ຜົນຜະລິດສິນຄ້າ ກປ ເພີ່ມຂຶ້ນ ແລະໄດ້ສົ່ງອອກລື່ນແຜນ ເປັນທ່າອ່ຽງທີ່ດີແກ່ ສປປ ລາວ

ຜົນຜະລິດສິນຄ້າ ກປ ເພີ່ມຂຶ້ນ ແລະໄດ້ສົ່ງອອກລື່ນແຜນ ເປັນທ່າອ່ຽງທີ່ດີແກ່ ສປປ ລາວ

ຜົນຜະລິດສິນຄ້າ ກປ ເພີ່ມຂຶ້ນ ແລະໄດ້ສົ່ງອອກລື່ນແຜນ ເປັນທ່າອ່ຽງທີ່ດີແກ່ ສປປ ລາວ
ໂດຍ: ສ.ບຸດປະຊາ ພັກເຮົາ ໄດ້ຖືສຳຄັນການສຸມໃສ່ພັດທະນາຂົງເຂດກະສິກຳ ໃຫ້ທັນສະໄໝ ແນໃສ່ສ້າງວັດຖຸດິບໃຫ້ພຽງພໍ ແລະ ມີຄຸນນະພາບສູງ ຮັບໃຊ້ການປຸງແຕ່ງ; ເນັ້ນການຜະລິດຕະພັນສົດ, ສະອາດປອດສານພິດ ແລະ ປຸງແຕ່ງ

 

 ເພື່ອສົ່ງອອກ; ໃນນີ້, ການຜະລິດກະສິກຳເປັນສິນຄ້າ ເປັນວຽກງານສຳຄັນໜຶ່ງ ແລະ ກໍເປັນແຜນງານທີ 2ໃນ 4 ແຜນງານຫຼັກ ທີ່ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ສຸມໃສ່ຈັດຕັ້ງປະຕິບັດ ຊຶ່ງໃນປີ 2024 ຜ່ານມາການຜະລິດກະສິກໍາເປັນສິນຄ້າ ໄດ້ມີຜົນຜະລິດເພີ່ມຂຶ້ນ ບວກກັບການເຈລະຈາເປີດຕະຫຼາດ ເຮັດໃຫ້ການສົ່ງອອກສິນຄ້າກະສິກຳ ແລະ ປ່າໄມ້ ສາມາດລື່ນແຜນການ.

ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໄດ້ໃຫ້ຮູ້ວ່າ: ຂະແໜງກະສິກໍາແລະປ່າໄມ້ໄດ້ສຸມໃສ່ຜະລິດບັນດາພືດທີ່ໄດ້ຮັບການເຈລະຈາເຕັກນິກເປີດຕະຫຼາດແລ້ວຊຶ່ງສາມາດປະຕິບັດໄດ້719,273ເຮັກຕາ, ລື່ນແຜນການ3.9%ຂອງແຜນການປີ (ແຜນການ692,260ເຮັກຕາ) ຜົນຜະລິດປະມານ11,092,150ໂຕນ, ທຽບໃສ່ໄລຍະດຽວກັນຂອງປີ 2023ຜົນຜະລິດເພີ່ມຂຶ້ນ13.8%;ໃນນັ້ນ,ພືດພົ້ນເດັ່ນແມ່ນສາລີແຂງ103,603ເຮັກຕາຜົນຜະລິດ515,300ໂຕນ, ກາເຟ96,100ເຮັກຕາຜົນຜະລິດ174,900ໂຕນ, ມັນຕົ້ນ295,000ເຮັກຕາຜົນຜະລິດ7.40ລ້ານໂຕນ, ໝາກກ້ວຍ38,892ເຮັກຕາຜົນຜະລິດ901,500ໂຕນ,ໝາກໂມ5,106ເຮັກຕາຜົນຜະລິດ93,600ໂຕນ, ອ້ອຍ33,300ເຮັກຕາຜົນຜະລິດ1.6ລ້ານໂຕນ,ປະເພດຖົ່ວ61,114ເຮັກຕາຜົນຜະລິດ130,700ໂຕນແລະພືດສິນຄ້າອື່ນໆ.

