ເພາະພັນລູກໝູນ້ອຍຂາຍ ມີລາຍຮັບດີກວ່າລ້ຽງໃຫຍ່ຈຶ່ງຂາຍ

ເພາະພັນລູກໝູນ້ອຍຂາຍ ມີລາຍຮັບດີກວ່າລ້ຽງໃຫຍ່ຈຶ່ງຂາຍ
ໂດຍ: ບຸນທີ
ການເພາະພັນລູກໝູນ້ອຍຂາຍໃນປັດຈຸບັນ ເປັນອີກທາງເລືອກໜຶ່ງສຳລັບຜູ້ທີ່ເຄີຍລ້ຽງໝູຂາຍເພາະມີລາຍຮັບສູງກວ່າການລ້ຽງໝູໃຫ້ໃຫຍ່ແລ້ວຂາຍອອກ, ອີກດ້ານໜຶ່ງໃນຊຸມປີຜ່ານມານີ້ ປະຊາຊົນລາວໄດ້ລ້ຽງໝູຂາຍຢ່າງແຜ່ຫຼາຍເນື່ອງຈາກເຫັນວ່າເປັນອີກອາຊີບໜຶ່ງທີ່ສ້າງລາຍຮັບເຂົ້າຄອບຄົວ, ໃນຂະນະດຽວກັນການຈໍາກັດການນໍາເຂົ້າໝູຈາກຕ່າງປະເທດ ໄດ້ເຮັດໃຫ້ຜູ້ປະກອບການລ້ຽງໝູຢູ່ພາຍໃນປະເທດຜ່ອນຄາຍຄວາມກັງວົນເລື່ອງຕະຫຼາດຈຳໜ່າຍ, ດັ່ງນັ້ນເມື່ອແນມເຫັນໂອກາດດັ່ງກ່າວຫຼາຍຄອບຄົວຈຶ່ງຫັນມາເພາະພັນໝູນ້ອຍຂາຍ, ດັ່ງຄອບຄົວຂອງປ້າມ່ວນ ຜຸຍແກ້ວ ອາຍຸ 58 ປີ ປະຊາຊົນບ້ານໜອງບົວພີ່ນ້ອງ ເມືອງພຽງ ແຂວງໄຊຍະບູລີ ທີ່ຫັນປ່ຽນຈາກການລ້ຽງໝູຂາຍພຽງຢ່າງດຽວມາເພາະພັນໝູນ້ອຍຂາຍຈົນມີລາຍຮັບ 200-300ລ້ານກີບຕໍ່ປີ.
ປ້າມ່ວນ ຜຸຍແກ້ວເລົ່າສູ່ຟັງວ່າ: ພາຍໃນຄອບຄົວຢູ່ຮ່ວມກັນພຽງຜົວກັບເມຍ, ສ່ວນລູກໆ ໄດ້ສ້າງຄອບຄົວແລະ ອອກຈາກເຮືອນແລ້ວ, ໃນເມື່ອກ່ອນຄອບຄົວຂອງປ້າຢຶດຖືອາຊີບເຮັດນາແລະລ້ຽງໝູຂຸນຂາຍໂດຍເລີ່ມໃນປີ 2015 ເປັນຕົ້ນມາໄລຍະນັ້ນມີໝູທັງໝົດພາຍໃນຟາມ 100 ກວ່າໂຕ ລ້ຽງ 6 ເດືອນແລ້ວຂາຍອອກຊຶ່ງໃນໄລຍະນັ້ນໝູກໍບໍ່ໄດ້ລາຄາດີເຮັດໃຫ້ລາຍຮັບບໍ່ສູງຍ້ອນແນວນັ້ນ, ຄອບຄົວຂອງຂ້າພະເຈົ້າຈຶ່ງໄດ້ປຶກສາກັນຊອກຫາທາງອອກໂດຍການຫັນຈາກການລ້ຽງໝູຂຸນມາລ້ຽງພໍ່ແມ່ພັນໝູເພື່ອເພາະພັນລູກໝູນ້ອຍຂາຍ ເລີ່ມໃນປີ 2020 ເປັນຕົ້ນມາ ຊຶ່ງໄດ້ລົງທຶນເບື້ອງຕົ້ນຊື້ແມ່ພັນ 6 ໂຕ, ພໍ່ພັນ 1 ໂຕ ລົງທຶນທັງໝົດ 70 ລ້ານກີບ, ປັບປຸງຄອກໃໝ່ຂະໜາດ 10x40 ແມັດ  