ພິທີຊາປະນະກິດສົບຂອງສະຫາຍ ພົນໂທ ໄອ່ ສຸລິຍະແສງ

ພິທີຊາປະນະກິດສົບສະຫາຍພົນໂທ ໄອ່ ສຸລິຍະແສງຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບສະຫາຍພົນໂທ ໄອ່ ສຸລິຍະແສງຈັດຂຶ້ນຢ່າງສົມກຽດ
ພິທີຊາປະນະກິດສົບຂອງສະຫາຍ ພົນໂທ ໄອ່ ສຸລິຍະແສງ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 4 ພະຈິກຜ່ານມາທີ່ວັດໂສກປ່າຫຼວງ ນະຄອນຫຼວງວຽງຈັນ

 

ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ, ມີບັນດາການນໍາຂັ້ນສູງຈາກບັນດາກະຊວງຕ່າງໆ, ອະດີດການນຳຂັ້ນສູງ, ຕະຫຼອດຮອດພະນັກງານສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຄອບຄົວລູກຫຼານ ແລະ ຍາດຕິພີ່ນ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ສະຫາຍ ພົນໂທ ວົງຄໍາ ພົມມະກອນກໍາມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດປະທານຄະນະກຳມະການຮັບຜິດຊອບງານຊາປະນະກິດສົບໄດ້ຂຶ້ນກ່າວສະດຸດີຜ່ານປະຫວັດຫຍໍ້ແຫ່ງການກຳເນີດ ແລະ ການເຄື່ອນໄຫວປະຕິວັດຂອງສະຫາຍ ພົນໂທ ໄອ່ ສຸລິຍະແສງຊຶ່ງສະຫາຍ ພົນໂທ ໄອ່ ສຸລິຍະແສງ ອະດີດກໍາມະການສູນກາງພັກສະໄໝທີ IV, V, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ອະດີດຫົວໜ້າກົມໃຫຍ່ເສນາທິການກອງທັບ, ອະດີດພະນັກງານອາວຸໂສບຳນານ ກະຊວງປ້ອງກັນປະເທດເກີດເມື່ອວັນທີ 1/1/1935 ທີ່ບ້ານຫີນລາດເມືອງສະໜາມໄຊ ແຂວງອັດຕະປື,ເປັນບຸດຂອງທ່ານ ບຸນລອດ ສຸລິຍະແສງ ແລະ ທ່ານນາງ ທອງ ສຸລິຍະແສງ ມີອ້າຍ, ເອື້ອຍ, ນ້ອງຮ່ວມອຸທອນດຽວກັນ 8 ຄົນຍິງ 3 ຄົນ, ສະຫາຍໄດ້ສ້າງຄອບຄົວຮ່ວມກັບນາງ ຄຳປ່ຽງ ສຸລິຍະແສງມີບຸດຮ່ວມກັນ 4 ຄົນຍິງ 2.

ໃນໄລຍະຜ່ານມາຍ້ອນສະຫາຍເຫັນໄດ້ຄວາມໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ກໍຄືລູກແຫຼ່ງຕີນມືຂອງພວກເຂົາທີ່ໄດ້ສ້າງໂທດກໍາຕໍ່ປະຊາຊົນລາວບັນດາເຜົ່າ ສະຫາຍຈຶ່ງໄດ້ຕັດສິນໃຈຈາກຄອບຄົວພໍ່, ແມ່, ບ້ານເກີດເມືອງນອນເພື່ອເຂົ້າຮ່ວມການປະຕິວັດເມື່ອວັນທີີ 1/1/1948 ແລະ ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວເມື່ອວັນທີ 16/12/1956.

ນັບແຕ່ເຂົ້າການປະຕິວັດເປັນຕົ້ນມາ ສະຫາຍໄດ້ເຂົ້າຮ່ວມໃນຂະບວນການຕໍ່ສູ້ກູ້ຊາດ ຕໍ່ຕ້ານກັບຈັກກະພັດຜູ້ຮຸກຮານສະແດງອອກໃນຫຼາຍບັ້ນຮົບ, ບັ້ນຕີທີ່ສໍາຄັນເພື່ອປົດປ່ອຍປະເທດຊາດ ແລະ ທຸ້ມເທເຫື່ອແຮງສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດຊຶ່ງໄດ້ມີຜົນງານ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ ທີ່ສຳຄັນໃນແຕ່ລະໄລຍະຂອງສະຫາຍດັ່ງນີ້:

- ປີ 1952-1953 ເປັນຮອງຫົວໜ້າໝູ່ ຮັບຜິດຊອບວຽກງານພະລາທິການ ຢູ່ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື.

- ປີ 1954 ເປັນຮອງຫົວໜ້າໝວດບັນຊາ ກອງ 95 ຂຶ້ນກັບເຂດເຕົ້າໂຮມຊໍາເໜືອ ແຂວງຫົວພັນ.

- ປີ 1955-1956 ເປັນຫົວໜ້າໝວດບັນຊາຢູ່ກອງຮ້ອຍ 3 ກອງພັນ 705.