ພ້ອມດຽວກັນນີ້, ການລ້ຽງສັດແລະສັດນໍ້າເປັນສິນຄ້າແບບເປັນກຸ່ມເປັນຟາມໄດ້ມີການຂະຫຍາຍຕົວຊຶ່ງມີຟາມທັງໝົດ2,242 ຟາມມີສັດລ້ຽງ6,591,561ໂຕ;ໃນນັ້ນ, ເປັນຟາມລ້ຽງຄວາຍ41ຟາມມີຄວາຍ2,475ໂຕ, ຟາມລ້ຽງງົວ709ຟາມມີງົວ78,890ໂຕ, ຟາມລ້ຽງໝູ737ຟາມມີໝູ503,695ໂຕ, ຟາມລ້ຽງແບ້/ແກະ89ຟາມມີແບ້11,426ໂຕ, ຟາມລ້ຽງໄກ່ພັນໄຂ່365 ຟາມມີໄກ່ແມ່ໄຂ່2,503,602ໂຕ, ຟາມລ້ຽງໄກ່ພັນຊີ້ນ208ຟາມມີໄກ່3,008,043ໂຕ, ຟາມເປັດພັນໄຂ່68ຟາມມີເປັດແມ່ພັນໄຂ່162,400ໂຕ, ຟາມເປັດຊີ້ນ18ຟາມມີເປັດ56,730ໂຕແລະນົກກະທາມີ7ຟາມມີນົກກະທາ264,300ໂຕ. ຟາມລ້ຽງປາກະຊັງ146 ກະຊັງມີປາ19,500,000ໂຕຕໍ່ຮອບ.

ການເຈລະຈາເຕັກນິກເປີດຕະຫຼາດ ແມ່ນໄດ້ສໍາເລັດການເຈລະຈາເຕັກນິກເປີດຕະຫຼາດກັບບັນດາປະເທດຄູ່ຄ້າໄດ້ທັງໝົດ 67ລາຍການພືດຄື: ສປຈີນ ມີພືດ31 ລາຍການແລະສັດ3ລາຍການ (ງົວ-ຄວາຍ, ລີງຫາງຍາວແລະລີງວອກ); ສສຫວຽດນາມມີ17ລາຍການພືດ; ປະເທດໄທມີ16ລາຍການພືດ; ສໍາລັບການສົ່ງອອກໄປສະຫະພາບເອີຣົບ (EU) ແມ່ນເປີດຮັບທຸກປະເພດສິນຄ້າແຕ່ຕ້ອງປະຕິບັດຕາມເງື່ອນໄຂການນໍາເຂົ້າຂອງສະຫະພາບເອີຣົບ. ບັນດາຕະຫຼາດດັ່ງກ່າວ, ກໍໄດ້ສ້າງເງື່ອນໄຂໃຫ້ແກ່ການສົ່ງອອກສິນຄ້າກະສິກຳ ແລະ ປ່າໄມ້ ຢ່າງແຂງແຮງ ຊຶ່ງໃນປີ 2024 ການສົ່ງອອກສິນຄ້າດັ່ງກ່າວ ປະຕິບັດໄດ້1,466.53ລ້ານກວ່າໂດລາບັນລຸລື່ນແຜນການ22.21% (ແຜນການຕາມສະພາຮັບຮອງ1,200ລ້ານໂດລາ); ໃນນີ້,ການສົ່ງອອກພືດແລະຜະລິດຕະພັນພືດຜ່ານດ່ານກັກກັນພືດສາກົນມີມູນຄ່າທັງໝົດ1,114ລ້ານກວ່າໂດລາບັນລຸລື່ນແຜນການ1.2% (ແຜນການ1,100ລ້ານໂດລາ) ລາຍການພືດທີ່ສົ່ງອອກພົ້ນເດັ່ນກວ່າໝູ່ໄດ້ແກ່ມັນຕົ້ນ, ໝາກກ້ວຍ, ສາລີແຂງ, ອ້ອຍ, ໝາກໂມແລະອື່ນໆ. ພ້ອມນີ້, ກໍສາມາດສົ່ງອອກສັດລ້ຽງໄດ້101.57ລ້ານໂດລາລື່ນແຜນການ1.57% (ແຜນການ100ລ້ານໂດລາ); ສົ່ງອອກໄມ້, ຜະລິດຕະພັນໄມ້, ຢາງພາລາແລະເຄື່ອງປ່າຂອງດົງໄດ້250.94ລ້ານໂດລາ.

