ຜົນງານການເຄື່ອນໄຫວປະຕິວັດຂອງສະຫາຍຮ້ອຍເອກນາງ ບົວຄໍາ ພົມມະຈັນ ວິລະຊົນແຫ່ງຊາດ

ຜົນງານການເຄື່ອນໄຫວປະຕິວັດຂອງສະຫາຍຮ້ອຍເອກນາງ ບົວຄໍາ ພົມມະຈັນ ວິລະຊົນແຫ່ງຊາດ
ໂດຍ: ເຊໂປນ ມະໂນກຸນ
    ກອງທັບປະຊາຊົນລາວ ແມ່ນເລີ່ມຈາກກຳລັງປະກອບອາວຸດຂອງປະຊາຊົນລາວບັນດາເຜົ່າ, ທາດແທ້ຂອງກອງທັບປະຊາຊົນລາວແມ່ນກອງທັບຂອງປະຊາຊົນລາວທີ່ຕໍ່ສູ້ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາຕ່າງຊາດຕໍ່ສູ້ເພື່ອນຳເອົາເອກະລາດອຳນາດອະທິປະໄຕມາໃຫ້ແກ່ປະຊາຊົນພາຍໃຕ້ການຊີ້ນຳໆພາຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ມີຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບແຜນລະບຽບທີ່ເຂັ້ມງວດສົມວ່າເປັນກຳລັງຂອງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ. ຜ່ານໄລຍະການຕໍ່ສູ້ກູ້ຊາດຕ້ານຈັກະພັດຜູ້ຮຸກຮານອັນຍືດເຍື້ອຍາວນານໄດ້ເກີດມີບັນດານັກຮົບດີເດັ່ນ,ນັກຮົບແຂ່ງຂັນ ແລະ ນັກຮົບວິລະຊົນ ຊຶ່ງລ້ວນແລ້ວແຕ່ສັງກັດຢູ່ໃນກໍາລັງທະຫານຫຼວງ,ທະຫານທ້ອງຖິ່ນ ແລະ ກອງຫຼອນ, ມີກຳລັງເພດຍິງແລະ ເພດຊາຍຢ່າງຫຼວງຫຼາຍ.
    ເພື່ອອຸທິດຜົນງານ ແລະ ເຊີດຊູບົດບາດວິລະກໍາຂອງພະນັກງານ-ນັກຮົບວິລະຊົນແຫ່ງຊາດທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເຄື່ອນໄຫວຕໍ່ສູ້ປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງນີ້. ສະຫາຍຮ້ອຍເອກນາງ ບົວຄໍາ ພົມມະຈັນ ວິລະຊົນແຫ່ງຊາດ ໄດ້ເລົ່າຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງເພີ່ນຕໍ່ນັກຂ່າວພວກເຮົາວ່າ: ສະຫາຍໄດ້ເຂົ້າການປະຕິວັດໃນປີ 1960 ສັງກັດຢູ່ກອງຮ້ອຍ 22 ເຄື່ອນທີ່ແຂວງຫົວພັນລົງເຄື່ອນໄຫວຢູ່ເຂດເມືອງຄໍາ ແຂວງຊຽງຂວາງ. ຍ້ອນເຫັນໄດ້ວິລະກຳ ແລະ ພາລະກິດຂອງການປະຕິວັດ ແລະ ຄວາມທຸກຍາກຂອງພໍ່ແມ່ປະຊາຊົນທີ່ຖືກກົດຂີ່ຂູດຮີດຈາກເງື່ອມມືຂອງພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ທີ່ເຂົ້າມາຮຸກຮານປະເທດເຮົາ, ສະຫາຍຈຶ່ງໄດ້ເຄື່ອນໄຫວປິດລັບໂຄສະນາຂົນຂວາຍໝູ່ເພື່ອນຢູ່ຮ່ວມບ້ານດຽວກັນຈັດຕັ້ງຂົນຂວາຍເອື້ອຍນ້ອງແມ່ຍິງເພື່ອເຄື່ອນໄຫວເກັບກຳສະພາບການຂອງສັດຕູ ແລ້ວສົ່ງຂ່າວໃຫ້ອ້າຍນ້ອງແນວລາວອິດສະຫຼະໃນເຂດນັ້ນ, ຜ່ານການເຄື່ອນໄຫວເຮັດໜ້າທີ່ປຸກລະດົມຂົນຂວາຍເປັນເວລາຫຼາຍເດືອນ, ຫຼາຍປີ, ມາເຖິງວັນທີ 13 ເມສາ 1960 ສະຫາຍຈຶ່ງໄດ້ຕັດສິນໃຈອຳລາຄອບຄົວຫັນໜ້າສູ່ການປະຕິວັດ ສັງກັດຢູ່ໃນຄອບຄົວໃຫຍ່ຊຸດຂຽວຢູ່ກອງຮ້ອຍ 2 ພາຍຫຼັງເຂົ້າຮ່ວມໃນກໍາລັງປະກອບອາວຸດແລ້ວ ການຈັດຕັ້ງຂັ້ນເທິງໄດ້ຊັບຊ້ອນໃຫ້ໄປເປັນເອື້ອຍລ້ຽງ, ລໍາລຽງຂົນສົ່ງຮັບໃຊ້ອ້າຍນ້ອງແນວລາວອິດສະຫຼະ. ສະນັ້ນ, ສະຫາຍຮ້ອຍເອກນາງ ບົວຄໍາ ພົມມະຈັນ ຈຶ່ງໄດ້ຕັດສິນໃຈສ້າງຜົນງານຮັບໃຊ້ຊາດຢ່າງສຸດກົກສຸດປາຍປະຕິບັດຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ໜ້າທີ່ຮັບຜິດຊອບໃນເວລານັ້ນແມ່ນແຕ່ງກິນ-ລຳລຽງຂົນສົ່ງຮັບໃຊ້ສະໜາມຮົບໃຫ້ອ້າຍນ້ອງທະຫານລາວ ແລະ ທະຫານຫວຽດນາມ ໃນໄລຍະຕີປົດປ່ອຍເອົາເມືອງ (ນ້ຳເນີນ) ໃນປີ1962-1964 ສະຫາຍໄດ້ຖືກບາດເຈັບຈາກການສະກັດຕີຂອງສັດຕູໃນເວລາໄປລຳລຽງປົດປ່ອຍເມືອງນ້ຳເນີນ ແລະ ອອກປິ່ນປົວໃນໄລຍະໜຶ່ງ. ມາຮອດເດືອນມັງກອນປີ 1965 ການຈັດຕັ້ງໄດ້ແຕ່ງຕັ້ງໃຫ້ສະຫາຍລົງຂົນຂວາຍປຸກລະດົມປະຊາຊົນຢູ່ເມືອງນ້ຳເນີນແຂວງຫົວພັນເປັນເວລາ 3 ເດືອນຈຶ່ງໄດ້ກັບຄືນກົມກອງ. ມາຮອດເດືອນມິຖຸນາປີ 1965 ສະຫາຍໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ມາເຖິງເດືອນມິຖຸນາປີ 