![]() |
ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ເຊິນໂປ ເລຂາທິການສູນສຶກສາແນວຄິດຂອງປະທານ ສີຈິ້ນຜິງ ດ້ານການທູດ ແລະ ປະທານສະຖາບັນການສຶກສາສາກົນແຫ່ງປະເທດຈີນ. ພ້ອມດ້ວຍແຂກຖືກເຊີນຈາກກະຊວງການຕ່າງປະເທດ ສປ ຈີນ ແລະ ສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມ.
![]() |
SCO ເປັນອົງການພາກພື້ນລະດັບສາກົນ ໂດຍມີການຮ່ວມມືຫຼາຍຝ່າຍ ໄດ້ກໍ່ຕັ້ງຂຶ້ນໃນວັນທີ 15 ມິຖຸນາ ປີ 2001 ທີ່ນະຄອນຊາງໄຮ ປະເທດຈີນ, ໃນເບື້ອງຕົ້ນມີ 6 ປະເທດເຂົ້າເປັນສະມາຊິກເຊັ່ນ: ສປ ຈີນ, ຣັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ.
![]() |
ມາໃນປີ 2017 ມີປະເທດສະມາຊິກເພີ່ມອີກ 4 ປະເທດ, ນອກນີ້ຍັງມີປະເທດສັງເກດການ ແລະ ຄູ່ຮ່ວມສົນທະນາ ອີີກ 14 ປະເທດ.ຕະຫຼອດ 24 ປີຜ່ານມາ SCO ມີສະມາຊິກທັງໝົດ 26 ປະເທດ ຊຶ່ງປຶ້ມເລືື່ອງລາວຂອງ SCO ຈັດພິມເປັນ 3 ພາສາ ເຊັ່ນ: ພາສາຈີນ, ຣັດເຊຍ ແລະ ອັງກິດ ມີທັງໝົດ 18 ເລື່ອງລາວທີ່ມີຊີວິດຊີວາກ່ຽວກັບຄວາມຮ່ວມມືທີ່ເປັນປະໂຫຍດຮ່ວມກັນພາຍໃນອົງການ SCO ແລະ 242 ໜ້າ. ໂດຍມີການຈຸດປະສົງໃນການສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືດ້ານຄວາມໝັ້ນຄົງດ້ານການຄ້າ, ພະລັງງານ, ວັດທະນະທຳ ແລະ ການພັດທະນາ ຂອງປະເທດທີ່ເຂົ້າເປັນສະມາຊິກ.
![]() |
ເພື່ອເປັນມິດໝາຍອັນສໍາຄັນຂອງການພົວພັນລະຫວ່າງປະເທດໃນສະຕະວັດທີ 21 ແລະ ໃຫ້ເປັນຮູບແບບໃໝ່ຂອງການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ.ຂ່າວ-ພາບ: ໄມຕຣີ
ຄໍາເຫັນ