ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພະຈິກ 2023

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພະຈິກ 2023
ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ,ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນພະຈິກ 2023 ໃນວັນທີ 24 ພະຈິກນີ້, ທີ່ສຳນັກງານນາຍົກລັດຖະມົນຕີຊຶ່ງທ່ານ ໄດ້ຖະແຫຼງວ່າ:ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພະຈິກ 2023 ໄດ້ເປີດຂຶ້ນ ໃນຕອນເຊົ້າວັນທີ 23 ພະຈິກ ແລະ ອັດລົງໃນຕອນແລງວັນທີ 24 ພະຈິກ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2023; ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ບັນດາວາລະ ດັ່ງນີ້:ວາລະທີ 1: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບວຽກງານພົ້ນເດັ່ນປະຈຳເດືອນພະຈິກ ແລະ ທິດທາງແຜນການ ປະຈຳເດືອນທັນວາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ; ການສະເໜີໂຄງການທົດລອງອອກຫຼຽນ ໂທເຄັນດິຈິຕ໋ອນ (Token) ແຮ່ຫາຍາກຂອງ ສປປ ລາວ ແລະ ບັນດາໂຄງການສະໜັບສະໜູນໂຄງການດັ່ງກ່າວ ເພື່ອສ້າງແຫຼ່ງລາຍຮັບໃໝ່ ແລະ ດຶງດູດເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ, ພ້ອມທັງ ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການເອົາໃຈໃສ່ຄຸ້ມຄອງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດວຽກງານ ຕາມຂົງເຂດຄວາມຮັບຜິດຊອບຂອງຕົນ ຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ, ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ກົມກອງ, ພະແນກການ ແລະ ບຸກຄົນ ຢ່າງຈະແຈ້ງໂດຍມີມາດຕະການ ແລະ ວິທີການຊຸກຍູ້, ຕິດຕາມ, ກວດກາ ແລະ ກໍານົດຄາດໝາຍເວລາ ໃນການຈັດຕັ້ງປະຕິບັດ ແລະ ໃຫ້ລາຍງານຜົນສໍາເລັດ ໃຫ້ລັດຖະບານຊາບ ຢ່າງເປັນປົກກະຕິ ໂດຍສະເພາະ ບັນດາວຽກຈຸດສຸມ ແລະ ມາດຕະການ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ເອົາໃຈໃສ່ການເກັບລາຍຮັບດ້ວຍການນຳໃຊ້ລະບົບທັນສະໄໝ; ຂະຫຍາຍລະບົບການຊໍາລະສະສາງ ຜ່ານບັນຊີທະນາຄານ ສູ່ບັນດາທ້ອງຖິ່ນ ທີ່ຕິດພັນກັບການຊື້-ຂາຍຜົນຜະລິດ ປ້ອນເຂົ້າໂຮງງານຕ່າງໆ, ລວມທັງ ການຂຶ້ນບັນຊີແຮງງານ ແລະ ທີ່ພັກເຊົາຂອງແຮງງານ ຢູ່ບັນດາຫົວໜ່ວຍການຜະລິດດັ່ງກ່າວ; ຫຼຸດຜ່ອນການນໍາເຂົ້າສິນຄ້າ ປະເພດທີ່ບໍ່ຈໍາເປັນ ແລະ ເປັນການຟຸມເຟືອຍ ໂດຍອີງໃສ່ສະພາບຈຸດພິເສດ ແລະ ຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ; ກວດກາ ແລະ ມີມາດຕະການແກ້ໄຂຢ່າງເຂັ້ມງວດ ຕໍ່ບັນດາໂຄງການທີ່ມີລັກສະນະການຈັບຈອງ, ບໍ່ມີການພັດທະນາ ຫຼື ພັດທະນາບໍ່ມີປະສິດທິຜົນ ເປັນຕົ້ນ: ໂຄງການຂຸດຄົ້ນບໍ່ແຮ່, ໂຄງການກໍ່ສ້າງທາງດ່ວນ ລວມທັງ ການແກ້ໄຂພື້ນທີ່ໂຄງການທີ່ມີການທັບຊ້ອນກັນ; ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ຕາມຈຸດຕ່າງໆທີ່ມີຄວາມຫຼໍ່ແຫຼມ; ເປັນເຈົ້າການແຕ່ຫົວທີ ໃນການປ້ອງກັນການທຳລາຍ ແລະ ບຸກລຸກປ່າໄມ້; ຈັດຕັ້ງຜັນຂະຫຍາຍ ຜົນການຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງ ສູ່ຂົງເຂດວຽກງານຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໃຫ້ປະກົດຜົນເປັນຈິງ; ກະກຽມສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ໃຫ້ມີບັນຍາກາດ, ກະທັດຮັດ, ມີເນື້ອໃນ, ມີຄວາມສະຫງົບປອດໄພ ບົນຈິດໃຈປະຢັດມັດທະຍັດ; ຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງໂຄງການທົດລອງອອກຫຼຽນ ໂທເຄັນດິຈິຕ໋ອນ (Token) ແຮ່ຫາຍາກຂອງ ສປປ ລາວ ລວມທັງ ຄົ້ນຄວ້າອອກນິຕິກໍາ ເພື່ອກໍານົດລະບຽບການ ກໍຄືເງື່ອນໄຂຕ່າງໆທີ່ກ່ຽວຂ້ອງ. ສໍາລັບຂໍ້ສະເໜີຂອງບັນດາທ້ອງຖິ່ນນັ້ນ ມອບໃຫ້ຂະແໜງການທີ່ຕິດພັນກັບຂໍ້ສະເໜີດັ່ງກ່າວ ເປັນເຈົ້າການສົມທົບທ້ອງຖິ່ນແກ້ໄຂ ເພື່ອເຮັດໃຫ້ບັນຫາທີ່ຍັງຄົງຄ້າງ ໄດ້ຮັບການແກ້ໄຂຢ່າງທັນການ; ວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດວ້ຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ແລະ ແຜນການແກ້ໄຂຜົນການກວດສອບ; ແລະ ບັນຊີໂຄງການລະດັບຊາດ ທີ່ສະໜັບສະໜູນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025 ໂດຍໄດ້ຊີ້ນໍາກະຊວງແຜນການ ແລະ ການລົງທຶນ ໃຫ້ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງເນື້ອໃນຕາມຄຳເຫັນຂອງສະມາຊິກລັດຖະບານ; ກະກຽມບົດແນະນຳ ການຈັດຕັ້ງຜັນຂະຫຍາຍດຳລັດດັ່ງກ່າວ ພາຍຫຼັງທີ່ໄດ້ປະກາດນຳໃຊ້ແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງທົ່ວເຖິງ, ເປັນເອກະພາບ ແລະ ມີປະສິດທິຜົນ. ພ້ອມນີ້, ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ກວດກາຄືນບັນດາໜ້າວຽກ ແລະ ຄວາມຮັບຜິດຊອບ ໃນຂົງເຂດຕົນເອງ ຖ້າຫາກເຫັນວ່າຍັງບໍ່ທັນຄົບຖ້ວນ ແມ່ນໃຫ້ສົ່ງລາຍລະອຽດເປັນລາຍລັກອັກສອນ ໃຫ້ກະຊວງແຜນການ ແລະ ການລົງທຶນ ເພື່ອກຳນົດເຂົ້າຕື່ມ ໃນເວລາອັນຄວນ.
ວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງມະຕິຂອງລັດຖະບານ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 05, ລົງວັນທີ 5 ກັນຍາ 2023 ກ່ຽວກັບການສືບຕໍ່ຍູ້ແຮງຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກໂດຍໄດ້ຊີ້ນຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກວດຄືນດ້ານໂຄງຮ່າງ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ດ້ານເນື້ອໃນ ໃຫ້ກຳນົດເຂົ້າຕື່ມ ການມີສ່ວນຮ່ວມຂອງຂະແໜງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ພະລັງງານ ແລະ ບໍ່ແຮ່, ບັນດາອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ ແລະ ທຸກພາກສ່ວນໃນທົ່ວສັງຄົມ ກໍຄື ພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງ ກຳນົດວິໄສທັດການຈັດຕັ້ງປະຕິບັດ ບົນພື້ນຖານສອດຄ່ອງ ແລະ ແທດເໝາະກັບຄວາມເປັນຈິງ, ມີຄວາມເປັນເອກະພາບທາງດ້ານຄາດໝາຍ, ມາດຕະການ, ວິທີການ, ຂອບໄລຍະເວລາ ແລະ ກົນໄກການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ລວມທັງ ໃຫ້ມີເນື້ອໃນລະອຽດ ຄົບຖ້ວນ, ຈະແຈ້ງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງປັບປຸງສຳເລັດແລ້ວ ໃຫ້ສະເໜີຂໍຄຳເຫັນຈາກບັນດາທ່ານ ຮອງນາຍົກລັດຖະມົນຕີ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາ ໃນຂັ້ນຕໍ່ໄປ; ວາລະທີ 4. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍປ່າຜະລິດ ແລະ ຮ່າງດຳລັດ ວ່າດ້ວຍປ່າປ້ອງກັນ ໂດຍໄດ້ຊີ້ນຳກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ໂຄງຮ່າງ, ຄຳສັບ ແລະ ເນື້ອໃນ ໃຫ້ສອດຄ່ອງກັບບັນດານິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ; ການກຳນົດສິດ ແລະ ໜ້າທີ່ ຂອງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ມີຄວາມລະອຽດ, ຈະແຈ້ງ, ບໍ່ຊໍ້າຊ້ອນກັນ; ການກຳນົດເຂດແດນປ່າແຕ່ລະປະເພດ ກໍໃຫ້ຈະແຈ້ງ ແລະ ແທດກັບຄວາມເປັນຈິງ; ດ້ານການຈັດຕັ້ງ ແລະ ບຸກຄະລາກອນຮັບຜິດຊອບ ທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ກະທັດຮັດ, ສົມເຫດສົມຜົນທາງດ້ານຈຳນວນ ໂດຍອີງໃສ່ສະພາບຈຸດພິເສດ ແລະ ຄວາມເປັນຈິງຂອງແຕ່ລະປະເພດປ່າ ໃນແຕ່ລະທ້ອງຖິ່ນ. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ການຕິດຕາມກວດກາການຈັດຕັ້ງປະຕິບັດ, ການໂຄສະນາເຜີຍແຜ່ ແລະ ປຸກລະດົມການມີສ່ວນຮ່ວມຂອງທົ່ວສັງຄົມ ເພື່ອເພີ່ມສະຕິຄວາມເປັນເຈົ້າການ ໃນການປົກປັກຮັກສາປ່າໄມ້ ໃຫ້ສູງຂຶ້ນຕື່ມ; ການນຳໃຊ້ທ່າແຮງຂອງປ່າໄມ້ ເຂົ້າໃນວຽກງານທ່ອງທ່ຽວ ແລະ ໂຄງການພັດທະນາຕ່າງໆ ບົນພື້ນຖານອະນຸລັກຮັກສາປ່າແບບຍືນຍົງ. ພາຍຫຼັງປັບປຸງສຳເລັດແລ້ວ ສົ່ງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອນຳສະເໜີຂໍຄຳເຫັນຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາປະກາດໃຊ້ ໃນຂັ້ນຕໍ່ໄປ; ວາລະທີ5: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນມັນເຊື້ອໄຟ ໂດຍໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດຈຸດປະສົງໃຫ້ຈະແຈ້ງ ແລະ ຄົບຖ້ວນຕື່ມ; ກຳນົດແຫຼ່ງລາຍຮັບ ແລະ ເປົ້າໝາຍການນຳໃຊ້ກອງທຶນ ໃຫ້ຊັດເຈນ ແລະ ຮັດກຸມ; ກຳນົດລາຍການ ແລະ ເພດານ ການໃຊ້ຈ່າຍເງິນກອງທຶນ ເຂົ້າໃນວຽກບໍລິຫານຂອງກອງທຶນ ໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ ໂດຍສາມາດຈຳກັດໄດ້ ຊ່ອງຫວ່າງການສວຍໂອກາດຕ່າງໆ; ເງື່ອນໄຂໃນການຮັບເງິນຊົດເຊີຍຈາກກອງທຶນ ໃຫ້ລະອຽດ, ຈະແຈ້ງ ແລະ ມີກຳນົດດ້ານເວລາຊັດເຈນ; ກຳນົດສະພາບໍລິຫານໃຫ້ກະທັດຮັດຂຶ້ນຕື່ມ; ກຳນົດການກວດກາພາຍໃນ ແລະ ພາຍນອກ ໃຫ້ຈະແຈ້ງ; ໃຫ້ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຂອງກອງທຶນອື່ນໆ ທີ່ມີໃນປັດຈຸບັນ ເພື່ອເປັນຂໍ້ມູນນຳມາປັບປຸງຮ່າງດຳລັດສະບັບນີ້ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິຜົນ ແລະ ຍືນຍົງ. ພາຍຫຼັງປັບປຸງສຳເລັດແລ້ວ ສົ່ງໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອນໍາສະເໜີຂໍຄຳເຫັນ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາ ໃນຂັ້ນຕໍ່ໄປ; ວາລະທີ 6. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງຮ່າງແຜນຍຸດທະສາດ ການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ (Lao PDR’s Smooth Transition Strategy For LDC graduation) ໂດຍຊີ້ນໍາກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ຊື່ຮ່າງແຜນຍຸດທະສາດ, ການໃຊ້ບັນດາຄໍາສັບໃຫ້ເໝາະສົມ ແລະ ໃຫ້ມີຄວາມເປັນເອກະພາບກັນດ້ານເນື້ອໃນ. ພາຍຫຼັງປັບປຸງແລ້ວ ຈິ່ງສະເໜີທ່ານນາຍົກລັດຖະມົນຕິ ພິຈາລະນາຮັບຮອງ ແລະ ປະກາດໃຊ້.
ສຳລັບແຜນວຽກຈຸດສຸມໃນເດືອນທັນວາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ປະຕິບັດວຽກຈຸດສຸມ ຕົວຈິງຈຳນວນໜຶ່ງ ດັ່ງນີ້:
1. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ປະຕິບັດແຜນຍຸດທະສາດ ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານ 3 ສ້າງ; ສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອແກ້ໄຂບັນຫາຢູ່ຈຸດທີ່ຍັງບໍ່ທັນມີຄວາມສະຫງົບດີ; ເອົາໃຈໃສ່ວຽກງານຄຸ້ມຄອງຊາຍແດນ, ເລັ່ງໃສ່ການເຄື່ອນໄຫວລາດຕະເວນ, ຕິດຕາມສະພາບເຮັດໃຫ້ມີຄວາມສະຫງົບ; ສະກັດກັ້ນອັດປ່ອງຂ້າມລອຍ, ເຂົ້າເມືອງຜິດກົດໝາຍ, ລັກລອບຕັດໄມ້, ຄ້າ-ຂາຍຢາເສບຕິດ.
2. ວຽກງານຂົງເຂດເສດຖະກິດ:
- ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ, ໃນນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດບັນດານິຕິກຳທີ່ວາງອອກໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ການແກ້ໄຂບັນຫາອັດຕາແລກປ່ຽນ, ການຄຸ້ມຄອງລາຄາສິນຄ້າ, ການແກ້ໄຂໜີ້ສິນຕ່າງປະທດ ທີ່ຈະຄົບກຳນົດການຊໍາລະ, ການຊຸກຍູ້ການສົ່ງອອກ ເພື່ອນໍາເອົາເງິນຕາຕ່າງປະເທດເຂົ້າມາໃຫ້ຫຼາຍຂຶ້ນ; ການດຳເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການນຳທຶນເຂົ້າມາຂອງໂຄງການລົງທຶນ ຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ; ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມບັນດາໜ້າວຽກທີ່ໄດ້ວາງໄວ້.
- ສຸມໃສ່ການເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ລື່ນແຜນກຳນົດ, ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ ໂດຍສະເພາະ ໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ; ໂຄສະນາ ແລະ ປຸກລະດົມໃຫ້ສັງຄົມ ປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະເພນີຕ່າງໆ ທັງສົ່ງເສີມໃຫ້ນຳໃຊ້ຜະລິດຕະພັນພາຍໃນ.
- ສືບຕໍ່ຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳ ຂອງ ສປປ ລາວ ເຂົ້າສູ່ຕະຫຼາດຕ່າງປະເທດ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
- ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງ ໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສປປ ລາວ ເພື່ອສາມາດດຶງດູດການລົງທຶນ ພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. ພ້ອມກັນນັ້ນ ກໍສຸມໃສ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດຜ່ານມາ.