1966ໄດ້ຖືກຍົກຍ້າຍມາຢູ່ສະຫະພັນແມ່ຍິງແຂວງຊຽງຂວາງເຮັດໜ້າທີ່ຊ່ວຍວຽກກໍ່ສ້າງຮາກຖານປະຊາຊົນແມ່ຍິງແຂວງ. ມາຮອດເດືອນກໍລະກົດປີ 1967 ໄດ້ຮັບການແຕ່ງຕັ້ງໃຫ້ລົງຂົນຂວາຍປຸກລະດົມຢູ່ເມືອງຄຳ ເວລານັ້ນຂະບວນການຂອງນັກສືບສອດແນມແມ່ນໜັກທີ່ສຸດແຕ່ລະມື້ພວກມັນໄດ້ຫວ່ານໃບປິວໂຄສະນາໃສ່ຮ້າຍປ້າຍສີນາບຂູ່ການປະຕິວັດເຮົາ. ການຈັດຕັ້ງໄດ້ລະດົມເອົາພະນັກງານແຕ່ລະອົງການລວມທັງແຂວງ ແລະ 
ເຂດລວມທັງໝົດ 500 ຄົນລົງເຄື່ອນໄຫວຢູ່ເມືອງຄຳ. ຖືວ່າ 500 ຄົນແມ່ນແບ່ງໃສ່ແຕ່ລະຕາແສງ, ແຕ່ລະບ້ານ, ໃນເດືອນມີນາປີ 1968 ໄດ້ຍົກຍ້າຍມາເຄື່ອນໄຫວຂົນຂວາຍປຸກລະດົມຢູ່ຕາແສງຍົບເມືອງຄູນ ແຂວງຊຽງຂວາງເປັນເວລາ 11 ເດືອນຈຶ່ງໄດ້ກັບຄືນກົມກອງ. ຮອດເດືອນມັງກອນປີ 1969 ໄດ້ຮັບການອະນຸຍາດຈາກການຈັດຕັ້ງໃຫ້ໄປຮຽນບຳລຸງຢູ່ໂຮງຮຽນການເມືອງ ແຂວງຊຽງຂວາງເປັນເວລາ 3 ເດືອນ. ມາຮອດເດືອນມັງກອນປີ 1969 ບັ້ນຮົບໂອເລແອນສັດຕູໄດ້ເຂົ້າບຸກໂຈມຕີທົ່ງໄຫຫີນຊຽງຂວາງໃນເວລາ 4 ໂມງເຊົ້າພວກມັນໄດ້ຢຶດພູແຄ, ພູກ້າໃນວັນທີ 30 ມັງກອນປີ 1969,ໃນເວລາມາຮອດມີ 35 ກອງພັນບຸກຕີເຂົ້າໃນກາງຄືນ, ມາຮອດເດືອນກຸມພາການຈັດຕັ້ງໄດ້ລະດົມເອົາຊາວໜຸ່ມ-ແມ່ຍິງ, ນັກຮຽນ-ນັກສຶກສາມາຈັດຕັ້ງເປັນກອງຮ້ອຍລຳລຽງຂອງແຂວງ. ໃນເວລານັ້ນຖືວ່າຫຼັງຈາກຈັດຕັ້ງເປັນກອງຮ້ອຍ 368 ໄດ້ຈັດຕັ້ງເປັນ 2 ໝູ່, ໝູ່ທີ I ແມ່ນສະຫາຍນາງ ສີສຸກ, ໝູ່ທີ II ແມ່ນສະຫາຍນາງ ພູມີ ຂຶ້ນກັບຫ້ອງພະລາທິການເຂດຊຽງຂວາງເປັນຜູ້ຊີ້ນຳໃນເວລານັ້ນ. ມາຮອດເດືອນມີນາປີ 1968ຍ້ອນຄວາມຕື່ນຕົວ ແລະ ການປຸກລະດົມຂອງການຈັດຕັ້ງ ແລະ ຄວາມຕື່ນຕົວຂອງເອື້ອຍນ້ອງແມ່ຍິງແຂວງຊຽງຂວາງໄດ້ສະໝັກໃຈເຂົ້າຮ່ວມ120 ຄົນ ແລ້ວມາຈັດຕັ້ງເປັນກອງຮ້ອຍ 368 ຫົວໜ້າຮັບຜິດຊອບແມ່ນສະຫາຍຄຳມຸນ, ສະຫາຍທິດອຸ່ນຫຼ້າ ແລະ ສະຫາຍນາງ ໄມຈັນ.
