ພອຄ ເຊກອງ ຍ້ອງຍໍຜົນງານປີ 2022 ແລະປະກາດພະນັກງານອອກພັກຜ່ອນ-ຮັບອຸດໜູນບໍານານ

ພອຄ ເຊກອງ ຍ້ອງຍໍຜົນງານປີ 2022 ແລະປະກາດພະນັກງານອອກພັກຜ່ອນ-ຮັບອຸດໜູນບໍານານ
ວັນທີ 23 ພະຈິກ ຜ່ານມານີ້, ທີ່ພະແນກອຸສາຫະກໍາ ແລະການຄ້າ (ພອຄ) ແຂວງເຊກອງ ໄດ້ມີພິທີມອບ-ຮັບໃບຍ້ອງຍໍ ຜົນງານປີ 2022 ໃຫ້ແກ່ພະນັກງານ-ລັດຖະກອນພາຍໃນພະແນກ ແລະປະກາດພະນັກງານຂັ້ນຫົວໜ້າຂະແໜງ ອອກພັກຜ່ອນ-ຮັບອຸດໜູນບໍານານ, ໂດຍການເຂົ້າຮ່ວມຂອງທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນ ພອຄ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ຂັນທະລີ ວັນລະເບືອມ ຮອງຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່າານເຈົ້າແຂວງ ສະບັບເລກທີ 183/ຊກ, ລົງວັນທີ 2 ພະຈິກ 2023 ວ່າດ້ວຍການຍ້ອງຍໍ ແລະຊົມເຊີຍຂັ້ນແຂວງ ໂດຍໄດ້ຕົກລົງຍ້ອງຍໍ ແລະຊົມເຊີຍໃຫ້ແກ່ພະນັກງານ-ລັດຖະກອນ ພອຄ ທີ່ຜົນງານດີເດັ່ນ ປະກອບສ່ວນເຫື່ອແຮງ ແລະສະຕິປັນຍາເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະ 1 ປີຜ່ານມາ(ປະຈໍາປີ2022) ຊຶ່ງໄດ້ຮັບໃບຍ້ອງຍໍທັງໝົດ 44 ສະຫາຍຍິງ 13 ສະຫາຍ, ໄດ້ຮັບໃບຊົມເຊີຍ 3 ສະຫາຍ. ທັງນີ້ ເພື່ອເປັນການຍ້ອງຍໍ ຊົມເຊີຍ ແລະຢັ້ງຢືນເຖິງຜົນງານອັນໃຫຍ່ຫຼວງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງພະນັກງານພາຍໃນ ພອຄ ໃນໄລຍະ 1 ປີຜ່ານມາ ເຮັດໃຫ້ມີຜົນສໍາເລັດຢ່າງຈົບງາມ.
ນອກຈາກນີ້, ທ່ານ ນາງ ຂັນທະລີ ວັນລະເບືອມ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 178/ຊກ ລົງວັນທີ 31 ຕຸລາ 2023 ວ່າດ້ວຍອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກຜ່ອນ-ຮັບອຸດໜູນບໍານານ ຊຶ່ງໄດ້ຕົກລົງອະນຸມັດໃຫ້ທ່ານ ຄໍາໄພ ພັນສິດໃສ ຫົວໜ້າຂະແໜງ ສັງກັດຢູ່ພະແນກອຸດສາຫະກໍາ ແລະການຄ້າແຂວງ ອອກພັກຜ່ອນ-ຮັບອຸດໜູນບໍານານ.
ໂອກາດນີ້, ທ່ານ ດາວວີ ສວຍທະລັງສີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນ ແລະຜົນງານໃນແຕ່ລະດ້ານ ຂອງພະນັກງານ-ລັດຖະກອນພາຍໃນ ພອຄ ທີ່ຍາດມາໄດ້ ໃນໄລຍະ 1 ປີຜ່ານມາ ຊຶ່ງເຮັດໃຫ້ວຽກງານມີຜົນສໍາເລັດຢ່າງຫຼວງຫຼາຍ, ພ້ອມນີ້ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ພັກຜ່ອນ-ຮັບອຸດໜູນບໍານານ ຊຶ່ງໃນໄລຍະຜ່ານມາຜູ້ກ່ຽວໄດ້ຕັ້ງໜ້າປະກອບສ່ວນທາງດ້ານເຫື່ອແຮງ, ສະຕິ ປັນຍາ ຄວາມຮູ້ຄວາມສາມາດ ເຂົ້າໃນການເຄື່ອນໄຫວນຳພາ-ຊີ້ນຳ - ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ທີ່ໄດ້ຮັບການມອບໝາຍມີຜົນສຳເລັດເປັນຢ່າງດີ ແລະທ່ານຍັງໄດ້ຮຽກຮ້ອງ ໃຫ້ບັນດາສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນ ພອຄ ຈົ່ງນໍາເອົາເປັນແບບຢ່າງທີ່ດີ; ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ພະນັກງານຜູ້ທີ່ໄດ້ອອກພັກຜ່ອນ-ຮັບອຸດໜູນບຳນານໄປແລ້ວ ກໍຂໍໃຫ້ຮັກສາສຸຂະພາບໃຫ້ດີ, ສືບຕໍ່ປະຕິບັດໜ້າທີ່ໃນການພັດທະນາເສດຖະກິດຄອບຄົວ ແລະປະກອບສ່ວນຊ່ວຍເຫຼືອໃຫ້ຄຳປຶກສາແກ່ຜູ້ປະຕິບັດໜ້າທີ່ວຽກງານໃໝ່ ແລະຜູ້ທີ່ຍັງສືບຕໍ່ປະຕິບັດວຽກງານ ກໍໃຫ້ແບ່ງງານ-ແບ່ງຄວາມຮັບຜິດຊອບຢ່າງລະອຽດ, ເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ດີຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ພຸດທະສອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