ນອກຈາກນີ້, ຂະແໜງກະສິກຳ ແລະ ປ່າໄມ້ ຍັງໄດ້ເອົາໃຈໃສ່ຕິດຕາມການນໍາເຂົ້າພືດແລະຜະລິດຕະພັນພືດແລະຜະລິດຕະພັນໄມ້ຜ່ານດ່ານກັກກັນພືດ,ການນໍາເຂົ້າພືດແລະຜະລິດຕະພັນພືດຜ່ານດ່ານກັກກັນພືດສາກົນຊຶ່ງໃນປີ2024ມີມູນຄ່າ121.06ລ້ານກວ່າໂດລາຖ້າທຽບໃສ່ໃນໄລຍະດຽວກັນຂອງປີ2023ເພີ່ມຂຶ້ນ11.13ລ້ານກວ່າໂດລາເທົ່າກັບ9.1% ຈາກ109.93 ລ້ານກວ່າໂດລາ;ໃນນີ້, ມີສິນຄ້າສົ່ງຜ່ານມີມູນຄ່າ95.7ລ້ານກວ່າໂດລາຊຶ່ງລາຍການສົ່ງຜ່ານສ່ວນຫຼາຍແມ່ນປະເພດໝາກໄມ້ເຊັ່ນ: ຖົ່ວລຽນ, ໝາກມັງຄຸດ, ຜັກພືດອື່ນໆ.ຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍແຈ້ງການ1115/ສຫນຍ, ວັນທີ7 ມິຖຸນາ2024ແລະແຈ້ງການ3171/ກປ, ວັນທີ20ກໍລະກົດ2024ກ່ຽວກັບການເພີ່ມທະວີປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກໍາທີ່ສາມາດຜະລິດໄດ້ພາຍໃນຢູ່ບັນດາດ່ານທ້ອງຖິ່ນແລະດ່ານປະເພນີສາມາດຫຼຸດຜ່ອນການນໍາເຂົ້າສະເພາະໝວດເຂົ້າ, ພືດຜັກແລະໝາກໄມ້ມີມູນຄ່າ1.02ລ້ານກວ່າໂດລາເທົ່າກັບ7%ຖ້າທຽບໃນໄລຍະດຽວກັນຂອງປີ2023.

ທັງໝົດນັ້ນ, ເປັນຜົນງານອັນສຳຄັນ ທີ່ສະແດງໃຫ້ເຫັນທ່າອ່ຽງທີ່ດີຂຶ້ນ ຂອງວຽກງານການຜະລິດກະສິກຳເປັນສິນຄ້າ ປະກອບສ່ວນໃນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຂະແໜງກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາທີ່ຕິດພັນກັບຂະແໜງກະສິກຳ ແລະ ປ່າໄມ້ ໃຫ້ໄດ້ມີຄວາມຄືບໜ້າດີຂຶ້ນເລື້ອຍໆ ຊຶ່ງທ່າອ່ຽງທີ່ດີຂຶ້ນນີ້ ແມ່ນສົ່ງຜົນດີໃຫ້ແກ່ ສປປ ລາວ ທີ່ຊ່ວຍໜຸນໃນການແກ້ໄຂບັນຫາຫຍຸ້ງຍາກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