ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2024

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2024
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 28 ກຸພາ ຜ່ານມາ ແລະ ປິດລົງໃນຕອນແລງວັນທີ 29 ກຸມພາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ (ສນຍ), ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນປະຈຳເດືອນກຸມພາ ແລະ ທິດທາງແຜນການ ປະຈຳເດືອນມີນາ 2024. ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ບັນດາວາລະດັ່ງນີ້: ວາລະທີ 1. ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ສະຫຼຸບວຽກງານພົ້ນເດັ່ນຂອງລັດຖະບານປະຈໍາເດືອນກຸມພາ ແລະ ທິດທາງແຜນການປະຈຳ ເດືອນມີນາ 2024; ແຜນວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ເສດຖະກິດ-ການເງິນ ທີ່ເປັນບຸລິມະສິດ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຮອດປີ 2025; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ (ການກະກຽມເປັນປະທານອາຊຽນ, ການເຄື່ອນໄຫວວຽກງານຢູ່ຕ່າງປະເທດຂອງການນຳ ພັກ-ລັດ ແລະ ການຕ້ອນຮັບແຂກການນຳຕ່າງປະເທດມາລາວ). ກອງປະຊຸມໄດ້ເຫັນດີ ດ້ານຫຼັກການຮັບຮອງຮ່າງບົດລາຍງານດັ່ງກ່າວ ແລະ ໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ. ພ້ອມນີ້ ໄດ້ຊີ້ນຳໃຫ້ກະຊວງແຜນການ ແລະ ການລົງທຶນສົມທົບກັບຂະແໜງການກ່ຽວຂ້ອງ ປຶກສາ ຫາລືເພື່ອຄວາມເປັນເອກະພາບກ່ຽວກັບວຽກຈຸດສຸມຂອງວາລະແຫ່ງຊາດ ຮອດປີ 2025 ແລະ ໃຫ້ເຊື່ອມສານເຂົ້າສູ່ບັນດາວຽກຕ່າງໆຂອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະທ້າຍສະໄໝ. ສຳລັບແຜນວຽກຈຸດສຸມໃນເດືອນມີນາທີ່ຈະມາເຖິງນີ້, ລັດຖະບານຈະຕ້ອງໄດ້ສືບຕໍ່ສຸມໃສ່ປະຕິບັດບັນດາໜ້າວຽກທີ່ໄດ້ກຳນົດໄວ້ໃນດຳລັດ 381/ນຍ ແລະ ມະຕິ 17/ລບ ກໍຄືແຜນວຽກຈຸດສຸມລວມໝົດ ປີ 2024 ທີ່ໄດ້ກຳນົດໃນມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2023, ຄຽງຄູ່ກັນນັ້ນຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້: 1. ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນ ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ; ສໍາລັບວຽກງານປ້ອງກັນຄວາມສະຫງົບສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານ 41 ໂຄງການ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນການແກ້ ໄຂບັນຫາຢາເສບຕິດ, ການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ; ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີລວມທັງການນໍາໃຊ້ສື່ສັງຄົມອອນລາຍ, ບັນຫາສໍາປະທານທີ່ດິນ, ການລົງທຶນຂອງ ລັດ, ບັນຫາລາຄານໍ້າມັນເຊື້ອໄຟ, ຄ່າຄອງຊີບ ແລະ ອື່ນໆ; ຕິດຕາມກວດກາບັນດາເປົ້າ ໝາຍຄວາມສ່ຽງທີ່ອາດຈະເກີດມີເຫດການບໍ່ສະຫງົບຂຶ້ນ ໃນໄລຍະດຳເນີນກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມ. 2. ການແກ້ໄຂວຽກງານ ເຄັ່ງຮ້ອນທາງດ້ານເສດ ຖະກິດ: 1). ສືບຕໍ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃນນີ້: - ສຸມໃສ່ການຜະລິດ ເພື່ອທົດແທນການນຳເຂົ້າ; ສົ່ງເສີມການປະຢັດພະລັງງານ ເຊັ່ນ: ການນໍາໃຊ້ໄຟຟ້າແສງຕາເວັນໃນຄົວເຮືອນ ແລະ ການຜະລິດກະສິກຳ, ການນຳໃຊ້ລົດໄຟຟ້າໃຫ້ຫຼາຍຂຶ້ນ. - ສຸມໃສ່ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້ ກໍໃຫ້ສືບຕໍ່ຄົ້ນຄວ້າຈັດສັນແຫຼ່ງທຶນຊຳລະໜີ້ສິນຕ່າງປະເທດໃຫ້ທັນຕາມກຳນົດ ເວ ລາທັງບໍ່ໃຫ້ກະທົບຕໍ່ສະພາບຄ່ອງ ໂດຍລວມຂອງລະບົບທະນາຄານກໍຄືສະຖຽນລະພາບ ເງິນຕາແຫ່ງຊາດ. 2). ສຸມໃສ່ເກັບລາຍຮັບເຂົ້າງົບປະມານລັດໃຫ້ໄດ້ຫຼາຍຂຶ້ນ ຈາກແຫຼ່ງລາຍຮັບຂົງເຂດເສດຖະກິດປາຍແຫຼມ ໂດຍສະເພາະລາຍຮັບຈາກຂະແໜງການບໍ່ແຮ່, ນອກນີ້ກໍ ແມ່ນຂະແໜງການທ່ອງທ່ຽວໃນໂອກາດປີທ່ອງທ່ຽວລາວ ແລະ ໂອກາດເປັນປະທານກອງ ປະຊຸມອາຊຽນ ເປັນຕົ້ນແມ່ນການເກັບຄ່າທຳນຽມເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆຕາມ ລັດຖະບັນຍັດກຳນົດ ແລະ ຕາມທິດຫັນເປັນທັນສະໄໝຄຽງຄູ່ກັບການຄົ້ນຄວ້າຖານລາຍ ຮັບໃໝ່ອື່ນໆຈາກທ່າແຮງທີ່ເຮົາມີ ໂດຍສະເພາະຄົ້ນຄວ້າປັບປຸງກົນໄກການເກັບຄ່າບິນ ຜ່ານໃຫ້ສາມາດຈັດເກັບໄດ້ຕາມເປົ້າໝາຍ, ແລ້ວລາຍງານລັດຖະບານ. 3. ຂົງເຂດ ພະລັງງານ ແລະ ບໍ່ແຮ່: ສືບຕໍ່ສຸມໃສ່ປະເມີນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຢູ່ບັນດາແຂວງທີ່ຍັງບໍ່ທັນສຳເລັດ;ສືບຕໍ່ຄົ້ນຄວ້າ ກຳນົດມາດຖານເງື່ອນໄຂໃນການພິຈາ ລະນາອະນຸຍາດ ບໍລິສັດລົງທຶນພັດທະນາບໍ່ແຮ່ ໃນຕໍ່ໜ້າໃຫ້ມີຄຸນນະພາບເປັນຕົ້ນເງື່ອນໄຂດ້ານເຕັກນິກ, ດ້ານການເງິນ, ການຖືຄອງບັນຊີເງິນຕາ ໂດຍໃຫ້ຮ່າງເປັນນິຕິກຳສະເພາະ, 4. ຂົງເຂດທະນາຄານ: ສືບຕໍ່ຕິດຕາມ ແລະ ຄຸ້ມຄອງອັດຕາແລກປ່ຽນຢ່າງໃກ້ຊິດ, ສ້າງ ແລະ ປະເມີນຄືນບັນດາມາດຕະການ, ເຄື່ອງມື, ນະໂຍບາຍເງິນຕາຕ່າງໆ, ຖ້າ ນິຕິກຳທີ່ມີແລ້ວອັນໃດທີ່ເຮັດໄດ້ດີກໍສືບຕໍ່ປະຕິບັດ, ອັນໃດທີ່ບໍ່ສອດຄ່ອງກໍໃຫ້ປັບປຸງແກ້ໄຂຄືນ; ຊຸກຍູ້ການປະຕິບັດນະໂຍບາຍສິນເຊື່ອໃຫ້ຜູ້ປະກອບການເກັບຊື້ຜະລິດຕະພັນກະສິກໍາສົ່ງອອກໄປຕ່າງປະເທດ ເພື່ອນຳເງິນຕາຕ່າງປະເທດມາຂາຍໃຫ້ທະນາຄານ. ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດການ ຊື້-ຂາຍ ຫຼື ໂອນກຳມະສິດການນຳໃຊ້ພາຫະນະຜ່ານລະບົບ ທະນາຄານໃຫ້ເປັນຮູບປະທຳໂດຍໄວ, 5. ຂົງເຂດອຸດສາຫະກຳ ແລະ ການຄ້າ: ຕິດຕາມເກັບກຳຂໍ້ມູນສະພາບການເໜັງຕີງລາຄາສິນຄ້າ ໃຫ້ຮູ້ໄດ້ສາເຫດການຂຶ້ນ-ລົງ ເພື່ອປະຕິບັດມາດຕະການໃນການຄຸ້ມຄອງລາຄາສິນຄ້າ ໃຫ້ທັນກັບສະພາບການເປັນຕົ້ນມາດຕະການຄັງແຮ ເຂົ້າແຊກແຊງລາຄາ ແລະ ຄັງແຮນ້ຳມັນ; ເລັ່ງສ້າງດໍາລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ ໃຫ້ສໍາເລັດໂດຍໄວ, 6. ຂົງເຂດໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ສ້ອມແປງ, ຟື້ນຟູເສັ້ນທາງທີ່ເປ່ເພໃຫ້ສໍາເລັດໄວ ເພື່ອແກ້ໄຂການເດີນທາງສັນຈອນຂົນສົ່ງສິນຄ້າ, ການ ເດີນທາງທ່ອງທ່ຽວໃຫ້ມີຄວາມສະດວກ, ທັງຮີບຮ້ອນມອບ ໂອນວຽກສ້ອມແປງທາງຫຼວງ ແລະ ງົບປະມານສ້ອມແປງ ໃຫ້ອົງການປົກຄອງທ້ອງຖິ່ນຄຸ້ມຄອງ, 7. ຂົງເຂດກະສິກຳ ແລະ ປ່າໄມ້: ສືບຕໍ່ຊຸກຍູ້ອົງການປົກຄອງທ້ອງຖິ່ນ ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງ 11/ນຍ ໂດຍໃຫ້ມີການແຕ່ງຕັ້ງ ຄະນະຮັບຜິດຊອບໃນແຕ່ລະແຂວງ, ພ້ອມທັງເອົາໃຈໃສ່ ຕິດຕາມກວດກາການບຸກລຸກທີ່ດິນປ່າໄມ້, ການເຝົ້າລະວັງ, ສະກັດກັ້ນ ແລະ ປ້ອງກັນການ ບຸກລຸກທຳລາຍປ່າແລະໄຟໄໝ້ລາມປ່າ; ສືບຕໍ່ປະເມີນສິນເຊື່ອກາກບອນປ່າໄມ້ໃນທົ່ວປະ ເທດໃຫ້ໄດ້ຕາມແຜນ ເພື່ອເປັນຂໍ້ມູນໃນການເຈລະຈາຮ່ວມມືໃນຫຼາຍຮູບແບບ ເພື່ອພັດທະ ນາໂຄງການຊື້-ຂາຍສິນເຊື່ອກາກບອນປ່າໄມ້, 8. ຂົງເຂດຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ: ສືບຕໍ່ເລັ່ງຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້, ໃຫ້ມີໂຕເລກຄືບໜ້າເພີ່ມຂຶ້ນ ເພື່ອກ້າວໄປເຖິງການບັນລຸໂຕເລກຄາດໝາຍ, ພ້ອມນີ້ ກໍຕ້ອງ ໄດ້ປະສານສົມທົບກົມກຽວກັບອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ເພື່ອສືບຕໍ່ຄົ້ນຄວ້າຫາ ວິທີແກ້ໄຂອຸປະສັກຂໍ້ຫຍຸ້ງຍາກຕ່າງໆ ໃນການອອກໃບຕາດິນຢູ່ແຕ່ລະທ້ອງຖິ່ນ, 9. ຂົງເຂດວຽກງານວັດທະນະທໍາ-ສັງຄົມ: - ເຝົ້າລະວັງ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດ ຕະການໃນການກັນແລະຄວບຄຸມການແຜ່ລະບາດໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ຕາມລະດູການໃນຂອບເຂດທົ່ວປະເທດ. - ສືບຕໍ່ຕິດຕາມຄຸ້ມຄອງ ບັນຫາແຮງງານລາວທີ່ອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ເດີນທາງກັບເຂົ້າປະເທດຜ່ານ ດ່ານຕ່າງໆແບບບໍ່ຖືກກົດໝາຍ ເພື່ອລາຍງານຂໍ້ມູນໂຕເລກສະຖິຕິໃຫ້ເປັນປົກກະຕິ, ພ້ອມ ທັງຄົ້ນຄວ້າມາດຕະການແກ້ໄຂຕໍ່ກັບບັນຫາດັ່ງກ່າວ; ສືບຕໍ່ຊຸກຍູ້ສະມາຄົມທຸລະກິດຈັດຫາງານລາວໃຫ້ເຄື່ອນໄຫວມີປະສິດທິພາບ, ຍົກສູງຄຸນນະພາບວຽກການຈັດຫາງານ ແລະ ສ້າງວຽກເຮັດງານທຳໃຫ້ກ້າວໜ້າ ແລະ ເປັນລະບົບ, ສຳລັບແຮງງານທີ່ໄປເຮັດວຽກຕາມບົດບັນທຶກຄວາມເຂົ້າໃຈ ກໍໃຫ້ສືບຕໍ່ຕິດຕາມການປະຕິບັດພັນທະລາຍຮັບເງິນຕາໃຫ້ຖືກ ຕ້ອງສອດຄ່ອງຕາມລະບຽບການ. - ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາຂະແໜງການທ່ອງທ່ຽວ ໃຫ້ສົມທົບກັບຜູ້ປະກອບການບໍລິການທ່ອງທ່ຽວໃຫ້ປະຕິບັດຕາມລະບຽບການກ່ຽວຂ້ອງ ຢ່າງເຄັ່ງຄັດ ໂດຍສະເພາະແມ່ນການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວຫຼີກເວັ້ນບໍ່ໃຫ້ມີຫາງສຽງບໍ່ດີກະທົບຕໍ່ພາບພົດການທ່ອງທ່ຽວລາວ, ຖ້າເກີດມີເຫດການທີ່ມີການເຜີຍແຜ່ທາງອອນລາຍ ກໍໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນຊີ້ແຈງແກ້ໄຂໃຫ້ທັນເວລາ. - ສືບຕໍ່ຜັນຂະ ຫຍາຍມະຕິ 09/ນຍ ກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດເຂີນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບໃຫ້ເປັນຮູບປະທຳ. ໃຫ້ ກະຊວງສຶກສາທິການ ແລະ ກິລາ ສະໜອງຂໍ້ມູນໂຕເລກບັນດາຄູອາສາສະໝັກ ຜູ້ທີ່ນອນໃນເງື່ອນໄຂໄດ້ຮັບນະໂຍບາຍຕາມມະຕິດັ່ງກ່າວ ສົ່ງໃຫ້ກະຊວງການເງິນ ເປັນຜູ້ຄົ້ນຄວ້າງົບປະມານໃຫ້ໄດ້ຈັດຕັ້ງປະຕິບັດໄວ, 10. ວຽກງານການຕ່າງປະເທດ: - ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ໂດຍສະເພາະບັນຫາທີ່ຈະ ສົ່ງຜົນກະທົບຕໍ່ລາວເຮົາ, ບັນຫາທີ່ລັດຖະບານຕ້ອງໄດ້ໃຫ້ທັດສະນະ ຫຼື ລົງມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນໍາໃຫ້ທັນການ; - ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຕ່າງປະເທດ ບົນຈິດໃຈປະຢັດມັດທະຍັດ, ທັງການ ຕ້ອນ ຮັບແຂກຜູ້ແທນຂັ້ນສູງຂອງຕ່າງປະເທດ ໂດຍສະເພາະສືບຕໍ່ກະກຽມຮອບດ້ານການຕ້ອນ ຮັບປະທານາທິບໍດີແຫ່ງ ສປ ຕີມໍແລັສເຕ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນວັນທີ 27 ກຸມພາ - 2 ມີນາ 2024 ໃຫ້ປະສົບຜົນສຳເລັດເປັນຢ່າງດີ. - ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ຂອງ ສປປ ລາວ ປີ 2024 ແລະ ບັນດາກອງ ປະຊຸມປິ່ນອ້ອມອື່ນໆ ໃຫ້ສໍາເລັດຕາມແຜນການ. ວາລະທີ 2: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການທ່ອງທ່ຽວ (ສະບັບ ປັບປຸງ) ໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕາມການ ປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ, ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ເປັນຕົ້ນການກຳນົດຈຸດປະສົງ, ການອະທິບາຍຄຳສັບ, ການແບ່ງຂັ້ນຄຸ້ມຄອງ, ການກຳນົດປະເພດ, ມາດຕະຖານ ແລະ ເງື່ອນໄຂຂອງແຫຼ່ງທ່ອງທ່ຽວ, ການກຳນົດຄ່າທຳນຽມບໍລິການຕ່າງໆ, ລວມທັງ ການກຳນົດ ເນື້ອໃນເພີ່ມກ່ຽວກັບການນຳໃຊ້ທີ່ດິນ ແລະ ປ່າໄມ້ໃນວຽກງານການທ່ອງທ່ຽວ ແລະ ອື່ນໆ. ວາລະທີ 3: ກອງປະຊຸມໄດ້ພິຈາລະນາແລະເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍຊັບພະຍາກອນທີ່ ເປັນຢາ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງສາທາລະນະ ສຸກສົມທົບກັບພາກສ່ວນ ກ່ຽວຂ້ອງ ປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກ ລັດຖະ ບານ ເປັນຕົ້ນການແບ່ງຄວາມຮັບຜິດຊອບລະຫວ່າງ ກະຊວງສາທາລະນະສຸກ ແລະ ຂະ ແໜງການກ່ຽວຂ້ອງກ່ຽວກັບການຄຸ້ມຄອງ, ການອະນຸມັດກິດຈະການທີ່ຕິດພັນກັບການປຸງແຕ່ງຊັບພະຍາກອນທີ່ເປັນຢາໃຫ້ລະອຽດ ແລະ ຊັດເຈນ; ພິຈາລະນາຄວາມເໝາະສົມ ໃນການກຳນົດປະເພດຊັບພະຍາກອນທຳມະຊາດທີ່ໃກ້ຈະສູນພັນ, ການກໍານົດເຂດສະຫງວນຊັບພະຍາກອນທຳມະຊາດທີ່ເປັນຢາ; ກວດກາຄືນເນື້ອໃນໃຫ້ມີຄວາມສອດຄ່ອງກັບກົດ ໝາຍທີ່ກ່ຽວຂ້ອງ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ວາລະທີ 4: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງ ກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ໂດຍມອບໃຫ້ທະນາຄານແຫ່ງ ສປປ ລາວ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງນຳໄປ ຄົ້ນຄວ້າປັບປຸງຕື່ມບາງຈຸດຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ, ຮັດກຸມ, ຄົບຖ້ວນສົມບູນ ເປັນຕົ້ນການຈັດລຽງບາງມາດຕາທີ່ມີຄວາມກ່ຽວພັນກັນ, ການອະທິບາຍຄຳສັບ; ການກໍານົດເນື້ອໃນໃຫ້ສອດຄ່ອງກັບກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວແລະສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ທັງສາ ມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ສະພາບການພັດທະນາ ໃນໄລຍະໃໝ່. ວາລະທີ 5: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການອະທິບາຍຄຳສັບ, ການນຳໃຊ້ຄຳສັບ ແລະກຳນົດໜ້າວຽກການບໍລິການໃຫ້ສອດຄ່ອງກັບນິຕິກຳທີ່ກ່ຽວຂ້ອງທີ່ໄດ້ປະກາດໃຊ້ແລ້ວ; ການກຳນົດພາລະບົດບາດ ແລະ ໜ້າທີ່ຂອງຜູ້ພັດທະນາທ່າບົກ, ລວມທັງເຈົ້າໜ້າທີ່ລັດຂອງແຕ່ລະພາກສ່ວນໃຫ້ຈະແຈ້ງ ແລະ ຄົບຖ້ວນຕື່ມ; ການກຳນົດກິດຈະການຢູ່ທ່າບົກ ສອດຄ່ອງກັບມາດຖານສາກົນກ່ຽວກັບທ່າບົກ; ການກຳນົດຈຸດທີ່ຕັ້ງ, ພື້ນທີ່ບໍລິການຕ່າງໆ, ອຸປະກອນເຕັກນິກ ແລະ ອື່ນໆຮັບໃຊ້ວຽກງານໃນທ່າບົກໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບເຕັກນິກວິຊາການ ແລະ ນິຕິກຳທີ່ກ່ຽວຂ້ອງ. ຫຼັງຈາກນັ້ນ ໃຫ້ຈັດກອງປະຊຸມສຳມະນາວິຊາການຜ່ານຮ່າງດຳລັດດັ່ງກ່າວ ເພື່ອຄວາມເປັນເອກະພາບແລ້ວຈຶ່ງສະເໜີລັດຖະບານພິຈາ ລະນາປະກາດໃຊ້. ວາລະທີ 6. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດວ່າດ້ວຍກອງທຶນພັດທະນາ ໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ (ສະບັບສ້າງໃໝ່) ໂດຍມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ໃຫ້ມີເນື້ອໃນຄວາມຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນ ເປັນຕົ້ນການ ກຳນົດແຫຼ່ງລາຍຮັບ ແລະ ສັດສ່ວນລາຍຮັບທີ່ຕິດພັນກັບແຫຼ່ງງົບປະມານຂອງລັດ; ການ ກຳນົດກອງເລຂາສຳລັບວຽກງານດັ່ງກ່າວ; ການກຳນົດໂຄງປະກອບການຈັດຕັ້ງຂອງກອງ ທຶນ ແລະ ອື່ນໆ. ວາລະທີ 7. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງການເງິນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະການກຳນົດນະໂຍບາຍຍົກເວັ້ນອາກອນມູນຄ່າເພີ່ມຕໍ່ບັນດາກິດຈະການທີ່ລັດສົ່ງເສີມ ໃຫ້ຖືກເປົ້າໝາຍແທ້ໆ, ທັງສາມາດຈຳກັດໄດ້ຊ່ອງຫວ່າງການສວຍໂອກາດ ຫຼີກລ່ຽງການປະຕິບັດພັນທະໃຫ້ລັດຖະບານ; ກຳນົດເງື່ອນໄຂ ຂອງການສົ່ງຄືນອາກອນມູນຄ່າເພີ່ມໃຫ້ລະອຽດ, ຈະແຈ້ງ ແລະ ຊັດເຈນຂຶ້ນຕື່ມ. ວາລະທີ 8. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ສະບັບປັບປຸງ) ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະການກຳນົດພາກສ່ວນ ຮັບຜິດຊອບທົດແທນຜົນເສຍຫາຍ ຈາກການທັບມ້າງ, ຍົກຍ້າຍສິ່ງກີດຂວາງ ຫຼື ຄ່າໃຊ້ຈ່າຍທີ່ເກີດຂຶ້ນ ໃນເວລາຕ້ານອັກຄີໄພໃຫ້ສອດຄ່ອງກັບສາເຫດທີ່ພາໃຫ້ເກີດອັກຄີໄພ ແລະ ປັດໄຈອື່ນໆຕື່ມ; ກຳນົດກົນໄກປະສານງານແກ້ໄຂອັກຄີໄພໃຫ້ລະອຽດຈະແຈ້ງ ແລະ ກົມກຽວກັນ; ການກຳນົດມາດ ຕະການສະກັດກັ້ນອັກຄີໄພຕໍ່ເປົ້າໝາຍຕ່າງໆ ໃຫ້ຄົບຖ້ວນ ແລະ ແທດເໝາະກວ່າເກົ່າ. 
(ຂ່າວ: ສຸກສະຫວັນ, ຂໍ້ມູນ ຈາກ: ສນຍ)
 

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