ພຸດທະສາສະນິກະຊົນຮ່ວມໃສ່ບາດໃນງານບຸນນະມັດສະການພະທາດສີໂຄດຕະບອງ

ພຸດທະສາສະນິກະຊົນຮ່ວມໃສ່ບາດໃນງານບຸນນະມັດສະການພະທາດສີໂຄດຕະບອງ

ພຸດທະສາສະນິກະຊົນຮ່ວມໃສ່ບາດໃນງານບຸນນະມັດສະການພະທາດສີໂຄດຕະບອງ
ພິທີໃສ່ບາດໃນງານບຸນນະມັດສະການພະທາດສີໂຄດຕະບອງຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ກຸມພາ 2025, ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 3 ລາວ ພສ. 2567 ໂດຍການເຂົ້າຮ່ວມໂດຍທ່ານ ສະເຫຼີມໄຊ ກົມມະສິດ

 ຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ຕະຫຼອດເຖິງພຸດທະສາສະນິກະຊົນຈາກເມືອງທ່າແຂກ ແລະ ແຫ່ງຕ່າງໆເຂົ້າຮ່ວມທໍາບຸນເປັນຈໍານວນຫຼາຍ.

ໃນພິທີແມ່ນເລີ້ມຕົ້ນດ້ວຍການເຕົ້າໂຮມອອກໂຕນຍາດໂຍມທີ່ມາຈາກພາກສ່ວນຕ່າງໆ ແລະ ຕໍ່ດ້ວຍການໄຕທຽນໄຊເພື່ອສັກກາລະບູຊາ ຄຸນພະຣັດຕະນະໄຕຣ ຫຼື ຄຸນແກ້ວ 3 ປະການໂດຍທ່ານ ສະເຫຼີມໄຊ ກົມມະສິດ. ຈາກນັ້ນພະສົງກໍໄດ້ສະແດງພະທໍາມະເທດສະໜາໂດຍພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສໍາພັນລາວໃນຫົວຂໍ້ “ ການຖວາຍປັດໃຈໃຫ້ເປັນທານ ຕິດພັນກັບວັນມາຂະບູຊາ, ງານບຸນເຂົ້າຈີ່ ແລະ ງານບຸນນະມັດສະການພະທາດສີໂຄດຕະບອງ”. ນອກຈາກມີພິທີໃສ່ບາດຖວາຍປັດໃຈໄຊຍະທານຈາກທຸກພາກສ່ວນໃນສັງຄົມແລ້ວ ໃນຕອນບ່າຍຂອງວັນດຽວກັນຍັງໄດ້ມີກິດຈະກໍາແຂ່ງຂັນກິລາກະຕໍ້, ບານສົ່ງ, ບານເຕະໃນຮອບຊິງຊະນະເລີດ, ຕອນແລງແມ່ນມີການແຂ່ງຂັນເສັງກອງແຕ້-ກອງຈິງຮອບຊິງຊະນະເລີດ, ສ່ວນຍາມຄໍ່າຄືນແມ່ນຈະມີພິທີກໍາທາງສາສະ ໜາວຽນທຽນອ້ອມອົງພະທາດ - ພຸດທະສິມມາ ແລະ ຮັບຊົມ-ຮັບຟັງໝໍລໍາເລື່ອງຈາກຄະນະໝໍລໍາແຂວງຄໍາມ່ວນ.

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະຕິບັດແຜນການປີ 2025 ສຸມໃສ່ການຜະລິດເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ

ປະຕິບັດແຜນການປີ 2025 ສຸມໃສ່ການຜະລິດເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ

ໂດຍ: ສ.ບຸດປະຊາ ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ແມ່ນແຜນງານທີໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງໃນປີ 2025 ນີ້ ກະຊວງດັ່ງກ່າວ ໂດຍສະເພາະກົມປູກຝັງ ກໍໄດ້ເອົາໃຈໃສ່ໃນການຊຸກຍູ້ ໃຫ້ສຸມໃສ່ການຜະລິດ ເພື່ອຄວາມໝັ້ນຄົງດ້ານສະບຽງອາຫານ ຊຶ່ງກໍໄດ້ວາງຄາດໝາຍສູ້ຊົນໃນການຜະລິດເຂົ້າລວມທົ່ວປະເທດ, ຜະລິດພືດສະບຽງອາຫານ, ການລ້ຽງສັດ ແລະ ການປະມົງ.
ຈະສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ  ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ

ຈະສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ

ວັນທີ 5 ພຶດສະພາ ຜ່ານມາ,ໄດ້ມີພິທີເຊັນສັນຍາການຮ່ວມມື ໂຄງການສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າເຊັນໂດຍ ທ່ານເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້
ເປີດນໍາໃຊ້ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ

ເປີດນໍາໃຊ້ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ

ພິທີເປີດການນໍາໃຊ້ລະບົບຄຸ້ມຄອງວິສາຫະກິດລັດລົງທຶນໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພັນລະຍາຄອບຄົວການນຳຢ້ຽມຢາມພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍຢູ່ໂຮງໝໍສູນກາງ 103 ກອງທັບ

