ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມຂໍ້ມູນຈາກສະພາເລືອກຕັ້ງແຫ່ງຊາດ, ໄລ່ມາຮອດເວລາ 16:00 ໂມງຂອງວັນທີ 15 ມີນາ ຜ່ານມາ ຍອດຈຳນວນຜູ້ມີສິດເລືອກຕັ້ງທັງໝົດໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ແມ່ນ 71.3 ລ້ານກວ່າຄົນ (ບັນລຸລະດັບ 93%). ໃນນັ້ນມີ 5/34 ແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງບັນລຸເກືອບ 100%, ລວມມີ ຕວຽນກວາງ, ລາວກາຍ, ລ້າງເຊີນ, ດຽນບຽນ, ລາຍເຈົາ.

 

ຂ່າວລະບຸວ່າ: ໄລ່ມາຮອດເວລາ 16:00 ໂມງຂອງວັນທີ 15 ມີນາ ຜ່ານມາ, ມີ 5,200 ຂ່າວກວ່າ ແລະ ບົດໄດ້ເອົາລົງບັນດາໜັງສືພິມ, ວາລະສານ, ຖານຂໍ້ມູນ, ສື່ເອເລັກໂຕຣນິກພາຍໃນປະເທດ ກ່ຽວກັບການເລືອກຕັ້ງ. ມີຫຼາຍອົງການສື່ມວນຊົນສາກົນມີຄວາມເອົາໃຈໃສ່ລົງຂ່າວກ່ຽວກັບວັນເລືອຕກັ້ງຂອງ ຫວຽດນາມຄື: Reuters (ອັງກິດ), Bloomberg (ອາເມຣິກາ), AP News (ອາເມຣິກາ), ABC News (ອົສຕຣາລີ).

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19:00 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21:00 ໂມງ.

ຄໍາເຫັນ

ຂ່າວຕ່າງປະເທດ

BWF ປະ​ຕິ​ຮູບລະບຽບການນັບຄະແນນການແຂ່ງຂັນດອກປີກໄກ່ແບບໃໝ່

BWF ປະ​ຕິ​ຮູບລະບຽບການນັບຄະແນນການແຂ່ງຂັນດອກປີກໄກ່ແບບໃໝ່

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 25 ເມ​ສາ​ ຜ່ານມາ (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ປະ​ຈຳ​ປີ​ ຄັ້ງ​ທີ 87 ຂອງ​ສະ​ຫະ​ພັນ​ດອກ​ປີກ​ໄກ່​ໂລກ ຫຼື BWF ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຮໍ​ເຊັນ​​ຂອງ​ດານ​ມາກ ໄດ້ລົງຄະແນນສຽງ​ຜ່ານ​ຮ່າງ​ມະ​ຕິ​ການ​ປະ​ຕິ​ຮູບ​ລະ​ບຽບການ​ນັບ​ຄະ​ແນນ​ການ​ແຂ່ງ​ຂັນ​ດອກ​ປີກ​ໄກ່. ລະ​ບຽບ​ໃໝ່​ຈະ​ນຳ​ໃຊ້ “​ການ​ນັບແບບ​ 15 ຄະ​ແນນໃນ 3 ນັດ” ໂດຍ​ໄດ້​ຜ່ານ​ການ​ລົງຄະແນນສຽງ​ຢ່າງ​ເປັນ​ທາງ​ການ​ ໃນນັ້ນ 198 ສຽງ​ເຫັນ​ດີ ແລະ 43 ສຽງ​ຄັດ​ຄ້ານ.
ເສດຖະກິດຫວຽດນາມ ຮັກສາທ່າເຕີບໂຕຢ່າງແຂງແຮງ

ເສດຖະກິດຫວຽດນາມ ຮັກສາທ່າເຕີບໂຕຢ່າງແຂງແຮງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 26 ເມສາ ຜ່ານມາວ່າ: ເສດ​ຖະ​ກິດ ຫວຽດ​ນາມ ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງແຂງ​ແຮງ​ໃນ​ສະ​ພາບ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ທົ່ວ​ໂລກ. ການ​ເຕີບ​ໂຕ​ໄດ້​ຮັບ​ການ​ປັບ​ປຸງ​ຍ້ອນ​ຂະ​ແໜງ​ການ​ຜະ​ລິດ​ກຳ​ນົດ​ທິດ​ການ​ສົ່ງ​ອອກ​ຢ່າງ​ແຮງ, ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຍືນ​ຍົງ ແລະ ຄວາມ​ຕ້ອງ​ການ​ພາຍ​ໃນ​ມີ​ຄວາມເປັນປົກກະຕິ.
ຟີລິບປິນ ຍົກລະດັບການແຈ້ງເຕືອນແອວນີໂຢ

ຟີລິບປິນ ຍົກລະດັບການແຈ້ງເຕືອນແອວນີໂຢ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ອົງການບໍລິການດ້ານບັນຍາກາດ, ທໍລະນີຟີຊິກ ແລະ ດາລາສາດ ຂອງຟີລິບປິນ (PAGASA) ລາຍງານວ່າ, ຟີລິບປິນໄດ້ຍົກລະດັບການເຕືອນໄພກ່ຽວກັບປະກົດການແອວນິໂຢ ໂດຍໄດ້ເຕືອນວ່າ, ອາດຈະເກີດສະພາບແຫ້ງແລ້ງ ແລະ ໄພແຫ້ງແລ້ງອາດຈະເກີດຂຶ້ນໃນບາງພື້ນທີ່ໃນໄລຍະສອງສາມເດືອນຂ້າງໜ້າໄປຈົນເຖິງຕົ້ນປີ 2027. ອົງການດັ່ງກ່າວລະບຸວ່າ: ມີໂອກາດ 79% ທີ່ປະກົດການແອວນີໂຢ ຈະເກີດຂຶ້ນລະຫວ່າງເດືອນມິຖຸນາ ແລະ ສິງຫາ.
ລາຄານົມໂລກສືບຕໍ່ຫຼຸດລົງ ທ່າມກາງຄວາມເຄັ່ງຕຶງທາງພູມິສາດການເມືອງ

