ພິທີສະເຫຼີມສະຫຼອງ 50 ປີ ນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ

ພິທີສະເຫຼີມສະຫຼອງ 50 ປີ ນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ

ພິທີສະເຫຼີມສະຫຼອງ 50 ປີ ນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 2 ກໍ​ລະ​ກົດ ຜ່ານມາ ຢູ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ພ້​ອມ​ກັບ​ບັນ​ດາ​ການ​ນຳ​ພັກ, ລັດ, ອະ​ດີ​ດການ​ນຳ​ພັກ, ລັດ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ນະ​ຄອນ ໄຊ່​ງ່ອນ - ຢາ​ດິ້ງ ໃ​ສ່​ຊື່​ປະ​ທານ ໂຮ່​ຈິມິນ (2 ກໍ​ລ​ະ​ກົດ 1976 – 2 ກໍ​ລະ​ກົດ 2026).

ກ່າວຄຳເຫັນໃນພິທີສະເຫຼີມສະຫຼອງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ໄດ້ຢັ້ງຢືນຄວາມໝາຍປະຫວັດສາດຂອງເລື່ອງນະຄອນໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈິມິນ 50 ປີກ່ອນ; ຕີລາຄາສູງຜົນງານ 50 ປີແຫ່ງການພັດທະນາຂອງນະຄອນໂຮ່ຈິມິນ, ພ້ອມກັນນັ້ນກໍເນັ້ນໜັກເຖິງບັນດາການກຳນົດທິດພັດທະນາໃນໄລຍະໃໝ່.ຫວນຄືນ 50 ປີ, ບໍ່ອາດເພິ່ງພໍໃຈຕໍ່ໝາກຜົນທີ່ບັນລຸໄດ້ ຫາກເພື່ອສືບຕໍ່ກ້າວຂຶ້ນຢ່າງແຂງແຮງກວ່າເກົ່າໃນໄລຍະ ໃໝ່. ນະຄອນ ໂຮ່ຈິມິນ ໃໝ່ໄດ້ເຕົ້າໂຮມບັນດາທ່າແຮງສຳຄັນ, ແມ່ນສູນກາງຕົວເມືອງການເງິນ, ການຄ້າ, ການບໍລິການ, ເຂດອຸດສາຫະກຳເຕັກໂນໂລຊີນະວັດຕະກຳ, ເສດຖະກິດ, ທ່ອງທ່ຽວ… ພ້ອມກັບແຫຼ່ງຊັບພະຍາກອນຢ່າງຫຼວງຫຼາຍ, ມີພູມປັນຍາ, ມີຄວາມຮັບຜິດຊອບ. ສະນັ້ນ, ຕ້ອງສ້າງນະຄອນໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງໃຫຍ່ຍຸດທະສາດ, ມີກຳລັງແກ່ງແຍ້ງຢູ່ພາກພື້ນ ແລະ ສາກົນ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບຮູບປັ້ນປະທານ ໂຮ່ຈິມິນ ໃຫ້ແກ່ອົງຄະນະພັກ ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ທີມນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາລະບົບບຳບັດນ້ຳຝົນທີ່ສາມາດປັບຕົວເຂົ້າກັບສະພາບອາກາດທີ່ປ່ຽນແປງໄດ້ໂດຍອັດຕະໂນມັດ, ຊ່ວຍປັບປຸງຄວາມສາມາດໃນການກຳຈັດມົນລະພິດທີ່ເປັນອັນຕະລາຍກ່ອນທີ່ພວກມັນຈະຖືກປ່ອຍອອກສູ່ທຳມະຊາດຢ່າງຫຼວງຫຼາຍ.
ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ມຽນມາ ຫຼຸດຄ່າໄຟຟ້າຕອນກາງຄືນໃຫ້ອຸດສາຫະກຳຂະໜາດໃຫຍ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາຜ່ານມາວ່າ: ກະຊວງໄຟຟ້າ ແລະ ພະລັງງານ ຂອງມຽນມາໄດ້ປະກາດມາດຕະການຫຼຸດອັດຕາຄ່າໄຟຟ້າໃນຕອນກາງຄືນສຳລັບອຸດສາຫະກຳຂະໜາດໃຫຍ່ທີ່ຕ້ອງການການໃຊ້ໄຟຟ້າຢ່າງຫຼວງຫຼາຍ.
ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ຈຳນວນຜູ້ຕິດພະຍາດອີໂບລາ ໃນກົງໂກ ເກີນ 5,000 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ສິງຫາຜ່ານມາວ່າ: ເຈົ້າໜ້າທີ່ສາທາລະນະສຸກຂອງ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ລາຍງານວ່າ, ຈຳນວນຜູ້ຕິດພະຍາດອີໂບລາທີ່ໄດ້ຮັບການຢືນຢັນແລ້ວໄດ້ເກີນ 5,000 ຄົນ ຊຶ່ງລວມທັງຜູ້ເສຍຊີວິດຫຼາຍກວ່າ 2,320 ຄົນ, ໃນ 6 ແຂວງຄື: ອີຕູຣີ, ກີວູເໜືອ, ກີວູໃຕ້, ຮາວ - ອູເອເລ, ບາສ-ຮູເອເລ ແລະ ໂຊໂປ.
ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ຈີນ ສຳເລັດການກູ້ຄືນຈະຫຼວດຢູ່ພາກພື້ນດິນເປັນເທື່ອທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນເວລາ 7 ໂມງ 35 ນາທີຂອງວັນທີ 19 ສິງຫາ ຜ່ານມາ ຕາມເວລາປັກກິ່ງ, ຈະຫຼວດສົ່ງຍານຈູ່ເຊ້-3-Y2 ໄດ້ຖືກຍິງສົ່ງຂຶ້ນສູ່ອະວະກາດຢູ່ເຂດທົດລອງປະດິດສ້າງການບິນອະວະກາດການຄ້າຕົ່ງເຟີ່ງ, ການບິນທັງໝົດຂອງຈະຫຼວດແມ່ນເປັນປົກກະຕິ.
ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ຫວຽດນາມ ມີວິສາຫະກິດຄູ່ຮ່ວມມືທົ່ວໂລກຂອງ OpenAI ເພີ່ມຂຶ້ນ 1 ແຫ່ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 18 ສິງ​ຫາ​ ຜ່ານມາ, ຕະ​ຫຼາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້​ຮັບ​ຮູ້​ຂີດ​ໝາຍ​ໃໝ່​, ເມື່ອ startup ເຕັກ​ໂນ​ໂລ​ຊີ Viet EON Tech ກາຍ​ເປັນ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ແຫ່ງ​ທີ​ສອງ ທີ່ບັນ​ລຸ​ມາດ​ຖານ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ຂອງ​ອົງ​ການ​ພັດ​ທະ​ນາ ChatGPT (OpenAI).
ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ການຄ້າລະຫວ່າງກຳປູເຈຍ ແລະ ອາຊຽນ ເພີ່ມຂຶ້ນຫຼາຍກວ່າ 20%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ກະຊວງການຄ້າ ຂອງກຳປູເຈຍລາຍງານວ່າ, ມູນຄ່າການຄ້າລະຫວ່າງກຳປູເຈຍ ແລະ ບັນດາປະເທດສະມາຊິກອາຊຽນ ນັບແຕ່ເດືອນມັງກອນ ຫາ ເດືອນກໍລະກົດ 2026 ມີມູນຄ່າທັງໝົດ 11.6 ຕື້ໂດລາ, ເພີ່ມຂຶ້ນ 20.7% ເມື່ອທຽບໃສ່ປີກ່ອນ.
ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ຮ່າໂນ້ຍ ສູ້ຊົນບັນລຸລາຍຮັບສະເລ່ຍຕໍ່ຫົວຄົນ 12,000 ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໃນໄລຍະ 2026 – 2030, ນະຄອນຫຼວງຮ່າໂນ້ຍ ວາງເປົ້າໝາຍບັນລຸລະດັບເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP) ສະເລ່ຍຕໍ່ຫົວຄົນກວ່າ 11%/ປີ, GRDP ບັນລຸ 113 ຕື້ກວ່າໂດລາ, GRDP ສະເລ່ຍຕໍ່ຫົວຄົນຕ່ຳສຸດ 12,000ໂດລາ; ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 40% GRDP, ອຸດສາຫະກຳວັດທະນະທຳ ປະມານ 9% GRDP.
ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ມູນຄ່າການນຳເຂົ້າ - ສົ່ງອອກ ຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ບັນລຸຫຼາຍກວ່າ 1,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກດ່ານພາສີເຂດນິຄົມອຸດສາຫະກຳຊູ່ໂຈ່ວໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ໃນ 7 ເດືອນຕົ້ນປີນີ້ ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດນິຄົມອຸດສາຫະກຳຊູ່ໂຈ່ວ ຊຶ່ງເປັນເຂດພັດທະນາການຮ່ວມມືລະຫວ່າງຈີນກັບຕ່າງປະເທດແຫ່ງທຳອິດຂອງຈີນ ບັນລຸຫຼາຍກວ່າ 1,000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 126.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ມີຫຼາຍກວ່າຍອດມູນຄ່າການນຳເຂົ້າ-ສົ່ງອອກໃນໝົດປີ 2025.
ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ອິນໂດເນເຊຍ ຈະນຳໃຊ້ແຮ່ທາດຫາຍາກ ຜະລິດແມ່ເຫຼັກຖາວອນ ໃນປີ 2028

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ສີກິດ ປູຈີ ຊານໂຕຊາ ຫົວໜ້າຝ່າຍເຕັກໂນໂລຊີຂອງ ກອງທຶນຄວາມຮັ່ງມີແຫ່ງຊາດຂອງອິນໂດເນເຊຍ (Danantara) ໄດ້ເປີດເຜີຍວ່າ, ອິນໂດເນເຊຍວາງແຜນທີ່ຈະຜະລິດແມ່ເຫຼັກຖາວອນຈາກແຮ່ທາດ rare earth ຫຼື ແຮ່ທາດທຫາຍາກພາຍໃນປີ 2028, ເພື່ອສ້າງລະບົບຕ່ອງໂສ້ການສະໜອງພາຍໃນປະເທດ ຕັ້ງແຕ່ການປຸງແຕ່ງແຮ່ທາດຈົນເຖິງການຜະລິດລົດໄຟຟ້າ (EV).
ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ອາທິດຜ່ານມາ ໂລກຮັບຮູ້ເຫດແຜ່ນດິນໄຫວທີ່ມີຄວາມແຮງສູງເກືອບ 100 ຄັ້ງ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 17 ສິງຫາ ຜ່ານມາວ່າ: ໂລກພວມປະເຊີນກັບການຜັນແປດ້ານພູມສາດຢ່າງແຮງໃນໄລຍະຜ່ານມາ. ໃນລະຫວ່າງວັນທີ 7 – 14 ສິງຫາ ຜ່ານມາ, ທົ່ວໂລກໄດ້ຮັບຮູ້ເຫດແຜ່ນດິນໄຫວ 98 ຄັ້ງທີ່ມີຄວາມແຮງ ແຕ່ 4.5 ຣິກເຕີຂຶ້ນໄປ, ໃນນັ້ນ 2 ຄັ້ງມີຄວາມແຮງ 7 ກວ່າຣິກເຕີ ເກີດຂຶ້ນໃນສອງປະເທດຢູ່ມະຫາສະໝຸດປາຊີຟິກ.
ເພີ່ມເຕີມ