ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເປັນ​ຜູ້​ໄດ້​ຮົ່ມ​ເຢັນແຕ່​ຍິ່ງ​ຄວນ​ເປັນ​ຜູ້​ປູກ​ໄມ້

ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເປັນ​ຜູ້​ໄດ້​ຮົ່ມ​ເຢັນແຕ່​ຍິ່ງ​ຄວນ​ເປັນ​ຜູ້​ປູກ​ໄມ້

ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເປັນ​ຜູ້​ໄດ້​ຮົ່ມ​ເຢັນແຕ່​ຍິ່ງ​ຄວນ​ເປັນ​ຜູ້​ປູກ​ໄມ້
ຕາມ​ໂຕ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ເນື້ອ​ທີ່​ປ່າ​ໄມ້​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 241 ລ້ານ​ເຮັກ​ຕາ, ອັດ​ຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໄດ້​ຍົກ​ສູງ​ຂຶ້ນ​ເຖິງ 25.09%, ປະລິມານສະສົມໄມ້ທັງໝົດທີ່ມີໃນປ່າບັນ​ລຸ​ຫຼາຍກວ່າ​ 20.99 ຕື້​ແມັດ​ກ້ອນ; ທົ່ວ​ປະ​ເທດ​ຈີນ​ມີ​ຕົ້ນ​ໄມ້​ປະ​ມານ 142.6 ຕື້​ຕົ້ນ, ສະ​ເລ່ຍ​ແລ້ວແຕ່​ລະ​ຄົນ​ມີຕົ້ນ​ໄມ້ 100 ຕົ້ນ.
ພວກ​ເຮາ​ທກ​ຄນ​ຕາງ​ກ​ເປນ​ຜ​ໄດ​ຮມ​ເຢນແຕ​ຍງ​ຄວນ​ເປນ​ຜ​ປກ​ໄມ - image 1
 

 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເຂົ້າຮ່ວມກິດຈະກຳການປູກຕົ້ນໄມ້ຕາມພັນທະຂອງນະຄອນຫຼວງປັກກິ່ງມາເປັນເວລາ 10 ກວ່າປີຢ່າງລຽນຕິດ. ເພິ່ນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ຄົນຮຸ່ນກ່ອນປູກຕົ້ນໄມ້, ຄົນຮຸ່ນຫຼັງໄດ້ຮົ່ມເຢັນ, ພວກເຮົາທຸກຄົນຕ່າງກໍເປັນຜູ້ໄດ້ຮົ່ມເຢັນແຕ່ຍິ່ງຄວນເປັນຜູ້ປູກໄມ້”.

ໃນຖານະເປັນພາກສ່ວນຫຼັກຂອງລະບົບນິເວດທາງບົກ, ປ່າໄມ້ເປັນແຫຼ່ງກຳເນີດປັດໄຈສຳຄັນທີ່ສຸດສຳລັບການຄົງຕົວຂອງປະເທດ ແລະ ຊົນຊາດໜຶ່ງ, ຍິ່ງເປັນພື້ນຖານແຫ່ງການດຳລົງຄົງຕົວຂອງມະນຸດຊາດ.

ໃນກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນທີ່ຈັດຂຶ້ນເມື່ອວັນທີ 25 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ຕ້ອງປະຕິບັດຕໍ່ບັນຫານີ້ຈາກລະດັບສູງ ໂດຍພິຈາລະນາເຖິງການພັດທະນາປະຫວັດສາດປະຊາຊາດຈີນ. ພາຍຫຼັງມາ, ເພິ່ນໄດ້ນຳໃຊ້ຄຳປຽບທຽບ ຄື: “ປ່າໄມ້ເປັນຄັງສາງສິ່ງປະເສີດທີ່ລວມເຖິງຄັງນ້ຳ, ຄັງເງິນ, ຄັງສະບຽງອາຫານ ແລະ ຄັງກາກບອນ” ເພື່ອພັນລະນາປ່າໄມ້ທີ່ເປັນ “ພື້ນຖານສີຂຽວຂອງປະເທດຊາດ” ນັ້ນຢ່າງມີຊີວິດຊີວາ.

