ຜົນສໍາເລັດການສໍາຫຼວດ ແລະປະເມີນຊັບພະຍາກອນປ່າໄມ້ໃນປີ2023ຜ່ານມາ

ຜົນສໍາເລັດການສໍາຫຼວດ ແລະປະເມີນຊັບພະຍາກອນປ່າໄມ້ໃນປີ2023ຜ່ານມາ
ໂດຍ:ຕະວິນຍານ
ສປປລາວເປັນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ເຄື່ອງປ່າຂອງດົງຫຼາຍຊະນິດ ຈໍານວນໜຶ່ງເປັນສິນຄ້າສະໜອງຢູ່ພາຍໃນແລະຈໍານວນໜຶ່ງສົ່ງອອກໄປຕ່າງປະເທດ.ສະນັ້ນ,ເພື່ອເຮັດໃຫ້ຊັບພະຍາກອນມີຊົມໃຊ້ຢ່າງຍືນຍົງ,ການຂຸດຄົ້ນຖືກຕ້ອງຕາມກົດໝາຍ ໂດຍສະເພາະບໍ່ໃຫ້ດັບສູນ; ໃນແຕ່ລະປີກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້ຈຶ່ງໄດ້ລົງສໍາຫຼວດ ເກັບກໍາຂໍ້ມູນໄມ້, ທີ່ດິນປ່າໄມ້ ແລະ ເຄື່ອງປ່າຂອງດົງທີ່ລັດຄຸ້ມຄອງ ແລະ ຂອງບໍລິສັດສໍາປະທານ.
ທ່ານສົມຫວັງພິມມະວົງຫົວໜ້າກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້ກ່າວວ່າ:ໃນປີ 2023 ຜ່ານມາ,ກົມປ່າໄມ້ ໄດ້ລົງສໍາຫຼວດປະເມີນ ຊັບພະຍາກອນປ່າໄມ້ ທີ່ໂຄງການສະເໜີປູກໄມ້ອຸດສະຫະກຳ ຕິດພັນກັບການທ່ອງທ່ຽວເຂດບ້ານໜອງຫີນ,ບ້ານໜອງມ່ວງ ແລະ ບ້ານມັດກາ ເມືອງສະໜາມໄຊ ແຂວງອັດຕະປື ຂອງກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ;ໃນເນື້ອທີ່ທັງໝົດ 4.699 ເຮັກຕາ,ລົງສຳຫຼວດທີ່ດິນປ່າໄມ້ ແລະ ເຄື່ອງປ່າຂອງດົງ, ເນື້ອທີ່ 1.270,4 ເຮັກຕາ,ຢູ່ເມືອງພູວົງ ແຂວງອັດຕະປື, 1.802 ເຮັກຕາ ຢູ່ເມືອງກະລຶມ ແຂວງເຊກອງໃນໂຄງການປູກພືດເປັນຢາ ແລະ ສວນຢາພື້ນເມືອງຂອງກອງທັບປະຊາຊົນລາວ ຂອງບໍລິສັດອູ່ຄໍາ ທີ່ປຶກສາຈຳກັດຜູ້ດຽວ; ສໍາຫຼວດຊັບພະຍາກອນປ່າໄມ້ ຢູ່ເຂດນໍ້າຈະຖ້ວມ ແລະ ເຂດກໍ່ສ້າງຕ່າງໆ411 ເຮັກຕາຂອງໂຄງການເຂື່ອນໄຟຟ້ານໍ້າບາກ 2 ຢູ່ເມືອງອະນຸວົງ ແລະ ເມືອງລ້ອງຊານ ແຂວງໄຊສົມບູນ ຂອງບໍລິສັດນ້ຳທາກໍ່ສ້າງ ຈຳກັດຜູ້ດຽວ;ສຳຫຼວດຊັບພະຍາກອນປ່າໄມ້ຢູ່ເຂດນໍ້າຈະຖ້ວມແລະເຂດກໍ່ສ້າງຕ່າງໆຂອງໂຄງການເຂື່ອນໄຟຟ້າເຊກອງ5 ຢູ່ເມືອງກະລຶມ ແຂວງເຊກອງ ແລະ ເມືອງຕະໂອ້ຍ ແຂວງສາລະວັນ ຂອງບໍລິສັດພົງຊັບທະວີ ຈຳກັດ ຜູ້ດຽວ;ລົງເກັບກຳຂໍ້ມູນການນຳໃຊ້ທີ່ດິນ ແລະ ປ່າໄມ້ຕົວຈິງໃນພາກສະໜາມ ເພື່ອສົມທຽບກັບພາບຖ່າຍດາວທຽມ ແລະ ພາບຖ່າຍທາງອາກາດ ເພື່ອປະເມີນການປົກຫຸ້ມປ່າໄມ້ ປີ 2023 ທີ່ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ສາລະວັນ ແລະ ແຂວງເຊກອງ; ສໍາຫຼວດເນື້ອທີ່ດິນປອກໂລ້ນ ຈໍານວນ 750 ເຮັກຕາ ທີ່ນອນໃນເຂດປ່າຜະລິດແຫ່ງຊາດ ເຊຄຳພໍ-ແບ່ງວິໄລ ເຂດບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື ຂອງບໍລິສັດຄຳແສງ ພັດທະນາກະ ສິກຳຄົບວົງຈອນ ຈຳກັດຜູ້ດຽວ; ສຳຫຼວດເນື້ອທີ່ປູກໄມ້ ໃນເຂດປ່າຜະລິດແຫ່ງຊາດພູເຍີຍ ທີ່ເມືອງເຟືອງ ແລະ ເມືອງໝື່ນ ແຂວງວຽງຈັນ ຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ເນື້ອທີ່ 6.200,17 ເຮັກຕາ;ສຳຫຼວດ ເກັບກຳຂໍ້ມູນສະພາບປ່າຊຸດໂຊມ ແລະ ປ່າເຫຼົ່າທີ່ໄດ້ກຳນົດເປັນເຂດກະສິກຳ-ປ່າໄມ້ ແລະ ປູກຕົ້ນໄມ້ ໃນເນື້ອທີ່ປ່າຜະລິດປ່າຜະລິດແຫ່ງຊາດ ດົງກະເພາະ ເຂດເມືອງພີນ, ເມືອງພະລານໄຊ ແລະ ເມືອງຊົນບູລີ ແຂວງສະຫວັນນະເຂດ ຂອງໂຮງງານປຸງແຕ່ງໄມ້ສຳເລັດຮູບ ລາວ-ຫວຽດສ່ວນບຸກຄົນ;ສຳຫຼວດເກັບກຳຂໍ້ມູນດ້ານຊັບພະຍາກອນປ່າໄມ້ ພື້ນທີ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ດາກກາ 35 ເມກາວັດ ເຂດບ້ານດາກປາ ເມືອງດາກຈຶງ ແຂວງເຊກອງ ຂອງບໍລິສັດຮຸ້ນສ່ວນສາງຕາວຈຳກັດ; ລົງສໍາຫຼວດເກັບກຳຂໍ້ມູນເບື້ອງຕົ້ນໃນການສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເປັນໂຄງການ ລົງສຳຫຼວດເກັບກຳຂໍ້ມູນເບື້ອງຕົ້ນໃນການສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເປັນໂຄງການສ້າງສິນເຊື່ອກາກບ່ອນປ່າໄມ້ (REDD+) ໃນເຂດປ່າປ້ອງກັນແຫ່ງຊາດ ພູຫຼວງພູນົກ, ປ່າປ້ອງກັນແຫ່ງຊາດເຊຕະນວນ-ພູນາກ, ປ່າປ້ອງກັນແຫ່ງຊາດເຊລະນອງ-ພູໂອ່ງ ແລະ ປ່າສະຫງວນພູເກົ້າ-ພູມະໂລງ ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຈຳປາສັກ.
ທ່ານ  ສົມຫວັງ ພິມມະວົງ ກ່າວຕື່ມວ່າ:ພາຍຫຼັງສໍາເລັດການສໍາຫຼວດ ອ້າຍນ້ອງວິຊາການປ່າໄມ້ ຈະນໍາເອົາຂໍ້ມູນການສໍາຫຼວດທັງໝົດມາຂຽນບົດລາຍງານໃຫ້ແຕ່ລະໂຄງການນໍາໄປເປັນແຜນການຈັດຕັ້ງປະຕິບັດຕາມຂັ້ນຕອນ ເພື່ອໃຫ້ເກີດຄວາມສົມດຸນຂອງຊັບພະຍາກອນປ່າໄມ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