ຜູ້ສະໝັກ ສສ ນວ ລົງພົບປະຫາສຽງ ທີ່ກົມໃຫຍ່ຕໍາຫຼວດ

ຜູ້ສະໝັກ ສສ ນວ ລົງພົບປະຫາສຽງ ທີ່ກົມໃຫຍ່ຕໍາຫຼວດ

ຜູ້ສະໝັກ ສສ ນວ ລົງພົບປະຫາສຽງ ທີ່ກົມໃຫຍ່ຕໍາຫຼວດ
ພິທີພົບປະຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ປະຈໍາເຂດ ເລືອກ ຕັ້ງທີ 1 ເມືອງສີສັດຕະນາກ ທີ່ກົມໃຫຍ່ຕໍາຫຼວດ ຈັດຂຶ້ນໃນວັນທີ10 ກຸມພາ ຜ່ານມານີ້; ນໍາພາຄະນະລົງພົບປະຄັ້ງນີ້ ໂດຍ ທ່ານ ອະໂນໄທ ຈັນທະລາສີ ກໍາມະການພັກ ນວ ເລຂາຄະນະພັກເມືອງສີສັດຕະນາກ ນໍ້າເບີ 1, ທ່ານ ສຸລິຍະ ສະວີສຸກ ນໍ້າເບີ 2 ຮອງຫົວໜ້າຫ້ອງວ່າການສະພາ ນວ, ທ່ານ ບຸນທະວີ ສີແສນດີ ນໍ້າເບີ 3 ເລຂາໜ່ວຍພັກຮາກຖານ ຫົວໜ້າອົງການໄອຍະການປະຊາຊົນເຂດ 3 ນວ, ທ່ານ ສິງຫາ ວົງພັກດີ ນໍ້າເບີ 4 ຫົວໜ້າຫ້ອງການຍຸຕິທໍາເມືອງສີສັດຕະນາກ, ທ່ານ ວິຣະໄຊຄໍາ ພິລາພັນເດຊ ເບີ 5 ອໍານວຍການບໍລິສັດເຄພີ ສາມຈີ ແລະ ໂນມຸຣະເທຣດດິ້ງ ຈໍາກັດ ອໍານວຍການ ບໍລິສັດອີຊຸຊຸລາວບໍລິການ ຈໍາກັດຜູ້ດຽວ ປະທານສະຫະພັນກິລາອ໊ອບໂຣດ ນວ, ທ່ານ ນາງ ວິຍະດາ ພິມພັນ ນໍ້າເບີ 6 ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນວ, ທ່ານນາງ ເຄືອວັນ ຄໍາປະດິດ ນໍ້າເບີ 7 ສະຫະພັນແມ່ຍິງເມືອງສີສັດຕະນາກ ຊີ້ນໍາວຽກງານ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ.
ຜສະໝກ ສສ ນວ ລງພບປະຫາສຽງ ທກມໃຫຍຕາຫວດ - image 1
 

 

ເປັນກຽດເຂົ້າຮ່ວມພິທີ ໂດຍ ທ່ານ ພັນເອກ ບຸນຫຼວງ ວິໄລສຸກ ຄະນະປະຈໍາພັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ພ້ອມດ້ວຍຄະນະ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າຫ້ອງ-ຮອງຫົວໜ້າຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ 200 ກວ່າທ່ານ.

