ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກັນຍາ 2023

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກັນຍາ 2023
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2023 ໄດ້ເປີດຂຶ້ນ ໃນຕອນເຊົ້າວັນທີ 28 ແລະ ອັດລົງໃນຕອນແລງວັນທີ 29 ກັນຍາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2023.
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມວ່າ:
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ດັ່ງນີ້: ວາລະທີ 1: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2023 ຂອງລັດຖະບານ, ໃນນັ້ນ ລວມມີການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານສໍາຄັນ ຄື:ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ; ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງ ແຜນຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການປະຕິຮູບລັດວິສາຫະກິດ ສະບັບເລກທີ 10/ລບ, ລົງວັນທີ 15 ຕຸລາ 2021; ລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເປັນທັນສະໄໝ ໃນໄລຍະ 5 ປີ (2021-2025) ສະບັບເລກທີ 09/ລບ, ລົງວັນທີ 8 ຕຸລາ 2021; ແລະ ລາຍງານ ຜົນກອງປະຊຸມ ການກະກຽມປີທ່ອງທ່ຽວລາວ ປີ 2024. ຜ່ານການລາຍງານ, ຄົ້ນຄວ້າ ແລະ ປະກອບຄໍາເຫັນ, ກອງປະຊຸມມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຮ່າງບົດລາຍງານ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ພ້ອມທັງ ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການເອົາໃຈໃສ່ຄຸ້ມຄອງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານ ຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ໃຫ້ເກີດເປັນຮູບປະທຳກວ່າເກົ່າ ໂດຍສະເພາະ ບັນດາມາດຕະການທີ່ວາງອອກ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ລວມທັງວຽກການປະຕິຮູບລັດວິສາຫະກິດ, ການປະຕິບັດນະໂຍບາຍສ້າງຄັງແຮເຂົ້າ, ການຄຸ້ມຄອງການຄ້າຊາຍແດນ ແລະ ການປັບປຸງການບໍລິການຢູ່ດ່ານສາກົນ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ທັງສົມທົບກັບທ້ອງຖິ່ນ ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ ການເກັບກູ້ຜົນຜະລິດ ຂອງປະຊາຊົນ ໃຫ້ທັນການ, ກຳນົດແຜນການ ແລະ ມາດຕະການ ເພື່ອດຸ່ນດ່ຽງ ແລະ ຫຼຸດຜ່ອນການນຳເຂົ້າສິນຄ້າກະສິກຳ ທີ່ປະເທດເຮົາສາມາດຜະລິດ ແລະ ສະໜອງການຊົມໃຊ້ພາຍໃນໄດ້ພຽງພໍ; ໃຫ້ກະຊວງການເງິນ ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ໃນການເກັບລາຍຮັບເຂົ້າງົບປະມານ ເພື່ອໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ທີ່ກຳນົດໄວ້ ໄປຄຽງຄູ່ກັບຫັນການເກັບລາຍຮັບເປັນສະໄໝ; ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສືບຕໍ່ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍແຊກແຊງລາຄາສິນຄ້າ ແລະ ດັດສົມຕະຫຼາດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ປະຊາຊົນ; ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ເພິ່ມທະວີໂຄສະນາເຜີຍແຜ່ການທ່ອງທ່ຽວລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ; ວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານກ່ຽວກັບການເຊົ່າ ແລະ ສຳປະທານຊັບສິນຂອງລັດ ຕາມແຈ້ງການ ສະບັບເລກທີ 1427/ຫສນຍ, ລົງວັນທີ 1 ສິງຫາ 2023 ແລະ ໄດ້ຊີ້ນໍາ ກະຊວງການເງິນ ໃຫ້ສົມທົົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ກວດກາ ແລະ ປະເມີນຄືນລະອຽດ ບັນດາກິດຈະການເຊົ່າ ແລະ ສຳປະທານຊັບສິນຂອງລັດ ໂດຍໃຫ້ເຂັ້ມງວດ ແລະ ເດັດຂາດ ຕໍ່ຫົວໜ່ວຍທີ່ລະເມີດສັນຍາ, ຫົວໜ່ວຍທີ່ບໍ່ມີປະສິດທິຜົນ, ກົດໜ່ວງຖ່ວງດຶງການພັດທະນາ ແລະ ເຮັດໃຫ້ລັດ ເສຍຜົນປະໂຫຍດ. ຄຽງຄູ່ກັນນັ້ນ ກໍ່ສົ່ງເສີມຫົວໜ່ວຍເຊົ່າ ແລະ ສຳປະທານຊັບສິນຂອງລັດ ທີ່ມີການເຄື່ອນໄຫວທຸລະກິດດີ; ວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ລະບົບພະຍາກອນ ແລະ ແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ແຫ່ງຊາດ ແລະ ໄດ້ຊີ້ນໍາກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ ໃຫ້ຈະແຈ້ງ ແລະ ເຂົ້າໃຈງ່າຍ, ປັບປຸງຊື່ຂອງແຜນແມ່ບົດ ແລະ ບາງເນື້ອໃນ ໃຫ້ຊັດເຈນ ແລະ ຄົບຖ້ວນສົມບູນຂຶ້ນ ໂດຍສະເພາະ ກ່ຽວກັບການຄົ້ນຄວ້າວິໄຈລະບົບດັ່ງກ່າວ, ການກຳນົດກົນໄກການປະສານງານ ແລະ ອື່ນໆ; ວາລະທີ 4: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງບົດລາຍແຫ່ງຊາດ ປະຈຳໄລຍະທີ 7 ໃນການຈັດຕັ້ງ ປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ໄດ້ຊີ້ນໍາຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ ເປັນຕົ້ນ ການອະທິບາຍ ກ່ຽວກັບການອອກແຮງງານຂອງເດັກ ທີ່ຕິດພັນກັບການຮຽນຮູ້, ການຖ່າຍທອດວັດທະນະທຳ ແລະ ແບບແຜນດຳລົງຊີວິດ ຂອງຄົນລາວ, ລວມທັງ ສະພາບເງື່ອນໄຂ ແລະ ຂໍ້ຈຳກັດ ໃນການດຳລົງຊີວິດຂອງເດັກ ໃນ ສປປ ລາວ ໂດຍສະເພາະເດັກ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ທີ່ໄດ້ຮັບຜົນກະທົບ ຈາກປັດໃຈຕ່າງໆ ທັງໃນອາດີດ ແລະ ປັດຈຸບັນ. ພ້ອມກັນນີ້, ໃນຕໍ່ໜ້າ ໃຫ້ເອົາໃຈໃສ່ເພີ່ມທະວີວຽກສຶກສາອົບຮົມສັງຄົມ ໂດຍສະເພາະ ຜູ້ປົກຄອງເດັກ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ຮັບຮູ້ ແລະ ເຂົ້າໃຈ ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ເດັກ ໂດຍສະເພາະ ນະໂຍບາຍສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກ ເພື່ອເຮັດໃຫ້ເດັກ ທີ່ເປັນອະນາຄົດຂອງຊາດ ໄດ້ຮັບການສຶກສາ, ສົ່ງເສີມສຸຂະພາບ ແລະ ປັບປຸງຊີວິດການເປັນຢູ່, ທັງໄດ້ຮັບການປົກປ້ອງ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ; ວາລະທີ 5: ກອງປະຊຸມ ໄດ້ພິຈາລະນາ ຮ່າງດຳລັດ ວ່າດ້ວຍພາລະກອນ ແລະ ຮ່າງດຳລັດ ວ່າດ້ວຍການຫັນຫົວໜ່ວຍບໍລິຫານວິຊາການເປັນເຈົ້າຕົນເອງ, ແຕ່ເນື່ອງຈາກວ່າ ສອງຮ່າງດໍາລັດດັ່ງກ່າວ ມີຄວາມສຳຄັນຫຼາຍ, ເປັນບັນຫາໃໝ່, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຍັງບໍ່ທັນເປັນເອກະພາບກັນ, ດັ່ງນັ້ນ ກອງປະຊຸມ ໄດ້ຊີ້ນຳກະຊວງພາຍໃນ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ຈັດສຳມະນາວິທະຍາສາດເພື່ອລະດົມຄວາມຄິດເຫັນ ຕໍ່ສອງຮ່າງດຳລັດດັ່ງກ່າວ ຕື່ມ ໂດຍສະເພາະ ໃຫ້ຄົ້ນຄວ້າຄືນ ບັນດາຈຸດ ທີ່ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນເປັນເອກະພາບ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ຫຼັງຈາກນັ້ນ, ຈຶ່ງເຮັດລາຍງານຫາລັດຖະບານ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ. ພ້ອມກັນນັ້ນ, ກໍໃຫ້ຕີລາຄາຖອດຖອນບົດຮຽນ ການຫັນ 5 ຫົວໜ່ວຍວິຊາການກຸ້ມຕົນເອງທາງດ້ານງົບປະມານ ທີ່ໄດ້ປະຕິບັດໃນໄລຍະຜ່ານມາ; ວາລະທີ 6: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດແຫ່ງຊາດ ວຽກການບໍລິການຜ່ານກົນໄກປະຕູດຽວ ຮອດປີ 2030 ແລະ ໄດ້ຊີ້ນໍາກະຊວງພາຍໃນ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງຍຸດທະສາດດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຕື່ມ ເປັນຕົ້ນ ຊື່ຂອງຍຸດທະສາດ, ເນື້ອໃນຄຳຂວັນ, ການກຳນົດຫຼັກການພື້ນຖານ ແລະ ຫຼັກການຈັດຕັ້ງປະຕິບັດ, ກຳນົດລະອຽດ ແລະ ຈະແຈ້ງຕື່ມ ກ່ຽວກັບແຜນງານ ແລະ ໂຄງການຕ່າງໆ, ລວມທັງ ແຜນການຮ່ວມມືກັບສາກົນ ໃນວຽກງານດັ່ງກ່າວ ໂດຍໃຫ້ມີຄາດໝາຍ ແລະ ກຳນົດເວລາຄັກແນ່. ສຳລັບຫຼັກການຄົ້ນຄວ້າ ແລະ ປັບປຸງ ໃຫ້ພິຈາລະນາບົນພື້ນຖານ ຫັນເປັນທັນສະໄໝ, ລວມສູນ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ. ພ້ອມນັ້ນ ກໍ່ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ໄດ້ປະກາດໃຊ້ແລ້ວ; ວາລະທີ 7: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການບິນພົນລະເຮືອນ ແລະ ໄດ້ຊີ້ນຳກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການໃຊ້ຄຳສັບ ໃຫ້ເຂົ້າໃຈງ່າຍ, ອະທິບາຍເພີ່ມບາງຄຳສັບ, ຊື່ຂອງຮ່າງດຳລັດ ໃຫ້ສັ້ນກະທັດຮັດ, ປັບປຸງການກຳນົດອັດຕາ ແລະ ຂັ້ນຕອນການປັບໄໝ, ການຄຸ້ມຄອງເງິນປັບໄໝ ໃຫ້ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງ, ກຳນົດເພີ່ມຕື່ມບາງມາດຕະການທີ່ຈຳເປັນ, ຈັດລຽງເນື້ອໃນຂອງມາດຕາ ຢູ່ໃນແຕ່ລະໝວດ ໃຫ້ກົມກຽວກັນ; ວາລະທີ 8: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການຄຸ້ມຄອງສິນຄ້າສອງດ້ານ ແລະ ໄດ້ຊີ້ນໍາກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຮ່າງດຳລັດ, ອະທິບາຍຕື່ມ ກ່ຽວກັບສິນຄ້າສອງດ້ານ ເພື່ອບໍ່ໃຫ້ເກີດຄວາມສັບສົນ ໃນເວລາຈັດຕັ້ງປະຕິບັດ, ປັບປຸງ ເນື້ອໃນກ່ຽວກັບການຄຸ້ມຄອງການນຳເຂົ້າ ແລະ ນຳໃຊ້ສິນຄ້າດັ່ງກ່າວ, ການອະນຸຍາດສົ່ງອອກ ແລະ ຜ່ານແດນ, ລວມທັງການບໍລິການນາຍໜ້າ ທີ່ກ່ຽວຂ້ອງກັບສິນຄ້າດັ່ງກ່າວ ໃຫ້ມີເນື້ອໃນລະອຽດ, ຊັດເຈນ ຂຶ້ນຕື່ມ.
ສຳລັບແຜນວຽກຈຸດສຸມໃນເດືອນຕຸລາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດບາງແຜນວຽກຈຸດສຸມ ໃນທ້າຍປີ 2023, ໃນນັ້ນ ຈະໄດ້ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຕາມມາດຕະການ ແລະ ບັນດານິຕິກໍາ ທີ່ລັດຖະບານໄດ້ວາງອອກໃໝ່ ເຊິ່ງຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້:
ວຽກງານປ້ອງກັນຊາດ: ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ.
