ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2023

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2023
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ ແລະ ໄດ້ປິດລົງໃນວັນດຽວກັນ ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່3ວາລະ ແລະ ຫົວຂໍ້ສຳຄັນ ດັ່ງນີ້:
ວາລະທີ 1.ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາບົດລາຍງານ ກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ໃນນັ້ນ ປະກອບມີ: ຕີລາຄາການເຄື່ອນໄຫວວຽກງານປ້ອງກັນຊາດ; ຕີລາຄາການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ; ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດ; ການກະກຽມບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດການແກ້ໄຂວຽກງານພົ້ນເດັ່ນ ຂອງຄະນະສະເພາະກິດ ຕາມມະຕິ 19/ກມສພ ໃນໄລຍະ 3 ເດືອນຜ່ານມາ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ; ສະພາບວຽກງານຄຸ້ມຄອງລັດຖະກອນ ປີ 2023 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2024. ກອງປະຊຸມ ມອບໃຫ້ບັນດາຂະແໜງການ ທີ່ຮັບຜິດຊອບກະກຽມບົດລາຍງານດັ່ງກ່າວ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ແລະ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສືບຕໍ່ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສັງລວມເອົາບັນດາເນື້ອໃນສຳຄັນ ຂອງບັນດາບົດລາຍງານດັ່ງກ່າວ ເພື່ອນຳໄປລາຍງານ ຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນຕາມກໍານົດເວລາ ໂດຍໃຫ້ເອົາໃຈໃສ່ຕື່ມບາງຈຸດ ເປັນຕົ້ນ ການສະຫຼຸບ ແລະ ກໍານົດຕົວເລກຕ່າງໆ ຂອງບັນດາຂະແໜງການ ໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບກັນ;ເນື້ອໃນບົດລາຍງານລວມ ໃຫ້ກວມເອົາບັນຫາພົ້ນເດັ່ນຂອງທຸກຂົງເຂດວຽກງານ, ໃຫ້ສາມາດເຫັນໄດ້ ສາເຫດຂອງຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໂດຍອີງໃສ່ທິດຊີ້ນຳຂອງສູນກາງພັກ ແລະ ຄາດໝາຍຕ່າງໆ ທີ່ກຳນົດໄວ້.ສຳລັບບັນດາຈຸດທີ່ບໍ່ທັນເອກະພາບກັນ ແມ່ນໃຫ້ສືບຕໍ່ຄົ້ນຄວ້າປຶກສາຫາລື ຫຼື ຈັດສຳມະນາຮ່ວມກັນ. 
ວາລະທີ 2. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງ ກົດໝາຍ ປີ 2024ແລະ ໄດ້ຊີ້ນຳກະຊວງຍຸຕິທຳ ໃຫ້ສົມທົບກັບກະຊວງ, ອົງການ ທີ່ເປັນຜູ້ຮັບຜິດຊອບສ້າງ  ແລະ ປັບປຸງກົດໝາຍ ປັບປຸງແຜນດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ຈັດສັນບັນດາກົດໝາຍ ທີ່ເລື່ອນມາຈາກ ປີ 2023, ເລັ່ງປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໃນບາງມາດຕາ, ຄົ້ນຄວ້າສ້າງບາງດຳລັດ ໃຫ້ສອດຄ່ອງກັບສະພາບຕົວຈິງ. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທຳແລະ ພາກສ່ວນກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງສຸດທ້າຍບັນດາຮ່າງກົດໝາຍ ເພື່ອນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກຳນົດເວລາ.
ວາລະທີ 3. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ 3 ສະບັບ ຄື: 
1)    ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ:ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ, ຮັດກຸ່ມ ເປັນຕົ້ນ ການໃຫ້ນິຍາມເພີ່ມຕື່ມບາງຄຳສັບ, ການກຳນົດຈຸດປະສົງ ແລະ ເງື່ອນໄຂ ໃນການປັບໃໝ ໃຫ້ລະອຽດຈະແຈ້ງຕື່ມ ແລະ ເໝາະສົມຕື່ມ, ການກຳນົດອັດຕາຄ່າປັບໄໝ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ.
2)    ຮ່າງດຳລັດ ວ່າດ້ວຍຄອນໂດມີນຽມ:ກອງປະຊຸມ ໄດ້ຊີ້ນຳກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ພິຈາລະນາຄືນ ການກຳນົດຊື່ຮ່າງດຳລັດ ຄວນໃຫ້ສະແດງອອກເປັນພາສາລາວ, ການກຳນົດເງື່ອນໄຂ ກໍຄືນະໂຍບາຍ ຕໍ່ບຸກຄົນ ທີ່ສາມາດອາໃສຢູ່ຄອນໂດມີນຽມ, ການຄຸ້ມຄອງ ແລະ ນຳໃຊ້ອາຄານ, ລວມທັງ ການກຳນົດສິດ ຜູ້ນຳໃຊ້ອາຄານ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຮັດກຸມ ກວ່າເກົ່າ.
