ຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2024
ໃນວັນທີ 8 ມັງກອນນີ້, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2024 ວ່າ: ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 6 ແລະປິດລົງໃນວັນທີ 7 ມັງກອນ 2025

 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ - ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ບັນດາ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມ ໄດ້ດຳເນີນມາເປັນເວລາສອງມື້ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ບັນຍາກາດ ແຫ່ງການເສີມຂະຫຍາຍຄວາມເປັນເຈົ້າການ, ສະຕິປັນຍາ ແລະຄວາມຮັບຜິດຊອບການເມືອງຂອງບັນດາ ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະບັນດາອົງການຈັດຕັ້ງພັກ - ລັດເຂົ້າໃນການຄົ້ນຄວ້າ ແລະປະກອບຄຳເຫັນຕໍ່ 11 ຫົວຂໍ້ສໍາຄັນ. ຜົນຂອງການຄົ້ນຄວ້າ, ປຶກສາຫາລືແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ສຳຄັນດັ່ງກ່າວນັ້ນ, ກອງປະຊຸມ ໄດ້ມີຄຳເຫັນດັ່ງນີ້:
1. ການປະຕິບັດວຽກແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ຂອງລັດຖະບານໃນປີ2024, ຕາມມະຕິຕົກລົງ 19/ກມສພ ແລະແຜນວຽກຈຸດສຸມປີ2025ເຫັນວ່າ: ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ແລະ ເຕີບໂຕໃນລະດັບດີ, ການຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນ 16% ເປັນການລື່ນແຜນ 4 ປີຕິດຕໍ່ກັນ, ສາມາດແກ້ໄຂບັນຫາໜີ້ສິນໄດ້ຕາມສັນຍາ, ອັດຕາເງິນເຟີ້ຫຼຸດລົງຢ່າງຕໍ່ເນື່ອງ ຈາກ 24.4% ໃນເດືອນທັນວາ 2023 ມາຢູ່ລະດັບ 16.9%ໃນເດືອນທັນວາ2024, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງຂຶ້ນ, ຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນຳເຂົ້າໄດ້5.2 ເດືອນ. ກອງປະຊຸມໄດ້ຊີ້ນໍາໃຫ້ກອງເລຂາຄະນະສະເພາະກິດ19/ກມສພສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນບົດລາຍງານໃຫ້ລະອຽດຈະແຈ້ງຊັດເຈນ,ພ້ອມທັງຄົ້ນຄວ້າກຳນົດນະໂຍບາຍແລະ ນິຕິກຳທີ່ຈຳເປັນຕໍ່ບາງວຽກທີ່ຍັງຄົງຄ້າງທີ່ປະຕິບັດບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນ.ໃຫ້ບັນດາຂະແໜງການ ແລະທ້ອງຖິ່ນ ສືບຕໍ່ເປັນເຈົ້າການປະຕິບັດແຜນວຽກຈຸດສຸມ ປີ 2025 ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.
2. ການແກ້ໄຂບັນຫາລົດເຖື່ອນ ແລະ ບັນຫາໂຄງການບໍ່ແຮ່. ໃນນັ້ນ, - ການແກ້ໄຂບັນຫາລົດເຖື່ອນ: ໃຫ້ຄະນະຮັບຜິດຊອບດັ່ງກ່າວ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າອອກນິຕິກໍາເພີ່ມເຕີມເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ພ້ອມທັງຮີບຮ້ອນດໍາເນີນການແກ້ໄຂ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ ແລະເດັດຂາດ. ໃນຕໍ່ໜ້າ ໃຫ້ອົງການປົກຄອງທ້ອງຖິ່ນເປັນເຈົ້າການຕິດຕາມ,ກວດກາແລະແກ້ໄຂບັນຫາດັ່ງກ່າວ ຕາມກົດໝາຍແລະ ລະບຽບການຢ່າງເຂັ້ມງວດ. - ສໍາລັບການແກ້ໄຂໂຄງການບໍ່ແຮ່: ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດທິດຊີ້ນຳຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະລັດຖະບານ ຢ່າງເຂັ້ມງວດ; ໃຫ້ຄະນະຮັບຜິດຊອບຮີບຮ້ອນອອກຄຳສັ່ງຂອງລັດຖະບານເພື່ອຢຸດຕິການອະນຸມັດຂຸດຄົ້ນແຮ່ຄຳຕົກຂ້ອນ ໃນຂອບເຂດທົ່ວປະເທດ, ສ່ວນໂຄງການທີ່ໄດ້ອະນຸມັດໄລຍະຜ່ານມາເມື່ອໝົດອາຍຸສັນຍາຫຼືດຳເນີນໂຄງການທີ່ບໍ່ເປັນເສດຖະກິດ, ໂຄງການທີ່ມີຜົນກະທົບຕໍ່ສິ່ງແວດລ້ອມຢ່າງຫຼວງຫຼາຍກໍໃຫ້ຢຸດເຊົາ ຫຼືຍົກເລີກສັນຍາ. ຖ້າຫາກພົບເຫັນມີບໍລິສັດລະເມີດ ກໍໃຫ້ຮີບດຳເນີນມາດຕະການຕາມກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ-ເດັດຂາດ.
3. ມາດຕະການແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ: ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ສົມທົບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນເອົາໃຈໃສ່ກວດກາ ແລະ ຂຶ້ນທະບຽນຜູ້ຄອບຄອງ ແລະ ນຳໃຊ້ອາວຸດເສິກໃຫ້ຄົບຖ້ວນ ແລະ ໃຫ້ດຳເນີນມາດຕະການຢ່າງເດັດຂາດຕໍ່ຜູ້ທີ່ບໍ່ໃຫ້ການຮ່ວມມື.ສຳລັບການແກ້ໄຂບັນຫາຢາເສບຕິດ ແມ່ນສືບຕໍ່ຕາມມາດຕະການທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ-ເດັດຂາດ ແລະ ໃຫ້ມີສ່ວນຮ່ວມຂອງທົ່ວປວງຊົນ.
4. ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະນັກງານ-ລັດຖະກອນ ແລະ ມາດຕະການແກ້ໄຂ.ໃນນັ້ນ, - ການຈັດຕັ້ງປະຕິບັດວຽກງານ 3 ສ້າງ: ໃຫ້ກະຊວງພາຍໃນເປັນເຈົ້າການສືບຕໍ່ປະຕິບັດຕາມວຽກຈຸດສຸມ ກໍຄືແຜນການປີ2025 ເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດ, ການປັບປຸງການຈັດຕັ້ງຂອງຂະແໜງການສູນກາງ ແລະ ທ້ອງຖິ່ນ ເພື່ອປະຕິບັດທິດຊີ້ນຳຂອງສູນກາງພັກໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ.ພ້ອມກັນນີ້, ໃຫ້ກະກຽມສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃນປີ 2025 ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ. - ສຳລັບການແກ້ໄຂບັນຫາການລາອອກຂອງພະນັກງານ-ລັດຖະກອນ: ໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້ານະໂຍບາຍເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນໃຫ້ດີຂຶ້ນ. ພ້ອມກັນນັ້ນ, ໃຫ້ຄົ້ນຄວ້າບັນດາມາດຕະການເພີ່ມເຕີມບົນພື້ນຖານການຄົ້ນຄວ້າ ຢ່າງມີວິທະຍາສາດເພື່ອຮັບປະກັນໃຫ້ມີພະນັກງານສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະປະສິດທິຜົນ.
5. ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກ:ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງແຜນວຽກຈຸດສຸມພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກໂດຍວາງຄາດໝາຍ, ຈຸດສຸມຂອງແຜນງານ, ບັນດາໂຄງການໃຫ້ລະອຽດຊັດເຈນ; ຄົ້ນຄວ້າຈັດສັນແຜນງົບປະມານເຂົ້າໃນແຜນວຽກດັ່ງກ່າວ. ພ້ອມທັງນໍາໃຊ້ງົບປະມານຢ່າງມີຈຸດສຸມ ແລະ ຖືກເປົ້າໝາຍ ເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຮູບປະທຳຫຼາຍຂຶ້ນ.
6. ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ,ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຕິດພັນກັບມາດຕະການແກ້ໄຂການຂາດແຄນຄູແລະການປະລະການຮຽນ: ໃຫ້ກະຊວງສຶກສາທິການ ແລະກິລາ ສືບຕໍ່ລົງເລິກຄົ້ນຄວ້າບັນດາມາດຕະການແລະວິທີການແກ້ໄຂບັນຫາ ຢ່າງລະອຽດ, ຊັດເຈນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນແລະ ອະນາຄົດ, ທັງມີການຄຸ້ມຄອງ, ຕິດຕາມກວດກາ ແລະປະເມີນຜົນເປັນແຕ່ລະໄລຍະ.ສິ່ງສໍາຄັນໃຫ້ປັບປຸງແກ້ໄຂຢ່າງເປັນລະບົບ.
7. ການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ2024ແລະສະເໜີທິດທາງແຜນການ ປີ2025 ຊຶ່ງປີ 2024 ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດລື່ນແຜນການທີ່ກຳນົດໄວ້, ສ້າງລາຍຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ. ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ປັບປຸງບັນດາໂຄງລ່າງພື້ນຖານແລະ ແຫຼ່ງທ່ອງທ່ຽວໃຫ້ມີຄວາມສະດວກ, ສວຍງາມ, ສ້າງຄວາມປະທັບໃຈ,ມີຄວາມປອດໄພ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ຫຼາຍຂຶ້ນ, ທັງປັບປຸງຍົກລະດັບການບໍລິການການທ່ອງທ່ຽວໃຫ້ດີຂຶ້ນກວ່າເກົ່າ; ສ້າງກິດຈະກໍາຕ່າງໆຮັບໃຊ້ການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ; ຫັນລະບົບການເກັບລາຍຮັບຈາກການທ່ອງທ່ຽວໃຫ້ທັນສະໄໝ, ຮັບປະກັນຄວາມໂປ່ງໃສແລະ ສາມາດຈໍາກັດຊ່ອງວ່າງການສວຍໂອກາດທີ່ພາໃຫ້ງົບປະມານຂອງລັດໃນວຽກງານດັ່ງກ່າວຮົ່ວໄຫຼ.
8. ການຈັດສັນທີ່ດິນ, ການອອກໃບຕາດິນ, ການຫັນການເກັບລາຍຮັບທີ່ດິນເປັນທັນສະໄໝ: ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ເອົາໃຈໃສ່ຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍທີ່ດິນ ພ້ອມທັງເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງຄຸ້ມຄອງການນຳໃຊ້ທີ່ດິນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ; ສືບຕໍ່ຈັດຕັ້ງປະຕິບັດມະຕິຕົກລົງ ສະບັບເລກທີ26/ຄບສພ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະພັດທະນາທີ່ດິນໃນໄລຍະໃໝ່ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ.ພ້ອມທັງ ກໍານົດຄາດໝາຍໃນການອອກໃບຕາດິນໃຫ້ສອດຄ່ອງ, ຈະແຈ້ງຊັດເຈນສາມາດປະຕິບັດໄດ້. ໃຫ້ບັນດາຂະແໜງການກວດກາ ແລະແບ່ງຂັ້ນຄຸ້ມຄອງທີ່ດິນຂອງຂະແໜງການຂອງຕົນໄປຕາມທິດ 3 ສ້າງ.ສົ່ງເສີມຊຸກຍູ້ການນຳເຕັກໂນໂລຊີເຂົ້າໃນການສໍາຫຼວດຕອນດິນ ເພື່ອໃຫ້ສາມາດເກັບກໍາຂໍ້ມູນຕອນດິນໃຫ້ສະດວກວ່ອງໄວ ແລະ ຊັດເຈນ. ສືບຕໍ່ສ້າງເງື່ອນໄຂ ແລະ ຂັ້ນຕອນໃຫ້ການປະຕິບັດວຽກອອກໃບຕາດິນ ໃຫ້ມີຄວາມວ່ອງໄວຫຼາຍຂຶ້ນ.
9. ການຄຸ້ມຄອງ ແລະນໍາໃຊ້ດິນກະສິກໍາ ແລະ ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມືວຽກງານສິນເຊື່ອກາກບອນປ່າໄມ້: ໃຫ້ກະຊວງກະສິກຳແລະປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງແລະນຳໃຊ້3ປະເພດປ່າ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ. ໃຫ້ຖືວຽກດັ່ງກ່າວ ເປັນຄວາມຮັບຜິດຊອບ ຂອງອົງການປົກຄອງທ້ອງຖິ່ນທຸກຂັ້ນ.ເອົາໃຈໃສ່ຄຸ້ມຄອງດິນກະສິກຳ-ປ່າໄມ້ໃຫ້ດີຕາມທິດ 3 ສ້າງ ໂດຍສໍາຫຼວດ ຈັດສັນທີ່ດິນກະສິກໍາ-ປ່າໄມ້ໃຫ້ສຳເລັດໂດຍໄວ. ຄົ້ນຄວ້າສ້າງ ແລະປັບປຸງນິຕິກໍາທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຄຸ້ມຄອງ ແລະເຄື່ອນໄຫວວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ຫຼາຍກວ່າເກົ່າ, ທັງສາມາດແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດວຽກງານດັ່ງກ່າວ.
10. ມາດຕະການແກ້ໄຂບັນຫາການຂາດແຄນໄຟຟ້າແລະ ສະເໜີປັບປຸງໂຄງສ້າງລາຄາໄຟຟ້າ: ກອງປະຊຸມເຫັນດີດ້ານຫຼັກການ ຕໍ່ການສະເໜີຂອງກະຊວງພະລັງງານແລະບໍ່ແຮ່ໃຫ້ສືບຕໍ່ສົ່ງເສີມການນໍາໃຊ້ພະລັງງານທາງເລືອກສະອາດ, ໃຫ້ຈັດກອງປະຊຸມສຳມະນາເຜີຍແຜ່ຂໍ້ມູນຜ່ານສື່ຕ່າງໆ ໃຫ້ສັງຄົມຮັບຊາບແລະ ເຂົ້າໃຈກ່ຽວກັບການປັບປຸງໂຄງສ້າງລາຄາໄຟຟ້າ.
11. ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ດໍາລັດ ສະບັບເລກທີ702/ນຍ, ລົງວັນທີ25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,ແຜນງົບປະມານແຫ່ງລັດແລະແຜນເງິນຕາ ປະຈຳປີ2025 ແລະແຜນການແກ້ໄຂຜົນການກວດກາ-ກວດສອບ ຊຶ່ງປະທານກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະແໜງການສູນກາງ ແລະທ້ອງຖິ່ນສືບຕໍ່ປະຕິບັດຕາມດໍາລັດສະບັບດັ່ງກ່າວຕາມຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ ແລະ ເປັນຮູບປະທໍາຕົວຈິງ.ສຳລັບປີ2025 ລັດຖະບານ ໄດ້ກຳນົດທິດທາງ ແລະແຜນວຽກຈຸດສຸມລວມດັ່ງນີ້:
1). ສຸມໃສ່ປະຕິບັດບັນດາວຽກຈຸດສຸມ ທີ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ9 ຂອງຄະນະບໍລິຫານງານສູນກາງພັກສະໄໝທີXI, ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປີ 2024 ແລະ ທິດທາງແຜນການແລະ ແຜນການລົງທຶນຂອງລັດ ປີ2025, ມະຕິວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດແລະແຜນເງິນຕາ ປີ2024 ແລະ ທິດທາງແຜນການປີ2025, ມະຕິວ່າດ້ວຍການແກ້ໄຂຜົນການກວດສອບ. ພ້ອມທັງ ສຸມໃສ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີX ໃຫ້ສຳເລັດ ໂດຍພື້ນຖານ.
2). ສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມຂອງຄະນະສະເພາະກິດ 19/ກມສພ ກ່ຽວກັບການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ,ລາຄາສິນຄ້າແລະ ການແກ້ໄຂໜີ້ສິນ. ພ້ອມກັນນັ້ນ,ກໍສືບຕໍ່ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ໃນທ້າຍສະໄໝ ຕິດພັນກັບການແກ້ໄຂຜົນກະທົບຈາກໄພທຳມະຊາດໃນປີ2024ດ້ວຍຄວາມບຸກບືນສູ້ຊົນ ໃຫ້ໄດ້ເປັນກ້າວໆ ແລະຢ່າງມີຈຸດສຸມ.
3). ສືບຕໍ່ລົງເລິກຈັດຕັ້ງປະຕິບັດມະຕິຂອງລັດຖະບານເລກທີ05 ກ່ຽວກັບການຜັນຂະຫຍາຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ແນວຄິດຊີ້ນໍາຂອງທ່ານ ປະທານປະເທດ ຕໍ່ກອງປະຊຸມເປີດກວ້າງລັດຖະບານຄັ້ງທີI ປະຈໍາປີ2024 ໃຫ້ເປັນຂະບວນທີ່ກວ້າງຂວາງ ແລະ ມີຜົນສໍາເລັດຕົວຈິງຫຼາຍຂຶ້ນ.
4). ສືບຕໍ່ຜັນຂະຫຍາຍເນື້ອໃນທີ່ໄດ້ຕົກລົງ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນຮູບປະທໍາແລະນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດເຮົາ.
5). ສືບຕໍ່ສຸມໃສ່ສ້າງຂະບວນການແຂ່ງຂັນຮັກຊາດແລະ ພັດທະນາ, ການສະ ເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ແລະ ການດຳເນີນກອງປະຊຸມໃຫຍ່3ຂັ້ນຂອງພັກໃຫ້ຮັບປະກັນທາງດ້ານເນື້ອໃນ, ມີຂະບວນການທີ່ເປັນປົກກະຕິແລະ ຟົດຟື້ນ.
ສຳລັບແຜນວຽກຈຸດສຸມໃນແຕ່ລະຂົງເຂດ ມີດັ່ງນີ້:
1).ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:ສືບຕໍ່ຈັດຕັ້ງປະຕິບັດວຽກງານຕາມແຜນທີ່ກໍານົດໄວ້ໂດຍເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດຮອບດ້ານ;ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ລົງເລິກຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ອາວຸດເຖື່ອນ ໃຫ້ໄດ້ຮັບຜົນດີເປັນກ້າວໆ; ເຄື່ອນໄຫວຕ້ານ ແລະສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີລວມທັງການນຳໃຊ້ສື່ສັງຄົມອອນລາຍ ເພື່ອໂຈມຕີແນວທາງນະໂຍບາຍຂອງພັກ-ລັດ, ການນຳຂັ້ນສູງ ແລະລະບອບໃໝ່ຂອງພວກເຮົາ ໃຫ້ທັນສະພາບການ.