ໃນພິທີ, ຜູ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກົມໃຫຍ່ ກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ເພື່ອເປັນການຢັ້ງຢືນການກະກຽມຄວາມພ້ອມຂອງກົມໃຫຍ່ຕໍາຫຼວດ ໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ແລະ ສະພາປະຊາຊົນ ນວ (ສສນວ) ຊຸດທີ V ຊຶ່ງຈະໄດ້ຈັດຂຶ້ນໃນມໍ່ໆນີ້. ພາຍຫຼັງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຂອງກໍາລັງປ້ອງກັນຄວາມສະຫງົບ, ກົມໃຫຍ່ຕຳຫຼວດໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ກອງເສນາຊ່ວຍວຽກ, ອະນຸກຳມະການໂຄສະນາ, ອານຸກຳມະການເສດຖະກິດ ເພື່ອຮັບໃຊ້ໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ຕາມ ຂໍ້ຕົກລົງສະບັບເລກທີ 36/ຕຫຼ, ລົງວັນທີ 27 ມັງກອນ 2026. ຈາກນັ້ນຄະນະຮັບຜິດຊອບໄດ້ມີການປະຊຸມປຶກສາຫາລື, ປະສານສົມທົບ, ກະກຽມຄວາມພ້ອມດ້ານຕ່າງໆ ຮັບໃຊ້ໃຫ້ແກ່ບັ້ນເລືອກຕັ້ງ ເປັນຕົ້ນ: 1. ໄດ້ສ້າງແຜນການ, ແຜນງົບປະມານຮັບໃຊ້ ໃຫ້ແກ່ການເລືອກຕັ້ງຂອງກົມໃຫຍ່ຕຳຫຼວດ, 2. ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານກະກຽມບັ້ນເລືອກຕັ້ງຢູ່ທົ່ວກົມໃຫຍ່ຕຳຫຼວດສໍາເລັດ, 3. ອອກແຈ້ງການໃຫ້ແກ່ບັນດາກົມກອງອ້ອມຂ້າງກົມໃຫຍ່ຕຳຫຼວດ, ກໍາລັງປ້ອງກັນທີ່ຕັ້ງ ຢູ່ຂອບເຂດເມືອງສີສັດຕະນາກ ໃຫ້ຮັບຊາບ ແລະ ເຂົ້າຮ່ວມການປ່ອນບັດເລືອກຕັ້ງຢ່າງເປັນເຈົ້າການ ໃນວັນທີ 14 ກຸມພາ 2026, 4. ໄດ້ແບ່ງຈຸດ, ແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ມີຈໍານວນ 3 ຈຸດເລືອກ ຕັ້ງ; 1. ຢູ່ຕຶກກົມໃຫຍ່ຕຳຫຼວດມີ 2 ຫີບບັດ, 2. ຢູ່ຕຶກກົມນິຕິວິທະຍາ ແລະ 3. ຢູ່ຄ້າຍ ຄຸມຂັງຊົ່ວຄາວນາຂ່າ, ຜູ້ມີສິດເລືອກຕັ້ງທັງໝົດ 1,298 ຄົນ.

ໃນໂອກາດທີ່ຄະນະຜູ້ແທນລົງສະໝັກຮັບເລືອກຕັ້ງເປັນສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເຂດເມືອງສີສັດຕະນາກ ລົງມາພົບປະຢ້ຽມຢາມ ໃນເທື່ອນີ້ ແມ່ນເພື່ອເຮັດໃຫ້ນາຍຕຳຫຼວດ, ພະນັກງານຫຼັກແຫຼ່ງ ແລະ ບັນດາສະຫາຍທີ່ເຂົ້າຮ່ວມໃນໃນຄັ້ງນີ້ ເຫັນໄດ້ຄວາມໝາຍສໍາຄັນ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ກໍາໄດ້ຊີວະປະຫວັດ ກໍຄືຜົນງານການເຄື່ອນໄຫວຂອງຜູ້ສະໝັກແຕ່ລະທ່ານ. ຈາກນັ້ນ, ບັນດາຜູ້ລົງສະໝັກເລືອກຕັ້ງເປັນຜູ້ແທນ ຍັງໄດ້ຜັດປ່ຽນກັນຂຶ້ນແນະນໍາຕົວເອງ. ສໍາລັບກໍາລັງປ້ອງກັນຄວາມສະຫງົບແມ່ນພ້ອມແລ້ວຈະໃຫ້ການສະໜັບສະໜູນພວກທ່ານເປັນຢ່າງດີ ແລະ ຫວັງຢ່າງຍິ່ງວ່າບັນດາທ່ານຜູ້ລົງສະໝັກຮັບເລືອກຕັ້ງໃນຄັ້ງນີ້ຈະກາຍເປັນຕົວແທນໃຫ້ແກ່ປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