ບົດລາຍງານລະບຸວ່າ: ການລະເບີດໄດ້ເລີ່ມຕົ້ນໃນເວລາ 6:26 ໂມງເຊົ້າ (ຕາມເວລາທ້ອງຖິ່ນ), ໂດຍການລະເບີດຄັ້ງລ້າສຸດເກີດຂຶ້ນໃນເວລາ 4:23 ໂມງແລງ ຊຶ່ງການລະເບີດທັງສອງຄັ້ງໄດ້ພົ່ນຂີ້ເທົ່າຂຶ້ນສູງປະມານ 800 ແມັດ ເໜືອຍອດພູ, ໂດຍການລະເບີດທີ່ຮຸນແຮງທີ່ສຸດໃນເວລາ 7:54 ໂມງເຊົ້າໄດ້ພົ່ນຂີ້ເທົ່າໜາຂຶ້ນສູງ 1,000 ແມັດ ເໜືອຍອດພູ.
ພູເຂົາໄຟດູໂຄໂນ ສູງ 1,335 ແມັດ, ຍັງຄົງຢູ່ໃນລະດັບເຕືອນໄພລະດັບສອງ. ໂດຍເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ຫ່າງຈາກປາກປ່ອງພູເຂົາໄຟໃນລັດສະໝີ 4 ກິໂລແມັດ ແລະ ໃສ່ໜ້າກາກເພື່ອປ້ອງກັນຄວາມສ່ຽງຕໍ່ລະບົບການຫາຍໃຈຈາກຂີ້ເທົ່າທີ່ຕົກລົງມາ.
ຄໍາເຫັນ