![]() |
ທ່ານ ຄອນສະຫວັນ ພົມມະວົງສາ ຮອງຫົວໜ້າຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ກໍ່ໄດ້ລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ອີງຕາມກົດໜາຍວ່າດ້ວຍຊົນລະປະທານ ສະບັບເລກທີ 26/ສພຊ, ລົງວັນທີ 14 ທັນວາ 2012, ພາກທີ 9, ມາດຕາ 77 ຊຶ່ງໄດ້ກໍານົດເອົາວັນທີ 3 ພະຈິກ ຂອງທຸກໆປີເປັນວັນຊົນລະປະທານແຫ່ງຊາດ. ອີງຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016, ພາກທີ 10 ມາດຕາ 111 ວ່າດ້ວຍວັນສັກຢາປ້ອງ ກັນພະຍາດ ສັດແຫ່ງຊາດວັນທີ 11 ພະຈິກ ຊຶ່ງໄດ້ຈັດຂຶ້ນເປັນປະຈໍາຂອງທຸກໆປີ ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງພັກ-ຂອງຊາດເປັນຕົ້ນກໍ່ແມ່ນ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະໜຸນວຽນມາຮອດໃນຕໍ່ໜ້າ ແລະ ວັນສໍາຄັນອື່ນໆຂອງພັກ-ຂອງຊາດ.
ໃນປີ 2025-2026 ໃນທົ່ວເມືອງ ມີແຜນການຜະລິດລະດູແລ້ງຈຳນວນ 1,321 ຮຕ ມີແຜນການຜະລິດເຂົ້າ 805 ເຮັກຕາ, ຄາດຄະເນສະມັດຕະພາບ 4.39 ຕ/ຮຕ, ຄາດຄະເນຜົນຜະລິດລວມ 3,533 ໂຕນ, ແຜນການປູກພືດ 516 ເຮັກຕາ, ຄາດຄະເນສະມັດຕະພາບ 5.60 ຕ/ຮຕ, ຄາດຄະເນຜົນຜະລິດລວມ 2,889 ໂຕນ, ໂດຍແຍກເປັນຊົນລະປະທານລັດ ແລະ ປວງຊົນຄື: ຊົນລະປະທານລັດມີແຜນການສະໜອງນ້ຳຈໍານວນ 11 ໂຄງການ ສາມາດສະໜອງນໍ້ຳໄດ້ 713 ເຮັກຕາ. ໃນນັ້ນ, ການປູກເຂົ້າໄດ້ 620 ຮຕ, ຄາດຄະເນຜົນຜະລິດລວມ 2,721 ໂຕນ, ສະໜອງໃຫ້ແກ່ການປູກພືດ 23 ຮຕ ຄາດຄະເນຜົນຜະລິດ 128.55 ໂຕນ, ຊົນລະປະທານປວງຊົນ ແຜນການ ສະໜອງນ້ຳ: 19 ແຫ່ງ. ສາມາດສະໜອງນໍ້ຳໄດ້ 678 ເຮັກຕາ. ໃນນັ້ນ, ການປູກເຂົ້າໄດ້ 185 ຮຕ, ຄາດຄະເນຜົນຜະລິດລວມ 812.15 ໂຕນ, ສະໜອງນໍ້າໃຫ້ແກ່ການປູກພືດ 493 ຮຕ, ຄາດຄະເນຜົນຜະລິດ 2,760 ໂຕນ, ສໍາລັບພຶດ ນອກຊົນລະປະທານ ( ພຶດແຄມຂອງ ): 1,365.13 ຮຕ, ການເຄື່ອນໄຫວສ້າງຂະບວນການສັກຢາປ້ອງກັນພະຍາດ ສັດກໍ່ໄດ້ອອກແຈ້ງການ.
![]() |
ແຜນການເຄື່ອນໄຫວ ຂອງພະນັກງານວິຊາການລົງປະຈໍາກຸ່ມບ້ານ ແລະ ບ້ານຕ່າງໆ, ໃນ ທົ່ວເມືອງມີ 5 ກຸ່ມ 36 ບ້ານ ແລະ ໄດ້ແຕ່ງວິຊາການ 5 ຈຸ ເພື່ອລົງໂຄສະນາເຜີຍແຜ່, ຊຶ່ງມາຮອດປັດຈຸບັນສາມາດ ສັກຢາປ້ອງກັນພະຍາດສັດໄດ້ຄື: ປະເພດຄວາຍ 4,552 ໂຕ; ສັກຢາວັກຊິນ (ເຕົ້າໂຮມເລືອດ, ໄຂ້ເລືອດດໍາ) ໄດ້ 565 ໂຕ ເທົ້າ 12%, ງົວ 16,316 ໂຕ; ສັກຢາວັກຊິນ (ເຕົ້າໂຮມເລືອດ, ໄຂ້ເລືອດດໍາ)ໄດ້ 1,698 ໂຕ ເທົ້າ 10%, ໝູ 13,33 5 ໂຕ, ສັກຢາວັກຊິນ (ອະຫິວາໝູ) 1,245 ໂຕ ເທົ້າ 9 %, ແບ້ 4,530 ໂຕ, ສັກຢາວັກຊິນ (ເຕົ້າໂຮມເລືອດ, ປາກ ເປື່ອຍລົງເລັບ) ໄດ້ 382 ໂຕ ເທົ້າ 8% ແລະ ສັດປີກ 262,960 ໂຕ, ສັກຢາວັກຊິນ (ອະຫິວາສັດປີກ; ນິວຄຣາເຊິນ)ໄດ້ 14,026 ໂຕ ເທົ້າ 5%; ພ້ອມທັງຈະສູ້ຊົນສືບຕໍ່ເຄື່ອນໄຫວສັກຢາປ້ອງກັນພະຍາດສັດໃຫ່ຍໃຫ້ໄດ້ 70 - 80%, ທຽບໃສ່ຝູງສັດ ແລະ ຈະໃຫ້ສໍາເລັດວັນທີ 31 ທັນວາ 2025.
ຈາກນັ້ນ, ທ່ານ ປະທານ ແລະ ແຂກທີ່ເຂົ້າຮ່ວມໃນພິທີກໍໄດ້ຜັດປ່ຽນກັນສັກຢາປ້ອງກັນພະຍາດສັດຕື່ມອີກ ແລະ ໃນໂອດຽວກັນນັ້ນທ່ານ ປະທານຄະນະກຳມະການປົກຄອງເມືອງກໍ່ໄດ້ລົງໄປຊຸກຍູ້ ຕິດຕາມເບິ່ງໂຄງການກໍ່ສ້າງ ຊົນລະປະທານບ້ານ ເວີນຍາງຕື່ມອີກທີ່ຍັງບໍ່ທັນສຳເລັດ ແລະ ກໍ່ຄາດວ່າຈະໃຫ້ສຳເລັດໃນປີ 2026
(ພາບ-ຂ່າວ: ສິດຕາ ເພັດວົງສາ)


ຄໍາເຫັນ