![]() |
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ, ໃນນີ້ ໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ llໃຫ້ກັບກົມກອງລວມໝູ່ ຈຳນວນ 1 ກົມກອງ ຄື: ສູນເສຍອົງຄະ 392 ແຂວງອັດຕະປື. ໂອກາດນີ້, ສະຫາຍ ພົນຈັດຕະວາ ເເກ້ວສຸວັນ ຜາງພິລາວົງ ໄດ້ເນັ້ນໜັກໃຫ້ບັນດາຜູ້ທີ່ໄດ້ຮັບການປະດັບຫຼຽນໄຊພິລະອາດຫານ ແລະ ໃບຢັ້ງຢືນ, ຈົ່ງສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຝຶກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງທີ່ດີໃນທຸກດ້ານ, ເສີມຂະຫຍາຍບົດບາດການນໍາ, ປັບປຸງແບບແຜນວິທີເຮັດວຽກຢ່າງມີຫຼັກການ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມເຫື່ອແຮງສະຕິປັນຍາຄວາມຮູ້ ຄວາມສາມາດ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ສະຫາຍ ຍັງໄດ້ກ່າວສະແດງຄວາມເຄົາລົບ ຢ້ຽມຢາມຖາມຂ່າວຕໍ່ພະນັກງານໃນສູນເສຍອົງຄະ ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ກ່າວສະແດງຄວາມຮູ້ບຸນຄຸນທີ່ໄດ້ອຸທິດທຸກເຫື່ອແຮງສະຕິປັນຍາຈົນເສຍສະຫລະຮ່າງກາຍບາງສ່ວນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດຢ່າງກ້າຫານ ແລະ ສົມກຽດ ມີຜົນງານອັນໃຫ່ຍຫຼວງຕໍ່ປະເທດຊາດ ເປັນແບບຢ່າງອັນດີງາມແກ່ພະນັກງານນັກຮົບຮຸ່ນສືບທອດ ແລະ ໄດ້ກ່າວອວຍພອນໄຊອັນປະເສີດຕໍ່ພະນັກງານໃນສູນເສຍອົງຄະ 392 ທຸກສະຫາຍ ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ, ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ພັດທະນາແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂື້ນເທື່ອລະກ້າວ.ຂ່າວ:ສຸກສະ
ໄໝ ນວນມະລິນ.

ຄໍາເຫັນ