ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%
ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.

ສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 13 ສະໄໜທີ Xl ໃນວັນທີ 5 ພຶດສະພາຜ່ານມາວ່າ: ໃນໄລຍະ 3 ເດືອນຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ແຂວງອັດຕະປື ເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຕໍ່ເນື່ອງ. ໃນນີ້, ຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ສຸມໃສ່ປັບປຸງພື້ນຖານວັດຖຸເຕັກນິກຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ແລະ ປ່າໄມ້ ເພື່ອຮອງຮັບໃຫ້ແກ່ການຜະລິດ ເຮັດໃຫ້ຂະແໜງດັ່ງກ່າວ ຂະຫຍາຍຕົວສະເລ່ຍ 3.64% ກວມເອົາ 49.47% ຂອງ ຈີດີພີ; ຂະແໜງອຸດສາຫະກຳ ໄດ້ເອົາໃຈໃສ່ການຈັດຕັ້ງການຜະລິດຕາມທິດຫັນເປັນອຸດສາຫະກຳທັນສະໄໝ ເຮັດໃຫ້ຂະແໜງ ການນີ້ຂະຫຍາຍຕົວ ສະເລ່ຍ 1.85% ກວມເອົາ 22.32% ຂອງ ຈີດີພີ; ຂະແໜງບໍລິການ ໄດ້ພັດທະນາຢ່າງມີຈຸດສຸມ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນເສດຖະກິດ - ສັງຄົມ ເຮັດໃຫ້ຂະແໜງ ການນີ້ຂະຫຍາຍຕົວ ສະເລ່ຍ 1.33% ກວມເອົາ 28.2% ຂອງຈີດີພີ. ນອກນັ້ນ, ຍັງໄດ້ສຸມໃສ່ການຈັດເກັບລາຍຮັບງົບປະມານແຫ່ງລັດ ດ້ວຍມາດຕະການຕ່າງໆ ໂດຍສະເພາະ ມາດຕະການ ແລະ ນິຕິກຳ ທີ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເພື່ອເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ຈາກຖານທີ່ມີແລ້ວ ແລະ ການຄຸ້ມຄອງການເກັບລາຍຮັບ ດ້ວຍລະບົບທັນສະໄໝ, ຊຶ່ງປະຕິບັດໄດ້ 329 ຕື້ກວ່າກີບ ເທົ່າກັບ 31% ຂອງແຜນການ, ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 19.41%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 0.7%, ມູນຄ່າການສົ່ງອອກ ແລະ ນໍາເຂົ້າ ປະຕິບັດໄດ້ 52 ລ້ານກວ່າໂດລາ ເທົ່າກັບ 19.75% ຂອງແຜນການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 18.32% ແລະ ການລົງທຶນລວມ ປະຕິບັດໄດ້ 1,925 ຕື້ກວ່າກີບ ເທົ່າກັບ 62% ຂອງແຜນການ.

(ແຫຼ່ງຂ່າວ: ແຂວງອັດຕະປື)

ຄໍາເຫັນ

ຂ່າວເສດຖະກິດ

ອັດຕະປື ຕັ້ງເປົ້າປີ 2027 ສູ້​ຊົນ​ເຮັດ​ໃຫ້ເສດຖະກິດຂະຫຍາຍຕົວ 7%

ອັດຕະປື ຕັ້ງເປົ້າປີ 2027 ສູ້​ຊົນ​ເຮັດ​ໃຫ້ເສດຖະກິດຂະຫຍາຍຕົວ 7%

ໃນປີ 2027 ແຂວງອັດຕະປື ຕັ້ງເປົ້າໝາຍຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວສະເລ່ຍ 7% ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ຕາມລາຄາປີ8,530 ຕື້ກີບ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນ 1,961 ໂດລາ ຫຼື 44.9 ລ້ານກີບ.
ເສດຖະກິດ ແຂວງສາລະວັນ ຂະຫຍາຍຕົວ 6.5%

ເສດຖະກິດ ແຂວງສາລະວັນ ຂະຫຍາຍຕົວ 6.5%

ໃນປີ 2026 ເສດຖະກິດຂອງແຂວງສາລະວັນ ຂະຫຍາຍຕົວໃນລະດັບ 6.5% ລື່ນແຜນການທີ່ວາງໄວ້ (ແຜນ​ວາງ​ໄວ້ຢູ່​ທີ່ 6.3%), ຂະນະທີ່ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 977.04 ຕື້ກີບ ບັນລຸແຜນການ 100%, ລື່ນຄາດໝາຍ 16.57% ຂອງແຜນການດັດແກ້ເຊິ່ງເປັນຕົວຊີີ້ວັດໃຫ້ເຫັນເຖິງທ່າອ່ຽງການຟື້ນຕົວ ແລະ ຂະຫຍາຍຕົວຂອງຫຼາຍຂະແໜງການທັງດ້ານການຜະລິດ, ການລົງທຶນ, ການຄ້າ, ການບໍລິການ ແລະ ດ້ານອື່ນໆ ໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຕ່າງໆ ມີບາດກ້າວທີ່ດີຂຶ້ນ.
ເສດຖະກິດ ແຂວງວຽງຈັນ ຂະຫຍາຍຕົວ 4.5%.

ເສດຖະກິດ ແຂວງວຽງຈັນ ຂະຫຍາຍຕົວ 4.5%.

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ທີ່ຈັດຂຶ້ນໃນວັນທີ 25 ພະຈິກນີ້, ທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງວຽງຈັນ ໄດ້ລາຍງານສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໄລຍະ 10 ເດືອນ, ວຽກຈຸດສຸມ 2 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ຂອງແຂວງ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຜ່ານມາ ການພັດທະນາເສດຖະກິດຂອງແຂວງວຽງ​ຈັນຂະຫຍາຍຕົວ ບັນລຸ 4.5%, ມີມູນຄ່າ 14,764 ຕື້ກີບ. ໃນນັ້ນ, ຂະແໜງກະສິກຳຂະຫຍາຍຕົວ 3.9%, ອຸດສາຫະກຳ 5% ແລະ ບໍລິການ 5.2%. ດ້ານການຜະລິດກະສິກຳສາມາດປູກເຂົ້າໄດ້ 61,463 ເຮັກຕາ, ໄດ້​ຮັບຜົນຜະລິດ 253,985 ໂຕນ, ສ່ວນການປູກພືດບັນລຸ 74,110 ເຮັກຕາ, ຜົນຜະລິດກວ່າ 1 ລ້ານກວ່າໂຕນ. ຂະນະທີ່ຂະແໜງອຸດສາຫະກຳມີຜົນການຜະລິດປຸງແຕ່ງ 1,908 ຕື້ກວ່າກີບ ແລະ ຂະແໜງບໍລິການ ມີລາຍຮັບຈາກການທ່ອງທ່ຽວ 1,628 ຕື້ກີບ ຈາກຈຳນວນນັກທ່ອງທ່ຽວ 2 ລ້ານກວ່າເທື່ອຄົນ.
ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່​ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ 5, ໃນວັນທີ່ 24 ພະຈິກ​ນີ້ ໃຫ້ຮູ້ວ່າ:
ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
ເພີ່ມເຕີມ