ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ສໍາເລັດຜົນຢ່າງຈົບງາມ ໃນວັນທີ 29 ພຶດສະພານີ້, ທີ່ ຫ້ອງປະຊຸມໃຫຍ່ ຄອສພ ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ມີບັນດາຮອງຫົວໜ້າ ຄອສພ, ອະດີດຄະນະພັກ-ຄະນະນໍາ ຄອສພ, ມີຜູ້ແທນສົມບູນ 189 ສະຫາຍ ຍິງ 83 ສະຫາຍ ເຂົ້າຮ່ວມ.
ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 1
 

 

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີບົດບາດການນໍາພາ ຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງ ໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ". ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງ ຂອງຄະນະພັກ ສະໄໝທີ V ຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຊຶ່ງໄດ້ຕີລາຄາຢ່າງພາວະວິໄສ ຕໍ່ຜົນງານການເຄື່ອນໄຫວວຽກງານ ໂຄສະນາອົບຮົມ ໄລຍະ 5 ປີ ຜ່ານມາ; ໄດ້ຄົ້ນຄວ້າປຶກສາຫາລື ແລະ ເປັນເອກະສັນຮັບຮອງເອົາບັນດາທິດທາງ, ໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມ ໃນໄລຍະ 5 ປີຕໍ່ໜ້າ; ແຜນພັດທະນາວຽກງານໂຄສະນາອົບຮົມ (2026-2030) ຂອງອົງຄະນະພັກ ຄອສພ ໃນ 9 ແຜນງານ, 42 ໂຄງການ; ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາຂອງຄະນະພັກ ຄອສພ ຊຸດທີ V ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຄະນະພັກຊຸດເກົ່າ ຊຶ່ງມີຜົນສໍາເລັດທີ່ຕັ້ງໜ້າຫຼາຍປະການ; ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ພາຍໃນ ຄອສພ; ບົດບາດການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຮັບໃຊ້ວຽກງານໂຄສະນາອົບຮົມ; ພັກນໍາພາວຽກງານອົງການຈັດຕັ້ງມະຫາຊົນ ແລະ ບົດບາດຂອງວຽກງານສື່ມວນຊົນ, ຊຶ່ງບົດປະກອບຄຳເຫັນຂອງແຕ່ລະພາກສ່ວນ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ບົດລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ ພ້ອມທັງໄດ້ໃຫ້ຄວາມຕັດສິນໃຈສູງຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນໃນຊຸມປີຕໍ່ໜ້າ.

ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 2
 

ກອງປະຊຸມໃຫຍ່ ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ກົດລະບຽບຂອງພັກ, ທັງຖືກຕ້ອງ ສອດຄ່ອງຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 20 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ, ເລືອກຕັ້ງເອົາ 17 ສະຫາຍ, ຍິງ 1 ສະຫາຍ ເປັນຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາວຽກງານສໍາຄັນໃນຕໍ່ໜ້າ. ກອງປະຊຸມຄັ້ງປະ ຖົມມະລືກໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ຄໍາພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກ ຄອສພ ສະໄໝທີ VI, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ, ເລືອກເອົາຄະນະປະຈໍາພັກ 5 ສະຫາຍ, ປະທານກວດກາພັກ 1 ສະຫາຍ, ຮອງປະທານກວດກາ 4 ສະຫາຍ.

ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 3
 

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ແລະ ຜົນສໍາເລັດ ທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນຫຼາຍບັນຫາຕໍ່ກອງປະຊຸມໃຫຍ່ຄື: ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່; ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບສູງ, ບັນດາສະຫາຍຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນສັງຄົມໃຫ້ເລິກເຊິ່ງ. ຈາກນັ້ນ, ຮີບຮ້ອນຈັດສັນເນື້ອໃນແນວທາງ ແລະ ແບບແຜນສຶກສາອົບຮົມ ແຕ່ລະເປົ້າໝາຍຕ່າງໆ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດນັ້ນໆ; ເພື່ອຕອບຕ້ານບັນດາກົນອຸບາຍ, ເລ່ລ່ຽມ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຜູ້ເຮັດວຽກໃນຂົງເຂດແນວຄິດ ຕ້ອງກຳໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງ ຂອງພວກເຂົາເຫຼົ່ານັ້ນ ເພື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມສະຖານະການ.

ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 4
 

ໃນນັ້ນ, ຕ້ອງທັນການ, ແຕ່ຕ້ອງເຕັມໄປດ້ວຍຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຕໍ່ວຽກງານໂຄສະນາ ການອອກແບບໂຄສະນາດ້ວຍຫຼາຍຮູບ, ຫຼາຍສີ, ແຕ່ໃຫ້ຮັບປະກັນຄວາມເລິກເຊິ່ງ, ກວ້າງຂວາງ ແມ່ນມີຄວາມຈຳເປັນໃນສັງຄົມປັດຈຸບັນ. ສາມາດນຳໃຊ້ສື່ມວນຊົນ ຢ່າງກວ້າງ ຂວາງ ແລະ ຫຼາກຫຼາຍ ທີ່ເປັນພາຫະນະສຳຄັນ ທີ່ສັງຄົມຕ້ອງການ ທີ່ເປັນຊີວິດປະຈຳວັນຂອງເຂົາເຈົ້າຢູ່ນັ້ນ ໃຫ້ມີຫຼາຍຮູບຫຼາຍສີກວ່າເກົ່າ. ນອກນັ້ນ, ກໍມີການຈັດປາຖະກະຖາ, ສຳມະນາຜ່ານອົງການຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມ ທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈ ຂອງແຕ່ລະເປົ້າໝາຍ ແລະ ສະເໜີໃຫ້ຄະນະໂຄສະນາອົບຮົມ ມີພາຫະນະເປັນສື່ ທີ່ຂຶ້ນກັບຕົນເອງເຊັ່ນ: ໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານຕ່າງໆ ລວມທັງສ້າງເງື່ອນໄຂໃຫ້ສາມາດນຳໃຊ້ສື່ອອນລາຍ ໃຫ້ເປັນຂອງຕົນເອງ ທີ່ເປັນປະໂຫຍດໃນການເຮັດໜ້າທີ່ເປັນພາຫະນະໃນການໂຄສະ ນາອົບຮົມ; ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບ ກັບຄະນະສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກຳ ຂອງພັກ; ພົວພັນໃກ້ຊິດ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນກາງພັກ ວາງແນວທາງນະໂຍບາຍຂອງພັກ ໃນຊຸມປີຕໍ່ໜ້ານີ້, ໃຫ້ຖືກຕ້ອງສອດຄ່ອງກັບສະພາບການແຫ່ງຄວາມຮຽກຮ້ອງຕ້ອງການ ທີ່ແທ້ຈິງ; ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ, ສິດ, ໜ້າທີ່, ແລະ ແບບແຜນວິທີເຮັດວຽກ ຂອງ ຄອສພ ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່.

ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 5
 

ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ ການບັນຈຸສັບຊ້ອນພະນັກງານ ເຂົ້າໃສ່ບັນດາຕໍາແໜ່ງງານໃຫ້ແທດເໝາະ; ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນຢູ່ພາຍໃນການຈັດຕັ້ງ ຂອງອົງຄະນະພັກຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບການຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານ-ສະ ມາຊິກພັກ ເປັນຂໍກະແຈໃຫ້ແກ່ການຮັບປະກັນໜ້າວຽກທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ.

ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 6
 

ເປົ້າໝາຍໜຶ່ງທີ່ສຳຄັນທີ່ຜູ້ເຮັດວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກຳນັ້ນ, ແມ່ນການຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດຂອງຄົນ, ຂອງສັງຄົມ ໃນຍຸກແຫ່ງການປ່ຽນແປງໃໝ່ ໃຫ້ກ້າວໜ້າຕໍ່ໄປ, ສິ່ງສຳຄັນທີ່ສຸດ ແມ່ນຄ່ານິຍົມຂອງສັງຄົມ-ຂອງຊາວໜຸ່ມ ວຽກງານໂຄສະນາອົບຮົມ ເຮົາຈະຮັບມື ແລະ ກະທົບໃສ່ແນວໃດ.

ຜນສາເລດກອງປະຊມໃຫຍຜແທນສະມາຊກພກ ຄງທ VI ຂອງອງຄະນະພກ ຄອສພ - image 7
 

(ຂ່າວ: ວັນເພັງ; ພາບ: ສໍານານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