ໃຫ້ກຽດເຂົ້າຮ່ວມງານ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບໍ່ແສງຄຳ ວົງດາລາ ອະດີດລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານນາງ ທຳມາ ເພັດວິໄຊ ຮອງປະທານສະຫະພັນແມ່ຍິງລາວ, ມີບັນດາສິນລະປິນແຫ່ງຊາດ ແລະ ນັກປະຫວັດສາດ, ນັກຂຽນ ແລະ ນັກກະວີຊື່ດັງເຂົ້າຮ່ວມ ຫຼາຍກວ່າ 200 ທ່ານ.
ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ ເຖິງແມ່ນພິທີນີ້ຈະຈັດຂຶ້ນເພື່ອລະນຶກເຖິງຜົນງານຂອງທ່ານ ຄຳມາ ພົມກອງ, ແຕ່ເວລາຊົມຮູບພາບສະແດງຢູ່ໜ້າງານ ຄວາມຮູ້ສຶກຄືກັບພວມເດີນຜ່ານປະ ຫວັດສາດຂອງຊາດລາວເອງ-ປະຫວັດສາດແຫ່ງການຕໍ່ສູ້, ການເສຍສະຫຼະ ແລະ ໄຊຊະນະຂັ້ນສຸດທ້າຍ. ທ່ານໄດ້ອະທິບາຍວ່າ ທ່ານ ຄຳມາ ພົມກອງ ແມ່ນນັກປະຕິວັດທີ່ເປັນແບບຢ່າງໃນຫຼາຍດ້ານ ແຕ່ທ່ານເລືອກເນັ້ນໃຫ້ເຫັນເຖິງຜົນງານດີເດັ່ນສາມດ້ານ ທີ່ເພິ່ນໄດ້ຝາກເປັນມໍຣະດົກໃຫ້ຄົນຮຸ່ນຫຼັງ. ຜົນງານດ້ານທີ່ໜຶ່ງ ແມ່ນບົດບາດຂອງທ່ານໃນການວາງພື້ນຖານໃຫ້ແກ່ຂະແໜງອຸດສາຫະກຳ ແລະ ການຄ້າ ຂອງປະເທດ ໃນເວລາດຳລົງຕຳແໜ່ງລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ໃນໄລຍະປີ 1978-1981 ຊຶ່ງແມ່ນໄລຍະທີ່ກະຊວງກຳລັງກໍ່ຮ່າງສ້າງຕົວ, ແລະ ຕໍ່ມາໄດ້ເປັນປະທານຄົນທຳອິດຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນໄລຍະປີ 1989-1993 ຊຶ່ງເປັນໄລຍະສຳຄັນທີ່ປະເທດຊາດພວມປັບໂຄງສ້າງເສດຖະກິດໄປສູ່ລະບົບຕະຫຼາດ. ໃນບົດບາດເຫຼົ່ານີ້, ທ່ານ ຄຳມາ ພົມກອງ ໄດ້ເຮັດໜ້າທີ່ເປັນຂົວຕໍ່ເພື່ອເຊື່ອມໂຍງນະໂຍບາຍຂອງພັກ ແລະ ລັດ ເຂົ້າສູ່ຊຸມຊົນນັກທຸລະກິດລາວ ໂດຍໄດ້ຜັນຂະຫຍາຍແນວທາງນະໂຍບາຍໄປສູ່ການຈັດຕັ້ງປະຕິບັດທີ່ເປັນຮູບປະທຳ.
ບົດບາດທີສອງ, ທ່ານ ຄຳມາ ພົມກອງ ເປັນນັກປັນຍາຊົນດ້ານສັງຄົມ ແລະ ວັດທະນະທຳ ທີ່ມີຄວາມເລິກເຊິ່ງຢ່າງຍິ່ງ, ຊຶ່ງນັກວິຊາການ, ນັກສິນລະປິນ ແລະ ອະດີດເພື່ອນຮ່ວມງານຂອງທ່ານຫຼາຍໆຄົນໄດ້ຢ້ຳແລ້ວຢ້ຳອີກຕະຫຼອດພິທີດ່ັງກ່າວ.