ພັນລະຍາຄອບຄົວການນຳຢ້ຽມຢາມພະນັກງານ-ນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍຢູ່ໂຮງໝໍສູນກາງ 103 ກອງທັບ

ວັນທີ 6 ພຶດສະພານີ້, ພັນລະຍາຄອບຄົວການນໍາ ນໍາໂດຍທ່ານນາງ ນາລີ ສີສຸລິດ ໄດ້ເຂົ້າຢ້ຽມຢາມ ພະນັກງານນັກຮົບທີ່ບາດເຈັບ ແລະ ເຈັບປ່ວຍ ທີ່ກໍາລັງຮັບການປິ່ນປົວເບິ່ງແຍງສຸຂະພາບຢູ່ໂຮງໝໍສູນກາງ 103 ກອງທັບ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ຈຳກັດ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ຈຳກັດ

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂອງແຂວງຄໍາມ່ວນ ໄດ້ເຄື່ອນໄຫວຢ້ຽມຢາມບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ຜູ້ດຽວ ໃນວັນທີ 6 ພຶດສະພາ 2025 ໂດຍມີ ທ່ານ ຫວາງ ເຕີ ສວນ ຜູ້ອໍານວຍການບໍລິສັດ ໃຫ້ການຕ້ອນຮັບ.
ຫຼວງພະບາງ ປະເມີນຄວາມພ້ອມຮັບມືເຫດການໄພພິບັດສຸກເສີນເປັນແຂວງທຳອິດ

ຫຼວງພະບາງ ປະເມີນຄວາມພ້ອມຮັບມືເຫດການໄພພິບັດສຸກເສີນເປັນແຂວງທຳອິດ

ວັນທີ່ 6 ພຶດສະພານີ້ ທີ່ຫ້ອງປະຊຸມພະແນກພາຍໃນແຂວງຫຼວງພະບາງ, ອົງການກາແດງແຂວງຫຼວງພະບາງ ຮ່ວມກັບ ອົງການກາແດງສະວິດສ ປະຈໍາລາວ ໄດ້ຈັດກອງປະຊຸມປະເມີນຄວາມພ້ອມ ການຕອບໂຕ້ໄພພິບັດທີ່ມີປະສິດທິພາບ ປະສິດທິຜົນ ຕາມມາດຕະການຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ໂດຍເປັນປະທານຮ່ວມຂອງ
ປະຖົມນິເທດໂຄງການລາງວັນຮອນດ້າສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2025

ປະຖົມນິເທດໂຄງການລາງວັນຮອນດ້າສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2025

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນຮ່ວມກັບຄະນະວິສະວະກໍາສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມປະຖົມນິເທດກ່ຽວກັບໂຄງການລາງ ວັນຮອນດ້າສຳລັບນັກວິ ທະຍາສາດ ແລະ ວິສະວະ ກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປ ລາວ ປະຈຳປີ 2025 ສຳລັບ ຄວສ ຂຶ້ນໃນວັນທີ 6 ພຶດສະພານີ້
ຫຼວງພະບາງ ຫວນຄືນມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 139 ປີ

ຫຼວງພະບາງ ຫວນຄືນມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 139 ປີ

ວັນທີ່ 6 ພຶດສະພານີ້, ສະຫະພັນກໍາມະບານແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນກໍາມະກອນສາກົນ ວັນທີ່ 1 ພຶດສະພາ ຄົບຮອບ 139 ປີ ທີ່ສະໂມສອນຂອງທະນາຄານ ແຫ່ງ ສປປ ລາວ ປະຈຳພາກເໜືອແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ກະຊວງ ປກສ ສະຫຼຸບວຽກງານການຫັນເປັນດີຈີຕອນປະຈຳປີ 2024

ກະຊວງ ປກສ ສະຫຼຸບວຽກງານການຫັນເປັນດີຈີຕອນປະຈຳປີ 2024

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຫັນເປັນດີຈີຕອນປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂຶ້ນໃນວັນທີ 5 ພຶດສະພາຜ່ານມາໂດຍການເປັນປະທານຂອງທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຫົວໜ້າຄະນະຮັບຜິດຊອບການຫັນເປັນດີຈີຕອນ, ມີຄະນະຮັບຜິດຊອບການຫັນເປັນດີຈີຕອນຂອງກະຊວງ ປກສ ເຂົ້າຮ່ວມ.
ສຶກສາການຮ່ວມມືເພື່ອຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0.4 ກິໂລໂວນ ໃນທົ່ວປະເທດ

ສຶກສາການຮ່ວມມືເພື່ອຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0.4 ກິໂລໂວນ ໃນທົ່ວປະເທດ

ລັດວິສາຫະກິດໄຟຟ້າລາວ(ຟຟລ) ແລະ ບໍລິສັດ ສີສັນ ຮ່ວມມືພັດທະນາສາກົນ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາການຮ່ວມມືການຈັດລະບຽບສາຍສື່ສານ, ສາຍໂທລະຄົມມະນາຄົມ ແລະ ສາຍໄຟຟ້າແຮງດັນຕໍ່າ 0.4 ກິໂລໂວນ
ເພີ່ມເຕີມ