ວຽກງານປ້ອງກັນຄວາມສະຫງົບ: ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄຳສັ່ງ ເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຈັດຕັ້ງປະຕິບັດຕາມບັນດານິຕິກຳຕ່າງໆ ທີ່ມີ ໃຫ້ແຂງແຮງກ່ວາເກົ່າ ໂດຍສະເພາະ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້ ແລະ ອື່ນໆ.
ການແກ້ໄຂວຽກງານເຄັ່ງຮ້ອນ ທາງດ້ານເສດຖະກິດ ໃນນີ້:
- ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ ໂດຍສະເພາະ ປະຕິບັດມາດຕະການແຊກແຊງລາຄາສິນຄ້າທີ່ຈໍາເປັນ (ເຂົ້າ, ຊີ້ນ, ປາ ແລະ ໄຂ່); ມາດຕະການຄຸ້ມຄອງອັດຕາແລກປ່ຽນ; ມາດຕະການໃນການປະຕິບັດນະໂຍບາຍສິນເຊື່ອເພື່ອການຜະລິດ ແລະ ມາດຕະການອື່ນໆ ທີ່ໄດ້ກຳນົດໃນຄຳສັ່ງ ກໍຄືແຜນດຳເນີນງານ.
- ສືບຕໍ່ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດໂຄງການລົງທຶນຕ່າງປະເທດ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດດຶງເງິນຕາຕ່າງປະເທດເຂົ້າມາຫຼາຍຂຶ້ນ ແລະ ສ້າງລາຍຮັບໃຫ້ລັດໄວຂຶ້ນ, ເລັ່ງໃຫ້ໂຄງການ ເປີດບັນຊີເພື່ອຊຳລະສະສາງຜ່ານລະບົບທະນາຄານ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ ກໍລະນີໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດໝາຍກ່ຽວຂ້ອງ ແມ່ນໃຫ້ກ້າວໄປສູ່ການຍົກເລີກໂຄງການຢ່າງເດັດຂາດ ເພື່ອບໍ່ໃຫ້ມີການຈັບຈອງພື້ນທີ່ດິນ ແລະ ທ່ວງດຶງການພັດທະນາ.
- ສືບຕໍ່ເອົາໃຈໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ຫຼື ລື່ນແຜນ, ໃນນັ້ນ ສຸມໃສ່ເກັບລາຍຮັບຕາມຖານລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນ, ຄຸ້ມຄອງການເກັບລາຍຮັບຢູ່ບັນດາດ່ານສາກົນໃຫ້ດີ ໂດຍເລັ່ງການຫັນການເກັບລາຍຮັບເປັນທັນສະໄໝຢູ່ດ່ານ ໃຫ້ສຳເລັດໄວ, ທັງມີມາດຕະການເດັດຂາດບໍ່ໃຫ້ມີການລັກລອບນຳເຂົ້າສິນຄ້າຢູ່ບໍລິເວນຊາຍແດນ, ພ້ອມກັນນັ້ນກໍສືບຕໍ່ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ; ຈັດຕັ້ງປະຕິບັດດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ດໍາລັດວ່າດ້ວຍລົດຂອງລັດ ໃຫ້ປະກົດຜົນເປັນຈິງ.
- ສືບຕໍ່ກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ໃຫ້ສໍາເລັດ ເພື່ອລາຍງານລັດຖະບານ ແລະ ສະພາແຫ່ງຊາດ ພິຈາລະນາຮັບຮອງ. ນອກນັ້ນ, ໃຫ້ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນທ້າຍປີ 2023 ໃຫ້ບັນລຸຕາມແຜນການທີ່ວາງໄວ້.
ຂົງເຂດ ພະລັງງານ ແລະ ບໍ່ແຮ່ : ໃຫ້ເລັ່ງກວດກາໂຄງການແຮ່ທາດທີ່ໄດ້ອະນຸມັດຜ່ານມາໃຫ້ສຳເລັດໄວ; ຊຸກຍູ້ໂຄງການລົງທຶນພະລັງງານໄຟຟ້າ ທີ່ມີສັນຍາຊື້-ຂາຍກັບຕ່າງປະເທດແລ້ວ; ຮີບຮ້ອນຄົ້ນຄວ້າຍຸດທະສາດການພັດທະນາແຮ່ຫາຍາກ ແລະ ແຮ່ອື່ນໆ ທີ່ເປັນແຮ່ຍຸດທະສາດສຳຄັນທີ່ໂລກ ມີຄວາມຕ້ອງການ ເພື່ອເປັນການສ້າງເງື່ອນໄຂຄວາມອາດສາມາດເຈລະຈາຕໍ່ລອງ ທາງດ້ານເສດຖະກິດຂອງລາວເຮົາ.
