ພິທີໄວ້ອາໄລອະດີດປະທານປະເທດ ຫວຽດນາມ

ພິທີໄວ້ອາໄລອະດີດປະທານປະເທດ ຫວຽດນາມ

ພິທີໄວ້ອາໄລອະດີດປະທານປະເທດ ຫວຽດນາມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ພຶດສະພາ ຜ່ານມາ, ພິທີໄວ້ອາໄລ ທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດ ຫວຽດນາມ ໄດ້ຈັດຂຶ້ນຢູ່ຫໍຈັດງານສົບແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ; ສະໂມສອນຖົງເຍິກ ນະຄອນໂຮ່ຈິມິນ ແລະ ສະໂມສອນ T50 ກອງບັນຊາການທະຫານແຂວງກວາງງາຍ ແລະ ເຮືອນເລກທີ 142 ເລຈູງດິ່ງ ນະຄອນກວາງງາຍ (ບ້ານເກີດຂອງອະດີດປະທານປະເທດ ເຈິ່ນດຶກເລືອງ).

 

 

ເຂົ້າຮ່ວມພິທີໄວ້ອາໄລ ທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດ ຢູ່ຫໍຈັດງານສົບແຫ່ງຊາດ ຮ່າໂນ້ຍ ມີທ່ານ ໂຕເລິມ ເລຂາທິການໃຫຍ່; ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ເຈິ່ນແທັງ ເໝິນ ປະທານສະພາແຫ່ງຊາດ, ບັນດາການນຳພັກ - ລັດ, ອະດີດການນຳພັກ - ລັດ, ຜູ້ຕາງໜ້າບັນດາກະຊວງ, ຄະນະຂະແໜງການ, ທ້ອງຖິ່ນ, ຜູ້ແທນສາກົນ ແລະ ປະຊາຊົນ.

ທ່ານ ເລືອງເກື່ອງ ປະທານປະເທດ ຫົວໜ້າຄະນະຈັດງານສົບ ກ່າວບົດໄວ້ອາໄລວ່າ: ທ່ານ ເຈິ່ນດຶກເລືອງ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ ໂຮ່ຈິມິນ, ເປັນສະມາຊິກພັກກອມມູນິດທີ່ມີຄວາມຈົງຮັກພັກດີ, ບັນທັດຖານ. ການຈາກໄປຂອງທ່ານແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ - ລັດ, ປະຊາຊົນ ຫວຽດນາມ ແລະ ຄອບຄົວ. ທ່ານດຳລົງຊີວິດລວມອາຍຸ 88 ປີ, ອາຍຸພັກ 65 ປີ ແລະ 50 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານ ເຈິ່ນດຶກເລືອງ ໄດ້ມີການຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ, ອຸທິດຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດປະຕິວັດອັນສະຫງ່າລາສີຂອງພັກ, ຂອງຊາດ ແລະ ເພື່ອຄວາມຜາສຸກຂອງປະຊາຊົນ. ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານ ເຈິ່ນດຶກເລືອງ ກໍລ້ວນແຕ່ປະຕິບັດໜ້າທີ່ຂອງຕົນໄດ້ເປັນຢ່າງດີ ແລະ ດີເລີດ, ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບຄຸນສົມບັດປະຕິວັດ, ເຫັນຜົນປະໂຫຍດສ່ວນ ລວມເໜືອກວ່າຜົນປະໂຫຍດສ່ວນຕົວ, ທັງຊີວິດສຸດຈິດສຸດໃຈເພື່ອປະຊາຊົນ”

ຫຼັງຈາກນັ້ນ, ຫີບສົບຂອງທ່ານ ເຈິ່ນດຶກເລືອງ ໄດ້ເຄື່ອນຍ້າຍໄປຍັງບ້ານເກີດຂອງທ່ານ ໂດຍທາງເຮືອບິນ ເພື່ອຈັດພິທີປົງສົບໃນເວລາ 15:00 ໂມງຂອງວັນດຽວກັນ ຢູ່ສຸສານຕາແສງ ໂຝແຄັງ ເທດສະບານ ດຶກໂຝ ແຂວງກວາງງາຍ.

ພິທີໄວ້ອາໄລ ແລະ ປົງສົບທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດ ຫວຽດນາມ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດ, ເກີດເມື່ອວັນທີ 5 ພຶດສະພາ 1937 ຢູ່ຕາແສັງ ໂຝແຄັງ ເມືອງດຶກໂຝ (ເທດສະບານດຶກໂຝ ປັດຈຸບັນ) ແຂວງກວາງງາຍ. ທ່ານເຂົ້າຮ່ວມການປະຕິວັດໃນເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.

ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນສິງຫາ 1997; ນັບແຕ່ເດືອນກັນຍາ 1997 ຫາ ເດືອນມິຖຸນາ 2006 ເປັນປະທານປະທານປະເທດ ແຫ່ງ ສສ ຫວຽດນາມ ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.

ພາຍຫຼັງເຈັບເປັນມາໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ແພດໝໍ ແລະ ການເບິ່ງແຍງດູແລຂອງຄອບຄົວແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານ ເຈິ່ນດຶກເລືອງ ອະດີດປະທານປະເທດ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີມະເສັງ) ຢູ່ເຮືອນສ່ວນຕົວ.

ຄໍາເຫັນ

ຂ່າວຕ່າງປະເທດ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ຮັບ​ຮູ້​ເຂົ້າ​ໃຈ “​ປີ​ຈີນ”​ ຂອງ APEC ຜ່າ​ນ​ຈາກ 3 ຈຸດ​ເວ​ລາສຳ​ຄັນ

ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ຄັ້ງ​ທີ 33 ໄດ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 18-19 ພະ​ຈິກ​ນີ້ ​ຢູ່​ນະ​ຄອນເຊິ່ນ​ເຈິ້ນ ແຂວງກວາງ​ຕຸ້ງ ​ຈີນ. ໂອ​ກາດ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ກ່າວ​ເຖິງ​ຈຸດ​ເວ​ລາ​ສຳ​ຄັນ​ 3 ຈຸດ ຊຶ່ງຊ່ວຍ​ໃຫ້​ຜູ້​ຄົນ​ທັງ​ຫຼາຍ​ຮັບ​ຮູ້​ເຂົ້າ​ໃຈ “ສິ່ງ​ມະ​ຫັດ​ສະ​ຈັນແຫ່ງ​ອາ​ຊີ​-ປາ​ຊີ​ຟິກ” ຢ່າງ​ຈະ​ແຈ້ງ.
ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ຫຼາຍພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້​ປະ​ສົບກັບ​ອາ​ກາດ​ຮ້ອນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກປະ​ກົດ​ການ​ແອວ​ນີ​ໂຢ, ຫຼາຍ​ພື້ນ​ທີ່​ຢູ່​ອາ​ຟ​ຣິ​ກາ​ໃຕ້ປະ​ສົບ​ກັບ​ອາ​ກາດ​ຮ້ອນຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້, ​ເຮັດ​ໃຫ້ຄວາ​ມຕ້ອງ​ການໃຊ້​ນ້ຳ​ເພີ່ມ​ຂຶ້ນ, ຫຼາຍ​ຕົວ​ເມືອງ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຄວບ​ຄຸມ​ການ​ໃຊ້​ນ້ຳແບບ​ແບ່ງ​ຂັ້ນ​ລະ​ດັບ.
ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສີລັງກາ ເລັ່ງເຮັດຄວາມສະອາດການຮົ່ວໄຫຼຂອງນ້ຳມັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

COP31 ປິດລົງ ​ໂດຍບໍ່​ໄດ້ບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ພະ​ຈິກ ຜ່ານມາ, ກອງປະຊຸມ​​ລັດ​ພາ​ຄີ “ສົນ​ທິສັນຍາສະຫະປະຊາຊາດວ່າ​ດ້ວຍ​ຂອບການປ່ຽນແປງ​ຂອງດິນຟ້າອາກາດ” ຄັ້ງທີ 31 (COP31) ທີ່ຈັດຂຶ້ນຢູ່ນະ​ຄອນອັນຕັນຢາ ປະເທດຕວັກກີ ໄດ້ປິດລົງ. ກອງປະຊຸມຄັ້ງນີ້ໄດ້ບັນລຸຂໍ້ຕົກລົງຫຼາຍຢ່າງກ່ຽວກັບຫົວຂໍ້​ຕ່າງໆທີ່ປະເທດພວມພັດທະນາໃຫ້ຄວາມສົນໃຈຢ່າງກວ້າງຂວາງ ເຊັ່ນ: ການຫັນປ່ຽນ​ທີ່ຍຸຕິທຳ, ​ການ​ສະ​ໜອງທຶນ ແລະ ອື່ນໆ, ຂະບວນການຫຼາຍຝ່າຍຍັງສືບຕໍ່ກ້າວໄປຂ້າງໜ້າ. ແຕ່ຍ້ອນ​ການ​ບໍ່​ເຫັນ​ດີ​ຢ່າງ​ແຮງ​ຂອງບາງປະເທດກ່ຽວ​ກັບຫົວຂໍ້ຫຼັກ ເຊັ່ນ: ການ​ຫັນປ່ຽນ​ເພື່ອ​ຫຼຸດ​ພົ້ນອອກຈາກ​ການນຳ​ໃຊ້ເຊື້ອໄຟຟອດຊິວ, ກອງປະຊຸມຄັ້ງນີ້ຈຶ່ງບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ.
ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ກຳປູເຈຍ ຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງກໍລະນີໃໝ່

