ້ນ.
ຈໍາປາສັກ ສຸມໃສ່ປູກໄມ້​ເພື່ອເພີ່ມພື້ນທີ່ສີຂຽວ

ຈໍາປາສັກ ສຸມໃສ່ປູກໄມ້​ເພື່ອເພີ່ມພື້ນທີ່ສີຂຽວ

ວັນທີ 2 ມິຖຸນາ​ນີ້,​ ພະແນກກະສິກໍາ ແລະ​ ປ່າໄມ້ແຂວງຈໍາປາສັກ ຮ່ວມກັບ​ ຄະນະ​ພັກ - ອົງການປົກຄອງເມືອງປະທຸມພອນ, ອຸທິຍານແຫ່ງຊາດດົງຫົວສາວ ແລະ​ ອົງການຫຼຸດຜ່ອນການປ່ອຍອາຍພິດຈາກການທໍາລາຍປ່າໄມ້,​ ການເຊື່ອມໂຊມຂອງປ່າໄມ້ " ເຣດດ +" ຫຼື​ Reducing Emissions from Deforestation and Forest Degradation (REDD+) ໂຄງການຮວມມື ລາວ​ -​ ເກົາຫຼີ​ ໄດ້ຈັດພິທີປູກຕົ້ນໄມ້​ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາ ແລະ ວັນເດັກນ້ອຍສາກົນ.​
ເພີ່ມເຕີມ