ປີນີ້, ຊາດລາວໄດ້ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຂຶ້ນຢ່າງຍິ່ງໃຫຍ່ ເຮັດໃຫ້ສູນກາງແນວລາວສ້າງຊາດມີບົດບາດພົ້ນເດັ່ນສູງຂຶ້ນ, ປະຊາຊົນບັນດາເຜົ່າຮູ້ຈັກແນວລາວສ້າງຊາດຫຼາຍຂຶ້ນ. ສໍາລັບສວນວັດທະນະທໍາບັນດາເຜົ່າ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍມີສ່ວນຮ່ວມໃນການຈັດກິດຈະກໍາປິ່ນອ້ອມຫຼາຍສົນຄວນ ເປັນຕົ້ນງານສັບປະດາສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-11 ສິງຫາຜ່ານມານີ້ ຊຶ່ງເປັນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເປັນເອກະພາບພາຍໃນ ສະແດງອອກມີເກືອບ 20 ຊົນເຜົ່າ ໂດຍມີຕາງໜ້າຈາກ 50 ຊົນເຜົ່າໃນ ສປປ ລາວ ເຂົ້າຮ່ວມ. ພາຍໃນງານປະກອບດ້ວຍຫຼາຍກິດຈະກໍາສໍາຄັນເຊັ່ນ: ວາງສະແດງຜະລິດຕະພັນ ແລະ ຊີມອາຫານຂອງບັນດາເຜົ່າ, ການສະແດງສິລະປະວັນນະຄະດີບັນດາເຜົ່າ, ທ່ຽວຊົມເຮືອນ ແລະ ເຄື່ອງໃຊ້ໃນເຮືອນ, ການຟ້ອນລຳວົງສາມັກຄີກັບບັນດາເຜົ່າ, ການເຕັ້ນແຊ່ (ຈັບມືເປັນວົງມົນ), ການເປົ່າແຄນລວມໝູ່, ຍ່າງອາພອນ 50 ຊົນເຜົ່າ ແລະ ກິດຈະກຳອື່ນໆ ສ້າງຄວາມປະທັບໃຈເປັນຢ່າງດີໃຫ້ແກ່ມວນຊົນທີ່ເຂົ້າມາທ່ຽວຊົມສວນວັດທະນະທໍາບັນດາເຜົ່າຫຼາຍຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ພູວົງ ພະມີສິດ ໄດ້ສະແດງຄວາມຂອບໃຈມາຍັງສູນກາງແນວລາວສ້າງຊາດ ແລະ ອວຍພອນໃຫ້ທ່ານຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ຕັ້ງໜ້າສຸມໃສ່ປະຕິບັດພາລະກິດອັນມີກຽດສະຫງ່າງາມຂອງຕົນໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ.
ຄໍາເຫັນ