ຢູ່ສວນສາທາລະນະແຫ່ງຊາດພູອູຢີ ເຂດຢູ່ແຂວງຈ່ຽງຊີ, ອັດຕາການປົກຫຸ້ມຂອງປ່າໄມ້ມີເຖິງ 98.4% ຊຶ່ງເຮັດໃຫ້ນ້ຳຝົນຜ່ານຈາກການປັບປຸງເກັບຮັກສາແລະ ກັ່ນຕອງຂອງປ່າໄມ້ທຳມະຊາດ ແລະ ດິນບໍລິເວນນ້ຳຈົນກາຍເປັນແມ່ນ້ຳລຳເຊຢ່າງໜາແໜ້ນ. “ຄັງນ້ຳສີຂຽວ” ແຫ່ງນີ້ໄດ້ຮັບປະກັນໃຫ້ທົ່ງນາຢູ່ລຸ່ມແມ່ນ້ຳສາມາດເກັບກ່ຽວຜົນຜະລິດໄດ້ດີທຸກປີ ແລະ ສະໜອງຊັບພະຍາກອນນ້ຳທີ່ມີຄຸນນະພາບດີໃຫ້ແກ່ປະຊາຊົນທັງຫຼາຍ.

ຢູ່ເມືອງຢົງອ່ານ ແຂວງຟູຈ້ຽນ, ຊາວກະສິກອນຜູ້ຮັບເໝົາປ່າໄມ້ໄຜ່ປະມານ 7 ເຮັກຕາ, ຫາກເປັນປີທີ່ມີຜົນເກັບກ່ຽວອຸດົມສົມບູນຈະໄດ້ໜໍ່ໄມ້ໄຜ່ຫຼາຍກວ່າ 50 ໂຕນ. ສ່ວນໃນທົ່ວປະເທດຈີນ, ປະລິມານການຜະລິດອາຫານທີ່ເກີດຈາກປ່າໄມ້ເຊັ່ນ: ໝາກຊານ້ຳມັນ, ເຫັດ, ໝາກກໍ່ຫີນເປັນຕົ້ນໄດ້ບັນລຸຫຼາຍກວ່າ 240 ລ້ານໂຕນ, ກາຍເປັນຜະລິດຕະພັນກະສິກຳສຳຄັນອັນດັບສາມຮອງຈາກສະບຽງອາຫານ ແລະ ພືດຜັກ.

ໃນຖານະເປັນ “ຄັງເກັບຮັກສາກາກບອນ” ທາງບົກໃຫຍ່ທີ່ສຸດຢູ່ໃນໂລກ, ປ່າໄມ້ໄດ້ຜ່ານຈາກຂະບວນການສັງເຄາະດ້ວຍແສງ ເພື່ອດູດເອົາກາກບອນດີອົກຊິດແລະ ປະກອບສ້າງເປັນທາດປະສົມອົງຄະທາດ ພ້ອມທັງເກັບຮັກສາໄວ້ຢູ່ໃນພືດແລະ ດິນຢ່າງໝັ້ນຄົງ ຊຶ່ງເປັນການສ້າງສິ່ງກຳບັງສີຂຽວອັນໝັ້ນແກ່ນໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ພວກ​ເຮາ​ທກ​ຄນ​ຕາງ​ກ​ເປນ​ຜ​ໄດ​ຮມ​ເຢນແຕ​ຍງ​ຄວນ​ເປນ​ຜ​ປກ​ໄມ - image 2
 

ໃນກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນທີ່ຈັດຂຶ້ນເມື່ອວັນທີ 25 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: “ປ່າໄມ້ແມ່ນມໍລະດົກທີ່ຄົນເຮົາສືບທອດມາຈາກບັນພະບຸລຸດ, ຕ້ອງຮັກສາໄວ້ໃຫ້ລູກຫຼານຄົນຮຸ່ນຫຼັງ, ບໍ່ໃຫ້ບັນພະບຸລຸດຜິດຫວັງທັງບໍ່ໃຫ້ລູກຫຼານຜິດຫວັງນຳອີກ.”

ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນໄດ້ລະບຸໄວ້ວ່າ: “ດຳເນີນການເຄື່ອນໄຫວປູກໄມ້ໃຫ້ເປັນປ່າ ແລະ ສ້າງພື້ນທີ່ສີຂຽວຢ່າງຂະໜາດໃຫຍ່ຕາມຫຼັກວິທະຍາສາດ, ຊຸກຍູ້ການຍົກສູງຄຸນນະພາບປ່າໄມ້ຢ່າງຖືກເປົ້າໝາຍ ແລະ ການສ້າງປ່າສະສົມແຫ່ງຊາດ.” ປະມວນກົດໝາຍວ່າດ້ວຍສິ່ງແວດລ້ອມທຳມະຊາດຂອງຈີນໄດ້ກຳນົດຢ່າງຈະແຈ້ງວ່າ “ການປູກໄມ້ໃຫ້ເປັນປ່າ, ປົກປັກຮັກສາປ່າໄມ້ເປັນພັນທະຂອງພົນລະເມືອງ.”ຮຽກຮ້ອງໃຫ້ “ເພີ່ມທະວີການປົກປັກຮັກສາລະບົບນິເວດປ່າໄມ້ ແລະ ພູເຂົາທີ່ເປັນສິ່ງສຳຄັນແຫ່ງການບັນຈຸປ່າໄມ້.”

ໄປຄຽງຄູ່ກັບຈີນຊຸກຍູ້ການລົງເລິກປະຕິຮູບລະບຽບການກຳມະສິດປ່າໄມ້ລວມໝູ່, ທ້ອງຖິ່ນຕ່າງໆໄດ້ຖືເອົາການປົກປັກຮັກສາສິ່ງແວດລ້ອມທຳມະຊາດໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ, ວາງແຜນເປັນເອກະພາບກັນໃນການປົກປັກຮັກສາແລະ ພັດທະນາ, ຊຸກຍູ້ການນຳໃຊ້ຊັບພະຍາກອນປ່າໄມ້ແບບໝູນວຽນ, ປະຢັດແລະ ມີປະສິດທິພາບສູງ, ດຳເນີນການທຸລະກິດປ່າໄມ້ຢ່າງມີວິທະຍາສາດ, ເພີ່ມປະສິດທິຜົນດ້ານນິເວດ, ປະສິດທິຜົນດ້ານເສດຖະກິດ ແລະ ປະສິດທິຜົນດ້ານສັງຄົມຂອງປ່າໄມ້ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ປີ2025, ຍອດມູນຄ່າການຜະລິດຂອງອຸດສາຫະກຳປ່າໄມ້ ແລະ ທົ່ງຫຍ້າຂອງຈີນໄດ້ບັນລຸເກືອບ 11,000 ຕື້ຢວນ, ຍອດມູນຄ່າການຄ້ານຳເຂົ້າ ແລະ ສົ່ງອອກຜະລິດຕະພັນປ່າໄມ້ບັນລຸຫຼາຍກວ່າ 180 ຕື້ໂດລາ.

ພວກເຮົາຊົມໃຊ້ຮົ່ມເຢັນທີ່ເປັນຂອງຂວັນຈາກຄົນຮຸ່ນກ່ອນຍິ່ງຄວນສ້າງປ່າໄມ້ອັນກວ້າງໃຫຍ່ໄພສານໄວ້ໃຫ້ແກ່ຄົນຮຸ່ນຫຼັງ.

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: “ພະນັກງານການນຳທຸກຂັ້ນຕ້ອງປະຕິບັດດ້ວຍຕົນເອງ, ພ້ອມທັງປະດິດສ້າງຮູບການປູກຕົ້ນໄມ້ຕາມພັນທະ, ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນເຂົ້າຮ່ວມການປູກໄມ້ໃຫ້ເປັນປ່າ ແລະ ສ້າງພື້ນທີ່ສີຂຽວຢ່າງມີປະສິດທິຜົນຫຼາຍກວ່າເກົ່າ.”

ບໍ່ວ່າຈະເປັນການປະກອບທຶນປູກຕົ້ນໄມ້ຕົ້ນໜຶ່ງໃນຕົວເມືອງ ຫຼື ຮັບເໝົາປ່າໄມ້ຜືນໜຶ່ງໃນຊົນນະບົດ, ບໍ່ວ່າຈະເປັນການເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ຕາມພັນທະ ຫຼື ປະຕິບັດຕົວຈິງໃນການໃຊ້ວິຖີຊີວິດແບບສີຂຽວ… ຈາກ “ຜູ້ໄດ້ຮົ່ມເຢັນ” ສູ່ “ຜູ້ປູກໄມ້” ຊຶ່ງບໍ່ພຽງແຕ່ເປັນການຫັນປ່ຽນທາງດ້ານຖານະເທົ່ານັ້ນຍັງເປັນການສືບທອດຄວາມຮັບຜິດຊອບອີກດ້ວຍ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