ຜົນສຳເລັດການຈັດຕັ້ງປະຕິບັດໃນ 2 ປີເຄິ່ງ ຂອງ ພຜທ ແຂວງສະຫວັນນະເຂດ

ຜົນສຳເລັດການຈັດຕັ້ງປະຕິບັດໃນ 2 ປີເຄິ່ງ ຂອງ ພຜທ ແຂວງສະຫວັນນະເຂດ
ໂດຍ: ພັດ ລໍວັນໄຊ      ທ່ານ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ(ພຜທ) ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຜ່ານການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະກາງສະໄໝ (2 ປີເຄິງ) ແມ່ນສືບຕໍ່ຂະຫຍາຍຕົວສະເລ່ຍ 7,33%, ມູນຄ່າ 25.910,19 ຕື້ກີບ; ສະເລ່ຍລາຍຮັບຕໍ່ຫົວຄົນ 23,52 ລ້ານກີບ/ຄົນ, ການຂະຫຍາຍຕົວຂອງເສດຖະກິດ ຂອງແຂວງເຫັນໄດ້ຊັດເຈນພາຍຫຼັງການແຜ່ລະບາດພະຍາດໂຄວິດ-19 ເສດຖະກິດຂະຫຍາຍຕົວສ່ວນໃຫຍ່ນອນໃນຂະແໜງການຊັບພະຍາກອນທໍາມະຊາດໂດຍສະເພາະການຂຸດຄົ້ນແຮ່ຄຳ, ອຸດສາຫະກຳຜະລິດເຫຍື້ອເຈ້ຍ ແລະ ການຜະລິດກະສິກຳ, ເປັນຂະແໜງທີິ່ປະກອບສ່ວນສຳຄັນເຮັດໃຫ້ເສດຖະກິດເຕີບໂຕ. ດ້ານງົບປະມານ: ສາມາດຈັດເກັບລາຍຮັບ 57,13% ແລະ ລາຍຈ່າຍງົບປະມານປະຕິບັດໄດ້ເທົ່າກັບ 40,62% ຂອງແຜນການ 5 ປີ, ສຳລັບດຸນດ່ຽງງົບປະມານ: ເລີ່ມແຕ່ປີ 2021-2022 ແຂວງສະຫວັນນະເຂດສູນກາງໄດ້ດຸນດ່ຽງມາໃຫ້ແຂວງຈຳນວນ 172,80 ຕື້ກີບ, ດ້ານແຫຼ່ງທຶນເພື່ອການພັດທະນາ: ແຫຼ່ງທຶນພັດທະນາແຂວງມີທັງໝົດ 5 ແຫຼ່ງທຶນ ຜ່ານການຈັດຕັ້ງປະຕິບັດໃນໄລຍະກາງສະໄໝ (2 ປີເຄິ່ງ) ໄດ້ທັງໝົດ: 11.866,69 ຕື້ກີບ, ກວມເອົາ 15,56% ຂອງມູນຄ່າລວມສະເລ່ຍ (GDP) ຊຶ່ງໃນນີ້ການລົງທຶນເອກະຊົນພາຍໃນ-ຕ່າງປະເທດ: ສາມາດດຶງດູດການລົງທຶນໄດ້ທັງໝົດ 607 ວິສາຫະກິດ, ມີມູນຄ່າ 3.130,32 ຕື້ກີບ, ພິເສດແມ່ນການປະກອບສ່ວນທຶນຂອງປະຊາຊົນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ:ກໍ່ສ້າງເສັ້ນທາງເບຕົງຂອງປະຊາ ຊົນແຕ່ລະບ້ານເປັນຂະບວນຟົດຟື້ນເຊັ່ນ: ຂົວ, ໂຮງຮຽນ,ໂຮງໝໍ ແລະ ອື່ນໆປະຕິບັດໄດ້ 26,25 ຕື້ກີບ.     ສຳລັບການຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນແມ່ນ ປະຊາຊົນສຸມໃສ່ການຜະລິດເຂົ້າ, ແຂວງເຮົາມີເຂົ້າເຫຼືອກິນ, ສາມາດສົ່ງອອກເຂົ້າສານໄປຕ່າງປະເທດໄດ້ 30 ພັນກວ່າໂຕນມູນຄ່າ 10 ລ້ານກວ່າໂດລາ, ພືດສະບຽງອາຫານ ແລະ ສະໜອງທາດຊີ້ນ, ປາ ພຽງພໍຕາມຄວາມຕ້ອງການບໍລິໂພກຂອງປະຊາຊົນພາຍໃນແຂວງ(ຊີ້ນໝູເຫຼືອກິນ). ຂາດພຽງແຕ່ໄຂ່ທີ່ຍັງບໍທັນກຸ້ມກິນ ຊຶ່ງຄວາມຕ້ອງການບໍລິໂພກໄຂ່ 473,58 ໂຕນ/ເດືອນ. ດ້ານອຸດສາຫະກຳ ແລະ ການຄ້າມູນຄ່າຈໍລະຈອນສິນຄ້າພາຍໃນແຂວງໄລຍະກາງສະໄໝປະຕິບັດໄດ້ 12.485,5 ຕື້ກີບ, ເທົ່າກັບ 41,23% ຂອງແຜນການ 5 ປີ ແລະ ສາມາດສົ່ງອອກສິນຄ້າໄດ້ 4.394,46 ລ້ານໂດລາ, ເທົ່າກັບ 43,52%ຂອງແຜນການ 5 ປີມູນຄ່າສົ່ງອອກສ່ວນໃຫຍ່ແມ່ນຊິ້ນສ່ວນອີເລັກໂຕຣນິກ;ດ້ານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກໃນທົ່ວແຂວງສະຫວັນນະເຂດມີ 14 ເມືອງ,1 ນະຄອນ,ມີ 1.033 ບ້ານ,174.110 ຄອບຄົວ,183.073 ຄົວເຮືອນ,ພົນລະເມືອງ 1.101.336 ຄົນ,ຜ່ານການສູ້ຊົນ 2,5 ປີຜ່ານມາສ້າງຄອບຄົວພົ້ນທຸກທັງໝົດ 140.480 ຄອບຄົວ, ເທົ່າກັບ 83% ຂອງຄອບຄົວທັງໝົດໃນແຂວງໃນນັ້ນ: ມີຄອບຄົວພັດທະນາ 105.540 ຄອບຄົວ, ເທົ່າກັບ 62%, ຂອງຄອບຄົວທັງໝົດໃນແຂວງ, ບ້ານພົ້ນທຸກ 726 ບ້ານ,ເທົ່າກັບ 70,34% ຂອງຈໍານວນບ້ານທັງໝົດທົ່ວແຂວງ, ໃນນັ້ນ: ມີບ້ານພັດທະນາ 147 ບ້ານ, ເທົ່າກັບ 62% ຂອງຈໍານວນບ້ານທັງໝົດທົ່ວແຂວງ, ເມືອງພົ້ນທຸກ 6 ເມືອງຄື: ນະຄອນໄກສອນພົມວິຫານ, ເມືອງໄຊບູລີ, ສອງຄອນ, ຈໍາພອນ, ໄຊພູທອງ ແລະ ອຸທຸມພອນ. ໂດຍອີງໃສ່ມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາຕາມດໍາລັດ 348/ລບ, ລົງວັນທີ 16 ພະຈິກ 2017, ໃນທົ່ວແຂວງສະຫວັນນະເຂດຍັງອີກ 9 ເມືອງທີ່ບໍ່ທັນພົ້ນທຸກປະກອບມີ: 1) ເມືອງອາດສະພັງທອງ; 2) ເມືອງອາດສະພອນ 3) ເມືອງວິລະບູລີ;  4) ເມືອງຊົນນະບູລີ; 5) ເມືອງທ່າປາງທອງ; 6) ເມືອງພະລານໄຊ 7) ເມືອງພີນ; 8) ເມືອງເຊໂປນ ແລະ 9) ເມືອງນອງ. ແລະ ການສ້າງເງື່ອນໄຂໃຫ້ເມືອງນອງກາຍເປັນເມືອງພົ້ນທຸກ, ມາຮອດໄລຍະກາງສະໄໝມີບ້ານພົ້ນທຸກ 1 ບ້ານ (ຍັງບໍ່ທັນພົ້ນທຸກ 67 ບ້ານ), ດ້ານສຶກສາທິການ ແລະ ກິລາ: ໃນໄລຍະ 2 ປີເຄິ່ງຜ່ານມາຕໍ່ກັບຂໍ້ສະດວກ, ຫຍຸ້ງຍາກ ແລະ ສິ່ງທ້າທາຍເຫັນວ່າການຈັດຕັ້ງປະຕິບັດໃນ 15 ຄາດໝາຍເຫັນວ່າສາມາດບັນລຸໄດ້ 6 ຄາດໝາຍ ແລະ ຍັງອີກ 9 ຄາດໝາຍມີຄວາມຄືບໜ້າຊ້າ., ດ້ານສາທາລະນະສຸກ:ມີ 11 ຄາດໝາຍ ຊຶ່ງມີຄວາມຄືບໜ້າດີ 8 ຄາດໝາຍ, ຄວາມຄືບໜ້າຫຼ້າຊ້າ 3 ຄາດໝາຍເປັນຕົ້ນແມ່ນ: ອັດຕາການສັກຢາກັນພະຍາດໃນເດັກອາຍຸຕໍ່າກວ່າ 1 ປີ ອັດຕາການຊົມໃຊ້ວິດຖ່າຍ, ອັດຕາການສ້າງບ້ານສາທາລະນະສຸກແບບຢ່າງ, ດ້ານວັດທະນະທໍາ ແລະ ທ່ອງທ່ຽວ:ໄດ້ເອົາໃສ່ບູລະນະສ້ອມແປງເສັ້ນທາງວົງຈອນທ່ອງທ່ຽວຕ່າງໆເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວພ້ອມທັງໄດ້ຊຸກຍູ້ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການສ້າງເງື່ອນໄຂດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງມີທັງໝົດ 541.806 ເທື່ອຄົນ, ເທົ່າກັບ 35,86% ໂດຍສະເລ່ຍການສ້າງກິດຈະກຳດຶງດູດນັກທ່ອງທ່ຽວໄດ້ 41 ກິດຈະກຳ/ປີ. ທິດທາງ, ວຽກຈຸດສຸມໃນໄລຍະທ້າຍສະໄໝ (2 ປີເຄິ່ງ) ແມ່ນ:ຮັບປະກັນໃຫ້ແຂວງສະຫວັນນະເຂດມີສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງສັງຄົມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທຳ; ຊຸກຍູ້ການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດທີ່ແຜນ 5 ປີຄັ້ງທີ IX (2021-2025) ກໍານົດໄວ້ ໂດຍຊຸກຍູ້ແລະສົ່ງເສີມໃນ 3 ຂະແໜງການ (ກະສິກຳ-ປ່າໄມ້, ອຸດສາຫະກຳແລະບໍລິການ) ໃຫ້ມີຄວາມເຂັ້ມແຂງສາມາດສືບຕໍ່ດຳເນີນໄດ້ຢ່າງປົກກະຕິອີງໃສ່ກາລະໂອກາດ, ທ່າແຮງບົ່ມຊ້ອນ ແລະ ເງື່ອນໄຂທີ່ເອື້ອອຳນວຍເພື່ອເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງໝັ້ນທ່ຽງ; ສືບຕໍ່ສູ້ຊົນເຮັດໃຫ້ເສດຖະກິດ (GDP) ຂະຫຍາຍຕົວຢູ່ໃນລະດັບສະເລ່ຍ 7,72% ຕໍ່ປີ ແລະ ຮອດປີ 2025 ສະເລ່ຍລາຍໄດ້ຕໍ່ຫົວຄົນ 28,05 ລ້ານກີບ, ໂດຍການຫັນປ່ຽນໂຄງປະກອບເສດຖະກິດໄປຕາມທິດທີ່ມີຄຸນນະພາບ, ຍືນຍົງ ແລະ ສີຂຽວ, ສູ້ຊົນເກັບລາຍຮັບໃນທ້າຍສະໄໝທັງໝົດໃຫ້ໄດ້: 6.236,36 ຕື້ກີບ; ລື່ນແຜນ 22,71% ຫຼືເພີ່ມຂຶ້ນເທົ່າກັບ 2.159,86 ຕື້ກີບ ເນື່ອງຈາກສູນກາງໄດ້ມອບຫົວໜ່ວຍທຸລະກິດໃຫ້ແຂວງຄຸ້ມຄອງເພື່ອໃຫ້ແຂວງເປັນແຂວງເກີນດຸນທາງດ້ານງົບປະມານຕາມຂໍ້ຕົກລົງສະບັບເລກທີ 0698/ກງ, ລົງວັນທີ 10 ມີນາ 2023, ສະນັ້ນ, ຈຶ່ງເຮັດໃຫ້ໂຕເລກໄລຍະທ້າຍສະໄໝມີການປ່ຽນແປງຄາດຄະເນຈະເກີນແຜນຕາມຈຳນວນດັ່ງກ່າວ, ສືບຕໍ່ເອົາໃຈໃສ່ຊຸກຍູ້-ສົ່ງເສີມພັດທະນາຊັບພະຍາກອນມະນຸດໂດຍຂະຫຍາຍການສຶກສາກ່ອນໄວຮຽນໃຫ້ທົ່ວເຖິງ; ຊຸກຍູ້ການເຂົ້າຮຽນໃນທຸກຊັ້ນຮຽນ; ຍົກສູງຄຸນນະພາບການຮຽນ-ການສອນຊັ້ນມັດທະຍົມສຶກສາແລະຫຼັງສຶກສາໃຫ້ດີຂຶ້ນພ້ອມທັງສົ່ງເສີມການຄົ້ນຄ້ວາວິທະຍາສາດແລະນະວະຕະກຳໃໝ່ໆ, ສືບຕໍ່ສ້າງເງື່ອນໄຂເພື່ອບັນລຸຄາດໝາຍ ດ້ານສາທາລະນະສຸກທີ່ຍັງບໍ່ທັນສາມາດບັນລຸໃນປີຜ່ານມາໂດຍສະເພາະອັດຕາການຊັກວັກຊິນຂອງເດັກ, ອັດຕາການຊົມໃຊ້ວິດຖ່າຍຄົວເຮືອນ ແລະ ບ້ານສາທາລະນະສຸກແບບຢ່າງ, ສືບຕໍ່ຊຸກຍູ້ພັດທະນາພື້ນຖານໂຄງລ່າງທີ່ເປັນເງື່ອນໄຂໃຫ້ແກ່ການແກ້ໄຂຄວາມທຸກຍາກໃນເຂດຈຸດສຸມບູລີມະສິດຂອງແຂວງ ແລະ ເມືອງເພື່ອຊຸກຍູ້ບັນລຸມາດຕະຖານຕາມດຳລັດ 348/ລບ ໂດຍສະເພາະການພັດທະນາ ອາຊີບສ້າງລາຍຮັບຄົງທີ່ ແລະ ຍາວນານຕາມຄວາມອາດສາມາດເພື່ອຮັບປະກັນຫຼຸດຜ່ອນອັດຕາຄວາມທຸກຍາກຂອງແຂວງຫຼຸດລົງໄດ້ຢ່າງຊິ້ນເຊີງ, ສົ່ງເສີມສ້າງວຽກເຮັດງານທຳສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ຄຽງຄູ່ກັບການພັດທະນາສາຂາວິຊາຊີບທີ່ຖືກຕ້ອງສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ສຸມໃສ່ສ້າງເງື່ອນໄຂເພື່ອລຶບລ້າງຄວາມທຸກຍາກໃນ 4 