ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄດ້ເປີດຂຶ້ນໃນວັນທີ 26 ແລະ ໄດ້ປິດລົງໃນຕອນເຊົ້າວັນທີ 27 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ ຢ່າງພ້ອມພຽງ.
    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 3 ວາລະສໍາຄັນ ດັ່ງນີ້:
    ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານສະຫຼຸບການປະຕິບັດ ມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ແລະ ກໍານົດທິດທາງແຜນວຽກຈຸດສຸມຂອງລັດຖະບານ ປີ 2024, ໃນນັ້ນ ກອງປະຊຸມ ໄດ້ເນັ້ນໜັກຕື່ມ ຕໍ່ວຽກງານຈຸດສຸມ ຂອງລັດຖະບານ ປີ 2024 ໃຫ້ສືບຕໍ່ສຸມໃສ່ຊີ້ນໍາ-ບັນຊາການຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກໍານົດ ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6, ຄັ້ງທີ 7 ສະໄໝທີ XI ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ໂດຍສະເພາະ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ກໍ່ຄືດໍາລັດຂອງນາຍົກລັດຖະມົນຕີ  ສະບັບເລກທີ 381, ລົງວັນທີ 21 ທັນວາ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024; ແຜນການແກ້ໄຂຜົນການກວດສອບ ແລະ ມະຕິຂອງລັດຖະບານ ສະບັບເລກທີ 17, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05, ລົງວັນທີ 5 ກັນຍາ 2023. ພ້ອມກັນນັ້ນ ກໍໃຫ້ສືບຕໍ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ແລະ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ປະສົບຜົນ ສຳເລັດ ແລະ ເປັນຮູບປະທຳ ຕາມແຜນທີ່ກຳນົດໄວ້ ໂດຍໃຫ້ເອົາໃຈໃສ່ ຕໍ່ບັນດາວຽກງານຕົວຈິງໃນປີ 2024 ຈຳນວນໜຶ່ງ ດັ່ງນີ້:
1.    ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່, 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ແຜນງານ, 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້້ນ ລົງເລິກແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດລົງ ຕິດພັນກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ ດ້ວຍມາດຕະການແກ້ໄຂຮູບແບບໃໝ່; ຄຸ້ມຄອງສື່ສັງຄົມອອນລາຍ ແລະ ສ້າງແຜນການເຄື່ອນ ໄຫວວຽກງານຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ.
2.    ດ້ານເສດຖະກິດ
-    ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫຼາຍຂຶ້ນກ່ວາເກົ່າ.
-    ສຸມໃສ່ການເກັບລາຍຮັບງົບປະມານ ປີ 2024 ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ, ໃນນັ້ນ ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວ ໃຫ້ຄົບຖ້ວນ, ເລັ່ງການຫັນເປັນທັນສະໄໝ ໃນການເກັບລາຍຮັບ ໂດຍຂະຫຍາຍໃຫ້ກວມເອົາຫຼາຍຂົງເຂດ ເຊັ່ນ: ການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ.
-    ສືບຕໍ່ປະຕິບັດແຜນລາຍຈ່າຍງົບປະມານ ຢ່າງຮັດກຸມ, ປະຢັດມັດທະຍັດ ໂດຍໃຫ້ບູລິມະສິດການເບີກຈ່າຍເງິນເດືອນ, ເງິນອຸດໜູນ, ການຊຳລະໜີ້ສິນຕ່າງປະເທດ, ລາຍຈ່າຍສໍາລັບການເປັນປະທານອາຊຽນ, ສ່ວນການຈັດຊື້ໃໝ່ ຖ້າບໍ່ຈຳ ເປັນແທ້ໆ ແມ່ນໃຫ້ໂຈະໄວ້ກ່ອນ.
-    ສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການດຳເນີນທຸລະກິດ ຢູ່ລາວ ໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ອັດຕັນອອກໃຫ້ໄດ້. ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ກໍ່ໃຫ້ເຊີນບໍລິສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງ ກໍຳນົດເວລາໃຫ້ບໍລິສັດແກ້ໄຂ, ຖ້າແກ້ໄຂບໍ່ໄດ້ ແມ່ນໃຫ້ກ້າວໄປສູ່ການຍົກເລີກ ຫຼື ແຈ້ງສິ້ນສຸດສັນຍາ.