ຂົງເຂດ ອຸດສາຫະກຳ ແລະ ການຄ້າ: ໃຫ້ສືບຕໍ່ເພີ່ມທະວີການຄຸ້ມຄອງບໍລິສັດນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ເຂັ້ມງວດ, ໃນນັ້ນ ໃຫ້ເລັ່ງບັນດາບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ ເປີດບັນຊີ ຢູ່ທະນາຄານ ແລະ ໂອນເງິນການຊື້-ຂາຍ ຜ່ານລະບົບທະນາຄານ ໃຫ້ເພີ່ມຂຶ້ນ; ຮີບຮ້ອນເຈລະຈາກັບປະເທດເພື່ອນບ້ານໃກ້ຄຽງໃນການສົ່ງອອກສິນຄ້າກະສິກຳຂອງລາວ; ສືບຕໍ່ຄົ້ນຄວ້າ ແລະ ສ້າງນິຕິກຳຄຸ້ມຄອງການຂຶ້ນທະບຽນຕູ້ສິນຄ້າ ໃຫ້ແກ່ຜູ້ບໍລິການຕູ້ສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ; ຕິດຕາມການຈັດຕັ້ງປະຕິບັດຄັງແຮເຂົ້າແຊກແຊງລາຄາ ແລະ ການດັດສົມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ; ຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໃຫ້ແກ່ສັງຄົມເປັນປົກກະຕິ.
ຂົງເຂດ ໂຍທາທິການ ແລະ ຂົນສົ່ງ: ໃຫ້ສືບຕໍ່ປັບປຸງບັນດາເສັ້ນທາງທີ່ເປ່ເພ ແລະ ເລັ່ງຟື້ນຟູການກໍ່ສ້າງເສັ້ນທາງເລກ 8 ເຂດພູໄຮ ບ້ານນາຫີນ, ເມືອງຄູນຄໍາ, ແຂວງຄໍາມ່ວນ ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ລົດບັນທຸກສິນຄ້າສາມາດສັນຈອນໄດ້ເປັນປົກກະຕິ; ສືບຕໍ່ແກ້ໄຂ ແລະ ປັບປຸງ ຂໍ້ຄົງຄ້າງການບໍລິການຕິດພັນທ່າບົກ ໃຫ້ໂລ່ງລ່ຽນ, ລວມທັງການເກັບຄ່າບໍລິການໃຫ້ເປັນເອກະພາບກັນ. ນອກນັ້ນ ກໍແກ້ໄຂບັນດາຂໍ້ຄົງຄ້າງຕິດພັນກັບບໍລິສັດທາງລົດໄຟລາວ-ຈີນ; ບັນຫາທີ່ຕິດພັນກັບການຄົມມະນາຄົມຂົນສົ່ງ ລະຫວ່າງປະເທດ; ເລັ່ງປັບປຸງລັດວິສາຫະກິດການບິນລາວ. ພ້ອມນັ້ນ ກໍໃຫ້ປັບປຸງການບໍລິການຢູ່ສະໜາມບິນສາກົນຕ່າງໆ, ສະຖານີລົດໄຟ ແລະ ສະຖານີລົດໂດຍສານ ເພື່ອກຽມຕ້ອນຮັບປີທ່ອງທ່ຽວລາວ 2024.
ຂົງເຂດ ກະສິກຳ ແລະ ປ່າໄມ້: ໃຫ້ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອສົ່ງອອກທົດແທນການນຳເຂົ້າ ໃຫ້ໄດ້ຕາມແຜນທີ່ກຳນົດໄວ້; ຮີບຮ້ອນເຈລະຈາສັນຍາກ່ຽວກັບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ກັບ ສປ ຈີນ ເພື່ອສົ່ງອອກສິນຄ້າກະສິກຳຂອງລາວ ທີ່ມີທ່າແຮງ ເຊັ່ນ: ໃບມອນ ແລະ ສິນຄ້າອື່ນໆ.
