ໃນວັນທີ 17 ກຸມພານີ້, ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ຈໍານວນ 10 ທ່ານ ຍິງ 2 ທ່ານ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ຢູ່ເມືອງລະມາມ ໂດຍມີທ່ານ ດາວວີ ສວຍທະລັງສີ ເລຂາຄະນະບໍລິຫານງານພັກເມືອງລະມາມ ພ້ອມດ້ວຍພະນັກງານນໍາພາຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນຜູ້ມີສິດປ່ອນບັດເລືອກຕັ້ງ ຈາກບັນດາພະແນກການ, ຫ້ອງການ, ອົງການທຽບເທົ່າ, ບໍລິ ສັດ-ລັດວິສາຫະກິດຂັ້ນແຂວງ ແລະ ອ້ອມຂ້າງເມືອງລະມາມ ເຂົ້າຮ່ວມຮັບຟັງ.
ໃນພິທີ, ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ກໍໄດ້ຜັດປ່ຽນກັນຂຶ້ນນຳສະເໜີຊີວະປະຫວັດຫຍໍ້ ແລະ ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ພ້ອມທັງສະແດງວິໄສທັດ ແລະ ໜ້າທີ່ຄວາມຮັບຜິດຊອບໃນຕໍ່ໜ້າ. ພ້ອມນີ້, ບັນດາທ່ານຜູ້ສະໝັກ ສສຊ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານຜູ້ມີສິດເລືອກຕັ້ງ ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນ 22 ກຸມພາ 2026.
(ຂ່າວ: ສັນຍາ)
ຄໍາເຫັນ