ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສືບຕໍ່ໂຄສະນາຫາສຽງຢູ່ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ

ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສືບຕໍ່ໂຄສະນາຫາສຽງຢູ່ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ

ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ສືບຕໍ່ໂຄສະນາຫາສຽງຢູ່ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ
ເພື່ອຮັບປະກັນໃຫ້ແກ່ການໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ໄດ້ຮັບຜົນດີ, ມີຄວາມເປັນເອກະພາບທັງຮັບປະກັນການນຳພາຂອງພັກ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງຂອງແຂວງ; ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບຄວາມ ໝາຍຄວາມສໍາຄັນຂອງການເລືອກຕັ້ງແນໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດຂອງພົນລະເມືອງ
ຜສະໝກຮບເລອກຕງເປນ ສສຊ ແລະ ສສຂ ສບຕໂຄສະນາຫາສຽງຢເມອງທລະຄມ ແລະ ເມອງແກວອດມ - image 1
 

 

ໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາເອົາຜູ້ແທນຖືກຕ້ອງຕາມລະບຽບຫຼັກການ; ເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງແລ້ວໃຊ້ສິດພື້ນຖານຂອງຕົນເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ; ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດ ແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ; ລະຫວ່າງວັນທີ 16-17 ກຸມພານີ້, ທ່ານບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະໄດ້ສືບຕໍ່ນຳພາຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ຈໍານວນ 5 ທ່ານ ຍິງ 2 ທ່ານ (ຈາກທັງໝົດ 14 ທ່ານ) ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ (ສສຂ) ວຽງຈັນ ປະຈຳເຂດເລືອກຕັ້ງເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ ຊຸດທີ V ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ບ້ານແຈ້ງ ເມືອງທຸລະຄົມ ແລະ ເມືອງແກ້ວອຸດົມ 2 ຈຸດ: ບ້ານທ່າລາດ ແລະ ສະໂມສອນໃຫຍ່ຂອງເມືອງ.

ໃນການໂຄສະນາຫາສຽງ, ຜູ້ຮັບສະໝັກຮັບເລືອກຕັ້ງໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນໃນແຕ່ລະໄລຍະ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສສຊ ແລະ ສສຂ ເພື່ອເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານທັງເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດສົມທຽບໃສ່ມາດຕະຖານເພື່ອຕັດສິນໃຈເລືອກເອົາຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ເພື່ອເປັນຕົວແທນຂອງຕົນໄປປະຕິບັດສິດ, ອຳນາດຂອງປະຊາຊົນບັນດາເຜົ່າຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ; ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຕະຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກເພື່ອມາເປັນຕົວແທນປະຊາຊົນເຂົ້າໄປຢູ່ໃນສະພາ. ພ້ອມດຽວກັນນັ້ນ, ຕາງໜ້າຄະນະຍັງໄດ້ຜ່ານຊື່, ປະຫວັດ ແລະ ຂໍ້ມູນສຳຄັນຕ່າງໆຂອງຜູ້ສະໝັກທ່ານອື່ນທີ່ໄດ້ແບ່ງກຸ່ມລົງເຄື່ອນໄຫວໃນແຕ່ລະຈຸດເພື່ອຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກຢ່າງຄົບຖ້ວນ ແລະ ໂປ່ງໃສກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.

ຜສະໝກຮບເລອກຕງເປນ ສສຊ ແລະ ສສຂ ສບຕໂຄສະນາຫາສຽງຢເມອງທລະຄມ ແລະ ເມອງແກວອດມ - image 2
 

ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຈໍານວນ 14 ທ່ານ ຍິງ 5 ທ່ານ, ເລືອກເອົາ 10 ທ່ານ; ມີຕົວແທນຈາກເຜົ່າລາວ 11 ທ່ານ, ເຜົ່າກຶມມຸ 1ທ່ານ, ເຜົ່າມົ້ງ 2 ທ່ານ; ມາຈາກສູນກາງ 5 ທ່ານ ຍິງ 2 ທ່ານ, ມາຈາກແຂວງ 9 ທ່ານຍິງ 3 ທ່ານທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ອາຍຸກະສຽນລະຫວ່າງ 46-55 ປີກວມເອົາ 50%, 56-60 ປີ ກວມເອົາ 42.8%, 60 ປີ ຂຶ້ນໄປກວມເອົາ 7.1%; ມີຜູ້ສະໝັກໃໝ່ 11 ທ່ານ ຍິງ 4 ທ່ານ ແລະ ຜູ້ເກົ່າສືບຕໍ່ສະໝັກ 3 ທ່ານຍິງ 1 ທ່ານ.

ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກ ສສຂ ປະຈຳເຂດເລືອກຕັ້ງເມືອງທຸລະຄົມມີຈຳນວນ 7 ທ່ານ ຍິງ 1 ທ່ານ, ໃນນັ້ນ, ເລືອກເອົາ 5 ທ່ານ; ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ປະຈຳເຂດເລືອກຕັ້ງເມືອງແກ້ວອຸດົມ ມີຈຳນວນ 7 ທ່ານຍິງ 1 ທ່ານ, ໃນນັ້ນ, ເລືອກເອົາ 5 ທ່ານ. ເມືອງທຸລະຄົມມີ 65 ໜ່ວຍປ່ອນບັດເລືອກຕັ້ງ, ຜູ້ມີສິດປ່ອນບັດເລືອກຕັ້ງ 35,153 ຄົນ ຍິງ 16,623 ຄົນ; ເມືອງແກ້ວອຸດົມມີ33 ໜ່ວຍປ່ອນບັດເລືອກຕັ້ງ, ໜ່ວຍເຄື່ອນທີ 1 ໜ່ວຍ ແລະ ຖົງເຄື່ອນທີ່ 5 ຖົງ, ຜູ້ມີສິດປ່ອນບັດເລືອກຕັ້ງ 12,891 ຄົນ ຍິງ 6,130 ຄົນ.

(ຂ່າວ: ສຸພາວັນ ຫອມສະນິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ຄື: ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ແຕ່ທາງຫຼວງແຫ່ງຊາດ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ, ບ້ານໜອງພະຍາ (ເສັ້ນທາງຕານມີໄຊ ຫາ ສີເກີດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 9.48 ກິໂລແມັດ, ທາງໜ້າກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ນວ ລວງຍາວ 4.84 ກິໂລແມັດ, ໜ້າທາງ ກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ ລວມມູນຄ່າ 400,765,976,860 ກີບ ຂຶ້ນຢ່າງເປັນທາງການ ໃນວັນທີ 18 ພະຈິກນີ້, ທີ່ຫ້ອງການບ້ານໂພນແກ້ວ ເມືອງນາຊາຍທອງ ນວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກ ນວ ເລຂາພັກເມືອງນາຊາຍທອງ, ມີທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ, ມີຮອງຫົວໜ້າພະແນກ ຍທຂ ນວ, ຮອງເລຂາພັກເມືອງ, ຕາແສງສີເກີດ, ນາຍບ້ານແຕ່ລະບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ເຂົ້າຮ່ວມກິດຈະກຳການເດີນເຮືອ

ທ່ານ ຈາງ ໄຄ ປະທານກຸ່ມບໍລິສັດຄອງຜິງລູ້ ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດ ໄດ້ໃຫ້ສໍາພາດ ເນື່ອງໃນໂອກາດທີ່ສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມກິດຈະກຳໃນການລ່ອງເຮືອຕາມຄອງຜິງລູ້ ຄັ້ງນີ້ວ່າ: ສໍາລັບສະພາບການຂອງເສັ້ນທາງເດີນເຮືອຜູ້ໂດຍສານນັບແຕ່ກຸ່ມບໍລິສັດຄອງຜິງລູ້ພັດທະນາວັດທະນະທໍາ ແລະ ທ່ອງທ່ຽວ ຈໍາກັດໄດ້ເປີດການເດີນເຮືອ 4 ເສັ້ນທາງຂົນສົ່ງຜູ້ໂດຍສານທາງນໍ້າໄດ້ບັນລຸຕາມເປົ້າໝາຍ “ການເດີນເຮືອກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ” ຊຶ່ງໃນວັນທີ 7 ພະຈິກ ຜ່ານມາ ຄອງຜິງລູ້ ກໍໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ເປີດການເດີນເຮືອທັງໝົດໄດ້ 541 ຖ້ຽວ, ສາມາດຮັບນັກທ່ອງທ່ຽວ 68,000 ກວ່າຄົນ. ໃນນັ້ນ, ຕອນໜານໜິງໄດ້ເປີດການເດີນເຮືອທັງໝົດ 245 ຖ້ຽວ, ຮັບນັກທ່ອງທ່ຽວ 30,000 ກວ່າຄົນ; ຕອນຊິນໂຈວໄດ້ເປີດການເດີນເຮືອທັງໝົດ 296 ຖ້ຽວ, ຮັບນັກທ່ອງທ່ຽວປະມານ 38,000 ຄົນ.
ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

ອົງການກາແດງ ມອບເຄື່ອງຊ່ວຍເຫຼືອ 14 ບ້ານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ

​ ໃນວັນທີ 15-16 ພະຈິກ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນ 14 ບ້ານ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີ 14 ບ້ານທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ບ້ານສະໂຫຼຍ, ທົ່ງຖອນ, ວັງມີໄຊ, ຫາດລອຍ, ບ້ານເລາະ, ຫາດຈອນ, ຫາດນາແລ້ງ, ຄອນຈັນ, ພູລາ, ພູປາດ, ພູລວງ, ສາງອາກ, ບ້ານນາແລ້ງ ແລະ ບ້ານຫາດແຕະ.
ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ຄະນະນໍາໜັງສືພິມປະຊາຊົນ ພົບປະສອງຝ່າຍກັບ ໜັງສືພິມເຢິນເຢິນ

ໃນວັນທີ 17ພະຈິກນີ້, ທີ່ໜັງສືພິມເຢິນເຢິນສຽງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສີວັນ ຫອມໄຊຍະເດດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະສອງຝ່າຍກັບ ສະຫາຍ ເລກວັກມິງ ກຳມະການສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມເຢິນເຢິນ ຮອງຫົວໜ້າໂຄສະນາສຶກສາສູນກາງ ປະທານສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.
ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