![]() |
ໃນພິທີ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າ ສຄຄຊ ໄດ້ລາຍງານຜົນງານການເຄື່ອນໄຫວຂອງວຽກງານຕະຫຼາດທຶນຕະຫຼອດໄລຍະເວລາ 15 ປີ ໂດຍສັງເຂບ ຊຶ່ງສະແດງໃຫ້ເຫັນຜົນສຳເລັດທີ່ຍາດມາໄດ້ຫຼາຍດ້ານ ແລະ ເປັນປັດໄຈສົ່ງເສີມໃຫ້ຕະຫຼາດທຶນລາວມີການເຕີບໃຫຍ່ຂະຫຍາຍຕົວຢ່າງພາວະວິໄສໃນແຕ່ລະໄລຍະ ເປັນຕົ້ນແມ່ນ ການເພີ່ມຂຶ້ນຂອງທຶນທີ່ລະດົມຜ່ານຕະຫຼາດທຶນທຽບໃສ່ GDP, ຈຳນວນຫຼັກຊັບທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ, ການເພີ່ມຂຶ້ນຂອງຈຳນວນບັນຊີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ການສ້າງນິຕິກຳທີ່ເປັນພື້ນຖານໃນການຄຸ້ມຄອງຢ່າງພຽງພໍ, ມີການຂະຫຍາຍຕາໜ່າງການຮ່ວມມືກັບບັນດາປະເທດພາຍໃນພາກພື້ນ ແລະ ສາກົນ ພ້ອມທັງບັນດາອົງການຈັດຕັ້ງສາກົນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ, ທີ່ສຳຄັນກໍ່ແມ່ນແຜນການພັດທະນາຕະຫຼາດທຶນໃນຕໍ່ໜ້າທີ່ຮັບປະກັນການແກ້ໄຂບັນດາສິ່ງທ້າທາຍທີ່ກຳລັງປະເຊີນ ແລະ ຊຸກຍູ້ບັນດາປັດໄຈທີ່ສົ່ງເສີມວຽກງານຕະຫຼາດທຶນຢ່າງຮອບດ້ານ.
ຫຼັງຈາກນັ້ນ, ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ກໍ່ໄດ້ລາຍງານແຜນປະຕິບັດວຽກງານໃນ 5 ປີຕໍ່ໜ້າ ໃນຖານະທີ່ເປັນອົງປະກອບສຳຄັນໃນຕະຫຼາດຂັ້ນສອງ. ນອກຈາກນີ້, ກໍໄດ້ມີການມອບໃບຍ້ອງຍໍ-ຊົມເຊີຍຕໍ່ບັນດາພາກສ່ວນທີ່ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງ ແລະ ພັດທະນາຕະຫຼາດທຶນລາວ ທັງປະເພດບຸກຄົນ ແລະ ກົມກອງລວ່ມໝູ່ ຊຶ່ງໃຫ້ກຽດມອບໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ແລະ ທ່ານ ນ. ບຸນຄຳ ວໍລະຈິດ ຮອງປະທານ ຄຄຊ ຕາມລຳດັບ.
ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ມີຄຳເຫັນໂອ້ລົມໃຫ້ ທິດຊີ້ນຳ ບັນດາພະນັກງານທຸກຂັ້ນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການເປັນເຈົ້າການປະກອບສ່ວນເຂົ້າໃນການພັດທະນາຕະຫຼາດທຶນລາວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງຄຳນຶງເຖິງການຫັນເປັນທັນສະໄໝ, ສີຂຽວ ແລະ ຍຶນຍົງ.(ຂໍ້ມູນຂ່າວ: ຄຄຊ)

ຄໍາເຫັນ