ການໃຫ້ອາຫານແມ່ນຮໍາ, ເຂົ້າປຽນປະສົມຫົວອາຫານໝູໃຫ້ກິນ 2 ຄາບເຊົ້າ ແລະ ແລງ, ສ່ວນນໍ້າແມ່ນບໍ່ໃຫ້ຂາດ ຕໍ່ກ໊ອກເຂົ້າໃນຄອກເລີຍ, ລ້ຽງໄດ້ 6 ເດືອນ ໝູແມ່ແຕ່ລະໂຕ ກໍຈະເກີດລູກໂດຍເຮົາຈະແຍກແຕ່ລະແມ່ອອກຈາກກັນມາໄວ້ຄອກເຫຼັກ, ເປັນຫ້ອງໃຜຫ້ອງມັນເພື່ອຮັບປະກັນການຕາຍຂອງລູກໝູນ້ອຍ ແຕ່ລະແມ່ເກີດລູກສະເລ່ຍບໍ່ຫຼຸດ 13 ໂຕ ຂຶ້ນໄປ, ຫຼັງຈາກໝູອອກລູກແລ້ວປ່ອຍໃຫ້ໝູນ້ອຍຢູ່ນໍາແມ່ໄດ້ 1 ເດືອນ ຈາກນັ້ນຈຶ່ງເອົາອອກຈາກແມ່ມາລ້ຽງໄວ້ 15 ວັນ ແລ້ວສົ່ງອອກຂາຍໃນລາຄາ1,5 ລ້ານກີບຕໍ່ໜຶ່ງໂຕ, ປີໜຶ່ງແຕ່ລະແມ່ເກີດສອງຊຸດ ປັດຈຸບັນ ພໍ່,ແມ່ພັນຢູ່ໃນຟາມຂອງຄອບຄົວຂ້າພະເຈົ້າມີທັງໝົດ 20 ກວ່າໂຕ ສະເລ່ຍ ມີລາຍຮັບເຂົ້າຄອບຄົວບໍ່ຕໍ່າກວ່າ 200-300 ລ້ານກີບຕໍ່ປີຈາກການຂາຍລູກໝູນ້ອຍ.
ຄອບຄົວຂອງປ້າຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້ານີ້ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າທີ່ຢາກໄດ້ໝູນ້ອຍໄປລ້ຽງຈະໄດ້ສັ່ງຊື້ໝູແມ່ພັນ ແລະຈະລ້ຽງທອມເອົາລູກໝູທີ່ເກີດຢູ່ໃນຟາມ ໂຕທີ່ແຂງແຮງດີ ແລະ ງາມໃນຈໍານວນທັງໝົດ 10 ໂຕ ເພື່ອມາເສີມໃນຟາມໃຫ້ມີແມ່ພັນ30-40 ໂຕ.
ຈາກຄວາມມຸ່ງຫວັງຕັ້ງໃຈຂອງຄອບຄົວຂ້າພະເຈົ້າໃນການສ້າງຟາມເພາະພັນໝູຂາຍເຮັດໃຫ້ຄອບຄົວມີລາຍຮັບປີໜຶ່ງ 200-300 ລ້ານກີບ. ຖ້າຫາກວ່າລວມລາຍຮັບຈາກການສີເຂົ້າຂາຍ ເຂົ້ານາ ແລະ ອື່ນໆ ແລ້ວປີໜຶ່ງຈະມີລາຍຮັບທັງໝົດ 400 ລ້ານກີບ,ປັດຈຸບັນໃນຄອບຄົວມີພາຫະນະຮັບໃຊ້, ມີມີເງິນແຮໄວ້ໃຊ້ຈ່າຍໃນຍາມຈໍາເປັນ, ສິ່ງສໍາຄັນຄອບຄົວຂອງຂ້າພະເຈົ້າໄດ້ຮັບຮອງເປັນຄອບຄົວຕົວແບບໃນການເພາະພັນລູກໝູນ້ອຍຂາຍຂອງເມືອງພຽງ ແຂວງໄຊຍະບູລີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ເພີ່ມເຕີມ