ຂົງເຂດ ຍຸຕິທຳ: ໃຫ້ສືບຕໍ່ປັບປຸງຮຽບຮຽງບັນດາຮ່າງກົດໝາຍ ທີ່ຈະນໍາໄປຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນກໍານົດເວລາ.
ວຽກງານວັດທະນະທຳ-ສັງຄົມ: ໃນນີ້
ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ: ໃຫ້ເລັ່ງແກ້ໄຂຜົນກະທົບຈາກໄພນໍ້າຖ້ວມຢູ່ບາງແຂວງໃຫ້ກັບສູ່ສະພາບປົກກະຕິໂດຍໄວ; ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງແຮງງານລາວ ທີ່ອອກໄປເຮັດວຽກຢູ່ຕ່າງປະເທດ; ສຸມໃສ່ການເກັບກຳຂໍ້ມູນຄວາມຕ້ອງການແຮງງານ ແຕ່ລະໄລຍະໃຫ້ລະອຽດ ປີ 2023 ຮອດປີ 2025 ແລະ ຄວາມສາມາດສະໜອງແຮງງານ ຮອດປີ 2030 ເພື່ອມາດຸ່ນດ່ຽງທົດແທນ ແຮງງານທີ່ຂາດແຄນ, ແລ້ວລາຍງານລັດຖະບານ ພາຍໃນເດືອນ ຕຸລາ 2023.
ຂົງເຂດພາຍໃນ : ໃຫ້ສືບຕໍ່ຄົ້ນຄວ້າບົດລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານລັດຖະກອນ ປະຈໍາປີ 2023 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2024, ຄົ້ນຄວ້າສ້າງຮ່າງດໍາລັດ ວ່າດ້ວຍລະບົບກົງຈັກການຈັດຕັ້ງ ຂອງອົງການບໍລິຫານລັດ ແລະ ສືບຕໍ່ປະເມີນການຈັດຕັ້ງປະຕິບັດວຽກດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຕາມດໍາລັດຂອງລັດຖະບານ ເລກທີ 558. ພ້ອມນັ້ນ ສຸມໃສ່ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາ ໃຫ້ມີຄວາມສະຫງົບປົກກະຕິ.
ຂົງເຂດຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ໃຫ້ສືບຕໍ່ກະກຽມຄວາມພ້ອມຮອບດ້ານການຈັດປີທ່ອງທ່ຽວລາວ ປີ 2024 ໂດຍສະເພາະການປັບປຸງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ຄຸນນະພາບການບໍລິການ, ການໂຄສະນາ ແລະ ແຜນງົບປະມານ, ໃນນັ້ນໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເລິກລາຍລະອຽດ ໃນການໂຄສະນາເຜີຍແຜ່ເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ດ້ວຍຫຼາຍຮູບແບບໃຫ້ແຂງແຮງກວ້າງຂວາງ. ພ້ອມກັນນີ້ ກໍ່ສືບຕໍ່ໂຄສະນາເຜີຍແຜ່ແນວທາງ-ນະໂຍບາຍ ຂອງພັກ-ລັດ ໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດຖະບານ.
ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມ, ເກັບກໍາ, ລາຍງານຂໍ້ມູນສະພາບອຸຕຸນິຍົມ-ອຸທົກກະສາດ ແລະ ແຈ້ງເຕືອນໄພລ່ວງໜ້າໃຫ້ແກ່ສັງຄົມຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ; ສົມທົບກັບກະຊວງພະລັງງາານ ແລະ ບໍ່ແຮ່ ຕິດຕາມລະດັບນໍ້າຂອງບັນດາເຂື່ອນ ແລະ ມີແຜນການບໍລິຫານຈັດການນໍ້າ ຊຶ່ງຖ້າມີຄວາມຈໍາເປັນຈະເປີດປະຕູນໍ້າ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບ ແລະ ມີມາດຕະການຕ່າງໆ ເພື່ອຮອງຮັບໃນການປ່ອຍນໍ້າແຕ່ລະຄັ້ງ. ນອກຈາກ ນັ້ນ, ກໍໃຫ້ຈັດຕັ້ງປະຕິບັດການຂຶ້ນທະບຽນອອກໃບຕາດິນ ໃຫ້ໄດ້ຕາມແຜນການທີ່ວາງໄວ້; ສືບຕໍ່ລົງຕິດຕາມ, ກວດກາ ບັນຫາສິ່ງແວດລ້ອມຂອງບັນດາໂຄງການພັດທະນາແຮ່ທາດ, ໂຮງງານອຸດສາຫະກຳ ແລະ ອື່ນໆ ໃຫ້ມີການຄຸ້ມຄອງທີ່ດີ.
