ພົນໂທ ສາຍໃຈ ກົມມະສິດ ລົງຕິດຕາມການກໍ່ສ້າງ ໂຄງການຢູ່ກຸ່ມບ້ານໜອງມ້າ

ພົນໂທ ສາຍໃຈ ກົມມະສິດ ລົງຕິດຕາມການກໍ່ສ້າງ ໂຄງການຢູ່ກຸ່ມບ້ານໜອງມ້າ

ພົນໂທ ສາຍໃຈ ກົມມະສິດ ລົງຕິດຕາມການກໍ່ສ້າງ ໂຄງການຢູ່ກຸ່ມບ້ານໜອງມ້າ
ໃນວັນທີ 27 ພຶດສະພາຜ່ານມາ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ ລາວ-ຫວຽດນາມ ຢູ່ກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ, ໂດຍມີຄະນະນໍາແຂວງ, ເມືອງ, ສະຫາຍ ພັນເອກ ໂງ ກວາງຫວຽດ ຮອງຜູ້ອຳນວຍການບໍລິສັດ ໂກເອັກໂກ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ, ຄະນະກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພນໂທ ສາຍໃຈ ກມມະສດ ລງຕດຕາມການກສາງ ໂຄງການຢກມບານໜອງມາ - image 1
 

ໂຄງການກໍ່ສ້າງດັ່ງກ່າວ, ແມ່ນປະຕິບັດຕາມແຜນການຂອງສອງລັດຖະບານ ໃນການພັດທະນາເສດຖະ ກິດ-ສັງຄົມ, ປັບປຸງພື້ນຖານໂຄງລ່າງ ແລະ ພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ຈະເລີນດີຂຶ້ນ ໂດຍໂຄງການແມ່ນສຸມໃສ່ປັບປຸງພື້ນຖານໂຄງລ່າງທີ່ສຳຄັນຂອງກຸ່ມບ້ານເຊັ່ນ: ລະບົບເສັ້ນທາງຄົມມະນາ ຄົມ, ສາທາລະນະສຸກ, ວຽກງານການສຶກສາ, ລະບົບໄຟຟ້າ, ລະບົບນ້ຳລິນຊົມໃຊ້ ແລະ ໂຄງການສົ່ງເສີມກະສິ ກຳການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກນີ້, ບັນດາອະນຸກໍາມະການ-ຄະນະຮັບຜິດຊອບ ກໍໄດ້ພ້ອມກັນປະກອບຄໍາຄິດເຫັນກ່ຽວກັບໂຄງການກໍ່ສ້າງກຸ່ມບ້ານໜອງມ້າ ບົນພື້ນຖານແມ່ນເປັນເອກະພາບກັນໃນບັນດາກິດຈະການກໍ່ສ້າງທີ່ສຳຄັນ ເພື່ອໃຫ້ສໍາເລັດຕາມແຜນການ ແລະ ເວລາທີ່ໄດ້ກຳນົດໄວ້.

ພນໂທ ສາຍໃຈ ກມມະສດ ລງຕດຕາມການກສາງ ໂຄງການຢກມບານໜອງມາ - image 2
 

ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຫຼາຍບັນຫາທີ່ສຳຄັນເປັນຕົ້ນແມ່ນ: ສະເໜີໃຫ້ທັງສອງຝ່າຍ ລາວ-ຫວຽດນາມ ສືບຕໍ່ປະສານງານໃຫ້ມີຄວາມເອກະພາບກັນ, ການພົວພັນປະສານງານ ລະຫວ່າງອຳນາດການປົກຄອງຂັ້ນບ້ານ ແລະ ກຸ່ມບ້ານ ຕະຫຼອດຮອດອົງການຈັດຕັ້ງຕ່າງໆ, ປຸກລະດົມປະຊາຊົນບັນດາບ້ານ ຈົ່ງພ້ອມກັນມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືກັບບໍລິສັດທີ່ລົງເຄື່ອນໄຫວບຸກເບີກພື້ນທີ່ຕ່າງໆ ເພື່ອກໍ່ສ້າງໃຫ້ກຸ່ມບ້ານດັ່ງກ່າວ ກາຍເປັນກຸ່ມບ້ານພັດທະນາໃນຕໍ່ໜ້າ ແລະ ເພື່ອເຮັດໃຫ້ວຽກງານບຸກທະລຸດ້ານຕ່າງໆ ມີຜົນສຳເລັດຕາມແຜນການທີ່ວາງໄວ້. ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຍັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ກອງຮ້ອຍທະຫານຊາຍແດນ ແລະ ອຳນາດການປົກຄອງກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນຕື່ມອີກ.

ພນໂທ ສາຍໃຈ ກມມະສດ ລງຕດຕາມການກສາງ ໂຄງການຢກມບານໜອງມາ - image 3
 

ຂ່າວ: ກອງທັບ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ໃນວັນທີ 10 ກັນຍາ 2026, ທີ່ ສະໂມສອນແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026 ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງຮອງປະທານຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ໂດຍມີ ທ່ານ ຄໍາແສງ ອາລີ, ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫຼວງຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.
ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ປະກາດບົ່ງຕົວເເຕ່ງຕັ້ງຄະນະພັກຮາກຖານຄະນະໜ່ວຍພັກ ທີ່ຂຶ້ນກັບຮາກຖານ ດ່ານສາກົນນາເພົ້າ

ພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານດ່ານສາກົນນາເພົ້າເມືອງບົວລະພາແຂວງຄຳມ່ວນ. ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026 ທີ່ສະໂມສອນແຂວງ ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ຄໍາສິງ ໄຊສິດທິເດດ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍ ຄະນະພັກ-ຄະນະຄຸ້ມຄອງດ່ານ, ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ປະກາດການ​ຈັດ​ຕັ້ງຫ້ອງ​ການຄະນະສະ​ມາ​ຊິກ ສ​ພ​ຂປະຈຳເຂດເລືອກຕັ້ງເມືອງເຊບັ້ງໄຟ

ພິທີປະກາດການຈັດຕັ້ງ ຫ້ອງການ ຄະນະສະມາຊິກສະພາປະຊາຊົນແຂວງ (ສ​ພ​ຂ) ຄຳ​ມ່ວນຊຸດ​ທີ V ປະຈຳເຂດເລືອກຕັ້ງເມືອງເຊ​ບັ້ງ​ໄຟ, ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍາ​ນີ້, ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ກຳມະການປະຈໍາພັກແຂວງຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