ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ
ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ມາເປັນເວລາເກືອບເດືອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 72/ຈຂ,ຊກ ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານແລກປ່ຽນບົດຮຽນ 3 ປະເທດ ແລະ ມາຮອດປັດຈຸບັນ, ພ້ອມແລ້ວ ໃນການຈັດງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ຊຶ່ງຈະຈັດຂຶ້ນທີ່ສູນການຄ້າແຂວງເຊກອງ.

ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ສຳພາດວ່າ: ການຈັດງານຄັ້ງນີ້, ຈະມີ 4 ແຂວງພາກໃຕ້ຂອງລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ ແລະ ຈະຈັດຂຶ້ນໃນ ລະຫວ່າງວັນທີ 21-25 ພຶດສະພາ 2025 ໂດຍມີ 4 ກິດຈະກໍາສໍາຄັນ ຄື: ສຳມະນາດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ເພື່ອພັດທະນາເສດຖະກິດຕາມແລວຕາເວັນອອກ-ຕາເວັນຕົກ 3 ປະເທດ. ງານວາງສະແດງສິນຄ້າ ແລະ ງານຕະຫຼາດນັດ ຈະມີການແລກປ່ຽນສິລະປະ-ວັດທະນະທໍາ ບັນດາເຜົ່າ 4 ແຂວງພາກໃຕ້ຂອງລາວ ແລະ ເທສະການຕະຫຼາດນັດແຮງງານ ຊຶ່ງທາງຄະນະກຳມະການຈັດງານ ໄດ້ເປັນເຈົ້າການປະສານສົມທົບ ກັບທຸກພາກສ່ວນກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍ.

ທ່ານ ດາວວິ ສວຍທະລັງສີ ກ່າວຕື່ມວ່າ: ສຳລັບບ່ອນວາງສະແດງສິນຄ້າ ທີ່ກະກຽມໄວ້ ມີທັງໝົດ 47 ບຸດ ເພື່ອຮອງຮັບ ສິນຄ້າຈາກ ລາວ 34 ບຸດ, ຈາກຫວຽດນາມ 12 ບຸດ ແລະ ຈາກປະເທດໄທ 1 ບຸດ. ໃນນັ້ນ, ຈະມີສິນຄ້າໂອດອບ, ອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ສອຍທົ່ວໄປ, ເຄື່ອງນຸ່ງຫົ່ມ ແລະ ພິເສດ ຈະມີສິນຄ້ານະວັດຕະກຳໃໝ່ ຄື: ລົດໄຟຟ້າ ໂດຍແມ່ນບໍລິສັດ ຂາເຂົ້າ-ຂາອອກ ເມືອງລະມາມ ເປັນຜູ້ນຳມາຈຳໜ່າຍ ພ້ອມເປີດໂຕຢູ່ແຂວງເຊກອງ. ນອກນັ້ນ, ກໍຍັງມີສິນຄ້າອື່ນໆ ໃຫ້ເລືອກຊື້ ເລືອກຈ່າຍ ອີກຢ່າງຫຼວງຫຼາຍ.

(ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ

ເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ

ໃນຕອນເຊົ້າວັນທີ 4 ກໍລະກົດ ນີ້, ທ່ານ ຄຳມອນ ຈັນທະຈິດ ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ ໃນໂອກາດທີ່ເຂົ້າຮ່ວມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ແລະ ມີຜູ້ເຂົ້າຮ່ວມຈຳນວນ 146 ຄົນ.
ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈຳ ສປປ ລາວ ຈັດງານຕະຫຼາດນັດແຮງງານຄັ້ງທີ IV ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 4-5 ກໍລະກົດນີ້ ທີ່ ມຊ ເປັນກຽດເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ ເສິນຈ້າວຫຼິນ ຫົວໜ້າຄະນະດໍາເນີນງານສະພາການຄ້າກວາງຊີປະຈໍາລາວ, ບັນດາລັດວິສາຫະກິດ ແລະ ບໍລິສັດລາວ-ຈີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເລົ່າງາມ ປະດັບຫຼຽນກາລະນຶກວັນສ້າງຕັ້ງພັກຄົບຮອບ 70 ປີ.

ເລົ່າງາມ ປະດັບຫຼຽນກາລະນຶກວັນສ້າງຕັ້ງພັກຄົບຮອບ 70 ປີ.