-    ສຸມໃສ່ແກ້ໄຂບັນຫາການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ ດ້ວຍການເລັ່ງຊຸກຍູ້ບັນດາໂຄງການທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນທີ່ໄດ້ກຳນົດໄວ້, ເລັ່ງພັດທະນາໂຄງການພະລັງງານລົມ, ພະລັງງານແສງຕາເວັນ ທີ່ສາມາດກໍ່ສ້າງໄວ. ພ້ອມກັນນັ້ນ ກໍ່ໃຫ້ເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອລໍາລຽງເອົາກະແສໄຟຟ້າຈາກບ່ອນທີ່ມີຫຼາຍ ແລະ ເຫຼືອນຳໃຊ້ ໄປສູ່ບ່ອນຂາດເຂີນ.
-    ສຸມໃສ່ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຕາມຂໍ້ຕົກລົງ ສະບັບເລກທີ 93/ນຍ ໃຫ້ເປັນຮູບປະທໍາ; ໃຫ້ຮີບຮ້ອນອອກເປັນນິຕິກຳ ກຳນົດເງື່ອນໄຂການຄັດເລືອກເອົາບໍລິສັດ ເພື່ອປະຕິບັດນະໂຍບາຍການສະໜອງທຶນ ເກັບຊື້ຜົນຜະລິດກະສິກຳ ແນໃສ່ການສົ່ງອອກໄປຕ່າງປະເທດ ເຊິ່ງຈະນຳເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດລາວ. 
-    ເລັ່ງປະເມີນຄືນບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາທັງໝົດ, ພ້ອມທັງ ສະເໜີແຮ່ທາດອັນໃດ ຄວນສະຫງວນໄວ້ ແລະ ໂຈະການອະນຸມັດໃໝ່, ແຮ່ທາດອັນໃດ ສາມາດສືບຕໍ່ອະນຸມັດ. ສະເໜີວິທີແກ້ໄຂ ສໍາລັບໂຄງການທີ່ຖືກຈັດເປັນປະເພດອ່ອນ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານ ປະຈຳເດືອນມັງກອນ 2024.
-    ເລັ່ງປັບປຸງຂັ້ນຂອດການບໍລິການຂົນສົ່ງສິນຄ້າຜ່ານ ດ່ານຊາຍແດນ ແລະ ບັນດາທ່າບົກ ໃຫ້ສະດວກ, ວ່ອງໄວກວ່າເກົ່າ ແລະ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ເພື່ອສາມາດແຂ່ງຂັນໃນການເຊື່ອມຈອດ ແລະ ເຊື່ອມໂຍງກັບສາກົນ ໂດຍເລັ່ງຄົ້ນຄວ້າການເກັບຄ່າບໍລິການຜ່ານທ່າບົກ, ການຂົນສົ່ງສິນຄ້າຜ່ານທາງລົດໄຟ, ທາງລົດບັນທຸກຂົນສົ່ງສິນຄ້າ, ຄ່າທຳນຽມ, ຄ່າບໍລິການຜ່ານດ່ານ ໃຫ້ສົມເຫດສົມຜົນ ແລະ ເປັນເອກະພາບກັນ.
-    ສຸມໃສ່ຍູ້ແຮງການສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫຼາຍ; ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ແຂງແຮງກວ່າເກົ່າ.
3.    ດ້ານວັດທະນະທໍາ-ສັງຄົມ
-    ຊຸກຍູ້ວຽກງານສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານກອງປະຊຸມອາຊຽນ ດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງ, ສະຖານທີ່່ທ່ອງທ່ຽວ ແລະ ສະຖານທີ່ບໍລິການນັກທ່ອງທ່ຽວ ໂດຍສົມທົບແໜ້ນກັບຜູ້ປະກອບການ ກໍ່ຄື ທຸກພາກສ່ວນໃນສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ດີ, ບໍລິການນັກທ່ອງທ່ຽວ ໃຫ້ມີຄວາມປະທັບໃຈ.