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ກະຊວງສາທາລະນະສຸກກຳປູເຈຍໄດ້ເປີດເຜີຍວ່າ, ກຳປູເຈຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ ຫຼື Mpox ກໍລະນີໃໝ່ເປັນຄັ້ງທຳອິດ ຫຼັງຈາກບໍ່ມີການລະບາດຂອງພະຍາດດັ່ງກ່າວໃນປະເທດເປັນເວລາ 30 ເດືອນ (2.5 ປີ). ໂດຍຄົນເຈັບໄດ້ກວດພົບວ່າຕິດເຊື້ອໃນວັນທີ 20 ພະຈິກ ຜ່ານມາ, ປັດຈຸບັນກໍາລັງໄດ້ຮັບການປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີການເປີດເຜີຍລາຍລະອຽດເພີ່ມເຕີມ.
ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ສະຖານີອະວະກາດຈີນ ຈະຕ້ອນຮັບນັກບິນອະວະກາດຕ່າງປະເທດຄົນທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 24 ພະຈິກນີ້ ວ່າ: ກອງປະຊຸມຖະແຫຼງຂ່າວກ່ຽວກັບພາລະກິດການບິນອະວະກາດບັນທຸກຄົນ “ເຊີນໂຈ່ວ” 24 ໄດ້ຈັດຂຶ້ນຢູ່ສູນຍິງສົ່ງດາວທຽມທີ່ນະຄອນຈີວຊວນ ທາງທິດຕາເວັນຕົກສຽງເໜືອຂອງຈີນ.
ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ນະຄອນໂຮ່ຈິມິນ ປະກາດການວາງແຜນກຳນົດສັງລວມ ແລະ ວິໄສທັດ 100 ປີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດພິທີ​ປະ​ກາດ​ການ​ວາງ​ແຜນ​ກຳນົດສັງລວມ ໄລຍະ 2025-2050, ວິໄສທັດ 100 ປີ ຂຶ້ນ​ຢູ່ສູນວາງສະແດງການວາງແຜນຜັງເມືອງ, ຕາ​ແສງອານແຄ້ງ.
ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ພະຈິກ ຜ່ານມາ ຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ, ລັດຖະບານຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງຫ້ອງການທະນາຄານລົງທຶນພື້ນຖານໂຄງລ່າງອາຊີຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານໃຫ້ແກ່ທະນາຄານດັ່ງກ່າວໃນການສ້າງຫ້ອງການຢູ່ຮົງກົງ.
ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຫິມະຕົກໜັກໃນແຂວງຟູກຸຊິມະ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ ເຮັດໃຫ້ຕົ້ນໄມ້ລົ້ມກີດຂວາງຖະໜົນຫຼາຍສາຍ, ເຮັດໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວຕິດຄ້າງໃນໝູ່ບ້ານແຫ່ງໜຶ່ງ ປະມານ 1,400 ຄົນ.
ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ຮຽກຮ້ອງໃຫ້ປະເທດເລັ່ງພັດທະນາຂີດຄວາມສາມາດດ້ານປັນຍາປະດິດ (AI) ເພື່ອແຂ່ງຂັນໃນເວທີໂລກ ໂດຍລະບຸວ່າ: ຄວາມໄວແມ່ນປັດໄຈສຳຄັນໃນການແຂ່ງຂັນ ໃນຂະນະທີ່ຢ້ຽມຢາມສູນຂໍ້ມູນທີ່ກຳລັງກໍ່ສ້າງຢູ່ເມືອງອຸລຊານ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດ.
ເພີ່ມເຕີມ