ພິທີຕັກບາດໃນໂອກາດການເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພິທີຕັກບາດໃນໂອກາດການເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V

ພິທີຕັກບາດໃນໂອກາດການເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V
ພິທີຕັກບາດຖວາຍທານແດ່ພະສົງ 15 ອົງເນື່ອງໃນໂອກາດສ້າງຂະບວນການຕ້ອນຮັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນ ອາທິດທີ 22 ກຸມພານີ້ທີ່ວັດຫຼວງ ນະຄອນປາກເຊ ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ພ້ອມພັນລະຍາ.ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກເລຂາຄະນະ ບໍລິຫານງານພັກແຂວງຈໍາປາສັກ ພ້ອມພັນລະຍາ; ມີບັນດາທ່ານ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາສັກ ແລະ ຜູ້ສະໝັກຮັບເລືອກຕັ້ງສສຂ ຊຸດທີ5ເຂດເລືອກຕັ້ງນະຄອນປາກເຊ,ພ້ອມດ້ວຍຄະນະພັກ, ຄະນະນຳຂອງແຂວງ ຕະຫຼອດຮອດພຸດທະສາສະນິກະຊົນເຂົ້າຮ່ວມ.

 

ພທຕກບາດໃນໂອກາດການເລອກຕງສສຊ ຊດທ X ແລະ ສສຂ ຊດທ V - image 1
 

ໃນພິທີທ່ານ ສອນໄຊ ສີພັນດອນ ພ້ອມຄະນະນຳໄດ້ໃຫ້ກຽດໄຕ້ທຽນໄຊ ໄຫວ້ພະລັດຕະນະໄຕຈາກນັ້ນ ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານ ອພສ ແຂວງ ໄດ້ນຳພາເຂົ້າສູ່ພິທີທາງສະສະໜາ ຢ່າງເປັນທາງການ ຄືເທດສະໜາໃຫ້ພອນ ແລະ ຢາດນ້ຳຖວາຍທານແດ່ພະສົງ ເພື່ອເປັນສີລິມຸງຄຸນ ຈາກນັ້ນການນຳຂັ້ນສູງພ້ອມດ້ວຍພຸດທະສາສະນິກະຊົນກໍໄດ້ຮ່ວມກັນຕັກບາດຊຶ່ງຈຸດປະສົງໃນການສ້າງກິດຈະກຳຕັກບາດໃນຄັ້ງນີ້ກໍເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ການເລືອກຕັ້ງສະມາຊິສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ໃຫ້ສົມກັບເປັນບຸນປາງໃຫຍ່ຂອງປວງຊົນລາວທັງຊາດ.

ພທຕກບາດໃນໂອກາດການເລອກຕງສສຊ ຊດທ X ແລະ ສສຂ ຊດທ V - image 2
 

(ຂ່າວ: ນ. ປະພິດ ສີສົມບູນ)

ຄໍາເຫັນ

ຂ່າວເດັ່ນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກຜ່ານມາ ທີ່ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນ ຫຼວງ ມະນີລາ ສ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະແບບບໍ່ເປັນທາງການ (Pull-aside) ກັບ ພະນະທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສູດຍອດອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ 2026.
ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ເຂົ້າຮ່ວມບັນ​ດ​າກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 29, ບັນດາຜູ້ນໍາ ໄດ້ສະແດງຄວາມຊົມເຊີຍ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃນປີ 2026. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ອາຊຽນ ແລະ ສປ ຈີນ ສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການເຊື່ອມໂຍງ-ເຊື່ອມຈອດ, ປັນຍາປະດິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ ສະບັບປັບປຸງ 3.0 ໃຫ້ມີປະສິດທິພາບ, ພ້ອມທັງ ໄດ້ເນັ້ນຢໍ້າຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໂດຍອີງຕາມຫຼັກການເປີດກວ້າງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ.
ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໃນລະຫວ່າງວັນທີ 15-16 ພະຈິກນີ້, ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ຊຶ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນຄືນໃໝ່ໃນສັນຕິພາບ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ສະຖຽນລະພາບທີ່ຍືນຍົງ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ແທນຈາກບັນດາປະເທດສະມາຊິກສົມບູນ, ປະເທດສະມາຊິກສົມທົບ ແລະ ປະເທດສະມາຊິກສັງເກດການຂອງອົງການຝຣັງໂກໂຟນີສາກົນ (OIF) ເຂົ້າຮ່ວມ. ພ້ອມນີ້, ຍັງມີການປຶກສາຫາລືໃນຫົວຂໍ້ສະເພາະຄື: “ການເສີມສ້າງສັນຕິພາບ: ໂຄງການລວມໝູ່ລວມເອົາຈຸດແຂງ ແລະ ຂໍ້ໄດ້ປຽບທີ່ຫຼາກຫຼາຍຂອງພວກເຮົາ” ຂອງບັນດາປະເທດສະມາຊິກ.
ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ພັກປປ ລາວ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນກຳປູເຈຍ ພົບປະປຶກສາຫາລື ການພົວພັນຮ່ວມມື

ໃນຕອນເຊົ້າວັນທີ 16 ພະຈິກນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຮັບປະທານອາຫານເຊົ້າ ແລະ ພົບປະສາມຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໂດຍການເປັນເຈົ້າພາບຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ ປະທານສະພາສູງແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກໍາປູເຈຍ.
ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີຄັ້ງທີ XX ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ.
ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