-    ສຸມໃສ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາການຂາດເຂີນຄູ ແລະ ການປະລະການຮຽນ ຕາມມະຕິລັດຖະບານ ສະບັບເລກທີ 09 ໃຫ້ເປັນຮູບປະທໍາ, ໃນນັ້ນ ການປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ໂດຍໃຫ້ໄດ້ເລີ່ມປະຕິບັດໃນເດືອນມັງກອນ 2024.
-    ຮີບຮ້ອນຄົ້ນຄວ້າປັບປຸງກອງທຶນປະກັນສຸຂະພາບ ຕາມທິດກຸ້ມຕົນເອງເທື່ອລະກ້າວ, ພ້ອມກັນນັ້ນ ກໍ່ໃຫ້ຮີບຮ້ອນແກ້ໄຂບັນຫາໜີ້ສິນກອງທຶນປະກັນສຸຂະພາບ ເພື່ອບໍ່ໃຫ້ເກີດສະພາບການຂາດເຂີນຢາປິ່ນປົວພະຍາດ ຢູ່ບາງແຂວງ ຍ້ອນຂາດສະພາບຄ່ອງທາງດ້ານການເງິນ ຄືຜ່ານມາ.
-    ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ໄວ ແລະ ສາມາດໃຫ້ໄດ້ເລີ່ມປະຕິບັດຊ້າສຸດ ໃນໄຕມາດ 2 ປີ 2024.
-    ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາຂາດເຂີນແຮງງານພາຍໃນປະເທດ ໂດຍໃຫ້ປະເມີນຄືນ ການປະຕິບັດນະໂຍບາຍທີ່ກຳນົດໃນບັນດານິຕິກຳ ທີ່ໄດ້ອອກຜ່ານມາ, ນະໂຍບາຍໃດບໍ່ເໝາະສົມ ກໍໃຫ້ປັບປຸງ; ເພີ່ມທະວີຄຸ້ມຄອງແຮງງານລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ.
4.    ຂົງເຂດການປົກຄອງ, ການບໍລິຫານລັດ ແລະ ຍຸຕິທໍາ
-    ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງແຜນແລ້ວນັ້ນ ຈໍານວນ 20 ສະບັບ, ພ້ອມກັນນັ້ນ ກໍສຸມໃສ່ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍຈຳນວນໜຶ່ງ ໂດຍສະເພາະ ການອອກຄຳແນະນໍາການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍ ທີ່ຍັງບໍ່ແຈ້ງ.
-    ສຸມໃສ່ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄວ ແລະ ໃຫ້ໄດ້ຫຼາຍກ່ວາປີຜ່ານມາ.
-    ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດການຫັນຫົວໜ່ວຍວິຊາການ ທີ່ມີລາຍຮັບ ແລະ ມີເງື່ອນໄຂ ໄປສູ່ການກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ.
-    ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການດຶງດູດການລົງທຶນຂອງພາກເອກະຊົນ ເພື່ອສ້າງວຽກເຮັດງານທໍາ ແລະ ລາຍໄດ້ໃຫ້ປະຊາຊົນກັບທີ່; ປັບປຸງການເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດ ພ້ອມທັງ ຊຸກຍູ້ການປ່ອຍເງິນກູ້ຈາກກອງທຶນພັດທະນາຕ່າງໆພາຍໃນຊຸມຊົນ ເພື່ອສົ່ງເສີມການຜະລິດຂອງປະຊາຊົນ; ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ກິດຈະກໍາຂອງແຜນງານ ແລະ ໂຄງການຈາກທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາຕາມແຜນກຳນົດໄວ້; ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ນິຕິກຳໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີປະສິດທິຜົນ.
5.    ຂົງເຂດວຽກງານການຕ່າງປະເທດ
-    ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ໃນປີ 2024, ພ້ອມທັງສົມທົບກັບວຽກປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການອຳນວຍຄວາມສະດວກ, ການຮັກສາຄວາມສະອາດ ແລະ ການບໍລິການຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງປະຊຸມຕ່າງໆ ທັງເປັນໂຄສະນາການທ່ອງທ່ຽວ.