ຂົງເຂດສຶກສາທິການ ແລະ ກິລາ : ສືບຕໍ່ລົງແກ້ໄຂຕົວຈິງບັນຫາການຂາດເຂີນຄູ ຢູ່ບັນດາແຂວງ; ພ້ອມນີ້ ກໍຊຸກຍູ້ບັນດາສະຖາບັນການສຶກສາ ເພື່ອກະກຽມການສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດທີ່ຈະມາເຖິງ ໃຫ້ມີເນື້ອໃນ ແລະ ມີບັນຍາກາດອັນດີ, ໃນນັ້ນໃຫ້ເນັ້ນໃສ່ສ້າງກິດຈະກຳເພື່ອສົ່ງເສີມຄວາມຮູ້ ແລະ ພອນສະຫວັນຂອງນັກຮຽນ ເປັນຕົ້ນການແຂ່ງຂັນຕ່າງໆ, ການປະກວດຂຽນບົດກາບກອນ ຫຼື ບົດອວຍພອນວັນຄູ ແລະ ອື່ນໆ.
ຂົງເຂດສາທາລະນະສຸກ: ສືບຕໍ່ຕິດຕາມເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດໄຂ້ຍຸງລາຍ,ພະຍາດຕາມລະດູການ ແລະ ປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ ໃຫ້ດີຂຶ້ນ.
ວຽກງານການຕ່າງປະເທດ: ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ ເປັນຕົ້ນແມ່ນການເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ແລະ ສາກົນ, ພ້ອມທັງກະກຽມການຕ້ອນຮັບບັນດາປະມຸກລັດ, ການນຳຂັ້ນສູງ ຂອງປະເທດຕ່າງໆ ທີ່ຈະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ້ ສປປ ລາວໃນເດືອນຕຸລາ; ສືບຕໍ່ຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງ ແລະ ລັດຖະບານ ໃຫ້ເປັນແຜນການຈັດຕັ້ງປະຕິບັດລະອຽດ ແລະ ໃຫ້ມີຜົນສຳເລັດເປັນຮູປະທຳ ໃຫ້ຫຼາຍຂຶ້ນ.
ການເຄື່ອນໄຫວວຽກພາຍໃນ: ໃນເດືອນຕຸລາຈະມາເຖິງນີ້, ຈະມີຫຼາຍໆກອງປະຊຸມທີ່ສຳຄັນຈັດຂື້ນ ເປັນຕົ້ນ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9, ກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານກັບຄະນະປະຈຳສະພາແຫ່ງຊາດ ຄັ້ງທີ 2 ປະຈຳປີ 2023 (ເຊິ່ງລັດຖະບານຈະເປັນເຈົ້າພາບ) ແລະ ກອງປະຊຸມສຳຄັນອື່ນໆ ທີ່ປິ່ນອ້ອມ, ຈຶ່ງໃຫ້ບັນດາກະຊວງກ່ຽວຂ້ອງທີ່ມີຫົວຂໍ້ຈະລາຍງານກະກຽມເນື້ອໃນໃຫ້ລະອຽດ ແລະ ທັນການ ໂດຍສະເພາະການກະກຽມແຜນການ ແລະ ບັນຊີໂຄງການລົງທຶນຂອງລັດປະຈຳປີ 2024. ພ້ອມກັນນັ້ນ ກໍໃຫ້ບັນດາສະມາຊິກລັດຖະບານ ກະກຽມເຂົ້າຮ່ວມຢ່າງຄົບຖ້ວນ. ທັງໝົດນັ້ນ ແມ່ນຜົນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນກັນຍາ 2023 (ຂ່າວ: ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ນາຍົກລັດຖະມົນຕີ ເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ​

ວັນທີ​ 7 ຕຸລາຜ່ານມານີ້,​ ທ່ານ​ ສອນໄຊ​ ສີພັນດອນ​ ນາຍົກ​ລັດຖະມົນຕີ​​ ພ້ອມພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມ​ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ 8 ບ້ານ​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ., ມີທ່ານ​​ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍ​ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງຊະນະສົມບູນ​ເຂົ້າຮ່ວມ.​ ພິທີມອບເຄື່ອງຈັດຂຶ້ນຢູ່ສາລາໂຮງທໍາວັດບ້ານຄີລີ​,.
ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,​ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ພັກ ແລະ ລັດ ແຫ່ງ ສປປ ລາວ ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປປ ເກົາຫຼີ ໃນລະຫວ່າງວັນທີ 7-8 ຕຸລາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄຳຂວັນ: ການຕອບໂຕ້ວິກິດໃນຕົວເມືອງ ໄດ້ຈັດຂຶ້ນ ໃນວັນທີ 6 ຕຸລາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ທ່ານ ອາວີ ຊາຄາ ຫົວໜ້າອົງການສະຫະປະຊາຊາດ ດ້ານເຄຫາສະຖານ ປະຈໍາ ສປປ ລາວ, ລັດຖະມົນຕີ, ເຈົ້າແຂວງ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນວັນທີ 3 ຕຸລານີ້ທີ່ ທໍານຽບປະທານປະເທດ,ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາເອກອັກຄະລັດຖະທູດແຕ່ງຕັ້ງຕ່າງປະເທດ ຈໍານວນ6ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ  ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ນາຍົກລັດຖະມົນຕີໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ທີ່ ວໍຊິງຕັນ ສະຫະລັດ ອາເມຣິກາ

ໃນໂອກາດທີ່ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ນະຄອນຫຼວງວໍຊິງຕັນ ດີ.ຊີ ສະຫະລັດ ອາເມຣິກາ ລະຫວ່າງວັນທີ 27-30 ກັນຍາ 2025, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ໄດ້ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວຂຶ້ນໃນຕອນແລງຂອງວັນທີ 28 ກັນຍາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂດຍມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະລັດ ອາເມລຣິກາ ແລະ ການາດາ ປະມານ 250 ທ່ານເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ນາຍົກລັດຖະມົນຕີ ຂຶ້ນກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 80 ຢ່າງເປັນທາງການ ເນັ້ນໜັກການສົ່ງເສີມຫຼັກການພົວພັນຫຼາຍຝ່າຍ ແລະ ຮຽກຮ້ອງການສະໜັບສະໜູນປະເທດທີ່ຢູ່ໃນສະຖານະພາບພິເສດ

ວັນທີ 27 ກັນຍາ ຜ່ານມາ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ສະໄໝທີ 80 ແລະ ໄດ້ກ່າວຄໍາປາໄສຢ່າງເປັນທາງການ ໃນພາກອະພິປາຍທົ່ວໄປ ພາຍໃຕ້ຄໍາຂວັນ: “ຮ່ວມກັນເພື່ອອະນາຄົດທີ່ດີ: 80 ປີ ແລະ ໃນຕໍ່ໜ້າເພື່ອສັນຕິພາບ, ການພັດທະນາ ແລະ ສິດທິມະນຸດທີ່ ຫ້ອງການໃຫຍ່ ອົງການ ສປຊ, ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງອັດຕະປື

ກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງອັດຕະປື ສະໄໝທີ XII ຮອບທີ III ຈັດຂຶ້ນໃນວັນທີ 11 ກັນຍາ ຜ່ານມານີ້ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ມີ ສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ນາຍົກເຂົ້າຮ່ວມກອງປະຊຸມທ້າຍສະໄໝ ອົງຄະນະພັກກະຊວງ ຍທຂ ສະໄໝທີ V

ວັນທີ 9 ກັນຍານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກ ກະຊວງ ຍທຂ ສະໄໝທີ V ພ້ອມທັງໃຫ້ກຽດໂອ້ລົມບັນດາສະຫາຍຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ທີ່ຈະເປີດຂຶ້ນໃນໄວໆນີ້ ຊຶ່ງນຳພາຄະນະເຂົ້າຮ່ວມຮັບຟັງໂດຍສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ.
ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສ ກູບາ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະ​ຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດ ແຫ່ງ ສ ກູບາ ໃນວັນທີ 7 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 6-7 ກັນຍາ 2025.
ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ເພີ່ມເຕີມ