![]() |
ບ້ານໂພນສະຫວ່າງ ໄດ້ຮັບການສ້າງຕັ້ງໃນປີ 1989, ມີ 735 ຄອບຄົວ, ປະຊາກອນ 4,117 ຄົນ ເປັນຊຸມຊົນສຳຄັນຂອງເມືອງ, ໃນປີ 2025 ອົງການປົກຄອງບ້ານໄດ້ບໍລິການເອກະສານໃຫ້ປະຊາຊົນ 9,317 ສະບັບ ສ້າງລາຍຮັບເຂົ້າບ້ານກວ່າ 222 ລ້ານກີບ ແລະ ແກ້ໄຂຂໍ້ຄັດແຍ່ງໄດ້ເກືອບທັງໝົດ. ພົ້ນເດັ່ນທີ່ສຸດແມ່ນການລະດົມທຶນສ້າງ “ທາງຮ່ອມເບຕົງເສີມເຫຼັກ ” 45 ເສັ້ນ ໂດຍສຳເລັດແລ້ວ 2 ເສັ້ນ ຍາວລວມ 2,563 ແມັດ ມູນຄ່າກວ່າ 3,26 ຕື້ກີບ. ສະເພາະປີ 2025 ລະດົມໄດ້ 448,32 ລ້ານກີບ ແລະ ສ້າງສຳເລັດເພີ່ມ 1 ເສັ້ນ, ກວ້າງ 4 ແມັດ, ຍາວ 68 ແມັດ ມູນຄ່າ 98,32 ລ້ານກີບ ພ້ອມເງິນຝາກສຳຮອງໃນທະນາຄານ 350 ລ້ານກີບ ເພື່ອສືບຕໍ່ແຜນການປີ 2026 ທີ່ຈະສ້າງເພີ່ມອີກ 3 ເສັ້ນ. ໃນພິທີໄດ້ມອບໃບຍ້ອງຍໍໃຫ້ 26 ບຸກຄົນທີ່ມີຜົນງານດີເດັ່ນໃນການສະໜອງທຶນພັດທະນາທາງບ້ານ ພ້ອມມອບເຄື່ອງນຸ່ງຫົ່ມໃຫ້ ປກຊ–ປກສ ເພື່ອເປັນກຳລັງໃຈໃນການຮັກ ສາຄວາມສະຫງົບປອດໄພ.
![]() |
ບ້ານໂພນສະຫວ່າງ ກຳລັງກ້າວໄປຂ້າງໜ້າດ້ວຍພະລັງຄວາມຮ່ວມມືຂອງປະຊາຊົນ ແລະ ການນໍາພາທີ່ເຂັ້ມແຂງ ເປັນແບບຢ່າງຂອງການພັດທະນາຊຸມຊົນຢ່າງຍືນຍົງ.
ຂ່າວ: ສົມສະຫວັນ


ຄໍາເຫັນ