![]() |
ໂອກາດນີ້ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ເຜີຍແຜ່ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮູ້ເພື່ອນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ. ໂອກາດນີ້ ທ່ານ ຄຳເກັ່ງ ຈັນທະວີສຸກ ໄດ້ມີຄຳເຫັນຊີ້ນຳເພີ່ມເຕີມ ໂດຍເນັ້ນໃຫ້ຜູ້ເຂົ້າຮ່ວມ ພ້ອມກັນຮັບຟັງການບັນຍາຍເອກະສານ, ທັງຄົ້ນຄວ້າ ແລະ ພິຈາລະນາຢ່າງລະອຽດ ໂດຍອີງໃສ່ພຶດຕິກຳຕົວຈິງ ແລະ ຜົນງານຂອງແຕ່ລະບຸກຄົນ ເພື່ອກຳນົດບຸກຄະລາກອນ ເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນແຕ່ລະໄລຍະ ໃຫ້ເປັນລະບົບຄົບຊຸດ. ພາຍຫຼັງການຊີ້ນຳ, ໄດ້ດຳເນີນການທາບທາມບຸກຄະລາກອນ ເຂົ້າໃນແຜນກຳນົດພະນັກ ງານນຳພາ-ຄຸ້ມຄອງ, ຊຶ່ງຜົນການທາບທາມ ຈະເປັນຂໍ້ມູນປະກອບເຂົ້າໃນການພິຈາລະນາ ຂອງຄະນະໜ່ວຍພັກ ໃນການເລືອກເຟັ້ນພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ຄວາມໂປ່ງໃສ ແລະຄວາມເຂັ້ມແຂງ ເຂົ້າໃນໂຄງປະກອບການຈັດຕັ້ງ ຂອງພະແນກການຕ່າງປະເທດ ໃນສະເພາະໜ້າ ແລະຍາວນານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. (ພາບ-ຂ່າວ: ດາວອນ ມະນີວັນ)

ຄໍາເຫັນ