ຜູ້ນຳ ສປປ ເກົາຫຼີ ອວຍພອນວັນສ້າງຕັ້ງພັກ ປປ ລາວ

ຜູ້ນຳ ສປປ ເກົາຫຼີ ອວຍພອນວັນສ້າງຕັ້ງພັກ ປປ ລາວ

ໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ(22/3/1955-22/3/2025), ສະຫາຍ ກິມ ເຈິງ ອຸນເລຂາທິການໃຫຍ່ພັກແຮງງານເກົາຫຼີປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ

 ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວປະທານປະເທດ ແຫ່ງ ສປປ ລາວຊຶ່ງມີເນື້ອໃນດັ່ງນີ້:

ເນື່ອງໃນໂອກາດວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ມາຍັງ ສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກ ແລະ ສະມາຊິກພັກ ທຸກຖ້ວນໜ້າຂອງ ພັກປະຊາຊົນ ປະຕິວັດລາວ.

ການສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ໃນ 70 ປີກ່ອນໜ້ານີ້ ໄດ້ເປັນຈຸດຫັນປ່ຽນທີ່ສໍາຄັນ ໃນການຕໍ່ສູ້ຂອງປະຊາຊົນລາວ ເພື່ອກອບກູ້ເອກະລາດຂອງປະເທດຊາດ ແລະ ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກປະຊາຊົນ ປະຕິວັດລາວຊຶ່ງມີ ສະຫາຍ ເປັນຜູ້ນຳສູງສຸດ, ປະຊາຊົນລາວ ຍາດໄດ້ຜົນສໍາເລັດທີ່ໜ້າອັດສະຈັນ ໃນການຕໍ່ສູ້ ເພື່ອຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ ແລະ ສອງປະເທດພວກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເພີ່ມພູນຄູນສ້າງໃນບົນເສັ້ນທາງຮ່ວມເພື່ອພາລະກິດສັງຄົມນິຍົມ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ໃຫ້ແທດເໝາະກັບຄວາມມຸ່ງມາດປາຖະໜາ ຂອງປະຊາຊົນສອງຊາດ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງບັນລຸຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນມີຄວາມຮັບຜິດຊອບຂອງ ສະຫາຍ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ ນີ້ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026  ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍ ສະຫາຍ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມ ແລະ ຈໍາໜ່າຍພາສາຕ່າງປະເທດຈີນ ພ້ອມຄະນະທັງໝົດ 9 ສະຫາຍ ເດີນທາງມາເຖິງສະໜາມບິນສາກົນຫຼວງພະບາງໃນຕອນບ່າຍວັນທີ 4 ກຸມພານີ້ ໂດຍມີສະຫາຍ ຄໍາເຮືອງ ຄໍາປະສິດ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາ ຊົນ ສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະໃຫ້ການຕ້ອນຮັບທີ່ສະໜາມບິນດັ່ງກ່າວ.
ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໃນວັນທີ 2 ກຸມພາຜ່ານມາ ທີ່ສະ ຖານທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930 - 3/2/2026) ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສປປ ລາວ ພ້ອມດ້ວຍຄະນະ.
ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ເນື່ອງໃນໂອກາດ ວັນສ້າຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026); ໃນຕອນເຊົ້າຂອງວັນທີ 3 ກຸມພາ2026, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັງການສະຖານທູດ.
ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ໃນວັນທີ 3 ກຸມພາ ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານ ອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ໂດຍມີເນື້ອໃນ ດັ່ງນີ້:
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍສະຫາຍ ນາງ ຊຸນ ຈີເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ມີສະຫາຍ ລີ ຟູຈຽນ ຮອງນັກຄົ້ນຄວ້າ ສະຖາບັນຄົ້ນຄວ້າອາຊີທີ່ຂຶ້ນກັບສະຖາບັນການຕ່າງປະເທດຈີນ, ສະຫາຍ ນາງ ເຊ້ຍເມິ້ງ ຮອງຫົວໜ້າພະແນກເລຂາສູນຄົ້ນຄວ້າປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 3 ກຸມພານີ້.
ການເດີນທາງມາຢ້ຽມຢາມລາວ ຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ

ການເດີນທາງມາຢ້ຽມຢາມລາວ ຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ

ການເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍທາງປະຫວັດສາດ ສາມາດເວົ້າໄດ້ວ່າມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ (XIV) ຂອງພັກກອມມູນິດຫວຽດນາມ ແລະ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະ ໄໝໜຶ່ງ ຊຶ່ງການຈະມາຢ້ຽມຢາມລັດຖະກິດຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ມອບ-ຮັບປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ

ມອບ-ຮັບປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ສປປ ລາວ ຈັດພິທີມອບ-ຮັບໜ້າທີ່ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງຂອງ ສປປ ລາວ ໂດຍຜ່ານກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສໃຫ້ຄະນະຜູ້ແທນລະດັບເຈົ້າໜ້າທີ່ອາວຸໂສປະເທດຟີລິບປິນໃນວັນທີ 3 ມັງກອນນີ້, ໂດຍມີທ່ານ ພັນເອກ ຈັນທອນ ເຮືອງຄໍາໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຫົວໜ້າເຈົ້າໜ້າທີ່ຕໍາຫຼວດອາວຸໂສ ສປປ ລາວ, ມີທ່ານ ເອີລ ພີ ສະເວດຣາ ຮັກສາການເຈົ້າໜ້າທີ່ອາວຸໂສປະເທດຟີລິບປິນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ອາສາສະໝັກຊາວໜຸ່ມກາແດງ ສ ເກົາຫຼີ ຊ່ວຍປັບປຸງສອງໂຮງຮຽນ ທີ່ເມືອງວັງວຽງ

ອາສາສະໝັກຊາວໜຸ່ມກາແດງ ສ ເກົາຫຼີ ຊ່ວຍປັບປຸງສອງໂຮງຮຽນ ທີ່ເມືອງວັງວຽງ

ໃນລະຫວ່າງວັນທີ 26-31 ມັງກອນ ຜ່ານມານີ້, ຄະນະອາສາສະໝັກຊາວໜຸ່ມກາແດງ ສ ເກົາຫຼີ ສອງແຂວງຄື: ກວາງຈູ-ຈອງນຳ ໄດ້ລົງຈັດກິດຈະກຳອາສາສະໝັກຊ່ວຍເຫຼືອ ທີ່ໂຮງຮຽນປະຖົມຜາຕັ້ງ ແລະ ໂຮງຮຽນປະຖົມນ້ຳພາວ ເມືອງວັງວຽງ ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນ.
ເພີ່ມເຕີມ