- ສືບຕໍ່ປັບປຸງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນທີ່ເປ່ເພ ໃຫ້ສາມາດໄປມາໄດ້ປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍແກ້ໄຂບັນຫາຄວາມບໍ່ເປັນເອກະພາບ ໃນການເກັບຄ່າບໍລິການຄ່ຽນຖ່າຍສິນຄ້າ ຢູ່ດ່ານທ່າບົກ, ບັນຫາຄວາມບໍ່ເປັນເອກະພາບ ໃນການຄ່ຽນຖ່າຍສິນຄ້າ ໃຫ້ຂາດຕົວໂດຍໄວ.
- ໃຫ້ທະນາຄານ ແຫ່ງ ສປປ ລາວ ຮີບຮ້ອນສົມທົບກັບຄະນະຮັບຜິດຊອບຂັ້ນແຂວງ ແລະ ທະນາຄານທຸລະກິດ ທີ່ເຂົ້າຮ່ວມໃນການປະຕີບັດນະໂຍບາຍສິນເຊື່ອ ຕາມຂໍ້ຕົກລົງ 93/ນຍ ເພື່ອກໍານົດມາດຖານ, ເງື່ອນໄຂ, ກົນໄກ ແລະ ວິທີການປະຕິບັດນະໂຍບາຍດັ່ງກ່າວ ໃຫ້ລະອຽດ ແລະ ເປັນກົນໄກລັກສະນະສະເພາະໃຫ້ໄວຂຶ້ນ.
3. ວຽກງານຂົງເຂດວັດທະນະທຳ-ສັງຄົມ:
- ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃຫ້ປະຊາຊົນໃນທົ່ວສັງຄົມຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ໄວ ຕໍ່ກຸ່ມຄົນບໍ່ດີ ທີ່ໄດ້ໂຄສະນາບິດເບືອນ, ໂຈມຕີ ແລະ ໃສ່ຮ້າຍປ້າຍສີ ພັກ-ລັດຖະບານ ດ້ວຍຫຼາຍຮູບການ ແລະ ວິທີການຕ່າງໆ ທີ່ມີການຫັນປ່ຽນ ທີ່ຕັ້ງໜ້າກວ່າເກົ່າ.
- ສຸມໃສ່ການກະກຽມຄວາມພ້ອມຮອບດ້ານໃນການສົ່ງເສີມການທ່ອງທ່ຽວ. ນອກນັ້ນ ໄລຍະນີ້ ກໍກໍາລັງຈັດບຸນນະມັດສະການພະທາດຫຼວງ ໃຫ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ລວມທັງ ຄວາມສະອາດຈົບງາມ;
- ສືບຕໍ່ເອົາໃຈໃສ່ ວຽກງານສາທາລະນະສຸກ ໂດຍສຸມໃສ່ປັບປຸງການບໍລິການປິ່ນປົວ ຢູ່ບັນດາໂຮງໝໍ, ພ້ອມກັນນັ້ນ ກໍ່ໃຫ້ຊຸກຍູ້ການຜະລິດຢາປົວພະຍາດ ທີ່ເຮົາສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳກັດການນຳເຂົ້າ, ເປັນການປະຢັດເງິນຕາຕ່າງປະເທດ, ລວມທັງ ການແກ້ໄຂໜີ້ສິນຄັງປະກັນສຸຂະພາບ ໂດຍມີວິທີການແກ້ໄຂໄວ.
- ເອົາໃຈໃສ່ຕິດຕາມ ຄຸ້ມຄອງແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ, ຄົ້ນຄວ້າຊອກມາດຕະການ ແລະ ວິທີແກ້ໄຂບັນຫາ ການຂາດເຂີນແຮງງານ, ການດູນດ່ຽງແຮງງານ ໄປຄຽງຄູ່ກັບການສ້າງ ແລະ ພັດທະນາວິຊາຊີບ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ;
- ສືບຕໍ່ເອົາໃຈໃສ່ແກ້ໄຂ ບັນຫາການຂາດເຂີນຄູ ແລະ ບັນຫາການປະລະການຮຽນ ເພື່ອໃຫ້ອັດຕາການປະລະການຮຽນຫຼຸດໜ້ອຍລົງ;
- ສຸມໃສ່ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາ ໃຫ້ມີຄວາມສະຫງົບປົກກະຕິ ແລະ ສຳເລັດໄວ.