ຈຸດສຸມບູລິມະສິດຂອງແຂວງຄື:1. ສືບຕໍ່ແກ້ໄຂຄວາມທຸກຍາກຈຸດສຸມຄຳປະແໜເມືອງຊົນນະບູລີ. ຈຸດສຸມຕັງອາໄລ-ລະແບງໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ. ຈຸດສຸມແກ້ງລີ້ນເມືອງນອງ. ຈຸດສຸມຈຽງຕູບເມືອງເຊໂປນ. ນອກຈາກນັ້ນ ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ສຳລັບການຈັດຕັ້ງປະຕິບັດ 9 ເດືອນປີ 2023 ແມ່ນຂະຫຍາຍຕົວຢູ່ໃນລະດັບ 6,40%, ມູນຄ່າ 17.385,75 ຕື້ກີບ, ເທົ່າກັບ 65,26% ຂອງແຜນການປີ, ສະເລ່ຍໃສ່ພົນລະເມືອງໄດ້ 15.790.890 ກີບ/ຄົນຫຼືເທົ່າກັບ 877 ໂດລາ/ຄົນ, (ແຜນການຕາມມະຕິ 24.197.124ກີບ) ໃນນັ້ນ: ກະສິກຳ:  ຂະຫຍາຍຕົວ 2,22%, ຫຼຸດແຜນການປີຢູ່ 1,78% (ແຜນການປີ 4,00%), ກວມເອົາ21,23%,ມູນຄ່າລວມທັງໝົດ 3.690,17 ຕື້ກີບ, ເທົ່າກັບ54,16% ຂອງແຜນການປີ (ແຜນການປີ 6.813,94 ຕື້ກີບ); ອຸດສາຫະກຳ: ຂະຫຍາຍຕົວ 8,05%, ຫຼຸດແຜນການປີ 1,55%, (ແຜນການປີ 9,60%), ກວມເອົາ 45,55%, ມູນຄ່າລວມທັງໝົດ 7.919,41ຕື້ກີບ, ເທົ່າກັບ 75,08% ຂອງແຜນການ (ແຜນການປີ 10.548,12 ຕື້ກີບ); ບໍລິການ: ຂະຫຍາຍຕົວ 6,4% ຫຼຸດແຜນການປີ 1,86%, (ແຜນການປີ 8,26%), ກວມເອົາ 33,22%, ມູນຄ່າລວມທັງໝົດ 5.776,17 ຕື້ກີບ, ເທົ່າກັບ 62,25% ຂອງແຜນການ (ແຜນການປີ 9.278,93 ຕື້ກີບ). ໂດຍລວມແລ້ວສັງເກດເຫັນວ່າໃນໄລຍະ 1 ປີມານີ້ພາຍຫຼັງທີ່ມີການຜ່ອນຄາຍການແຜ່ລະບາດຂອງພະຍາດໂຄວິດ-19  ສະພາບການລົງທຶນເອກະຊົນທັງພາຍໃນ ແລະ ຕ່າງປະເທດຢູ່ແຂວງພວກເຮົາໄດ້ເລີ່ມກັບມາມີບັນຍາກາດທີ່ດີຂຶ້ນຫຼາຍ, ເຖິງວ່າສະພາບຄວາມບໍ່ແນ່ນອນຂອງສົງຄາມການຄ້າ-ການລົງທຶນຂອງໂລກ, ບັນຫາລາຄານໍ້າມັນແພງແລະອັດຕາເງິນເຟີ້ທີ່ສູງຊຶ່ງເປັນປັດໄຈໜຶ່ງທີ່ບໍ່ສາມາດປະຕິເສດໄດ້ແຕ່ກໍ່ເຫັນວ່າການລົງທຶນພາກເອກະຊົນຢູ່ແຂວງສະຫວັນນະເຂດກໍມີທ່າອ່ຽງທີ່ດີໃນປີ 2023 ນີ້.        

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