- ປີ 1957-1959 ໄປຮຽນວັດທະນະທໍາຢູ່ປະເທດຫວຽດນາມ.

- ປີ 1960-1961 ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າກອງພັນທີ 2 ບັນຊາກໍາລັງເຂົ້າຮ່ວມບັ້ນຮົບປົດປ່ອຍເຂດເສັ້ນທາງເລກທີ 13 ເໜືອ.

- ປີ 1962 ໄປຮຽນການທະຫານຊັ້ນສູງຢູ່ປະເທດຫວຽດນາມ.

- ປີ 1963 ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າພະແນກສູ້ຮົບຫ້ອງເສນາທິການ ກອງບັນຊາການສູງສຸດ.

- ປີ 1964-1965 ເປັນຄະນະຊີ້ນໍາດ່ານຮົບປົດປ່ອຍຫົວເມືອງ, ຮ່ອງນົນ ຢູ່ຊໍາເໜືອ.

- ປີ 1966-1967 ເປັນຫົວໜ້າຫ້ອງເສນາທິການກອງບັນຊາການສູງສຸດຢູ່ຊໍາເໜືອ.

- ປີ 1968 ເປັນຄະນະຮັບຜິດຊອບດ່ານຮົບປົດປ່ອຍນໍ້າບາກ, ຜ່າຖີ່, ໜອງຄ້າງ, ຖໍ້າລາ-ນາຄັງ.

- ປີ 1969-1972 ຊີ້ນໍາຕີຕ້ານບັ້ນຮົບກູ້ກຽດ, ບັ້ນຮົບ 3 ສອນ, ບັ້ນຮົບສອນໄຊ ແລະ ບັ້ນຮົບບໍ່ຕ່າວຄືນຂອງສັດຕູ ຢູ່ເຂດຊຽງຂວາງ.

- ປີ 1973-1975 ຊີ້ນໍາກໍາລັງທະຫານເຂົ້າປ້ອງກັນລັດຖະບານປະສົມ ແລະ ຄະນະມົນຕີປະສົມການເມືອງຢູ່ 2 ຕົວເມືອງເປັນກາງວຽງຈັນ ແລະ ຫຼວງພະບາງ.

- ປີ 1976-1978 ໄດ້ຮັບການແຕ່ງຕັ້ງເປັນຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

- ປີ 1979-1980 ໄປຮຽນນາຍທະຫານເສນາທິການຊັ້ນສູງຢູ່ອະດີດສະຫະພາບໂຊວຽດ ພ້ອມທັງໄດ້ຮັບການເລື່ອນຊັ້ນເປັນນາຍທະຫານຊັ້ນພົນຈັດຕະວາ.

- ປີ 1981-1983 ໄປຮຽນທິດສະດີຊັ້ນສູງຢູ່ໂຮງຮຽນທິດສະດີການເມືອງ ຫງວຽນອ້າຍກັວກ ສສ ຫວຽດນາມ.

- ປີ 1984-1988 ເປັນຄະນະຊີ້ນໍາບັ້ນຮົບ 3 ໝູ່ບ້ານ ແລະ ບັ້ນຮົບບໍ່ແຕນ ແຂວງໄຊຍະບູລີ, ໃນໄລຍະນີ້ປີ 1986 ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ ແລະ ໄດ້ຮັບການເລື່ອນຊັ້ນເປັນນາຍທະຫານຊັ້ນພົນໂທ.

- ປີ1989 ໄດ້ຮັບການແຕ່ງຕັ້ງເປັນຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ.

- ປີ 1990-2006 ໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍທີ່ໄດ້ອຸທິດໃຫ້ແກ່ປະເທດຊາດຕະຫຼອດໄລຍະທີ່ຜ່ານມາ ສະຫາຍຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ, ລັດດ້ວຍການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍປະເພດຕ່າງໆຈາກພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ ແລະ ສົມກຽດ. ການສູນເສຍສະຫາຍໄປໃນຄັ້ງນີ້ ແມ່ນເປັນການສູນເສຍອະດີດການນຳທີ່ມີຜົນງານ, ປະສົບການ ແລະ ມີບົດຮຽນຕົວຈິງໄປອີກຜູ້ໜຶ່ງ.

ແຕ່ຢ່າງໃດກໍຕາມ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຈະສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນຊາດໃຫ້ເປັນປຶກແຜ່ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມຄວາມມຸ້ງມາດປາຖະໜາຂອງສະຫາຍ ຊຶ່ງເປັນອຸດົມການອັນດຽວຂອງພັກ ແນໃສ່ເພື່ອພັດທະນາປະເທດຊາດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂໍ້ມູນ: ຂປລ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ງານແນະນໍາລະບົບ Pancake Laos ແລະ ຮ່ວມເຊັນ MOA ຍົກລະດັບທຸລະກິດສູ່ສາກົນ

