ພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຜທ ຄົບຮອບ 48ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຜທ ຄົບຮອບ 48ປີ
ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຂອງຕົນ ຄົບຮອບ 48ປີ (20/2/1976-20/2/2024)ຂຶ້ນໃນວັນທີ 20 ກຸມພານີ້ ທີ່ກະຊວງ ຜທ, ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນໍາ ຜທ, ອະດີດການນໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຜທ ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ສຳລັບຂະແໜງ ຜທ  ໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 48 ປີພາຍໃຕ້ຮົ່ມທຸງຂອງພັກ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຄະນະພັກ,ຄະນະນໍາຂອງຂະແໜງແຜນການ ແລະ ການລົງທຶນໃນແຕ່ລະຮຸ່ນ ແລະ ແຕ່ລະສະໄໝ,ໃນໂອກາດດັ່ງກ່າວຍັງໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 223/ນຍ,ລົງວັນທີ 3 ກໍລະກົດ 2023;ໂອກາດດຽວກັນນີ້ທ່ານ ຄໍາເຈນ ວົງໂພສີໄດ້ເຜີຍແຜ່ມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຂະແໜງ ຜທ  ຕະຫຼອດໄລຍະ 48 ປີ ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກະຊວງ ຜທໃນແຕ່ລະໄລຍະ,ຜົນສໍາເລັດທີ່ພົ້ນເດັ່ນດ້ານວຽກງານວິຊາສະເພາະຂອງກະຊວງແຜນການ(ວຽກງານສະຖິຕິ,ການເຕີບໂຕທາງດ້ານເສດຖະກິດ,ຜົນງານການຄົ້ນຄວ້າ,ວຽກງານແຜນການ,ວຽກງານລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການພັດທະນາເຂດເສດຖະກິດພິເສດ,ວຽກງານຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ,ວຽກງານປະເມີນຜົນ,ວຽກງານຫ້ອງການ,ວຽກງານຈັດຕັ້ງ ແລະ ວຽກງານກວດກາ),ການເສີມຂະຫຍາຍມູນເຊື້ອ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ.
ໃນໂອກາດທີ່ສະຫງ່າລາສີນີ້, ທ່ານ ສອນໄຊ ສີພັນດອນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກະຊວງ ຜທ ຍາດມາໄດ້ໃນຕະຫຼອດ ໄລຍະ 48 ປີ ຜ່ານມາ ພ້ອມທັງໂອ້ລົມ ຕໍ່ບັນດາຄະນະນໍາ ຜທ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ-ພະນັກງານລັດຖະກອນ ທົ່ວກະຊວງ ຜທ ຊຶ່ງໄດ້ເນັ້ນໜັກບາງຈຸດຕື່ມ ເພື່ອໃຫ້ຂະແໜງແຜນການ ແລະ ການລົງທຶນ ຕ້ອງໄດ້ເອົາໃຈໃສ່ ແລະ ຮີບຮ້ອນນໍາໄປແກ້ໄຂ ຄື:1) ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນດ້ານເສດຖະກິດ-ການເງິນໃນການແກ້ໄຂອັດຕາເງິນເຟີ້, ລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມຮັບຜິດຊອບໃນທົ່ວການຈັດຕັ້ງພັກ-ລັດ; 2) ສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ ໂດຍການປັບປຸງກົນໄກ, ນິຕິກຳຕ່າງໆ, ຂະຫຍາຍຖານລາຍຮັບພາສີ-ອາກອນໃໝ່ທີ່ຍືນຍົງ ແລະ ເລັ່ງຂະຫຍາຍການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄຽງຄູ່ກັບການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ຕິດພັນກັບການຍົກສູງປະສິດທິພາບການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ຫຼີກລ່ຽງການສ້າງໜີ້ສິນເພີ່ມ;  3) ຕິດພັນກັບໜີ້ສິນການລົງທຶນຂອງລັດ ຕ້ອງໄດ້ເຂັ້ມງວດວິໄນແຜນການ-ການເງິນ, ກະຊວງ ແຜນການ ແລະ ການລົງທຶນ ສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມກັນບໍ່ໃຫ້ສ້າງໜີ້ສິນເພີ່ມຂຶ້ນອີກ ເປັນຕົ້ນ: ຕ້ອງລົງທຶນຢ່າງມີຈຸດສຸມ, ມີການເລືອກເຟັ້ນຕາມບຸລິມະສິດ, ຍົກສູງປະສິດທິຜົນຂອງການລົງທຶນດ້ວຍການລົງທຶນໃສ່ແຕ່ລະເປົ້າໝາຍການພັດທະນາ ຢ່າງສອດຄ່ອງ, ສືບຕໍ່ກວດກາບັນດາໂຄງການລົງທຶນນອນໃນແຜນທີ່ສະພາແຫ່ງຊາດອະນຸມັດຕາມແຈ້ງການເລກທີ 533/ຫສນຍ, ລົງວັນທີ 20 ເມສາ 2022 ໂດຍໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄືນ ບັນດາໂຄງການລົງທຶນຂອງລັດທີ່ໄດ້ຮັບອະນຸມັດໄປແລ້ວ ຖ້າໂຄງການໃດບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ຈັດຕັ້ງປະຕິບັດໄດ້ສ່ວນໃດສ່ວນໜຶ່ງ ແຕ່ເຫັນວ່າບໍ່ທັນມີຄວາມຈຳເປັນໃຫ້ຕັດອອກຈາກແຜນ ແລະ ໂຈະການດໍາເນີນໄວ້ກ່ອນ; 4) ສືບຕໍ່ປັບປຸງກົນໄກ, ລະບຽບການ ແລະ ສ້າງເງື່ອນໄຂເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໃຫ້ເພີ່ມຂຶ້ນ; ຊຸກຍູ້ໂຄງການຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ໃຫ້ໄປຕາມແຜນທີ່ກຳນົດໄວ້;  5) ພະນັກງານຕ້ອງໄດ້ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ດັ່ງພາຍໃຕ້ຄໍາຂວັນ” ສືບຕໍ່ສ້າງ ການຫັນປ່ຽນໃໝ່ ວຽກງານແຜນການ ແລະ ການລົງທຶນ ຢ່າງແຂງແຮງ ແລະ ເລິກເຊິ່ງ” ຕ້ອງມີການບຸກທະລຸທາງດ້ານຈິນຕະນາການ ຄິດໃໝ່ລຸກໃໝ່ ສ້າງການຫັນປ່ຽນໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂຶ້ນ, ຍົກສູງສະຕິໃນການປະຕິບັດວິໄນທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ ແລະ ເຂົ້າໃຈເຖິງສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍໃຫ້ເຍືອງໃສ່ 3 ຫຼັກການທີ່ກຳນົດໃນວາລະແຫ່ງຊາດ ຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ;  6) ກຳນົດໃຫ້ແຈ້ງແຜນການຜະລິດ ແລະ ເຜີຍແຜ່ຂໍ້ມູນ, ພ້ອມທັງເລັ່ງໃສ່ການສ້າງຖານຂໍ້ມູນສະຖິຕິລວມສູນ ແລະ ໃຫ້ມີການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນວຽກງານການຜະລິດ ແລະ ເຜີຍແຜ່ຂໍ້ມູນໃຫ້ເປັນຮູບປະທຳ; ສູນສະຖິຕິແຫ່ງຊາດ ເປັນເຈົ້າການໃນການແນະນໍາບັນດາກະຊວງ ແລະ ທ້ອງຖິ່ນກ່ຽວກັບການສ້າງ ແລະ ພັດທະນາລະບົບສະຖິຕິ ເພື່ອໃຫ້ວຽກງານສະຖິຕິແຫ່ງຊາດສອດຄ່ອງ ແລະ ໄປລວງດຽວກັນ;  7) ຄົ້ນຄວ້າຍຸດທະສາດໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບໃນເງື່ອນໄຂໃໝ່ຢ່າງມີຈຸດສຸມ,ຕາມທິດທາງນະໂຍບາຍ ການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວຂອງລັດຖະບານ;  8) ເພີ່ມທະວີການດຶງດູດເອົາທຶນຮອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ຂອງພາກເອກະຊົນເຂົ້າມາລົງທຶນໃນຮູບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃຫ້ເປັນຮູບປະທຳ;9) ໃຫ້ກະຊວງ ຜທ ປະສານສົມທົບກັບຂະແໜງການຂັ້ນສູນກາງແລະ ທ້ອງຖິ່ນ ເລັ່ງປະເມີນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄລຍະ 2021-2023 ແລະ ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີ ແລະ ວຽກງານອື່ນໆ.
ໃນພິທີ ຍັງໄດ້ຮັບຟັງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນຜ່ານດໍາລັດ ວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງ ກະຊວງ ຜທ, ສະບັບເລກທີ 223/ນຍ, ລົງວັນທີ 3 ກໍລະກົດ2023ອີກດ້ວຍ.
(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