ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນຈະປະດັບ “ຫຼຽນໄຊ 1 ກໍລະກົດ” ໃຫ້ແກ່ຜູ້ໄດ້ຮັບຫຼຽນໄຊ ແລະ ກ່າວຄຳປາໄສທີ່ສຳຄັນ. ພ້ອມກັນນັ້ນ, ໃນພິທີດັ່ງກ່າວຍັງຈະຍ້ອງຍໍສະມາຊິກພັກຜູ້ດີເດັ່ນທົ່ວປະເທດ, ພະນັກງານວຽກງານພັກຜູ້ດີເດັ່ນທົ່ວປະເທດ ແລະ ອົງການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າທົ່ວປະເທດ.
ວິທະຍຸໂທລະພາບສູນກາງຈີນ, ເວັບໄຊ Xinhua ຈະຖ່າຍທອດສົດພິທີດັ່ງກ່າວ, ພ້ອມນີ້ເວັບໄຊ People’s Daily Online, ເວັບໄຊ CCTV, ເວັບໄຊ china.com.cn ແລະ ເວັບໄຊຂ່າວສານຂັ້ນສູນກາງສຳຄັນອື່ນໆ, ແອັບໜັງສືພິມປະຊາຊົນລາຍວັນ, ແອັບສຳນັກຂ່າວສານຊິນຮວາ, ແອັບ CCTV NEWS ແລະ ສື່ອອນລາຍອື່ນໆກໍຈະຖ່າຍທອດສົດພິທີດັ່ງກ່າວເຊັ່ນດຽວກັນ.
ຄໍາເຫັນ