ວັນທີ 8 ພະຈິກ 2025 ບໍລິສັດ BUBER CONECT ໄດ້ຈັດງານພິທີເປີດໂຕລະບົບ Pancake Laos ຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ ພ້ອມທັງເຊັນ ບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັບບໍລິສັດຮຸ່ງອາລຸນຂົນສົ່ງດ່ວນເຊິ່ງເປັນການຢັ້ງຢືນເຖິງການເຕີບໃຫຍ່ແລະການກ້າວເຂົ້າສູ່ມາດຕະຖານສາກົນ. ງານດັ່ງກ່າວ ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີ ດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ສີສະຫວັນ ມ່າຢົງເຊີນ ປະທານກຸ່ມ ບໍລິສັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ແລະ ທ່ານ Hoang Long ຮອງປະທານ PancakeVietnamພ້ອມດ້ວຍບັນດາຜູ້ປະກອບການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ອົງການປົກຄອງນະຄອນຫຼວງວຽງຈັນຈະເລັ່ງໃສ່ຫຼາຍວຽກງານຈຸດສຸມທ້າຍສະໄໝ

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 52 ຈັດຂຶ້ນວັນທີ 7 ພະຈິກ ຜ່ານມາ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີສະມາຊິກອົງການປົກຄອງ ນວ ເຂົ້າຮ່ວມ.
ໄຟຟ້າຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີຊ່ວງເຮືອ ເມືອງຊຽງຮ່ອນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງົບປະມານຈັດງານປະເພນີຊ່ວງເຮືອ ເມືອງຊຽງຮ່ອນ ປະຈໍາປີ 2025

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເດີນໜ້າສົ່ງເສີມວັດທະນະທໍາທ້ອງຖິ່ນ ແລະ ຮ່ວມເປັນສ່ວນໜຶ່ງໃນງານປະເພນີບຸນຊ່ວງເຮືອ ເຊິ່ງເປັນເອກະລັກທີ່ສໍາຄັນຂອງ ເມືອງຊຽງຮ່ອນ ໂດຍໃນປີ 2025 ນີ້, ງານບຸນຊ່ວງເຮືອ ເມືອງຊຽງຮ່ອນ ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ ບ້ານໃໝ່ໜອງຊາງ.
ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ຈາກແນວຄິດສູ່ນະໂຍບາຍ: ການທູດຊ່ອງທາງທີ 2ຊຸກຍູ້ບົດບາດຂອງ ສປປ ລາວ

ໃນສະພາບພູມສາດ-ການເມືອງຂອງໂລກທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ໄວວາ, ການທູດແບບດັ້ງເດີມ ຫຼື ການທູດຊ່ອງທາງທີໜຶ່ງ (Track OneDiplomacy)ເຊິ່ງໝາຍເຖິງການຕິດຕໍ່ພົວພັນລະຫວ່າງລັດຕໍ່ລັດແມ່ນບໍ່ພຽງພໍທີ່ຈະຮັບມືກັບສະພາບການຫັນປ່ຽນຂອງໂລກທີ່ມີຄວາມສະຫຼັບສັບຊ້ອນຕໍ່ບັນຫາໃໝ່ໆທີ່ເກີດຂຶ້ນໄດ້ຢ່າງທັນການ. ການທູດຊ່ອງທາງທີ 2 (Track Two)ແມ່ນການສົນທະນາທີ່ບໍ່ແມ່ນຊ່ອງທາງທີ 1 ໂດຍມີການເຂົ້າຮ່ວມຂອງນັກວິຊາການ, ມະຫາວິທະຍາໄລ, ສະຖາບັນ-ຄັງປັນຍາ ແລະ ອົງການພາກສັງຄົມ–ພົນລະເຮືອນ,ໄດ້ກາຍເປັນເຄື່ອງມື ຫຼື ຊ່ອງທາງໜຶ່ງທີ່ປອດໄພໃນການນໍາສະເໜີແນວຄິດໃໝ່ ເພື່ອນໍາເອົາແນວຄິດເຫຼົ່ານັ້ນສະເໜີແນະຕໍ່ລັດຖະບານເພື່ອນໍາມາໝູນໃຊ້ເຂົ້າໃນການວາງນະໂຍບາຍ.ການທູດຊ່ອງທາງທີ2ນີ້ ຍັງສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນຂອງຄັງປັນຍາພາກພື້ນ ແລະ ສາກົນ,ໂດຍບໍ່ແມ່ນການແຂ່ງຂັນກັບການທູດຊ່ອງທາງທີ 1,ແຕ່ເປັນກົງລໍ້ໜູນ ຊ່ວຍເສີມສ້າງໃຫ້ການຕັດສິນໃຈຂອງລັດມີຂໍ້ມູນຮອບດ້ານ ແລະ ທັນກັບສະພາບການຂອງຍຸກສະ ໄໝ.
ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ທ່ານລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂອ້ລົມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ

ໃນວັນທີ 6 ພະຈິກ 2025 ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານທີ່ແຂວງຫຼວງພະບາງ, ແລະໄດ້ພົບປະໂອ້ລົມການນໍາຫຼັກແຫຼ່ງ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ຂອງແຂວງ ທີ່ຫ້ອງປະຊຸມຂອງພະແນກ.
ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ເພີ່ມເຕີມ