ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຄະແນນຄວາມນິຍົມຂອງ ສ ເກົາຫຼີ ໃນສາຍຕາຊາວຕ່າງປະເທດຢູ່ທີ່ 82.3%, ເພີ່ມຂຶ້ນ 3.3 ຈຸດຈາກປີກ່ອນ ແລະ ເປັນລະດັບສູງສຸດນັບຕັ້ງແຕ່ການສຳຫຼວດເລີ່ມຕົ້ນໃນປີ 2018.
ຜົນການສຳຫຼວດຍັງໄດ້ເປີດເຜີຍວ່າ: ຕາເວັນອອກກາງ ແລະ ບາງສ່ວນຂອງອາຊີມີທັດສະນະຄະຕິໃນທາງບວກສູງຕໍ່ ສ ເກົາຫຼີ, ໂດຍ UAE ຢູ່ໃນອັນດັບທຳອິດທີ່ 94.8%, ຕິດຕາມດ້ວຍເອຢິບ 94%, ຟີລິບປິນ 91.4%, ແລະ ຕວັກກີ 90.2%.
ໃນຂະນະດຽວກັນ, ປະເທດໄທ ແລະ ອັງກິດ ເປັນປະເທດທີ່ໃຫ້ຄະແນນຄວາມນິຍົມເພີ່ມຂຶ້ນຢ່າງຫຼວງຫຼາຍໃນແຕ່ລະປີ. ໂດຍອັດຕາສ່ວນຂອງຜູ້ຕອບແບບສອບຖາມຊາວໄທທີ່ມີທັດສະນະໃນທາງບວກຕໍ່ ສ ເກົາຫຼີ ເພີ່ມຂຶ້ນ 9.4 ຈຸດເປັນ 86.2% ແລະ ອັງກິດເພີ່ມຂຶ້ນ 9.2 ຈຸດເປັນ 87.4% ຊຶ່ງສູງກວ່າລະດັບສະເລ່ຍຂອງເອີຣົບ.
ໃນຂະນະທີ່ຍີ່ປຸ່ນ ຊຶ່ງປົກກະຕິແລ້ວມັກໃຫ້ຄະແນນຄວາມນິຍົມຕໍ່າ, ລາຍງານປີນີ້ເພີ່ມຂຶ້ນເປັນ 42.2%, ຫຼາຍກວ່າສອງເທົ່າເມື່ອທຽບກັບປີ 2018 ແລະ ຈີນມີອັດຕາສ່ວນຜູ້ຕອບແບບສອບຖາມທີ່ເບິ່ງ ສ ເກົາຫຼີ ໃນທາງບວກຢູ່ທີ່ 62.8%.
ສຳລັບປັດໄຈທີ່ມີອິດທິພົນຕໍ່ພາບພົດຂອງ ສ ເກົາຫຼີ ຄື: ເນື້ອໃນທາງວັດທະນະທຳຍັງຄົງມີບົດບາດສຳຄັນ. ໂດຍ 45.2% ຂອງຜູ້ຕອບແບບສອບລະບຸວ່າ K-pop, ລະຄອນໂທລະພາບ ແລະ ຮູບເງົາ ມີອິດທິພົນຕໍ່ທັດສະນະຄະຕິຂອງເຂົາເຈົ້າຕໍ່ ສ ເກົາຫຼີ, ໂດຍສະເພາະໃນຟີລິບປິນ, ຍີ່ປຸ່ນ ແລະ ອິນໂດເນເຊຍ.
ໃນຂະນະທີ່ວິຖີຊີວິດ ແລະ ວັດທະນະທຳທີ່ທັນສະໄໝໄດ້ຖືກກ່າວເຖິງໃນອັດຕາສ່ວນ 31.9%, ສິນຄ້າ ແລະ ຍີ່ຫໍ້ທີ່ມີຄຸນນະພາບສູງ ຢູ່ທີ່ 28.7% ແລະ ຜູ້ຕອບແບບສອບຖາມ 21.2% ເບິ່ງຄວາມກ້າວໜ້າທາງເສດຖະກິດໃນທາງບວກ. ບັນດາປະເທດຕາເວັນອອກກາງ ແລະ ອາຟຣິກ າໃຫ້ຄວາມສຳຄັນກັບປັດໄຈທາງເສດຖະກິດຄຽງຄູ່ກັບອິດທິພົນທາງວັດທະນະທຳ.
ບົດລາຍງານຍັງໄດ້ລະບຸວ່າ: ແພລັດຟອມດີຈີຕອນແມ່ນຊ່ອງທາງຫຼັກທີ່ຄົນຕ່າງປະເທດຮັບຮູ້ເນື້ອຫາຂອງ ສ ເກົາຫຼີ. ໂດຍແພລັດຟອມວີດີໂອເຊັ່ນ: YouTube ແລະ Netflix ກວມເອົາອັດຕາສ່ວນສູງເຖິງ 64.4% ຊຶ່ງໃນກຸ່ມນີ້ພົບວ່າເປັນຜູ້ໃຊ້ YouTube 77.4% ແລະ 65.1% ໃນ Netflix. ສ່ວນສື່ສັງຄົມອອນລາຍເຊັ່ນ: Instagram ແລະ TikTok ແມ່ນຊ່ອງທາງທີ່ຮອງລົງມາ.
ທັງນີ້, ກະຊວງດັ່ງກ່າວລະບຸວ່າ: ການເຜີຍແຜ່ເນື້ອຫາຂອງ ສ ເກົາຫຼື ຜ່ານສື່ອອນສັງຄົມອອນລາຍທົ່ວໂລກປະກອບສ່ວນໂດຍກົງຕໍ່ການເສີມຂະຫຍາຍພາບພົດຂອງປະເທດ. ພ້ອມທັງກຳລັງກະກຽມເວທີປາໄສເພື່ອລວບລວມຄວາມຄິດເຫັນຂອງຜູ້ຊ່ຽວຊານ, ນຳຜົນການສຳຫຼວດໄປວິເຄາະຢ່າງເລິກເຊິ່ງ ແລະ ນຳໃຊ້ຂໍ້ມູນນີ້ປະກອບເຂົ້າໃນການກຳນົດນະໂຍບາຍໃນຂົງເຂດຕ່າງໆ.
ຄໍາເຫັນ