ລາຄານົມໂລກສືບຕໍ່ຫຼຸດລົງ ທ່າມກາງຄວາມເຄັ່ງຕຶງທາງພູມິສາດການເມືອງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ລາຄາຜະລິດຕະພັນນົມທົ່ວໂລກຍັງສືບຕໍ່ຫຼຸດລົງໃນການປະມູນຄັ້ງຫຼ້າສຸດທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່າມກາງລະດັບການສະໜອງທີ່ຢູ່ໃນລະດັບສູງ ບວກກັບຄວາມເຄັ່ງຕຶງທາງດ້ານພູມິສາດການເມືອງທີ່ກຳລັງກົດດັນຄວາມຕ້ອງການ ແລະ ເຮັດໃຫ້ຕົ້ນທຶນເພີ່ມຂຶ້ນ.
ຈີນ​ ມີ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ດ້ານ​ກະ​ສິ​ກຳຫຼາຍກວ່າ 300,000 ​ລຳ

ຈີນ​ ມີ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ດ້ານ​ກະ​ສິ​ກຳຫຼາຍກວ່າ 300,000 ​ລຳ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ເມ​ສາ​ ຜ່ານມາ, ຫ້ອງວ່າ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມຖ​ະ​ແຫຼງ​ຂ່າວໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງ​ທີ 14 ແຕ່​ປີ 2021-2025,
ທ່ານນາຍົກລັດຖະມົນຕີຫວຽດນາມ ພົບປະ ປະທານາທິບໍດີ ສ ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽດນາມ ພົບປະ ປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ເມສາ ຜ່ານມາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ ນີ້.
ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຈຳນວນຜູ້ອົບພະຍົບໃນ EU ບັນລຸເຖິງ 64.2 ລ້ານຄົນ

ຂ່າວຕ່າງປະເທດລາຍງານວ່າ: ສູນຄົ້ນຄວ້າ ແລະ ວິເຄາະການຍ້າຍຖິ່ນຖານຂອງ RFBerlin ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດໃນວັນທີ 22 ເມສາ ຜ່ານມາວ່າ, ຈໍານວນຜູ້ອົບພະຍົບທີ່ອາໄສຢູ່ໃນສະຫະພາບເອີຣົບ (EU) ໄດ້ບັນລຸລະດັບສູງສຸດເປັນປະຫວັດການທີ່ 64.2 ລ້ານຄົນ ໃນປີ 2025, ເພີ່ມຂຶ້ນປະມານ 2.1 ລ້ານຄົນ ຈາກປີກ່ອນ.
ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ຫວຽດນາມ - ສ ເກົາຫຼີ ເພີ່ມທະວີການຮ່ວມມືຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ເມ​ສາ ຜ່ານມາ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມູ​ນິດ ຫວຽດ​ນາມ​ ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ ທ່ານ ລີແຈມຽງ ປະ​ທາ​ນາ​ທິ​ບໍ​ດີ ສ ເກົາ​ຫຼີ ແລະ ພັນ​ລະ​ຍາ ທີ່ມາ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ນີ້.
ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026

ຫຸ່ນຍົນ Humanoid ແລະ ປັນຍາປະດິດ ຈຸດເດັ່ນສຳຄັນຂອງງານ Hannover Messe 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ເມສາ ຜ່ານມາວ່າ: ຫຸ່ນຍົນຮູບຮ່າງຄ້າຍຄືມະນຸດ (Humanoid) ທີ່ມີຄວາມສາມາດສູງຫຼາກຫຼາຍຊະນິດໄດ້ຖືກວາງສະແດງ ແລະ ດຶງດູດຜູ້ມາຢ້ຽມຊົມງານວາງສະແດງ Hannover Messe 2026, ງານວາງສະແດງອຸດສາຫະກຳຊັ້ນນຳຂອງເຢຍລະມັນ ຊຶ່ງໄດ້ເປີດຂຶ້ນທີ່ເມືອງຮັນໂນເວີ ປະເທດເຢຍລະມັນໃນວັນ 20 ເມສາ ຜ່ານມາ.
ອິນໂດເນເຊຍ ກຽມຈະຢຸດການນຳເຂົ້ານ້ຳມັນກາຊວນ

ອິນໂດເນເຊຍ ກຽມຈະຢຸດການນຳເຂົ້ານ້ຳມັນກາຊວນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ທ່ານ ອັນດີ ອຳຣານ ສຸໄລມານ ລັດຖະມົນຕີກະຊວງກະສິກຳອິນໂດເນເຊຍ ໄດ້ປະກາດວ່າ: ອິນໂດເນເຊຍຈະຢຸດການນຳເຂົ້ານ້ຳມັນກາຊວນ ນັບແຕ່ວັນທີ 1 ກໍລະກົດເປັນຕົ້ນໄປ, ເນື່ອງວ່າລະບຽບການກ່ຽວກັບການນຳໃຊ້ນ້ຳມັນເຊື້ອໄຟໄບໂອດີເຊວ ຊະນິດໃໝ່ (B-50) ຈະມີຜົນບັງຄັບໃຊ້.
ເພີ່ມເຕີມ