3)    ຮ່າງດຳລັດ ວ່າດ້ວຍທີ່ດິນບໍລິເວນນ້ຳ:ກອງປະຊຸມ ໄດ້ຊີ້ນໍາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຮ່າງດຳລັດດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ເປັນຕົ້ນ ປັບປຸງບາງຄຳສັບ ໃຫ້ສອດຄ່ອງກັບຕົວຈິງກວ່າເກົ່າ, ກຳນົດໃຫ້ຈະແຈ້ງຕື່ມ ສິດຂອງບັນດາພາກສ່ວນທີ່ຮັບຜິດຊອບຄຸ້ມຄອງດິນບໍລິເວນນໍ້າ, ການກຳນົດພັນທະ ໃນການນຳໃຊ້ດິນບໍລິເວນນໍ້າ ແລະ ໃຫ້ສອດຄ່ອງກັບນິຕິກຳກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ ເພື່ອຫຼີກລ່ຽງການກຳນົດຊໍ້າຊ້ອນ ແລະ ເນື້ອໃນທີ່ບໍ່ສອດຄ່ອງກັນ. 
ກອງປະຊຸມ, ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທໍາ ແລະ ຄະນະຮັບຜິດຊອບຮ່າງບັນດາດຳລັດດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍປະກາດໃຊ້ ໃນຂັ້ນຕໍ່ໄປ.
ສຳລັບແຜນວຽກຈຸດສຸມໃນທ້າຍເດືອນຕຸລາ ແລະ ເດືອນພະຈິກ 2023, ລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາທີ່ຕິດພັນກັບ 2 ວາລະແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ທ້າຍປີ 2023 ດ້ວຍມາດຕະການແລະ ວິທີການຕ່າງໆ ທີ່ສອດຄ່ອງ, ໃນນັ້ນ ຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງ ດັ່ງນີ້:
1.    ໃຫ້ທຸກພາກສ່ວນນຳເອົາເນື້ອໃນຈິດໃຈ ຜົນຂອງກອງປະຊຸມຄັ້ງນີ້ ໄປປັບປຸງຮຽບຮຽງບັນດາເນື້ອໃນ ທີ່ຈະນຳໄປລາຍງານ ຕໍ່ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 7 ສະໄໝທີXI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີIXທີ່ຈະເປີດຂຶ້ນໃນທ້າຍເດືອນຕຸລາ 2023,ໂດຍໃຫ້ກະກຽມຂໍ້ມູນ ລະອຽດຊັດເຈນ ແລະ ປັບປຸງບົົດລາຍງານ ໃຫ້ແຈ້ງຕື່ມ, ລວມທັງການກະກຽມຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.
2.    ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໃຫ້ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບປອດໄພຮອບດ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
3.    ຂົງເຂດເສດຖະກິດ:    
1)    ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ໃນນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດບັນດານິຕິກຳ ທີ່ວາງອອກໃຫ້ເປັນຮູບປະທຳ ໂດຍສະເພາະ ການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ການຄຸ້ມຄອງລາຄາສິນຄ້າ.
2)    ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມບັນດາໜ້າວຽກທີ່ໄດ້ວາງໄວ້.
3)    ສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ, ພ້ອມກັນນັ້ນ ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ໂດຍສະເພາະ ໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ ດ້ວຍການຈຳກັດການເດີນທາງໄປຕ່າງປະເທດ ທີ່ບໍ່ຈຳເປັນ; ໂຄສະນາ ແລະ ປຸກລະດົມໃຫ້ທົ່ວສັງຄົມປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະເພນີຕ່າງໆ ແລະ ສົ່ງເສີມໃຊ້ຜະລິດຕະພັນພາຍໃນ.
4)    ເອົາໃຈໃສ່ເກັບກ່ຽວຜົນຜະລິດລະດູຝົນ, ສືບຕໍ່ຊຸກການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳ ຂອງ ສປປ ລາວ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
5)    ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງ ໃນການລົງທຶນ ຢູ່ ສປປ ລາວ ເພື່ອສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ.
6)    ສືບຕໍ່ປັບປຸງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ທີ່ເປ່ເພ ໃຫ້ສາມາດໄປມາໄດ້ປົກກະຕິໂດຍໄວ. ພ້ອມກັນນັ້ນ ກໍແກ້ໄຂບັນຫາຄວາມບໍ່ເອກະພາບ ໃນການເກັບຄ່າບໍລິການຄ່ຽນຖ່າຍສິນຄ້າ ຢູ່ດ່ານທ່າບົກ, ບັນຫາຄວາມຫຍຸ້ງຍາກໃນການຄ່ຽນຖ່າຍສິນຄ້າ ໃຫ້ຂາດຕົວໂດຍໄວ. 
