ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ
ວັນທີ 24 ຕຸລາ ນີ້, ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ

 

 ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນຕຸລາ 2024 ວ່າ: ກອງປະຊຸມ ໄດ້ເປີດຂຶ້ນ ໃນຕອນເຊົ້າວັນທີ 23 ຕຸລາ ແລະ ປິດລົງ ໃນຕອນບ່າຍ ວັນທີ 24 ຕຸລາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນຄື:

ວາລະທີ 1: ລາຍງານສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2024 ຂອງລັດຖະບານ; ລາຍງານກ່ຽວກັບການຄົ້ນຄວ້າການເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ ແລະ ໂຄຕ້າລັດຖະກອນ ປະຈຳປີ 2025; ລາຍງານການຄົ້ນຄວ້າມາດຕະການແກ້ໄຂລົດເຖື່ອນ; ລາຍງານຜົນສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງການສະເໜີແບ່ງຄວາມຮັບຜິດຊອບໃນການຜັນຂະຫຍາຍໃນຕໍ່ໜ້າ ແລະ ລາຍງານຄາດໝາຍອັດຕາເງິນເຟີ້ ໃນປີ 2025.

ກ່ຽວກັບບັນດາບັນຫາສໍາຄັນດັ່ງນີ້:

- ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2024 ຂອງລັດຖະບານ: ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກວດກາຄືນ ແຜນວຽກຈຸດສຸມ ແລະ ບັນດາຄາດໝາຍຕ່າງໆ ໃນປີ 2024 ຂອງລັດຖະບານ ທີ່ໄດ້ກໍານົດໄວ້ ໃນມະຕິຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອເຮັດໃຫ້ວຽກຈຸດສຸມທີ່ຍັງຄົງຄ້າງ ຖືກກຳນົດເຂົ້າໃນແຜນວຽກຈຸດສຸມ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ກາຍເປັນຮູບປະທຳຕົວຈິງ ໃນໄລຍະທ້າຍປີ 2024.

- ຕໍ່ການຄົ້ນຄວ້າການເພີ່ມເງິນເດືອນ ໃຫ້ພະນັກງານ-ລັດຖະກອນ ແລະ ໂຄຕ້າລັດຖະກອນ ປະຈຳປີ 2025, ແມ່ນເຫັນດີຕາມການສະເໜີຂອງກະຊວງພາຍໃນ ບົນພື້ນຖານຕ້ອງຮັບປະກັນ ແລະ ສາມາດຕອບສະໜອງທາງດ້ານງົບປະມານ ໃນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ເພື່ອປັບປຸງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ໃຫ້ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ, ທັງໃຫ້ສາມາດຮັບປະກັນ ມີພະນັກງານສືບທອດປ່ຽນແທນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຢ່າງຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ.

- ຕໍ່ການແກ້ໄຂບັນຫາລົດເຖື່ອນ: ໃຫ້ຈັດຕັ້ງປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ເດັດຂາດ, ວ່ອງໄວ, ທັນການ, ບໍ່ແກ່ຍາວເວລາ, ຮັບປະກັນຈໍາກັດໄດ້ຊ່ອງວ່າງການສວຍໂອກາດຕ່າງໆ ເພື່ອສະກັດກັ້ນບັນຫາລົດເຖື່ອນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ໄດ້ຮັບການແກ້ໄຂຢ່າງຂາດຕົວໃນຕໍ່ໜ້າ. ພ້ອມກັນນີ້, ລັດຖະບານ ໄດ້ມອບໃຫ້ຄະນະສະເພາະກິດ ຮີບຮ້ອນຮ່ວມກັບບັນດາຂະແໜງການກ່ຽວຂ້ອງ ລົງເລິກກໍານົດເງື່ອນໄຂ, ວິທີການແກ້ໄຂລະອຽດ ໂດຍມີຄາດໝາຍທາງດ້ານເວລາ ທີ່ຊັດເຈນ ແລະ ໃຫ້ມີຜົນສໍາເລັດຕົວຈິງ.

- ຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 - 45 ແລະ ກອງປະຊຸມສຸດຍອດທີ່່ກ່ຽວຂ້ອງ: ໃຫ້ກະຊວງການຕ່າງປະເທດ ເປັນໃຈກາງປະສານສົມທົບ ກັບບັນດາອະນຸກໍາມະການ ເພື່ອສະຫຼຸບຕີລາຄາ ໃຫ້ສາມາດເຫັນໄດ້ບັນດາຜົນສຳເລັດ ກໍຄືດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຢ່າງລະອຽດຈະແຈ້ງ, ຄົບຖ້ວນສົມບູນ ເພື່ອໃຫ້ກາຍເປັນບົດຮຽນທີີ່ດີໃນອະນາຄົດ. ພ້ອມກັນນັ້ນ, ໃຫ້ສະຫຼຸບງົບປະມານການໃຊ້ຈ່າຍ, ທຶນຮອນ ແລະ ອຸປະກອນຕ່າງໆ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກພາຍໃນ ແລະ ຕ່າງປະເທດ, ລວມທັງການປະຕິບັດນະໂຍບາຍການຍ້ອງຍໍ ຕໍ່ຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການກະກຽມ ແລະ ດຳເນີນກອງປະຊຸມສຸດຍອດໃນຄັ້ງນີ້ ຢ່າງຖືກຕ້ອງ ແລະ ແທດເໝາະກັບຕົວຈິງ.

- ສຳລັບຄາດໝາຍອັດຕາເງິນເຟີ້ ໃນປີ 2025: ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນວຽກຈຸດສຸມ ທີ່ລັດຖະບານ ໄດ້ກຳນົດໄວ້ ກໍຄືບັນດາທິດຊີ້ນຳ ຂອງກົມການເມືອງສູນກາງພັກ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເຄັ່ງຮ້ອນຕ່າງໆ ແນໃສ່ໃຫ້ອັດຕາເງິນເຟີ້ຫຼຸດລົງ.

ວາລະທີ 2: ກ່ຽວກັບເນື້ອໃນບົດລາຍງານ ຂອງລັດຖະບານ ທີ່ຈະໄປຜ່ານກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນຕົ້ນ ໂຄງຮ່າງຂອງບົດລາຍງານຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ: ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບບັນດາຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງໂຄງຮ່າງບົດລາຍງານ ແລະ ເນື້ອໃນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໃຫ້ກະທັດຮັດ, ຄົບຖ້ວນສົມບູນ ໂດຍສະເພາະ ສ່ອງແສງໃຫ້ເຫັນບັນດາຜົນສຳເລັດທີ່ພົ້ນເດັ່ນ, ບັນດາຄາດໝາຍທີ່ຈັດຕັ້ງປະຕິບັດໄດ້, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ຈຸດອ່ອນ-ຂໍ້ຄົງຄ້າງຕ່າງໆ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ການກໍານົດແຜນວຽກຈຸດສຸມ ໄລຍະທ້າຍປີ 2024, ທິດທາງແຜນການປະຈໍາປີ 2025 ແລະ ມາດຕະການຈັດຕັ້ງປະຕິບັດ. ການສະຫຼຸບ ແລະ ແຜນວຽກໃນຕໍ່ໜ້າ ແມ່ນໃຫ້ກວດກາ ແລະ ປັບປຸງຄືນ ຕາມແຜນວຽກຈຸດສຸມ ແລະ ຄາດໝາຍຕ່າງໆ ທີ່ກຳນົດໄວ້ ໃນມະຕິທີ່ກ່ຽວຂ້ອງ ຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ.

ວາລະທີ 3: ເນື້ອໃນບົດລາຍງານຂອງລັດຖະບານ ທີ່ຈະໄປຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ); ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ;ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍ ວ່າດ້ວຍການສຶກສາ, ກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍ ວ່າດ້ວຍປ້າຍ; ຮ່າງແຜນຍຸດທະສາດການຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາ ຮອດປີ 2030 ແລະ ວິໄສທັດ ຮອດປີ 2040, ໃນນັ້ນ: - ຕໍ່ການຈັດຕັ້ງປະຕິບັດວຽກງານສາມສ້າງ: ໃຫ້ກະຊວງພາຍໃນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳເອົາຄຳເຫັນຂອງກອງປະຊຸມ ໄປຄົ້ນຄວ້າປັບປຸງຮ່າງບົດລາຍງານ ຄຽງຄູ່ກັບການປັບປຸງບັນດານິຕິກຳ ທີ່ຕິດພັນກັບການຄຸ້ມຄອງ ເພື່ອເປັນບ່ອນອີງ ທາງດ້ານເງື່ອນໄຂມາດຖານຕົວຊີ້ວັດການພັດທະນາດ້ານຕ່າງໆ; ພ້ອມທັງ ພິຈາລະນາ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ, ເພື່ອກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ສອດຄ່ອງ ແລະ ຈັດຕັ້ງປະຕິບັດ ໄດ້ຮັບໝາກຜົນຕົວຈິງ ຕາມທິດ ແລະ ຄາດໝາຍທີ່ກຳນົດໄວ້.

- ຕໍ່ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບ ລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ: ໃຫ້ກະຊວງສຶກສາທິການ ແລະ ກິລາ ນຳເອົາຄຳເຫັນຂອງກອງປະຊຸມ ໄປຄົ້ນຄວ້າປັບປຸງຮ່າງລາຍງານ, ລວມທັງການກຳນົດທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນ ແຜນການປັບປຸງນິຕິກຳ, ນະໂຍບາຍ, ແຜນການ-ແຜນງານ ແລະ ອື່ນໆ ໂດຍສະເພາະ ບັນດາຈຸດທີ່ຍັງຄົງຄ້າງ ແລະ ກົດໜ່ວງຖ່ວງດຶງ ຂົງເຂດວຽກງານການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ ໃນປັດຈຸບັນ ກໍຄືສະເພາະໜ້າ ແລະ ຍາວນານ ກໍຄືລັກສະນະ ແລະ ຫຼັກມູນຂອງການສຶກສາ, ທັງເນັ້ນໜັກຍົກສູງຄວາມຮັບຜິດຊອບ ແລະ ປະດິດສ້າງ ໃນໜ້າທີ່ການເມືອງ ຂອງພະນັກງານ-ລັດຖະກອນ ເປັນສຳຄັນ.

- ຕໍ່ການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍ ວ່າດ້ວຍການສຶກສາ, ກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍ ວ່າດ້ວຍແຮງງານ ແລະ ກົດໝາຍ ວ່າດ້ວຍປ້າຍ: ໃຫ້ກະຊວງຍຸຕິທຳ ເປັນໃຈກາງ ສົມທົບກັບຂະແໜງການກ່ຽວຂ້ອງ ນຳເອົາຄຳເຫັນຂອງກອງປະຊຸມ ໄປປັບປຸງຮ່າງບົດລາຍງານລວມ ແລະ ມອບໃຫ້ບັນດາຂະແໜງການກ່ຽວຂ້ອງ ກະກຽມເນື້ອໃນເພື່ອຊີ້ແຈງ ຕໍ່ຂໍ້ຊັກຖາມຕ່າງໆ ຂອງສະມາຊິກສະພາແຫ່ງຊາດ.

- ສຳລັບຮ່າງແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮອດປີ 2030 ແລະ ວິໄສທັດ ຮອດປີ 2040: ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ນຳໄປປັບປຸງຕາມຄຳເຫັນຂອງກອງປະຊຸມ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ ໂດຍສະເພາະ ໂຄງຮ່າງ, ແຜນວຽກຈຸດສຸມ, ໂຕເລກຄາດໝາຍສູ້ຊົນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ.

ສຳລັບວຽກຈຸດສຸມຂອງລັດຖະບານ ໄລຍະນີ້ ຮອດທ້າຍປີ ຈະໄດ້ສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມ ປະຈຳປີ 2024 ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິຕົກລົງສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024; ສຸມໃສ່ແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມ, ນໍ້າຊຸ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບ ໂດຍສະເພາະ ຢູ່ແຂວງຫຼວງນ້ຳທາ, ແຂວງຫົວພັນ. ພ້ອມດຽວກັນນີ້, ມີບາງວຽກຈຸດສຸມຈຳນວນໜຶ່ງຄື:

1) ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ, ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂັ້ມງວດເລິກເຊິ່ງ, ກວ້າງຂວາງກວ່າເກົ່າ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມທັງຕິດຕາມ, ຊີ້ແຈງ ແລະ ຕອບໂຕ້ ຫາງສຽງສັງຄົມທີ່ບິດເບືອນຄວາມຈິງ ຜ່ານສື່ສັງຄົມອອນລາຍ ດ້ວຍຫຼາຍຮູບການ ແລະ ທັນສະພາບການ.