ບົດບາດທີສາມ, ທ່ານ ຄຳມາ ພົມກອງ ໃນຖານະພໍ່ຜູ້ອຸທິດຕົນ ໂດຍໄດ້ລ້ຽງລູກທັງເຈັດຄົນໃຫ້ມີການສຶກສາດີ ແລະ ທີ່ສຳຄັນກວ່ານັ້ນ ແມ່ນໃຫ້ມີຈິດໃຈຍຶດໝັ້ນໃນສິນທຳປະຕິວັດ ແລະ ມີນ້ຳໃຈຮັກຊາດ ບໍ່ວ່າເຂົາເຈົ້າຈະມີໜ້າທີ່ວຽກງານຢູ່ພາກລັດ, ເອກະຊົນ ຫຼື ສາກົນ ແລະ ຊີວິດຈະນຳເຂົາເຈົ້າໄປຢູ່ແຫ່ງຫົນໃດ.ໂດຍໃຊ້ຄຳກ່າວຂອງທ່ານຄຳມາ ພົມກອງ ເອງ,“ບໍ່ແມ່ນຍ້ອນເງິນ, ບໍ່ແມ່ນຍ້ອນປືນ, ແຕ່ຍ້ອນນ້ຳໃຈປະຕິວັດອັນບໍລິສຸດ ແລະ ສູງສົ່ງ ຄົນລາວຈຶ່ງກອບກູ້ເອົາປະເທດຊາດໄດ້”, ທ່ານ ມະໄລທອງ ກົມມະສິດ ໄດ້ເຊີນຊວນໃຫ້ຄົນຮຸ່ນໃໝ່ຫວນຄືນເບິ່ງ. ທຸກວັນນີ້, ພວກເຮົາປະຕິບັດຍຸດທະສາດ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຖ້າວ່າພວກເຮົາຫາກສາມາດມີນ້ຳໃຈປະຕິວັດທີ່ບໍລິສຸດ ແລະ ສູງສົ່ງ, ແນ່ນອນ, ການແກ້ໄຂບັນຫາຕ່າງໆຂອງພວກເຮົາ ຈະບໍ່ຍາກໄປກວ່າການເຮັດການປະຕິວັດຂອງຮຸ່ນຄົນຜ່ານໆມາ.
ທ່ານ ບົວຈັນ ເພັງສະຫວັດ, ອະດີດຫົວໜ້າບັນນາທິການວາລະສານ “ອະລຸນໃໝ່”, ໄດ້ລະລຶກເຖິງທ່ານ ຄຳມາ ພົມກອງ ໃນຖານະຜູ້ນຳທີ່ມີວິໄສທັດ ແລະ ຖ່ອມຕົນ-ຜູ້ທີ່ມີປາຍປາກກາແຫຼມຄົມ ແລະ ມີວິໄນສູງ ໃນການໃຊ້ພາສາ ແລະ ຄວາມຖືກຕ້ອງ ຂອງການໃຊ້ຄຳສັບ-ແຕ່ໃນຂະນະດຽວກັນກໍແມ່ນຜູ້ນຳທີ່ມີຄວາມເອື້ອອາລີ ແລະ ເມດຕາ ພ້ອມທີ່ຈະຖ່າຍທອດຄວາມຮູ້ ແລະ ອົບຮົມບົ່ມສອນພະນັກງານຮຸ່ນຫຼັງ.