4. ວຽກງານນິຕິກຳ:
- ສືບຕໍ່ສຸມໃສ່ປັບປຸງ ແລະ ຮຽບຮຽງບັນດານິຕິກໍາ ທີ່ຜ່ານກອງປະຊຸມລັດຖະບານຄັ້ງນີ້ ໃຫ້ສຳເລັດ ແລະ ປະກາດໃຊ້ໄວ ໂດຍສະເພາະ ດຳລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ແຜນການແກ້ໄຂຜົນກວດສອບ ແລະ ມະຕິຂອງລັດຖະບານ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 5/ຄບສພ, ລົງວັນທີ 5 ກັນຍາ 2023 ເພື່ອໃຫ້ທັນເຜີຍແຜ່ໃນກອງປະຊຸມລັດຖະບານ ເປີດກ້ວາງ ຄັ້ງທີ II ປະຈໍາປີ 2023;
- ສຸມໃສ່ສົມທົບກັບຄະນະປະຈຳສະພາແຫ່ງຊາດ ປັບປຸງ ແລະ ຮຽບຮຽງບັນດາກົດໝາຍ ທີ່ໄດ້ຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເລັ່ງການຮັບຮອງ ແລະ ຈໍ້າກາບັນຊີໂຄງການລົງທຶນຂອງລັດ ປະຈຳປີ 2024 ໃຫ້ສໍາເລັດໃນເດືອນທັນວາ 2023 ແລະ ໃຫ້ສາມາດເລີ່ມປະຕິບັດ ໃນວັນທີ 1 ມັງກອນ 2024 ເປັນຕົ້ນໄປ.
5. ວຽກງານຂົງເຂດການຕ່າງປະເທດ:
- ຮີບຮ້ອນແກ້ໄຂບັນຫາຫາງສຽງກ່ຽວກັບການອອກໜັງສືຜ່ານແດນຊັກຊ້າ, ແກ່ຍາວເວລາ ແລະ ລຽນຄິວຍາວ ໃນປັດຈຸບັນ ໃຫ້ຂາດຕົວ ດ້ວຍມາດຕະການ ແລະ ວິທີການຕ່າງໆ, ພ້ອມກັນນັ້ນ ກໍໃຫ້ຮີບຮ້ອນຄົ້ນຄວ້າການອອກວີຊາໄລຍະຍາວ ສໍາລັບບາງປະເທດ ເພື່ອດຶງດູດການທ່ອງທ່ຽວ.
- ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຄວາມສຳເລັດ ແລະ ທັນກັບສະພາບການ.
- ສືບຕໍ່ກະກຽມເປັນເຈົ້າພາບຈັດກອງປະຊຸມ ອາຊຽນ ປີ 2024 ໂດຍເລີ່ມຈາກກອງປະຊຸມ ATF 2024 ແລະ ກອງປະຊຸມເສົາຄໍ້າວັດທະນະທຳສັງຄົມ-ອາຊຽນ ຄັ້ງທີ 31-32; ກະກຽມໃຫ້ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ອາຊຽນ-ຍີ່ປຸ່ນ ແລະ ກະກຽມດ້ານເນື້ອໃນໃຫ້ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ, ກອງປະຊຸມທະວິພາຄີ ສອງລັດຖະບານ ລາວ-ຫວຽດນາມ; ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນປະທານກອງປະຊຸມສຸດຍອດອາຊຽນ ປິ 2024.
6. ການເຄື່ອນໄຫວວຽກພາຍໃນ:
- ກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ໂດຍຈັດກິດຈະກຳຕ່າງໆ ໃຫ້ມີບັນຍາກາດ, ມີເນື້ອໃນ, ຫຼຸດຜ່ອນຮູບການ, ບົນຈິດໃຈປະຢັດມັດທະຍັດ.
- ກະກຽມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2023 ໃນທ້າຍເດືອນທັນວາ ທີ່ຈະມາເຖິງ. (ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