ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບບົດລາຍງານວຽກງານຂອງລັດຖະບານ ແລະ ຮັບຮອງມະຕິກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15.
ກອງປະຊຸມໄດ້ຮັບຮອງເອົາກົດໝາຍວ່າດ້ວຍແຜນພັດທະນາແຫ່ງຊາດຂອງ ສປ ຈີນ, ກົດໝາຍວ່າດ້ວຍການຊຸກຍູ້ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ສປ ຈີນ ແລະ ໄດ້ຮັບຮອງເອົາປະມວນກົດໝາຍວ່າດ້ວຍສິ່ງແວດລ້ອມທຳມະຊາດຂອງ ສປ ຈີນ.
ກອງປະຊຸມໄດ້ຮັບຮອງເອົາມະຕິກ່ຽວກັບບົດລາຍງານວຽກງານຂອງສານປະຊາຊົນສູງສຸດ, ມະຕິກ່ຽວກັບບົດລາຍງານວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ຮັບຮອງເອົາມະຕິກ່ຽວກັບບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດ, ພ້ອມທັງໄດ້ອະນຸມັດງົບປະມານສູນກາງປະຈຳປີ 2026 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2026.
ຄໍາເຫັນ