    ຕໍ່ຜົນງານການເຄື່ອນໄຫວປະຕິວັດດັ່ງກ່າວ, ສະຫາຍຮ້ອຍເອກນາງ ບົວຄໍາ ພົມມະຈັນ ແມ່ນຜູ້ໜຶ່ງທີ່ໄດ້ຄຽງບ່າຄຽງໄລ່ກັບບັນດາອ້າຍນ້ອງທຸກຄົນກອບກູ້ເອົາທຸກກຳລັງຄົນເຈັບອອກຈາກສະໜາມຮົບ, ສ່ວນຄົນເຈັບແມ່ນໄດ້ສົ່ງອອກໄປປິ່ນປົວຢູ່ໂຮງໝໍແນວຫຼັງ, ໃນບັ້ນຮົບຄັ້ງນີ້ສະຫາຍບໍ່ສະເພາະແຕ່ຮັບໃຊ້ໜ້າທີ່ວິຊາສະເພະຢ່າງດຽວເທົ່ານັ້ນ. ສະຫາຍຍັງໄດ້ຕັດສິນໃຈກໍາປືນຕໍ່ສູ້ຄຽງບ່າຄຽງໄລ່ກັບອ້າຍນ້ອງຢູ່ໃນສະໜາມຮົບຢ່າງເດັດດ່ຽວກ້າແກ່ນອາດຫານບໍ່ຍອມຈຳນົນ, ສະຫາຍໄດ້ຖືກບາດເຈັບທີ່ກົກແຂນເບື້ອງຂວາ, ຂາເບື້ອງຊ້າຍ ແລະ ກົກແຂນຊ້າຍແຕ່ບໍ່ສາຫັດປານໃດ. ມັນຍິ່ງເພີ່ມທະວີຄວາມຄຽດແຄ້ນໃຫ້ສະຫາຍຕື່ມອີກ. ເຖິງວ່າຈະຖືກບາດເຈັບແຕ່ສະຫາຍກໍບໍ່ທໍ້ຖອຍໃຈ ຮ່ວມເປັນຮ່ວມຕາຍກັບບັນດານັກຮົບຕໍ່ສູ້ຈົນໄດ້ຮັບໄຊຊະນະ. ສະຫາຍຮ້ອຍເອກນາງ ບົວຄຳ ພົມມະຈັນໄດ້ເຂົ້າເປັນສະມາຊິກພັກສົມບູນໃນປີ 1966, ເຂົ້າຊາວໜຸ່ມປີ 1965, ເຂົ້າແມ່ຍິງປີ1967. ປີ 1965ເປັນສະຫະພັນແມ່ຍິງ ແຂວງຊຽງຂວາງລົງຂົນຂວາຍເຂດເມືອງຄໍາ, ເດືອນ 2 ປີ 1969 ຍົກຍ້າຍມາຢູ່ກອງລໍາລຽງຂອງແຂວງຊຽງຂວາງ, ປີ 1978 ເປັນຫົວໜ້າການເມືອງໂຮງງານຕັດຫຍິບກອງທັບ, ປີ 1984 ເປັນຫົວໜ້າພະແນກນະໂຍບາຍກົມໃຫຍ່ການເມືອງກອງທັບ, ປີ 1986 ເປັນຮອງຫົວໜ້າຫ້ອງການກໍາມະບານກອງທັບ, ປີ 1989 ອອກພັກຜ່ອນຮັບເບ້ຍບໍານານ, ປີ 2002 ຖືກແຕ່ງຕັ້ງໃຫ້ມາຊ່ວຍວຽກຢູ່ສະຫະພັນນັກຮົບເກົ່າແຫ່ງຊາດເຖິງປີ 2010.ຕະຫຼອດໄລຍະເຄື່ອນໄຫວການປະຕິວັດຕໍ່ສູ້ປົດປ່ອຍຊາດ ສະຫາຍໄດ້ຮັບການຍ້ອງຍໍ ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ I ຈຳນວນ 1 ໜ່ວຍ,ຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 2 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ III ຈໍານວນ 3 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ຈຳນວນ 2 ໜ່ວຍ,ຫຼຽນໄຊຊະນະເລີດຊັ້ນ II ຈໍານວນ 1 ໜ່ວຍ, ຫຼຽນກາຕ້ານອາເມລິກາ 1 ໜ່ວຍ, ຫຼຽນກາ 50 ປີ 1 ໜ່ວຍ, ຫຼຽນກາ 60 ປີ 1 ໜ່ວຍ, ຫຼຽນກາລະນຶກ 50 ປີນັກຮົບເກົ່າ1 ໜ່ວຍ, ຫຼຽນກາລະນຶກປົດປ່ອຍຊຳເໜືອ 1 ໜ່ວຍ, ຫຼຽນການັກຮົບເກົ່າ 1 ໜ່ວຍ ແລະ ໃບຍ້ອງຍໍ 16 ໃບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