2) ດ້ານເສດຖະກິດ: (1). ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າໂດຍມອບວຽກການຈັດຕັ້ງແລະ ບຸກຄົນ ຢ່າງລະອຽດຈະແຈ້ງທັງກຳນົດຄາດໝາຍເວລາສໍາເລັດ ໃຫ້ຊັດເຈນ. (2). ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ຊຸກຍູ້ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ຕາມທິດຍືນຍົງທັງສາມາດສ້າງມູນຄ່າເພີ່ມຈາກແຮ່ຕ່າງໆ ແລະ ປັດໄຈການຜະລິດເຊັ່ນ: ຜະລິດປຸຍຊີວະພາບ,ຫົວອາຫານສັດ,ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ -ບໍລິໂພກ ໄປຄຽງຄູ່ກັບການປັບປຸງໂຄງລ່າງພື້ນຖານ ແລະລະບົບການບໍລິການຂົນສົ່ງ ໃຫ້ມີຄວາມສະດວກຂຶ້ນ ເພື່ອເປັນພື້ນຖານສຳຄັນໃຫ້ການສົ່ງເສີມການລົງທຶນ,ການຄ້າແລະການທ່ອງທ່ຽວ. (3). ສຸມໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ ດ້ວຍການດຳເນີນນະໂຍບາຍເງິນຕາແບບຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນຢ່າງມີປະສິດທິພາບ,ຄຸ້ມຄອງເງິນຕາຕ່າງປະເທດ ຈາກການລົງທຶນ, ການສົ່ງອອກ-ນຳເຂົ້າສິນຄ້າຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ແລະ ການນຳໃຊ້ສະກຸນເງິນທ້ອງຖິ່ນ ກັບປະເທດໃກ້ຄຽງ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ, ສືບຕໍ່ປ່ອຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໃຫ້ມີປະສິດທິຜົນສູງ. (4). ສຸມໃສ່ການຂຸດຄົ້ນແຫຼ່ງລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ຕາມແຜນ ຫຼືເກີນແຜນ ເປັນປີທີ5 ຕິດຕໍ່ກັນແລະ ສູ້ຊົນໃຫ້ເປັນປີທຳອິດໃຫ້ມີລາຍຮັບເກີນດຸນ ຕາມຄາດໝາຍ ສອຈ ວາງອອກໂດຍສຸມທຸກກຳລັງແຮງສັງລວມເຂົ້າໃນການເກັບລາຍຮັບ ຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້, ເລັ່ງຂະຫຍາຍຖານລາຍຮັບໃໝ່ ຕິດພັນກັບການຫັນເປັນທັນສະໄໝ, ຈໍາກັດການຍົກເວັ້ນພັນທະຕ່າງໆທີ່ບໍ່ເປັນການກະຕຸ້ນ ຫຼືສົ່ງເສີມການລົງທຶນ. ດ້ານລາຍຈ່າຍງົບປະມານ ແມ່ນໃຫ້ສຸມໃສ່ວຽກງານບຸລິມະສິດຂອງລັດຖະບານ ບົນຈິດໃຈປະຢັດມັດທະຍັດ, ນໍາໃຊ້ແຫຼ່ງລາຍຮັບພາຍໃນເພື່ອແກ້ໄຂໜີ້ສິນພາຍໃນແລະຕ່າງປະເທດພ້ອມທັງຊອກທຸກວິທີເພື່ອຫຼຸດຜ່ອນການກູ້ຢືມດ້ວຍຮູບການຕ່າງໆລົງ. (5).ສືບຕໍ່ດັດສົມຈຳນວນບໍລິສັດນຳເຂົ້າ-ສົ່ງອອກ,ຈໍາກັດການນໍາເຂົ້າສິນຄ້າ ທີ່ສາມາດຜະລິດເອງໄດ້ແລະ ຕີຖອຍການຄ້ານອກລະບົບ ຫັນໄປສູ່ການຂາຍຍົກ-ຂາຍຍ່ອຍ ເພືີ່ອຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ຫຼຸດໜ້ອຍຖອຍລົງ. (6). ສືບຕໍ່ປັບປຸງກົນໄກ, ລະບຽບການສົ່ງເສີມການລົງທຶນ ແລະ ການດຳເນີນທຸລະກິດ ໃຫ້ມີຄວາມສະດວກ, ຕັດຂັ້ນຂອດທີ່ບໍ່ຈໍາເປັນລົງ ເພື່ອດຶງດູດການລົງທຶນພາຍໃນແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ,ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫຼືມີຄວາມຄືບໜ້າຊ້າ ກໍໃຫ້ດໍາເນີນມາດຕະການ ຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ,ເດັດຂາດ. (7). ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດປີ2025 ໂດຍເລີ່ມປະຕິບັດໃນເດືອນມັງກອນນີ້ເປັນຕົ້ນໄປ.ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ໃນການນໍາໃຊ້ເງິນເກີນແຜນໃຫ້ຖືກຕ້ອງຕາມເປົ້າໝາຍ. (8). ເດັດຂາດໂຈະຖາວອນການອະນຸຍາດໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ, ທ້ອງຖິ່ນໃດ ຫາກຍັງມີສະພາບການສວຍໃຊ້ການຂຸດຄົ້ນຫີນແຮ່ -ຊາຍ ເພື່ອຂຸດຄົ້ນຄໍາຕົກຂ້ອນ ແມ່ນໃຫ້ຮີບຮ້ອນແກ້ໄຂແລະ ດຳເນີນມາດຕະການທາງກົດໝາຍ ຢ່າງເດັດຂາດ.ພ້ອມທັງສຸມໃສ່ກວດກາບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາ ເພື່ອບໍ່ໃຫ້ມີຊ່ອງວ່າງລັກໂລບຫຼືລາຍງານຂໍ້ມູນການຂຸດຄົ້ນ ບໍ່ຖືກຕ້ອງ. (9). ສືບຕໍ່ເລັ່ງຫັນໂຄງການ ທົດລອງແຮ່ທາດໄປສູ່ກົນໄກປົກກະຕິຕາມກົດໝາຍກຳນົດ. ພ້ອມກັນນັ້ນ, ຕ້ອງສຸມໃສ່ປະຕິບັດມາດຕະການຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ, ແຮ່ຫາຍາກ ແລະ ອື່ນໆ, ທັງຮີບຮ້ອນຄົ້ນຄວ້ານະໂຍບາຍຈຳນວນໜຶ່ງ ເພື່ອໃຫ້ມີການສ້າງໂຮງງານປຸງແຕ່ງແຮ່ສຳເລັດຮູບຢູ່ລາວໂດຍສະເພາະແຮ່ຖ່ານຫີນ, ແຮ່ຄໍາ, ແຮ່ເຫຼັກ. (10). ເລັ່ງແກ້ໄຂບັນຫາລົດເຖື່ອນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ສຳເລັດພາຍໃນ 6 ເດືອນຕົ້ນປີ2025. ສໍາລັບລົດເຖື່ອນ ຢູ່ທ້ອງຖິ່ນອື່ນໆ ໃຫ້ສືບຕໍ່ແກ້ໄຂ ຢ່າງເດັດຂາດ ແລະ ເຂັ້ມງວດ. ພ້ອມກັນນັ້ນ, ໃຫ້ກະຊວງການເງິນແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສົມທົບກັນ ຕິດຕາມກວດກາ ແລະຊຸກຍູ້ການປະຕິບັດດຳລັດຂອງລັດຖະບານ ເລກທີ599 (ລົດລັດ) ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.
3) ດ້ານວັດທະນະທໍາ -ສັງຄົມ. (1). ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນແລະກໍ່ສ້າງຊັບພະຍາກອນມະນຸດ; ສືບຕໍ່ປະຕິບັດນະໂຍບາຍແລະມາດຕະການໃນການແກ້ໄຂບັນຫາການຂາດແຄນຄູສອນ, ການປະຕິບັດນະໂຍບາຍອຸດໜູນຄູອາສາສະໝັກແລະການປະລະການຮຽນຂອງນັກຮຽນ, ນັກສຶກສາ ໃຫ້ເປັນຮູບປະທຳຫຼາຍຂຶ້ນ. ພ້ອມທັງເພີ່ມທະວີການມີສ່ວນຮ່ວມໃນການພັດທະນາການສຶກສາ ຕາມການແບ່ງຂັ້ນຄຸ້ມຄອງໃຫ້ຫຼາຍຂຶ້ນ.(2).ສືບຕໍ່ປັບປຸງວຽກງານສາທາລະນະສຸກ ໃຫ້ມີຄຸນນະພາບດ້ວຍການຍົກລະດັບການບໍລິການຂອງໂຮງໝໍຂັ້ນຕ່າງໆໃຫ້ໄດ້ຕາມມາດຕະຖານ, ສະໜອງອຸປະກອນການແພດແລະ ບັນຈຸພະນັກງານຕາມແຜນທີ່ກໍານົດໄວ້, ປັບປຸງ ແລະຂະຫຍາຍການບໍລິການປິ່ນປົວສຸຂະພາບໃຫ້ທົ່ວເຖິງ ແລະເຂັ້ມແຂງ. (3). ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ, ດັດສົມແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດຢູ່ພາຍໃນແລະຕ່າງປະເທດ.