-    ສຸມໃສ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາ ທີ່ລາວເຮົາໄດ້ລົງນາມ ແລະ ເປັນພາຄີ ໂດຍໃຫ້ເຮັດເປັນຂໍ້ຕົກລົງມອບຄວາມຮັບຜິດຊອບ ແລະ ກໍານົດເວລາປະຕິບັດໃຫ້ລະອຽດ.
-    ສືບຕໍ່ຕິດຕາມສະພາບການ ຢູ່ພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ ແລະ ທັນສະພາບການ ຕາມທິດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດ. ພ້ອມກັນນັ້ນ ການເຄື່ອນໄຫວວຽກງານຕ່າງປະເທດ ຕ້ອງບົນຈິດໃຈປະຢັດມັດທະຍັດ ອັນໃດບໍ່ຈຳເປັນກໍ່ໃຫ້ທູດຕາງໜ້າໄປຮ່ວມ.
    ວາລະທີ 2: ກອງປະຊຸມໄດ້ປຶກສາຫາລືການແບ່ງຄວາມຮັບຜິດຊອບຕົວຈິງໃຫ້ທ້ອງຖິ່ນ ໃນວຽກງານຈໍານວນໜຶ່ງ ແລະ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາ: (1) ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າການຕິດຕາມກວດກາ, ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນ ທີ່ສູນກາງອະນຸມັດ ໂດຍໃຫ້ເຮັດເປັນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແບ່ງຂັ້ນຄຸ້ມຄອງໂຄງການລົງທຶນພາກເອກະຊົນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມທັງ ໃຫ້ມີບັນຊີໂຄງການຕົວຈິງ ມອບໃຫ້ແຕ່ລະແຂວງ ແລະ ມອບງົບປະມານໃຫ້ພ້ອມ; (2) ສໍາລັບການແບ່ງ ແລະ ມອບໂອນຫົວໜ່ວຍລາຍຮັບ ທີ່ເປັນພູດຂອງສູນກາງ ໃຫ້ທ້ອງຖິ່ນເປັນຜູ້ເກັບ ຜ່ານການທົດລອງເຫັນວ່າ ມີປະສິດທິຜົນດີ ຈຶ່ງເຫັນດີໃຫ້ສືບຕໍ່ຂະຫຍາຍ ໂດຍໃຫ້ກະຊວງການເງິນ ເຮັດເປັນບັນຊີຫົວໜ່ວຍລາຍຮັບ ມອບໃຫ້ແຕ່ລະແຂວງ ແລະ ແນະນຳວິທີປະຕິບັດໃຫ້ລະອຽດ.
    ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ: (1) ການສະຫຼຸບວຽກງານແຂ່ງຂັນຍ້ອງຍໍ ລະດັບຊາດ ປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2024; (2) ລາຍງານຜົນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫຼວງວຽງຈັນ ກັບແຂວງ, ລະຫວ່າງແຂວງກັບແຂວງ ໃນທົ່ວປະເທດ; (3) ການສະເໜີໂຄງການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຕົນ ໃນປີ 2024 ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ. ກອງປະຊຸມ ໄດ້ມອບໃຫ້ກະຊວງພາຍໃນ ເກັບກຳເອົາຄຳຄິດເຫັນຂອງຂະແໜງການ ແລະ ທ້ອງຖິ່ນ ແລະ ຕີລາຄາຖອດຖອນບົດຮຽນການປະຕິບັດວຽກງານແຂ່ງຂັນຍ້ອງຍໍຜ່ານມາ, ໃນນັ້ນ ການຍ້ອງຍໍໃນຕໍ່ໜ້າ ແມ່ນໃຫ້ຖືກເປົ້າໝາຍ, ຖືກຕາມຜົນງານຕົວຈິງ, ຍ້ອງຍໍວຽກດີ, ຄົນເດັ່ນແທ້ໆ (ຫຼຸດຜ່ອນຮູບການ, ຫຼີກລ່ຽງການຈັດລະດັບການຍ້ອງຍໍ ຕາມຕຳແໜ່ງສູງລົງຫາຕໍ່າ) ແລະ ການຍ້ອງຍໍໃຫ້ທັນການ.  ຄຽງຄູ່ກັນນີ້, ໃຫ້ກະຊວງພາຍໃນ ຄົ້ນຄວ້າອອກລະບຽບການກ່ຽວກັບກັບການຍ້ອງຍໍ ທີ່ເຫັນວ່າຍັງບໍ່ທັນຄົບຖ້ວນ ແລະ ປັບປຸງຕື່ມ ບາງນິຕິກຳທີ່ເຫັນວ່າບໍ່ຈະແຈ້ງ. ພ້ອມກັນນີ້, ກອງປະຊຸມ ຍັງເຫັນດີຮັບຮອງເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໂດຍໃຫ້ອອກມະຕິຮັບຮອງເອົາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສະຫຼຸບວຽກງານແຂ່ງຂັນຍ້ອງຍໍ ໃນປີ 2024 ໃຫ້ແທດກັບຕົວຈິງ.
