ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56

ຜົນສຳເລັດກອງປະຊຸມ ລມຕ ເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56

ຜົນສຳເລັດກອງປະຊຸມ ລມຕ ເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ ຄັ້ງທີ 56 (Press conference of the 56thaem MEETING and related meetings) ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນຢູ່ນະຄອນຫຼວງວຽງຈັນແຕ່ວັນທີ 16 ຫາ ວັນທີ 22 ກັນຍາຜ່ານມາ.


ພາຍຫຼັງສໍາເລັດກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ (ລມຕ) ກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລມຕ ເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນໄດ້ຮ່ວມຖະແຫຼງຂ່າວກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ໃນວັນທີ 22 ກັນຍາ ຜ່ານມາ.
ທ່ານ ມະໄລທອງ ກົມມະສິດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີອາຊຽນ ແມ່ນກອງປະຊຸມປະຈຳປີຂອງບັນດາລັດຖະມົນຕີເສດຖະກິດຂອງອາຊຽນເພື່ອປຶກສາຫາລືແຜນວຽກເສດຖະກິດທີ່ເປັນບຸລິມະສິດຂອງປີນີ້, ກວດກາຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມດ້ານເສດຖະກິດພ້ອມທັງວາງທິດທາງຍຸດທະສາດສຳລັບການເຊື່ອມໂຍງເສດຖະ
ກິດໃນພາກພື້ນ, ລັດຖະມົນຕີເສດຖະກິດອາຊຽນໄດ້ພົບປະກັບບັນດາຄູ່ຮ່ວມພັດທະນາເພື່ອທົບທວນຄືນແຜນວຽກການຮ່ວມມືທາງດ້ານເສດຖະກິດໃນປັດຈຸບັນ ແລະ ຈັດວາງບຸລິມະສິດໃຫ້ກັບຊຸມປີຕໍ່ຫນ້າ.
ຄວາມຄືບໜ້າຕໍ່ການຈັດຕັ້ງປະຕິບັດບັນດາແຜນວຽກເສດຖະກິດທີ່ເປັນບຸລິມະສິດນັ້ນຊຶ່ງເປັນຂໍ້ລິເລີ່ມຕົ້ນຕໍທາງດ້ານເສດຖະກິດອາຊຽນໂດຍການປະສົມປະສານເອົາຄຳຂັວນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້: “ອາຊຽນເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ”. ໂດຍສະເພາະລັດຖະມົນຕີເສດຖະກິດອາຊຽນໄດ້ຮັບຮອງຖະແຫຼງການອາຊຽນ ວ່າດ້ວຍ ການເຊື່ອມຈອດຕ່ອງໂສ້ການສະໜອງ (ASEAN Declaration on Supply Chain Connectivity) ຊຶ່ງນີ້ເປັນສິ່ງສຳຄັນໃນທາງດ້ານສະພາບອາກາດໃນປັດຈຸບັນ. ພ້ອມທັງເປັນການກ້າວອອກມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງມັນໄດ້ສະແດງໃຫ້ເຫັນຄວາມສຳຄັນຂອງ ການເຊື່ອມຈອດຕ່ອງໂສ້ການສະໜອງ ແລະ ຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງ. ຖະແຫຼງການນີ້ ຈະເປັນການຢືນຢັນຄືນຄຳໝັ້ນສັນຍາຂອງອາຊຽນຄືນໃໝ່ເພື່ອສົ່ງເສີມນະວັດຕະກຳ, ການແຂ່ງຂັນ, ແລະ ຄວາມເຂັ້ມແຂງຂອງຕ່ອງໂສ້ການສະໜອງໃນພາກພື້ນ.
ບັນດາລັດຖະມົນຕີເສດຖະກິດ ໄດ້ຮັບຮອງເອົາຄຳແນະນຳໃນການປັບປຸງ ສັນຍາແຜນວຽກຂອງອາຊຽນ ວ່າດ້ວຍ ການຮ່ວມມືທາງດ້ານຊັບສິນທາງປັນຍາ (ASEAN Framework Agreement on Intellectual Property Cooperation - AFAIPC) ໂດຍຄາດຫວັງວ່າການເຈລະຈາປັບປຸງສັນຍາດັ່ງກ່າວຈະສາມາດເລິ່ມຕົ້ນໄດ້ໃນປີ 2025. ກອງປະຊຸມຍັງຮູ້ສຶກຍິນດີຕໍ່ກັບຄວາມຄືບໜ້າອັນສຳຄັນທີ່ຈະນຳໄປສູ່ການສະຫຼຸບການເຈລະຈາປັບປຸງສັນຍາເຂດການຄ້າເສລີອາຊຽນ-ສປ ຈີນ (ASEAN-China FTA 3.0) ແລະ ເປັນການຢັ້ງຢືນຄືນໃໝ່ຕໍ່ກັບຄຳໝັ້ນສັນຍາຮ່ວມກັນກັບ ສປ ຈີນ ເພື່ອໃຫ້ສາມາດບັນລຸການສະຫຼຸບທີ່ມີເນື້ອໃນສຳຄັນຂອງການເຈລະຈາພາຍໃນປີນີ້ຊຶ່ງຈະເປັນການຍົກລະດັບການພົວພັນທາງດ້ານເສດຖະກິດ ແລະ ການຄ້າ ລະຫວ່າງອາຊຽນ ແລະ ສປ ຈີນ ໄປສູ່ລະດັບທີ່ສູງຂຶ້ນ.
ທ່ານຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ແຜນວຽກເສດຖະກິດທີ່ເປັນບຸລິມະສິດຂອງ ສປປ ລາວ ໃນນາມເປັນປະທານລັດຖະມົນຕີເສດ ຖະກິດອາຊຽນໃນປີ 2024 ນີ້ ແມ່ນຍັງສືບຕໍ່ດຳເນີນການເພື່ອໃຫ້ສຳເລັດພາຍໃນທ້າຍປີ.
ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລືກັນເຖິງວິທີການທີ່ຈະປັບປຸງການຄ້າພາຍໃນອາຊຽນ, ໂດຍສະເພາະຜ່ານມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຈັດຕັ້ງປະຕິບັດສັນຍາການຄ້າດ້ານສິນຄ້າຂອງອາຊຽນ (ASEAN Trade in Goods Agreement - ATIGA). ຍິນດີຕໍ່ຄວາມຄືບໜ້າໃນການປັບປຸງສັນຍາດັ່ງກ່າວ ຊຶ່ງເປັນການຮັບຊາບຕໍ່ກັບບົດບາດທີ່ສຳຄັນຂອງສັນຍານີ້ໃນພາກພື້ນ, ກອງປະຊຸມຮັບປະກັນວ່າການປັບປຸງສັນຍາດັ່ງກ່າວຈະເປັນການປັບປຸງທີ່ມີລັກສະນະທັນສະໄໝ, ກວ້າງຂວາງ, ເປັນສັນຍາທີ່ກວມເອົາອົງປະກອບດັ່ງເດີມ ແລະອົງປະກອບທີ່ເກີດຂຶ້ນມາໃໝ່ ຊຶ່ງຈະເປັນການຕອບສະໜອງຕໍ່ກັບການພັດທະນາໃນພາກພື້ນ ແລະ ສາກົນ. ພ້ອມທັງຄາດຫວັງວ່າການເຈລະຈາປັບປຸງສັນຍາດັ່ງກ່ວນີ້ຈະສາມາດສຳເລັດພາຍໃນປີ 2025.
(ຂ່າວ: ຍຸພິນທອງ-ພາບ:ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດວນມິງຮວນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 4 ສິງຫານີ້ ທີ່ສະພາທິດສະດີສູນກາງພັກ.
ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາຜ່ານ​ມາ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ ສໍາລັບໄລຍະປີ 2026–2030 ເຊິ່ງຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ມີ​ພະ​ນັກ​ງານ​ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ ຈາກ ສ ເກົາຫຼີ, ຍີ່ປຸ່ນ ແລະ ລາວ ໄດ້​ໄປ​ທັດ​ສະ​ນະ​ສາ​ສາ ການປະຕິບັດວຽກຂອງອົງການ IFAD ຢູ່ແຂວງຫຼວງພະບາງ ໃນກິດຈະກຳ ຂໍ້ລິເລີ່ມ ສໍາລັບໄວໜຸ່ມລາວ ພາຍໃຕ້ຫົວຂໍ້: ສິ່ງທ້າທາຍໃນການນໍາໃຊ້ ICT ໃນຂະແໜງການກະສິກຳ.
ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ໃນວັນທີ 30 ກໍລະກົດ 2026 ຜ່ານມານີ້, ກອງຮ້ອຍທະຫານຊາຍເເດນ 541 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ກອງທັບປະຊາຊົນລາວ ແລະ ຄ້າຍທະຫານຊາຍແດນ 671 ທີ່ຂຶ້ນກັບກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນ 2 ຈຸດ ຄື: ຫຼັກໝາຍທີ 761-763, ຢູ່ທີ່ດ່ານເຣີລ໋ອງ ຄ້າຍທະຫານຊາຍແດນ 671 ກອງບັນຊາການທະຫານແຂວງກວາງຫງ໋າຍ.
ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ໃນວັນທີ 3 ສິງຫາ ນີ້ ທີ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13/8/1926-13/8/2026) ຊຶ່ງສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ.
ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 1-2 ສິງຫາຜ່ານມາ, ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດແຫ່ງ ສປປ ລາວ ນຳພາໂດຍສະຫາຍ ພັອ ອານຸສິນ ສັກປະເສີດ (ຫົວໜ້າຄະນະ) ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນກິລາກ໊ອບ ຕຳຫຼວດອາຊຽນເປີດກວ້າງປະຈຳປີ 2026 (ASEAN Police Open Golf Tournament 2026) ທີ່ສະໜາມ Nova World Phan Thiet Golf Club ແຂວງລາມດົງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ.
ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ພິທີປະດັບຫຼຽນຈາກພັກ-ລັດຖະບານແຫ່ງສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີຈັດ​ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ​ຜ່ານ​ມາທີ່ ແຂວງ​ໄຊ​ຍະ​ບູ​ລີໂດຍ​ມີສະຫາຍເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍຮວາງຢາງຮອງເລຂາພັກແຂວງຜູ້ປະຈໍາການປະທານສະພາປະຊາຊົນແຂວງລາວກ່າຍສສຫວຽດນາມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ ແລະ ຄະນະຜູ້ແທນແຂວງ ລາວກ່າຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາຜ່ານ​ມາ ທີ່ແຂວງໄຊຍະບູລີ, ຝ່າຍ​ແຂວງ​ໄຊ​ຍະ​ບູ​ລີນຳ​ໂດຍທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີພ້ອມ​ຄະ​ນະ, ຝ່າຍຫວຽດນາມ ນໍາໂດຍ ທ່ານ ຮວາງ ຢາງ ຮອງເລຂາພັກແຂວງ ຜູ້ປະຈໍາການ ປະທານສະພາປະຊາຊົນແຂວງລາວກ່າຍ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ເພີ່ມເຕີມ