ພົນຈັດຕະວາ ສາຍສະໝອນ ໄຊພູບານ ນັກປະພັນທີ່ດີເດັ່ນສ້າງຜົນງານຮັບໃຊ້ກອງທັບ

ພົນຈັດຕະວາ ສາຍສະໝອນ ໄຊພູບານ ນັກປະພັນທີ່ດີເດັ່ນສ້າງຜົນງານຮັບໃຊ້ກອງທັບ
ໂດຍ: ລີຕ່າ ກັດຕິຍະວົງ
ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຄະນະປະຈຳພັກກົມໃຫຍ່ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບຜູ້ຊີ້ນຳວຽກງານພັກ-ວຽກງານການເມືອງ ເປັນນັກປະພັນສະໝັກຫຼິ້ນ ຜູ້ໜຶ່ງທີ່ມີພອນສະຫວັນ ແລະ ມີຄວາມຮູ້-ຄວາມສາມາດໃນການປະດິດຄິດແຕ່ງປະພັນບົດເພງ, ບົດລຳ, ບົດຟ້ອນ ແລະ ບົດລະຄອນຕ່າງໆທີ່ສ່ອງແສງເຖິງມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ຊຶ່ງໄດ້ສ້າງຜົນງານອັນເປັນເອກກະລັກໃຫ້ຫຼາຍໆຄົນໄດ້ຮັບຊົມ, ຮັບຟັງທັງສ້າງຊື່ສຽງໃຫ້ແກ່ກອງທັບປະຊາຊົນລາວຕະຫຼອດມາ ໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ນັກປະພັນຮຸ່ນໃໝ່ໄດ້ຮໍ່າຮຽນເອົາເປັນແບບຢ່າງມາໝູນໃຊ້ເຂົ້າໃນການປະດິດຄິດແຕ່ງບົດປະພັນຂອງຕົນໃຫ້ມີຄຸນນະພາບ ແລະ ເຂົ້າກັບຍຸກກັບສະໄໝ.
ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ເກີດໃນວັນທີ 1 ມັງກອນ 1962 ທີ່ບ້ານວັດທາດ ເມືອງໄຊເສດຖາ ແຂວງອັດຕະປື, ນອກຈາກເຮັດສຳເລັດໜ້າທີ່ວິຊາສະເພາະແລ້ວ ສະຫາຍຍັງມີຜົນງານອັນໂດດເດັ່ນທາງດ້ານສິລະປະ-ວັນນະຄະດີ ຊຶ່ງເປັນຄວາມມັກຮັກມາແຕ່ຍັງນ້ອຍໂດຍບໍ່ໄດ້ຜ່ານການຮໍ່າຮຽນວິຊາສະເພາະຈາກໂຮງຮຽນໃດມາກ່ອນ ແຕ່ຍ້ອນມີພອນສະຫວັນ, ພອນສະແຫວງ ສະຫາຍສາມາດປະດິດຄິດແຕ່ງບົດລຳ, ບົດເພງ, ບົດຟ້ອນ ແລະ ບົດລະຄອນຮັບໃຊ້ກອງທັບ ກໍຄືຮັບໃຊ້ກົມກອງຢ່າງມີຄຸນນະພາບ.
ຕະຫຼອດໄລຍະຜ່ານມາ, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານສາມາດສ້າງຜົນງານການປະພັນບົດເພງອອກສູ່ສັງຄົມ, ໃນນັ້ນບົດເພງທີ່ໄດ້ອັດເປັນອາລະບໍ້າທັງໝົດ 12 ບົດເພງ, ເພງທີ່ບໍ່ໄດ້ອອກເປັນອາລະບ້ຳ 6 ບົດເພງ ແລະ ຍັງມີບົດເພງທີ່ຍັງບໍ່ໄດ້ອັດ 6 ບົດເພງຊຶ່ງເພງທີ່ໄດ້ຮັບຄວາມນິຍົມຊົມຊອບຈົນມາຮອດປັດຈຸບັນນີ້ແມ່ນບົດເພງຫ່ວງຊາດຫ່ວງນາງ ຮ້ອງໂດຍສະຫາຍພັນໂທ ອິນທະຫວາ ບຸດສະດີ ສັງກັດຢູ່ກົມໃຫຍ່ເຕັກນິກກອງທັບ.ໃນໂອກາດຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ສະຫາຍຍັງໄດ້ແຕ່ງເພງ 1 ເພງ ເພື່ອສົ່ງເຂົ້າແຂ່ງຂັນງານກວດສອບວັນນະຄະດີທົ່ວກອງທັບຢູ່ແຂວງຊຽງຂວາງ ຊຶ່ງໄດ້ຮັບລາງວັນທີ 2 ໃນບົດເພງ 20 ມັງກອນມີໄຊ ຮ້ອງໂດຍ ສະຫາຍຮ້ອຍໂທນາງ ລີຈ່ອຍ ອິນທະວົງ ສັງກັດຢູ່ໂຮງງານອໍ 410, ສະຫາຍຍັງໄດ້ແຕ່ງເພງສົ່ງເຂົ້າແຂ່ງຂັນໃນໂອກາດປີສາມັກຄີລາວຫວຽດນາມຕື່ມອີກ. ສໍາລັບຜົນງານທີ່ຜ່ານມາໄດ້ຮັບຄໍາຍ້ອງຍໍຊົມເຊີຍຈາກພັກ-ລັດເຊັ່ນ: ໄດ້ຮັບໃບຈາລຶກຜົນງານ ແລະ ໃບຍ້ອງຍໍປະເພດຕ່າງໆຖືເປັນ ຄວາມພາກພູມໃຈທີ່ສຸດໃຫ້ແກ່ຕົນເອງຕະຫຼອດມາ.
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງນີ້, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ຝາກເຖິງນັກປະພັນຮຸ່ນໃຫມ່ຜູ້ສືບທອດ ຈົ່ງພ້ອມກັນເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນເຂົ້າໃນການປະດິດຄິດແຕ່ງບົດລຳ, ບົດເພງຂອງຕົນໃຫ້ມີລັກສະນະຊາດ, ລັກສະນະມູນເຊື້ອເພື່ອພ້ອມກັນປຸກລະດົມນໍ້າໃຈຮັກຊາດ ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມນັ້ນໄດ້ອວຍພອນໄຊອັນປະເສີດແດ່ການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດຈົ່ງມີສຸຂະພາບເຂັ້ມແຂງນໍາພາປະເທດຊາດ ແລະ ກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ເພີ່ມເຕີມ