-    ສຳລັບແກ້ໄຂຈຸດເຊື່ອມຕໍ່ ລະຫວ່າງແຂວງ ທີ່ໄດ້ແກ່ຍາວມາດົນແລ້ວ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງພາຍໃນ ຮ່າງເປັນມະຕິຂອງລັດຖະບານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ແກ່ບັນດາແຂວງ.
    ວາລະທີ 4: ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ແຜນແມ່ບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະ ບັບປີ 2024-2028” ໂດຍໄດ້ເນັ້ນໜັກໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຕິດພັນກັບໂຄງການຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ໃຫ້ໄດ້ຮັບຜົນດີ, ພ້ອມທັງ ສືບຕໍ່ຊຸກຍູ້ການພັດທະນາບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ມີຄວາມຄືບໜ້າໄວ, ດຳເນີນຖືກຕ້ອງຕາມສັນຍາ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ບົນຈິດໃຈຍາດແຍ່ງເອົາການລົງທຶນ, ການສະໜັບສະໜູນຊ່ວຍເຫຼືອທາງດ້ານຕ່າງໆ ໃຫ້ຫຼາຍຂຶ້ນ. ພ້ອມນີ້ ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໄຈ້ແຍກບັນດາໜ້າວຽກທີ່ກຳນົດໃນແຜນແມ່ບົດ ທີ່ຕິດພັນກັບຂົງເຂດຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດຕື່ມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງຫຼາຍຂຶ້ນ. ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດັ່ງກ່າວ.
ໃນໂອກາດກ່າວປິດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະ ບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບ ໃຫ້ສູງກວ່າເກົ່າແທ້ໆ ໂດຍຫັນເປັນແຜນປະຕິບັດງານລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະ ໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍໃຫ້ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງເຜີຍແຜ່ບັນດານິຕິກຳ ທີ່ໄດ້ເນັ້ນໜັກໃນກອງປະຊຸມຄັ້ງນີ້ ໃຫ້ເຂົ້າໃຈເປັນເອກະພາບ ແລະ ທົ່ວເຖິງ, ພ້ອມທັງ ຕິດຕາມ, ຊຸກຍູ້ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງທີ່ເປັນເຈົ້າການປະຕິບັດ ຕ້ອງໄດ້ມີການສົມທົບກົມກຽວ ກັບອົງການປົກຄອງທ້ອງຖິ່ນ ທີ່ຕິດພັນກັບໜ້າວຽກນັ້ນໆແຕ່ຫົວທີ ເພື່ອສາມາດແກ້ໄຂທັນສະພາບການ ໃນກໍລະນີມີບັນຫາຂໍ້ຫຍຸ້ງຍາກໃນການປະຕິບັດ; ຮຽກຮ້ອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ສະມາຊິກພັກ-ພະນັກງານ ແລະ ສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດໃນແຕ່ລະໄລຍະ.
ຂໍ້ມູນ: ກົມປະຊາສຳພັນ ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