4.    ຂົງເຂດວຽກງານວັດທະນະທຳ-ສັງຄົມ:
1)    ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໃຫ້ປະຊາຊົນ ແລະ ສັງຄົມ ຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ ກຸ່ມຄົນບໍດີ ທີ່ໃສ່ຮ້າຍປ້າຍສີ ດ້ວຍຮູບການ ແລະ ວິທີການຕ່າງໆ.
2)    ສຸມໃສ່ກະກຽມຈັດພິທີເປີດປີທ່ອງທ່ຽວລາວ 2024 ໃນພະຈິກ 2023ນີ້,ໄປຄຽງຄູ່ກັບການກະກຽມຄວາມພ້ອມຮອບດ້ານ ໃນການສົ່ງເສີມການທ່ອງທ່ຽວ, ລວມທັງ ບຸນປະເພນີອອກພັນສາ ແລະ ບຸນນະມັດສະການພະທາດຫຼວງ ໃຫ້ມີການກະກຽມໃຫ້ດີ ແລະ ໂຄສະນາເຜີຍແຜ່ ສົ່ງເສີມຊຸກຍູ້ການທ່ອງທ່ຽວ ໃຫ້ກວ້າງຂວາງ.
3)    ສືບຕໍ່ເອົາໃຈໃສ່ວຽກງານສາທາລະນະສຸກ ໂດຍສຸມໃສ່ປັບປຸງການບໍລິການປິ່ນປົວຢູ່ບັນດາໂຮງໝໍ, ຊຸກຍູ້ການຜະລິດຢາປົວພະຍາດ ທີ່ປະເທດເຮົາສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳກັດການນຳເຂົ້າ ແລະ ປະຢັດເງິນຕາຕ່າງປະເທດ. 
4)    ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ, ທັງຄົ້ນຄ້ວາຊອກມາດຕະການ ແລະ ວິທີແກ້ໄຂບັນຫາຂາດເຂີນແຮງງານ ໄປຄຽງຄູ່ກັນການສ້າງ ແລະ ພັດທະນາວິຊາຊີບ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.
5)    ເອົາໃຈໃສ່ແກ້ໄຂບັນຫາການຂາດເຂີນຄູ ຕາມມະຕິຕົກລົງ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ແລະ ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ໃຫ້ຕາການປະລະການຮຽນຫຼຸດໜ້ອຍລົງ.
6)    ສຸມໃສ່ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາ ໃຫ້ມີຄວາມສະຫງົບປົກກະຕິ.
5.    ວຽກງານນິຕິກຳ: ສືບຕໍ່ປັບປຸງ ແລະ ກວດກາຄວາມຖືກຕ້ອງ ຂອງກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳໄປຜ່ານກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີIX ໃຫ້ດີ ເພື່ອໃຫ້ສາມາດຮັບຮອງຈາກກອງປະຊຸມ. ພ້ອມກັນນັ້ນ ກໍໃຫ້ເລັ່ງປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລ້ວນຳມາຜ່ານກອງປະຊຸມລັດຖະບານ ພາຍໃນເດືອນທັນວາ 2023, ຈາກນັ້ນ ຈຶ່ງສະເໜີເຂົ້າຜ່ານກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນປີ 2024. ສືບຕໍ່ຄົ້ນຄວ້າສ້າງຮ່າງດໍາລັດ ວ່າດ້ວຍລະບົບກົງຈັກການຈັດຕັ້ງ;ສືບຕໍ່ປະເມີນການຈັດຕັ້ງປະຕິບັດວຽກດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຕາມດໍາລັດ 558/ລບ; ຮີບຮ້ອນປັບປຸງ ແລະ ຮຽບຮຽງບັນດາຮ່າງດຳລັດ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ເອກະພາບ ແລະ ຮັດກຸມ ແລ້ວສະເໜີຂໍລາຍເຊັນປະກາດໃຊ້ໄວ.
6.    ຂົງເຂດວຽກງານການຕ່າງປະເທດ:
1)    ສືບຕໍ່ກະກຽມໃຫ້ທ່ານນາຍົກລັດຖະມົນຕີ ໃນການໄປຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ GCC ທີ່ຣີຢັດ ຊາອຸດິດອາຣັບບີ.
2)    ສືບຕໍ່ກະກຽມໃຫ້ແກ່ການມາຢ້ຽມຢາມ ສປປ ລາວ ຂອງທ່ານ ນາຍົກລັດຖະມົນຕີ ຣາຊາອານະຈັກໄທ ໃນທ້າຍເດືອນຕຸລານີ້.
3)    ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີຜົນສຳເລັດ ແລະ ທັນກັບສະພາບການ.
ຂ່າວ: ກົມປະຊາສຳພັນ ຫສນຍ.
     

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