ພູມໃຈທີ່ເຫັນປະເທດຊາດໄດ້ຮັບການພັດທະນາ

ພູມໃຈທີ່ເຫັນປະເທດຊາດໄດ້ຮັບການພັດທະນາ

ພູມໃຈທີ່ເຫັນປະເທດຊາດໄດ້ຮັບການພັດທະນາ
ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ສະແດງຄວາມຮູ້ສຶກ ພ້ອມທັງໃຫ້ທັດສະນະຕໍ່ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີວ່າ: ຂ້າພະເຈົ້າສຸດທີ່ພາກ ພູມໃຈທີ່ປະເທດຊາດຂອງພວກເຮົານັບແຕ່ມື້ສະຖາປະນາຈົນມາເຖິງປັດຈຸບັນແມ່ນມີຄວາມສະຫງົບໝັ້ນຄົງໄດ້ຮັບການພັດທະນາຮອບດ້ານ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະດິດສ້າງຂອງພັກປະຊາຊົນປະຕິວັດລາວ.
ພມໃຈທເຫນປະເທດຊາດໄດຮບການພດທະນາ - image 1
 

 

 

ວັນສະຖາປະນາ ສປປ ລາວ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນຂອງຊາດລາວ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນວັນໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ແລະ ຢຶດຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ທີ່ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອອັນໃຫຍ່ຫຼວງຂອງພະນັກງານ-ນັກຮົບ, ປະຊາຊົນລາວບັນດາເຜົ່າ ແລະ ກໍແມ່ນວັນທີ່ຊາດລາວ, ປະຊາຊົນລາວໄດ້ມີອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນວັນທີ 2 ທັນວາ 1975 ມາເຖິງປັດຈຸບັນແມ່ນຄົບຮອບ 50 ປີ, ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວທີ່ສະຫຼາດສ່ອງໄສ, ນໍາພາປວງຊົນລາວທັງຊາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພວກເຮົາໄດ້ຮັບການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດ, ວັດທະນະທຳ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ພື້ນຖານໂຄງລ່າງໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກ່າວຕື່ມອີກວ່າ: ຕະຫຼອດໄລຍະຜ່ານມາ, ກອງທັບປະຊາຊົນລາວໄດ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງ ເປັນທີ່ຍອມຮັບໃນພາກພື້ນ ແລະ ສາກົນ; ເວົ້າລວມ, ເວົ້າສະເພາະກົມພະ ນັກງານ ກົມໃຫຍ່ການເມືອງກອງທັບມີຜົນສຳເລັດຫຼາຍດ້ານສະແດງອອກດ້ານວຽກງານກໍ່ສ້າງພັກ ໄດ້ຖືສໍາຄັນການກໍ່ສ້າງພັກທາງດ້ານການເມືອງແນວຄິດໃຫ້ພະນັກງານ-ສະມາຊິກພັກໄດ້ຮັບການຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນແນວຄິດໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແນວທາງປ້ອງກັນຊາດ -ປ້ອງກັນຄວາມສະຫງົບຂອງພັກ-ລັດຢ່າງເປັນປະຈໍາ. ກົມພະນັກງານຍາມໃດກໍເປັນໃຈກາງປະສານສົມທົບກັບບັນ ດາອົງການ, ກົມກອງຂຶ້ນແຜນກຳນົດພະນັກງານນໍາພາຄຸ້ມຄອງຢູ່ແຕ່ລະຂັ້ນ ການຂຶ້ນແຜນກຳນົດພະນັກງານແມ່ນປະຕິບັດຖືກຕ້ອງຕາມບາດກ້າວ, ຂັ້ນຕອນ, ເຊິ່ງຜ່ານມາໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານແລ້ວ 2 ຂັ້ນຄື ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ, ສຳລັບການກໍ່ສ້າງ-ບຳລຸງພະນັກງານຜ່ານມາ, ໄດ້ສົ່ງພະນັກງານນັກຮົບໄປກໍ່ສ້າງ-ບຳລຸງຢູ່ພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງພະນັກງານໄດ້ປະຕິບັດຖືກຕ້ອງຕາມລະບຽບການຢ່າງເຂັ້ມງວດ, ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ, ໃນນີ້ໄດ້ຖືສໍາຄັນການຄຸ້ມຄອງພະນັກງານດ້ວຍຖານຂໍ້ມູນ ແລະ ບັນຊີສະຖິຕິ ເຮັດໃຫ້ການຄຸ້ມຄອງເປັນລະບົບຊັດເຈນຂຶ້ນ, ສ່ວນການປັບປຸງການຈັດຕັ້ງແມ່ນໄດ້ເປັນເຈົ້າການຄົ້ນຄວ້ານຳສະເໜີຂັ້ນເທິງປັບປຸງການຈັດຕັ້ງຂັ້ນຕ່າງໆ ໃຫ້ມີຄວາມໜັກແໜ້ນ, ການແຕ່ງຕັ້ງສັບຊ້ອນພະນັກງານແມ່ນໄປຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງກອງທັບ, ຕາມແຜນກຳນົດພະນັກງານຖືກຕາມມາດຕະຖານແຕ່ລະຕຳແໜ່ງງານ ແລະ ຄວາມຮູ້ຄວາມສາມາດຂອງພະນັກງານ.

ພມໃຈທເຫນປະເທດຊາດໄດຮບການພດທະນາ - image 2
 

ສະຫາຍໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດຂອງພັກ ຂອງກອງທັບທີ່ຈະມາເຖິງໃນມໍ່ໆນີ້, ກົມພະນັກງານກົມໃຫຍ່ການເມືອງກອງທັບໄດ້ສຸມໃສ່ນໍາພາຊີ້ນໍາສ້າງຂະບວນການດ້ານຕ່າງໆ ເປັນຕົ້ນຂະບວນການປະຕິບັດໜ້າທີ່ການເມືອງຂອງກົມກອງ, ຂະບວນການກິລາ, ຂະບວນການອອກແຮງງານເພີ່ມພູນຜະລິດຜົນ, ອະນາໄມສະຖານທີ່ເຮັດວຽກໃຫ້ມີຄວາມສະອາດຈົບງາມ, ນໍາພາພະນັກງານ, ສະມາຊິກພັກເຂົ້າຮ່ວມຮັບຟັງປາຖະກະຖາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ.

ສະຫາຍຍັງໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກົມພະນັກງານ ກົມໃຫຍ່ການເມືອງກອງທັບ ກໍຄືສະມາຊິກພັກພາຍໃນກົມກອງເຊີນຊວນບັນດາສະຫາຍພະນັກງານ, ສະມາຊິກພັກ, ນັກຮົບໃນທົ່ວກອງທັບ ຈົ່ງພ້ອມກັນອອກ ແຮງແຂ່ງຂັນກັນສ້າງຜົນງານຮອບດ້ານເພື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ເປັນຂະບວນຟົດຟື້ນກວ້າງຂວາງເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ. ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ, ອວຍພອນໄຊມາຍັງພະນັກງານ, ນາຍ ແລະ ພົນທະຫານໃນທົ່ວກອງທັບຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