2) ສືບຕໍ່ສຸມໃສ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ທີ່ກໍານົດໄວ້ ໃນແຕ່ລະໄລຍະ ໃຫ້ສໍາເລັດ. ສືບຕໍ່ຕິດຕາມ, ຊຸກຍູ້ ບັນດາຂະແໜງການ ແລະ ທ້ອງຖິ່ນ ໃນການຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດຊີ້ນຳຂອງກົມການເມືອງສູນກາງພັກ ຕາມມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ກໍຄືມະຕິ 05/ລບ ຂອງລັດຖະບານ ໃຫ້ເປັນຮູບປະທຳ ແລະ ມີໝາກຜົນຕົວຈິງ.

3) ສືບຕໍ່ຊຸກຍູ້ອຳນວຍຄວາມສະດວກ ການເກັບກ່ຽວເຂົ້ານາປີ, ຜົນຜະລິດລະດູຝົນ ແລະ ກຽມຄວາມພ້ອມໃຫ້ແກ່ການຜະລິດເຂົ້ານາແຊງ ແລະ ການຜະລິດລະດູແລ້ງ.

4) ສືບຕໍ່ຕິດຕາມ, ກວດກາ ຊຸກຍູ້ບັນດາໂຄງການລົງທຶນຕ່າງໆ ໃຫ້ດຳເນີນໄປຕາມແຜນທີ່ກຳນົດ ພ້ອມທັງການຮ່າງແຜນການລົງທຶນຂອງລັດ ປີ 2025 ໃຫ້ສຳເລັດທັນກຳນົດເວລາ. ສຳລັບການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃຫ້ສຳເລັດການກວດກາການຈັດຕັ້ງປະຕິບັດໂຄງການຕ່າງໆ.

5) ສືບຕໍ່ແກ້ໄຂບັນຫາການຂາດເຂີນຄູ, ການປະລະການຮຽນ ແລະ ບັນຫາອື່ນໆ ທີ່ຕິດພັນກັບສະຖາບັນການສຶກສາໃຫ້ດີຂຶ້ນ ໂດຍລັດຖະບານ ຈະໄດ້ພິຈາລະນານະໂຍບາຍການເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາ ທີ່ຮຽນສາຍຄູ ໃຫ້ສູງຂຶ້ນ ແລະ ການກຳນົດໂຄຕ້າຄູ ຕາມຈຳນວນນັກສຶກສາທີ່ຮຽນຈົບໃນແຕ່ລະປີ.

6) ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ.

7) ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາການຂາດແຄນແຮງງານ ໂດຍສຸມໃສ່ການຂຶ້ນທະບຽນຄຸ້ມຄອງແຮງງານ, ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ສຸມໃສ່ການຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານຢູ່ລາວ ໂດຍສະເພາະ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

8) ສືບຕໍ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດສັນຍາ ລວມທັງບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກບັນດາໂຄງການພັດທະນາແຮ່ທາດ ແລະ ໂຮງງານອຸດສາຫະກຳຕ່າງໆ.

9) ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ເພື່ອລາຍງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງໃຫ້ທັນການ, ສືບຕໍ່ກະກຽມໃຫ້ແກ່ການນຳຂັ້ນສູງ ຂອງພັກ-ລັດ ທີ່ຈະເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ, ທັງຮີບຮ້ອນຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45.

10) ສືບຕໍ່ຍູ້ແຮງການທ່ອງທ່ຽວລາວ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເພີ່ມຂຶ້ນ.

11) ສືບຕໍ່ສຸມໃສ່ກະກຽມເນື້ອໃນທີ່ຈະລາຍງານ ແລະ ເຂົ້າຮ່ວມກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ສູນ​ທອນ​ພົດ​ຂອງ ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ກ່າວ​ໃນ​ພິ​ທີ​ໂຮມ​ຊຸມ​ນຸມ ລະ​ນຶກວັນ​ເກີດ​ ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ

ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວທັງຊາດຫາກໍສໍາເລັດການສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີຢ່າງຟົດຟື້ນ ມ່ວນຊື່ນ ແລະ ສືບຕໍ່ສ້າງຂະບວນການຮອບດ້ານເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ເພີ່ມເຕີມ