ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X
ທ່ານ ບຸນຈັນ ສີວົງພັນ ຄະນະປະຈໍາສະພາແຫ່ງຊາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍລະກົດນີ້, ທີ່ສະພາແຫ່ງຊາດວ່າ:
 ກອງປະຊຸມສະໄໝວິສາມັນໃນຄັ້ງນີ້, ໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດຄື: 1. ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນ ຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, 2. ການພິຈາລະນາຂໍ້ສະເໜີຂອງລັດຖະ ບານກ່ຽວກັບການຍົກລະດັບບັນຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ, 3. ການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ).
ກອງປະຊຸມໄດ້ຮັບຟັງການຊີ້ແຈງຂອງທ່ານນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈຳນວນ 9 ທ່ານ, ຊຶ່ງສ່ວນໃຫຍ່ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ຊຶ່ງຕິດພັນກັບຂົງເຂດຄວາມຮັບ ຜິດຊອບຂອງລັດຖະບານ ແລະ ບັນດາບັນຫາທີ່ສັງຄົມພວມໃຫ້ຄວາມສົນໃຈ. ສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຕໍ່ 4 ມະຕິ ດ້ວຍຄະແນນສູງສຸດແຕ່ 99% ຂຶ້ນໄປຄືດັ່ງນີ້: 1) ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ດ້ວຍຄະແນນສຽງ 99.39%; 2) ມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກດ້ວຍຄະແນນສຽງ 99.39%; 3) ມະຕິຮັບຮອງເອົາກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ດ້ວຍຄະແນນສຽງ 99.38%; 4) ມະຕິຮັບ ຮອງເອົາກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ດ້ວຍຄະແນນສຽງ 100%.
ພ້ອມນີ້, ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າໄດ້ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດມີທັງໝົດ 153 ສາຍ ລວມທັງໝົດ 208 ເລື່ອງ ຊຶ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ ເປັນຕົ້ນ ບັນຫາລາຄາໄຟຟ້າແພງ, ເສັ້ນທາງເປ່ເພ່, ການຂຸດຄົ້ນບໍ່ແຮ່ຊະຊາຍ, ລາຄາສິນຄ້າອຸປະໂພກ-ບໍລິໂພກແພງ, ບັນຫາຢາເສບຕິດ ແລະ ອື່ນໆ.
(ຂ່າວ: ວັນເພັງ, ພາບ: ສໍານານ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I

​ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຈັດກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ທົ່ວປະເທດ ຄັ້ງທີ I ຂຶ້ນໃນລະຫວ່າງວັນທີ 11–12 ສິງຫານີ້, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ທັງເປັນປະທານ ຄລທ, ໄດ້ຮັບກຽດເຂົ້າຮ່ວມ ໃຫ້ທິດຊີ້ນຳໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງ, ຮອງລັດຖະມົນຕີ, ພະນັກງານຫຼັກແຫຼ່ງຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຜູ້ຕາງໜ້າຈາກພາກທຸລະກິດ.
ພິທີຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

ພິທີຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນຢ່າງສົມກຽດໃນວັນທີ 12 ສິງຫານີ້ ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ, ໂດຍມີພະເຖລານຸເຖລະ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ຄອບຄົວການນໍາພັກ-ລັດ ແລະ ຍາດພີ່ນ້ອງ, ມີ ສະຫາຍ ເກີມ ເຈີນ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ມີບັນດາທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ມີບັນດາສື່ມວນຊົນ, ປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມໃນຕອນເຊົ້າວັນທີ 12 ສິງຫານີ້, ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດເດີນທາງມາຮ່ວມພິທີໄວ້ອາໄລ ແລະ ພິທີຊາປະນະກິດສົບຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 11 ສິງຫາ ນີ້ ທີ່ ຫ້ອງວ່າການສຳນັກງານປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ ສະພາແຫ່ງຊາດ, ລັດຖະບານ, ຄອບຄົວ ພົມວິຫານ ແລະ ປະຊາຊົນລາວບັນດາເຜົ່າ ຕ້ອນຮັບ ພະນະທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ໃນໂອກາດເດີນທາງມາເຂົ້າຮ່ວມພິທີວາງພວງມາລາ ເພື່ອໄວ້ອາໄລໃຫ້ແກ່ ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ຜ່ານມາ.
ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ແຫ່ງ ລາຊະອານາຈັກກໍາປູເຈຍ

ໃນວັນທີ 10 ສິງຫາ ນີ້ ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ກໍາມະການກົມການເມືອງສູນກາງພັກປະຊາຊົນກໍາປູເຈຍ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ກໍາປູເຈຍ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄຫວ້ອາໄລ ເຖິງດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ.
ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນມາ, ສື່ມວນຊົນຂອງປະເທດເຮົາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນະພາບ ຢ່າງບໍ່ຢຸດຢັ້ງ, ປະເທດເຮົາ ໄດ້ມີພາຫະນະສື່ມວນຊົນຫຼາຍປະເພດ, ຫຼາຍລະດັບ, ຫຼາຍຂະແໜງການ ແລະ ສະຖາບັນ ກໍລ້ວນແຕ່ໄດ້ສ້າງສື່ຂອງຕົນຂຶ້ນ ແລະ ບັນດາສື່ມວນຊົນເຫຼົ່ານັ້ນ ໄດ້ຕັ້ງໜ້າຮັບໃຊ້ສັງຄົມຢ່າງກວ້າງຂວາງ, ທັງເຜີຍແຜ່ຂໍ້ມູນຂ່າວສານ, ເປັນທັງຜູ້ໃຫ້ຄວາມຮູ້ຕ່າງໆ ແລະ ທັງເປັນຜູ້ອົບຮົມສັ່ງສອນຄົນໃນສັງຄົມ, ລວມທັງເຜີຍແຜ່ແນວທາງນະໂຍບາຍ, ເຜີຍແຜ່ການພັດທະນາປະເທດຊາດຢ່າງຮອບດ້ານ ໃຫ້ສາກົນຮັບຮູ້, ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ແລະ ອື່ນໆໄດ້ດີ, ໄດ້ຫຼາຍ ຢ່າງນັບບໍ່ຖ້ວນ, ແຕ່ເຖິງວ່າ ໄດ້ມີຜົນງານ, ຜົນສຳເລັດຫຼາຍດ້ານກໍຕາມ, ສື່ມວນຊົນລາວ ກໍຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງໄດ້ປະເຊີນໜ້າໃນຍຸກໃໝ່ນີ້.
ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ

ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ

ໃນວັນທີ 9 ສິງຫານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈີ່ນ ເເທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ປະ ທານສະພາແຫ່ງຊາດ ສ​ສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ ທີ່ໄດ້ເຖິງແກ່ ມໍລະນະກໍາ ໃນວັນທີ 8 ສິງຫາ 2026.
ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫຼົດໃຈ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:
ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ: ໂດຍມີ ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຄະນະບໍລິຫານງານ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວເຂົ້າຮ່ວມຢ່າງພ້ອມພຽງ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 28 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ວ່າ: ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າ, ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນສິງຫາ 2026.
ເພີ່ມເຕີມ