ຮີບຮ້ອນຄົ້ນຄວ້ານະໂຍບາຍເພີ່ມເຕີມແລະ ບັງຄັບໃຊ້ມາດຕະການຕ່າງໆ ກ່ຽວກັບການແກ້ໄຂບັນຫາຂາດແຄນແຮງງານພາຍໃນປະເທດ, ລວມທັງການຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານ ຢູ່ ສປປລາວ ແລະ ແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດແລະປະເມີນຄືນການປະຕິບັດນະໂຍບາຍຕ່າງໆ ທີ່ໄດ້ອອກໃນໄລຍະຜ່ານມາ, ພ້ອມທັງປັບປຸງກົນໄກການຄຸ້ມຄອງໃຫ້ມີຄວາມໂລ່ງລ່ຽນ ແລະ ທັນສະໄໝຂຶ້ນ. 4.ສືບຕໍ່ສຸມໃສ່ປັບປຸງວຽກງານຖະແຫຼງຂ່າວ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ, ປັບປຸງສື່ຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເອົາໃຈໃສ່ຄຸ້ມຄອງສື່ອອນລາຍທີ່ໂຄສະນາບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ -ລັດ, ປັບປຸງໂຄງລ່າງພື້ນຖານດ້ານວັດຖຸເຕັກນິກສື່ມວນຊົນ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນໃຫ້ສາມາດຮັບປະກັນທາງດ້ານປະລິມານແລະ ຄຸນນະພາບ. 5.ສືບຕໍ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໂດຍໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ແລະ ໃຫ້ມີສ່ວນຮ່ວມຫຼາຍຂຶ້ນກວ່າເກົ່າຂອງທຸກພາກສ່ວນໃນສັງຄົມເພື່ອສ້າງສະພາບແວດລ້ອມທີ່ດີ,ບໍລິການນັກທ່ອງທ່ຽວໃຫ້ໄດ້ຮັບຄວາມປະທັບໃຈ. 6. ສືບຕໍ່ຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນໃບຕາດິນໃນຂອບເຂດທົ່ວປະເທດ ໂດຍເລັ່ງໃສ່ການຮັບຮູ້ສິດນໍາໃຊ້ທີ່ດິນຂອງການຈັດຕັ້ງ ແລະບຸກຄົນ ໃນເຂດທີ່ດິນປ່າໄມ້ພ້ອມທັງການປັບປຸງລະບົບຄຸ້ມຄອງທີ່ດິນໄປຕາມທິດຫັນເປັນທັນສະໄໝ. 7. ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆ ທີ່ພົວພັນເຖິງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ມີປະສິດທິຜົນ; ເລັ່ງການສ້າງອາຊີບທີ່ໝັ້ນຄົງໃຫ້ປະຊາຊົນ; ຊຸກຍູ້ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກ.
4) ຂົງເຂດການປົກຄອງ, ການບໍລິຫານລັດ ແລະ ຍຸຕິທໍາ. 1. ສຸມໃສ່ປັບປຸງແກ້ໄຂກົນໄກການປະສານງານ ໃນການແກ້ໄຂຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄວກວ່າເກົ່າ ໂດຍສະເພາະການແກ້ໄຂຊັບສິນທີ່ເປັນຂອງກາງ ເປັນຕົ້ນ ຊັບສິນຄົງທີ່, ພາຫະນະ ແລະ ເຄື່ອງມີຄ່າທີ່ຢຶດໄດ້ຈາກຄະດີຢາເສບຕິດໃຫ້ໄວຂຶ້ນ. 2. ສຸມໃສ່ປັບປຸງກົງຈັກການບໍລິຫານລັດ ໃຫ້ກະທັດຮັດ, ມີປະສິດທິພາບ ແລະປະສິດທິຜົນ ໂດຍສະເພາະກົງຈັກລັດ ຂັ້ນທ້ອງຖິ່ນ ທີ່ມີການສ້າງຕາແສງຂຶ້ນຕາມການຕົກລົງຂອງສູນກາງພັກ. ພ້ອມກັນນັ້ນ, ຕ້ອງໄດ້ເລັ່ງການຫັນເປັນພາລາກອນ ໃນຫົວໜ່ວຍລັດບໍລິຫານ ທີ່ມີລາຍຮັບ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ສືບຕໍ່ຄົ້ນຄວ້າການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານໃຫ້ກະທັດຮັດຂຶ້ນຕື່ມ. 3. ສືບຕໍ່ສຸມໃສ່ການສ້າງແລະ ປັບປຸງກົດໝາຍ ກໍຄືນິຕິກຳລຸ່ມກົດໝາຍ ໃຫ້ທັນກັບສະພາບການປ່ຽນແປງ ແລະຂະຫຍາຍຕົວຂອງເສດຖະກິດ-ສັງຄົມ,ທັງໃຫ້ສາມາດປະຕິບັດຕົວຈິງໄດ້ແລະ ມີຄຸນນະພາບກວ່າເກົ່າ.