ວາລະເປີດແນະນຳປຶ້ມ ແລະ ເສວະນາກ່ຽວກັບເນື້ອໃນຂອງປຶ້ມ ແມ່ນໝາກຫົວໃຈຂອງງານ, ດຳເນີນໂດຍ ທ່ານ ພົງສະຫວັນ ພົມກອງ,ຄະນະເສວະນາກອນໄດ້ເວົ້າເຖິງ ບົດບາດຂອງວັນນະຄະດີໃນການຕໍ່ສູ້ກູ້ຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທ່ານ ຫານຊະນະ ສີສານ, ປະທານສະມາຄົມອະນຸລັກ ແລະ ສົ່ງເສີມວັດທະນະທຳລາວ ໄດ້ໃຫ້(ອະລິຍະບົດ) ທາງປະຫວັດສາດ, ທ່ານ ກາບແກ້ວ ທຳມະວົງ, ນັກຂຽນລາງວັນນາກຄຳ ໄດ້ຊົມເຊີຍຄວາມສາມາດພິເສດຂອງປຶ້ມໃນການກັ່ນກອງຫົວຂໍ້ໃຫຍ່ໆຂອງສັງຄົມມະນຸດໃຫ້ກະທັດຮັດ ແລະ ອ່ອນຊ້ອຍຄ່ອງຈອງທາງກະວີ ໃຫ້ເຂົ້າເຖິງຜູ້ອ່ານທຸກລະດັບ ຕັ້ງແຕ່ນັກຮຽນເຖິງນັກວິຊາການ.
ທ່ານ ບົວສອນ ບຸບຜາວັນ, ໄດ້ກ່າວເຖິງທ່ານຄໍາມາ ພົມກອງ ໃນຖານະນັກກອມມູນິດສາກົນຜູ້ໂດດເດັ່ນ ແລະ ນັກທິດສະດີຜູ້ໄດ້ຮັບຄວາມນັບຖືໃນຂະບວນການປະຕິວັດ. ທ່ານໄດ້ລະນຶກວ່າ ປະທານ ໄກສອນ ພົມວິຫານ ໃຫ້ຄຸນຄ່າສູງຕໍ່ທັດສະນະຂອງທ່ານ ຄຳມາ ພົມກອງ, ໂດຍສະເພາະໃນດ້ານທິດສະດີມາກ-ເລນິນ ແລະ ເຄີຍໄດ້ເວົ້າວ່າ “ເພິ່ນເປັນນັກທິດສະດີທີ່ໂດດເດັ່ນຢູ່ໃນການນຳພັກລັດ”. ພ້ອມກັນນັ້ນ, ເພິ່ນຍັງເປັນພະນັກງານອາວຸໂສທີ່ມີຄວາມຮູ້ຄວາມສາມາດທັງທາງດ້ານສິລະປະ ແລະ ວັດທະນະທຳ, ຄຸນຄ່າທີ່ໂດດເດັ່ນທີ່ສຸດຂອງທ່ານ ຄຳມາ ພົມກອງ ແມ່ນຄວາມບໍລິສຸດ, ຄວາມຊື່ສັດ ແລະ ຄວາມຈົງຮັກພັກດີຢ່າງໝັ້ນຄົງຕໍ່ຊາດ ແລະ ການປະຕິວັດ. ບັນດາຮູບພາບໄດ້ສະແດງໃຫ້ເຫັນທ່ານຄຳມາ ພົມກອງໃນຫຼາຍບົດບາດ-ທັງເປັນນັກກະວີ ແລະ ນັກປະພັນ, ຜູ້ບຸກເບີກວົງການສື່ມວນຊົນລາວ, ແລະ ນັກເຄື່ອນໄຫວຜູ້ຊ່ວຍປຸກລະດົມມະຫາຊົນໃຫ້ຮັກຫອມຂະບວນການແນວລາວຮັກຊາດ ຕັ້ງແຕ່ລະດັບຮາກຖານຢູ່ສອກຫຼີກຂອງປະເທດໄປເຖິງເວທີສາກົນ. ນອກຈາກນັ້ນ ພາຍໃນງານ ຍັງໄດ້ຮັບຊົມການສະແດງ ບົດຟ້ອນ, ບົດເພງ, ບົດກອນລໍາ ອີກດ້ວຍ. (ຂ່າວ: ແສງຈັນ)
ຄໍາເຫັນ