ບົດລາຍງານຊີ້ໃຫ້ເຫັນວ່າ: ພູເຂົາໄຟມາຍອນຍັງຄົງຢູ່ພາຍໃຕ້ການແຈ້ງເຕືອນໄພລະດັບ 3 ໃນລະດັບເດືອນໄພຫ້າລະດັບ ແລະ ມີການສັ່ງຫ້າມເຂົ້າໄປໃນເຂດອັນຕະລາຍພາຍໃນລັດສະໝີ 6 ກິໂລແມັດຢ່າງເຂັ້ມງວດ ແລະ ຖາວອນ. ເນື່ອງຈາກການລະເບີດຂອງແມັກມາຍັງສືບຕໍ່ ແລະ ປັດຈຸບັນຍັງມີລາວາໄຫຼອອກມາ.
ໃນຂະນະດຽວກັນ, ຄະນະກຳມະການບໍລິຫານ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດຟີລິບປິນ (NDRRMC) ລະບຸວ່າ: ມີປະຊາຊົນຫຼາຍກວ່າ 4,000 ຄົນ ໄດ້ຮັບຜົນກະທົບຈາກຄວາມບໍ່ສະຫງົບຂອງພູເຂົາໄຟມາຍອນ. ໂດຍພູເຂົາໄຟໄດ້ກັບມາມີການເຄື່ອນໄຫວອີກຄັ້ງໃນອາທິດທີ່ຜ່ານມາ, ໂດຍມີກະແສລາວາຮ້ອນໄຫຼອອກມາຈົນຕ້ອງໄດ້ອົບພະຍົບປະຊາຊົນໃນເຂດອັນຕະລາຍ.
ທັງນີ້, ຟີລິບປິນຕັ້ງຢູ່ຕາມວົງແຫວນແຫ່ງໄຟ ຂອງມະຫາສະໝຸດປາຊີຟິກ ຊຶ່ງສ່ຽງເກີດແຜ່ນດິນໄຫວ ແລະ ການລະເບີດຂອງພູເຂົາໄຟເລື້ອຍໆ.
ຄໍາເຫັນ