5) ຂົງເຂດວຽກງານການຕ່າງປະເທດ. 1. ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ44, 45 ແລະກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ໃຫ້ເປັນຮູບປະທໍາ.ພ້ອມກັນນັ້ນ, ສຸມໃສ່ປະຕິບັດແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ. 2. ສືບຕໍ່ເອົາໃຈໃສ່ຮ່ວມມືກັບບັນດາປະເທດເພື່ອນມິດແລະ ຄູ່ຮ່ວມພັດທະນາ ໃຫ້ແຂງແຮງກວ່າເກົ່າດ້ວຍຄວາມເປັນເຈົ້າການເຂົ້າຮ່ວມ ແລະຈັດຕັ້ງປະຕິບັດ ຂອບການຮ່ວມມືຂອງສາກົນຕ່າງໆ ໃຫ້ມີປະສິດທິຜົນສູງ. 3. ສືບຕໍ່ເຄື່ອນໄຫວວຽກງານການຕ່າງປະເທດ ຢ່າງມີໄຫວພິບ ແລະ ທັນສະພາບການຕາມທິດການທູດປ້ອງກັນເຫດ ແບບບຸກທະລຸ; ພ້ອມກັນນັ້ນ,ຕ້ອງສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດດ້ານການທູດເສດຖະກິດແລະປະຊາຊົນບົນພື້ນຖານຮັບປະກັນປະສິດທິຜົນແລະ ປະຢັດມັດທະຍັດ.ທັງໝົດນັ້ນ ແມ່ນຜົນຂອງກອງປະຊຸມແລະແຜນວຽກຈຸດສຸມຈໍານວນໜຶ່ງ ທີ່ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2025. ພ້ອມກັນນັ້ນ, ປະທານກອງປະຊຸມ ກໍໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ຫົວໜ້າອົງການຈັດຕັ້ງ ພັກ-ລັດ ຂັ້ນສູນກາງ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນຈົ່ງນຳເອົາແຜນວຽກຈຸດສຸມ ປີ2025 ໄປຫັນເປັນແຜນຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການ, ອົງການ ແລະ ທ້ອງຖິ່ນຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນແລະມີຄາດໝາຍເວລາສຳເລັດ ຊັດເຈນສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງແລະ ໄດ້ຮັບຜົນດີ, ມີການຕິດຕາມກວດກາ ແລະ ລາຍງານເປັນແຕ່ລະໄລຍະ.

ຄໍາເຫັນ

ຂ່າວເດັ່ນ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍ

​ໃນ​ວັນ​ທີ 17 ພະຈິກ ຜ່ານມານີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ໄດ້​ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເຊຣເກລາວະຣົບ (Sergey Lavrov) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້ ທີ່ ນະຄອນຫຼວງມະນີລາ ສາທາລະນະລັດ ຟີລິບປິນ.
ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ  ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

ສິງກະໂປ ຈະປະສົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອ ໃນເຄິ່ງຫຼັງຂອງເດືອນພະຈິກ ສຳນັກຂ່າວສານຊິນຮວາລາຍງານໃນວັນທີ

17 ພະຈິກ ຜ່ານມາວ່າ: ກົມອຸຕຸນິຍົມວິທະຍາຂອງສິງກະໂປລາຍງານວ່າ, ສິງກະໂປມີທ່າອ່ຽງທີ່ຈະປະສົບກັບອິດທິພົນຂອງລົມມໍລະສຸມຕາເວັນອອກສ່ຽງເໜືອໃນໄລຍະເຄິ່ງຫຼັງຂອງເດືອນພະຈິກ ຊຶ່ງຈະເຮັດໃຫ້ລົມແຮງຂຶ້ນ ແລະ ປ່ຽນທິດທາງພັດມາຈາກທາງທິດຕາເວັນອອກສ່ຽງເໜືອ ຫຼື ທິດຕາເວັນຕົກສ່ຽງເໜືອ. ໂດຍບາງພື້ນທີ່ຂອງເກາະຈະມີພາຍຸຝົນຟ້າຄະນອງໄລຍະສັ້ນໆ, ສ່ວນຫຼາຍແມ່ນໃນຕອນບ່າຍ ແລະ ອາດຈະສືບຕໍ່ໄປຈົນຮອດກາງຄືນໃນບາງມື້.
ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ສອງນາຍົກລັດຖະມົນຕີ ລາວ-ສິງກະໂປ ພົບປະສອງຝ່າຍ ທີ່ ມະນີລາ ຟີລິບປິນ

ໃນວັນທີ 16 ພະຈິກ ຜ່ານມາ ທີ່ ສູນປະຊຸມແຫ່ງຊາດ ຟີລິບປິນ (PICC) ນະຄອນຫຼວງມະນີລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ລໍເຣນສ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 15-17 ພະຈິກ ນີ້.
ເພີ່ມເຕີມ