ໃນວັນທີ 3 ກໍລະກົດຜ່ານມານີ້, ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2025) ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໂພສີ ຫຼວງສຸລິວັນ ເລຂາຄະນະບໍລິຫານງານພັກເມືອງ.
ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ກະຊວງຍຸຕິທຳໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການໃຫ້ກຽດເຜີຍແຜ່ຂອງສະຫາຍ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫຼ້າສຸດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ

ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫຼ້າສຸດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ

ໃນວັນທີ 7 ກໍລະກົດ 2025 ເປັນຕົ້ນໄປ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຈະເລີ່ມນຳໃຊ້ປະຕິບັດຕາຕະລາງເວລາແລ່ນລົດໄຟຂອງໄຕມາດທີສາມ, ໃນໄຕມາດນີ້ ທາງລົດໄຟລາວ-ຈີນຈະເປີດແລ່ນລົດໄຟທັງໝົດຈຳນວນ 7 ຄູ່ ຫຼື 14 ຖ້ຽວ, ໃນນັ້ນມີລົດໄຟ EMU ທີ່ແລ່ນຢູ່ໃນລາວ 4 ຄູ່, ລົດໄຟທໍາມະດາ 1 ຄູ່ ແລະ ລົດໄຟ EMU ແລ່ນຂ້າມແດນ 2 ຄູ່. ໃນໄລຍະເທດສະການ ຫຼື ວັນພັກທີ່ມີຜູ້ໂດຍສານເພີ່ມຂຶ້ນຫຼາຍ ອາດຈະເພີ່ມຖ້ຽວລົດໄຟ ຫຼື ຕໍ່ລົດໄຟສອງຂະບວນໃສ່ກັນຕາມຄວາມເໝາະສົມ.
ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ໃນໂອກາດທີ່ ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ແຂວງວຽງຈັນ ໃນວັນທີ 3 ກໍລະກົດຜ່ານມາ, ຊຶ່ງທ່ານໄດ້ໂອ້ລົມພະນັກງານການນຳ, ແຂວງວຽງຈັນ. ເຂົ້າຮ່ວມຮັບຟັງມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ມີຄະນະນຳ ແລະ ພະນັກງານຂອງສອງພາກສ່ວນດັ່ງກ່າວເຂົ້າຮ່ວມ.
ສະຫວັນນະເຂດ ຫາລືກຽມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ສະຫວັນນະເຂດ ຫາລືກຽມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ວັນທີ 2 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຈະຈັດຂຶ້ນພ້ອມກັນທົ່ວປະເທດໃນວັນທີ 12 ສິງຫາ 2025 ທີ່ຈະເຖິງນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ.
ຄໍາມ່ວນ ປິດຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານ

ຄໍາມ່ວນ ປິດຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານ

ຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານຂະໜາດນ້ອຍ-ກາງໄດ້ປິດລົງໃນວັນທີ 3 ກໍລະກົດຜ່ານມາ ຢູ່ທີ່ໂຮງແຮມພອນປະດິດ ເມືອງທ່າແຂກ ແຂວງຄໍາມ່ວນ.
ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ເມື່ອບໍ່ດົນຜ່ານມານີ້, ທີ່ເຮືອນພັກຮັບຮອງ ຂອງເຈົ້າແຂວງຈໍາປາສັກ ທີ່ນະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ອະນຸຍາດ ແລະ ໃຫ້ກຽດຕ້ອນຮັບ ທ່ານ ຣັດສະໝີ ດວງສັດຈະ ອະດີດເລ​ຂາ​ທິ​ການສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ ສ​ປ​ປ ລາວ ອະດີດທີ່ປຶກສາຂ່າວສານທະນາຄານແຫ່ງ ສປປ ລາວ (ທຫລ) ທັງເປັນກໍາມະການຄະນະບໍລິຫານງານສະ​ມາ​ຄົມມິດຕະພາບ ລາວ-ສ.ເກົາຫຼີ (LKFA), ໂດຍການພາທາງ ຂອງທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າສາຂາ ທຫລ ພາກໃຕ້ ແຂວງຈໍາປາສັກ.
ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ຂອງຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດນີ້ ຢູ່ທີ່ຫ້ອງການສະພາປະຊາຊົນແຂວງ (ສພຂ) ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ເພີ່ມເຕີມ